ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິສາຫະກິດຮ່ວມມື ລາວ-ຈີນ ວາງແຜນການຜະລິດ ດ້ານກະສິກຳຄົບວົງຈອນ ເພື່ອທີ່ຈະສົ່ງອອກໄປ ຈີນ


ທາງການ ລາວ ແລະ ຈີນ ເຊັນສັນຍາຮ່ວມມືການຈັດຊື້ສິນຄ້າປຸງແຕ່ງກະສິກຳຈາກປະເທດ ລາວ.
ທາງການ ລາວ ແລະ ຈີນ ເຊັນສັນຍາຮ່ວມມືການຈັດຊື້ສິນຄ້າປຸງແຕ່ງກະສິກຳຈາກປະເທດ ລາວ.

ວິສາຫະກິດຮ່ວມມື ລາວ-ຈີນ ວາງແຜນການຜະລິດດ້ານກະສິກຳຄົບວົງຈອນພາຍໃຕ້ເປົ້າໝາຍເພື່ອທີ່ຈະສົ່ງອອກຜົນຜະລິດກະສິກຳ 9 ຊະນິດຈາກ ລາວ ໄປ ຈີນ ໃຫ້ໄດ້ໃນມູນຄ່າລວມເຖິງ 1,500 ລ້ານໂດລາພາຍໃນ 5 ປີ.

ບໍລິສັດ AIDC Laos ຈຳກັດ ແລະ ບໍລິສັດ Zhengzhou ອຸດສາຫະກຳສະບຽງອາຫານຈຳກັດຈາກ ຈີນ ໄດ້ຕົກລົງຮ່ວມມືກັນດຳເນີນການຈັດຊື້ສິນຄ້າປຸງແຕ່ງກະສິກຳໃນ ລາວ ເພື່ອສົ່ງອອກໄປ ຈີນ ເພີ່ມຂຶ້ນເມື່ອບໍ່ນານມານີ້ ໂດຍສິນຄ້າປຸງແຕ່ງກະສິກຳທີ່ ຈີນ ຕ້ອງການນຳເຂົ້າຈາກ ລາວ ພາຍ ໃຕ້ການຕົກລົງຄັ້ງນີ້ປະກອບມີ 9 ຊະນິດກໍຄື ຖົ່ວດິນ, ຖົ່ວເຫຼືອງ, ແປ້ງມັນຕົ້ນ, ກ້ວຍຫອມ, ນໍ້າ ຕານ, ໝາກມ່ວງ, ໝາກມ່ວງຫິມະພານ, ຖົ່ວລຽນ ແລະ ຊີ້ນງົວແຊ່ແຂງ ຄິດເປັນປະລິມານລວມ 1.45 ລ້ານໂຕນ ແລະ ຄິດເປັນມູນຄ່າລວມເຖິງ 1,500 ລ້ານໂດລາໃນຊ່ວງປີ 2021-2025 ທັງນີ້ໂດຍການສົ່ງເສີມໃຫ້ກະເສດຕະກອນ ລາວ ເປັນພາກສ່ວນການຜະລິດ ແລະ ຕອບສະໜອງສິນ ຄ້າດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິ ກຳ ແລະ ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ

“ຮຽກຮ້ອງໃຫ້ບັນດາຊາວກະສິກອນ ຜູ້ປະກອບການທັງຫຼາຍຈົ່ງປ່ຽນວິກິດໃຫ້ເປັນໂອກາດໃນການຜະລິດກະສິກຳ ເຮັດໃຫ້ຂະບວນການຟົດຟື້ນ ໂດຍການເອົາໃຈໃສ່ໃນການປູກການລ້ຽງເປັນລະ ບົບ ເປັນຟາມ ເພື່ອເປັນສິນຄ້າພາຍໃນ ແລະ ສົ່ງອອກຫຼາຍຂຶ້ນ ເພື່ອສືບຕໍ່ຊຸກຍູ້ ແລະ ຂາຍຜົນຜະລິດ ກະຊວງກະສິກຳນີ້ ໄດ້ແຈ້ງໃຫ້ທາງຜະແນກກະສິກຳ-ປ່າໄມ້ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດນີ້ ໄດ້ເອົາໃຈໃສ່ຊຸກຍູ້ນຳພາຊາວກະສິກອນ ແລະ ຜູ້ປະກອບການໃນການຊຸກຍູ້ການຜະລິດ.”

ທັງນີ້ໂດຍຄາດໝາຍວ່າການຮ່ວມມືດັ່ງກ່າວຈະສາມາດສ້າງວຽກ ແລະ ລາຍຮັບໃຫ້ກັບຊາວກະສິ ກອນໃນ ລາວ ໄດ້ຫຼາຍກວ່າ 1 ແສນຄອບຄົວໂດຍສະເພາະແມ່ນຊາວກະສິກອນ ລາວ ທີ່ມີພື້ນທີ່ຜະລິດກະສິກຳຢູ່ຕາມແລວທາງລົດໄຟ ລາວ-ຈີນ ນັ້ນກໍຍັງຈະໄດ້ຮັບຄວາມສະດວກ ແລະ ວ່ອງໄວໃນການຂົນສົ່ງສິນຄ້າໄປ ຈີນ ອີກດ້ວຍ ຊຶ່ງກໍເຊັ່ນດຽວກັນກັບການຮ່ວມມືລະຫວ່າງ ກົມຜະລິດກະ ສິກຳຂອງກອງທັບປະຊາຊົນ ລາວ ກັບບໍລິສັດ ສາງຈຽງ ການລົງທຶນຈາກ ຈີນ ທີ່ໄດ້ຮ່ວມສ້າງຕັ້ງບໍລິສັດຮ່ວທຶນກະສິກຳຄົບວົງຈອນຈຳກັດ ດ້ວຍເງິນລົງທຶນລວມ 300 ລ້ານໂດລາ ເພື່ອດຳເນີນກິດ ຈະການ 30 ປີ ແລະ ຕໍ່ສັນຍາໄດ້ 2 ຄັ້ງໆລະ 30 ປີ ໂດຍແນໃສ່ການຜະລິດ ແລະ ສົ່ງງົວໄປຂາຍໃຫ້ ຈີນ ໃຫ້ໄດ້ເຖິງ 400,000 ຕົວຕໍ່ປີຫຼືຄິດເປັນ 80 ເປີເຊັຍຂອງໂຄຕ້າທັງໝົດທີ່ລັດຖະບານ ຈີນ ຈະຮັບຊື້ງົວຈາກ ລາວ ຈຳນວນ 5 ແສນຕົວໃນແຕ່ລະປີນັ້ນ.

ໂດຍສາເຫດທີ່ຕ້ອງມີການສ້າງຕັ້ງບໍລິສັດຮ່ວມທຶນ ລາວ-ຈີນ ດັ່ງກ່າວນີ້ກໍເພາະວ່າການລ້ຽງສັດໃນ ລາວ ຍັງຈະຕ້ອງໄດ້ຮັບການພັດທະນາໃນດ້ານເທັກນິກສະໄໝໃໝ່ຢ່າງຮີບດ່ວນທີ່ສຸດ ຫາກບໍ່ສະນັ້ນ ກໍຈະບໍ່ສາມາດຕອບສະໜອງໂຄຕ້າຂອງລັດຖະບານ ຈີນ ໄດ້ເລີຍເນື່ອງຈາກການລ້ຽງົວ-ຄວາຍຂອງຊາວກະສິກອນ ລາວ ໃນປັດຈຸບັນນີ້ ຍັງຂາດທັງຫຼັກວິຊາການ, ເທັກນິກທີ່ທັນສະໄໝ ແລະ ແຫຼ່ງທຶນກູ້ຢືມ ຈຶ່ງເຮັດໃຫ້ບໍ່ສາມາດເພີ່ມຈຳນວນງົວ-ຄວາຍທີ່ລ້ຽງໄດ້ຕາມຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງແທ້ຈິງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງກະຊວງກະສິກຳ ແລະ ປ່າໄມ້ຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ສຳລັບວຽກງານລ້ຽງສັດຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວຖືວ່າຍັງບໍ່ພໍ ສາ ເຫດຍັງບໍ່ພໍນີ້ມັນຍ້ອນວ່າພື້ນຖານຈຳນວນຝູງສັດເຮົານີ້ມັນຍັງນ້ອຍຢູ່ ຖ້າທຽບຈະລ້ຽງເປັນສິນຄ້ານີ້ເຮົາຕ້ອງໄດ້ຊອກຈຳນວນຝູງນີ້ມາເພີ່ມເຕີມໃຫ້ໝັນຫຼາຍ ໃຫ້ເປັນຖານ ເພື່ອເຮົາຈະມີໂຮງງານຂ້າ ສັດທັນສະໄໝແລ້ວມັນຕ້ອງໄດ້ສະໜອງໃຫ້ແຕ່ລະມື້ ແຕ່ລະມື້ ອັນໂຕນີ້ແມ່ນຖານທີ່ພວກເຮົາຍັງຈະຕ້ອງໄດ້ເພີ່ມອີກ.”

ທັງນີ້ການສຶກສາວິໄຈພົບວ່າ ການລ້ຽງສັດໃນ ລາວ ຈະຕ້ອງໄດ້ຮັບການພັດທະນາໃນ 7 ດ້ານດ້ວຍກັນຄື ຍົກລະດັບການຜະລິດເພື່ອເຮັດໃຫ້ການລ້ຽງງົວກາຍເປັນອາຊີບຄົງທີ່, ການພັດທະນາຮູບ ແບບເທັກນິກໃຫ້ເປັນຕົວແບບທີ່ດີ, ການພັດທະນາຜົນຜະລິດງົວ-ຄວາຍເປັນສິນຄ້າທີ່ຊາວກະສິ ກອນລາວ ເປັນຜູ້ປະກອບການ, ການພັດທະນາພໍ່ແມ່ພັນ, ການຕອບສະໜອງອາຫານສັດທີ່ພຽງ ພໍ, ການພັດທະນາຄວາມສາມາດໃນດ້ານການຮັກສາສຸຂະພາບສັດ, ການສ້າງນັກວິໄຈ ແລະ ການລ້ຽງສັດທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ.

ກະຊວງການຄ້າຂອງ ຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກ ລາວ 5 ແສນຕົວຕໍ່ປີ ເມື່ອປີ 2019 ແຕ່ວ່າການລ້ຽງງົວໃນ ລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຈາກ ຈີນ ໂດຍທາງການ ຈີນ ກໍໄດ້ມີການຕັ້ງດ່ານກວດ ແລະ ຈັດສົ່ງຄະນະຊ່ຽວຊານມາກວດຟາມລ້ຽງງົວໃນ ລາວ ກ່ອນທີ່ຈະສົ່ງໄປ ຈີນ ເພາະງົວທີ່ຈະສາມາດສົ່ງໄປ ຈີນ ໄດ້ນັ້ນ ຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວ ໄດ້ສົ່ງງົວ ແລະ ຄວາຍໄປ ຈີນ 8 ໝື່ນຕົວ ແລະ 2​ ໝື່ນຕົວຕາມລຳດັບ ແລະ ຫຼຸດລົງໃນປີ 2020 ຍ້ອນການລະບາດຂອງເຊື້ອໄວຣັສ COVID-19.

XS
SM
MD
LG