ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາ​ຄານ​ລາວ ແລະ ຈີນ ເລີ່ມ​ການ​ນຳ​ໃຊ້​ເງິນຢວນ​ໃນ​ການ​ຊຳ​ລະ​ສະ​ສາງ​ລາ​ຄາ​ສິນ​ຄ້າ ແລະ ບໍ​ລິ​ການ​ຕ່າງໆ


ຢວນ ເງິນຕາຂອງຈີນ
ຢວນ ເງິນຕາຂອງຈີນ

ທະ​ນາ​ຄານ​ລາວ ແລະ ຈີນ ເລີ່ມ​ການ​ນຳ​ໃຊ້​ເງິນຢວນ​ໃນ​ການ​ຊຳ​ລະ​ສະ​ສາງ​ລາ​ຄາ​ສິນ​ຄ້າ ແລະ ບໍ​ລິ​ການ​ຕ່າງໆ ລວ​ມ​ທັງ​ການ​ລົງ​ທຶນ​ລະ​ຫວ່າງ​ກັນ ໂດຍ​ມີ​ເປົ້າ​ໝາຍ​ເພື່ອຫຼຸດ​ການ​ນຳ​ໃຊ້​ເງິນ​ໂດ​ລາ ສະ​ຫະ​ລັດ ໃຫ້​ໜ້ອຍ​ລົງ.

ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ກັບ​ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຂອງ ຈີນ ໄດ້​ຮ່ວມ​ກັນ​ເປີດ​ການ​ນຳ​ໃຊ້​ເງິນຢວ​ນ​ຂອງ​ຈີນ ເພື່ອ​ການ​ຊຳ​ລະ​ສະ​ສາງ​ລາ​ຄາ​ສິນ​ຄ້າ ແລະ ບໍ​ລິ​ການ​ຕ່າງໆ ລວມ​ທັງ​ການ​ລົງ​ທຶນ​ລະ​ຫວ່າງ​ກັນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 25 ຕຸ​ລາ 2023 ທີ່​ຜ່ານ​ມາ ຊຶ່ງນອກ​ຈາກ​ຈະ​ມີ​ເປົ້າ​ໝາຍ​ເພື່ອຫຼຸດ​ການ​ນຳ​ໃຊ້​ເງິນ​ໂດ​ລາ ສະ​ຫະ​ລັດ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດແລ້ວ ຍັງ​ໄດ້​ແນ​ໃສ່​ການ​ເພີ່ມ​ມູນ​ຄ່າ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ກັນ​ໃຫ້ຫຼາຍ​ຂຶ້ນ​ນັບ​ມື້​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການ​ຄ້າ​ທີ່​ຈີນ​ເປັນ​ຜູ້​ນຳ​ເຂົ້າ​ສິນ​ຄ້າລາວຫຼາຍ​ທີ່​ສຸດ ແລະ ຍັງ​ເປັນ​ຜູ້​ລົງ​ທຶນ​ອັນ​ດັບ​ທີ 1 ໃນ​ລາວ​ດ້ວຍ​ນັ້ນ ຈຶ່ງ​ຖື​ວ່າ​ການ​ຊຳ​ລະ​ສະ​ສາງ​ຕ່າງໆ​ໃນ​ລາວ​ດ້ວຍ​ເງິນຢວນ​ນັ້ນ​ຈະ​ຊ່ວຍ​ຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ລາວ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ດັ່ງ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ຢືນ​ຢັນ​ວ່າ

“ການ​ເປີດ​ງານ​ໃນ​ມື້ນີ້​ແມ່ນ​ມີ​ຄວາ​ມ​ໝາຍ ແລະ ຄວາມ​ສຳ​ຄັນຫຼາຍ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ ມັນເປັນ​ການ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ການ​ຮ່ວມ​ມື​ຂອງ 2 ພັກ 2 ລັດ​ກໍ​ຄື​ຂອງ 2 ປະ​ເທດ​ຂອງ​ພວກ​ເຮົາ​ເພື່ອ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ແຂງ​ແຮງ.”

ໃນ​ປັດ​ຈຸ​ບັນ​ການ​ລົງ​ທຶນ​ຂອງ​ ຈີນ ໃນ​ລາວ​ມີ​ມູນ​ຄ່າ​ລວມຫຼາຍກວ່າ 19,000 ລ້ານ​ໂດ​ລາ​ໃນ​ 1,000 ກວ່າ​ໂຄງ​ການ​ທີ່​ເນັ້ນ​ໜັກ​ທັງ​ໃນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ, ການ​ຂຸດ​ຄົ້ນ​ແຮ່​ທາດ, ການ​ຜະ​ລິດ​ກະ​ສິ​ກຳ, ການ​ຂົນ​ສົ່ງ, ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ບໍ​ລິ​ການ​ຕ່າງໆ​ສ່ວນ​ການ​ຄ້າ​ລະ​ຫວ່າງ ລາວ-ຈີນ ນັ້ນ​ກໍ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ທຸ​ກ​ປີ​ໂດຍ​ມີ​ມູນ​ຄ່າ​ລວມ​ເກີນກວ່າ 5,600 ລ້ານ​ໂດ​ລາ​ໃນ​ປີ 2022 ແລະ ຄາດ​ໝາຍ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 6,500 ລ້ານ​ໂດ​ລາ​ໃນ​ປີ 2023 ເພາະ​ລົດ​ໄຟ​ລາວ-ຈີນ ໄດ້​ເຮັດ​ໃຫ້​ການ​ຂົນ​ສົ່ງ ແລະ ໂດຍ​ສານ​ລະ​ຫວ່າງ ລາວ-ຈີນ ມີ​ຄວາມ​ສະ​ດວກວ່ອງ​ໄວຫຼາຍ​ຂຶ້ນ​ນັ້ນ ດັ່ງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ຢືນ​ຢັນ​ວ່າ

“ນັກ​ທຸ​ລະ​ກິດ ຈີນ ໄປ​ສຶກ​ສາ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ​ຢ່າງ ລະ​ແມ່ນ​ມີ​ພະ​ລັງ​ລົມ, ເຂື່ອ​ນ​ໄຟ​ຟ້າ, ມີ​ແຮ່​ທາດ, ການ​ຜະ​ລິດ​ກະ​ສິ​ກຳ, ການ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ທາງ​ປະ​ຫວັດ​ສາດ ແລະ ທາງວັດ​ທະ​ນະ​ທຳ. ສະ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ຖ້າ​ມີ​ການ​ພົວ​ພັນ​ຮ່ວມ​ມື​ຄື​ໄລ​ຍະ​ຜ່ານ​ມາ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ນີ້​ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ດີກວ່ານີ້ ປະ​ຊາ​ຊົນ​ກະ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ມີ​ການ​ຮ່ວມ​ກັນ​ເພື່ອ​ພັດ​ທະ​ນາ​ຕາມ​ນະ​ໂຍ​ບາຍ​ນຶ່ງ​ແລວ​ນຶ່ງ​ເສັ້ນ​ທາງ.”

ສ່ວນ​ນັກ​ທຸ​ລະ​ກິດ​ລາວ​ໄດ້​ໃຫ້​ທັດ​ສະ​ນະ​ວ່າ​ການ​ນຳ​ໃຊ້​ເງິນຢວ​ນ​ເປັນ​ສະ​ກຸນຫຼັກ​ໃນ​ການ​ຊຳ​ລະ​ສະ​ສາງ​ລາ​ຄາ​ສິນ​ຄ້າ ແລະ​ບໍ​ລິ​ການ​ຕ່າງ​ໆ​ລະ​ຫວ່າງ​ລາວ​ກັບ​ຈີນ​ຢ່າງ​ເປັນ​ທາງ​ການ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອຫຼຸດ​ການ​ເພິ່ງ​ພາ​ເງິນ​ໂດ​ລາ ສະ​ຫະ​ລັດ ແລະ ໃຫ້​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈີນ​ໃນ​ລາວ​ເພີ່ມ​ຂຶ້ນ​ດັ່ງ​ກ່າວ​ເຮັດ​ໃຫ້​ຄາດ​ໝາຍ​ວ່າ​ເງິນຢວນ​ຈະ​ມີ​ອິດ​ທິ​ພົນ​ຕໍ່​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ລາວ​ສູງກວ່າ​ເງິນ​ໂດ​ລາ​ສະ​ຫະ​ລັດ ພາຍ​ໃນ 5 ປີ ແລະ ທຽບ​ເທົ່າ​ກັບ​ເງິນ​ບາດ​ຂອງ​ໄທ​ໄດ້​ພາຍ​ໃນ​ປີ 2030 ເປັນ​ຢ່າງ​ຊ້າ.

ໂດຍໃນຊ່ວງປີ 1988-2022 ລັດຖະບານລາວໄດ້ອະນຸມັດການລົງທຶນ ຂອງບັນດາບໍລິສັດຈາກຈີນໃນລາວຈຳນວນ 933 ໂຄງການ ດ້ວຍມູນຄ່າການລົງທຶກລວມກວ່າ 18,000 ລ້ານໂດລາສະຫະລັດ ຈັດເປັນຜູ້ລົງທຶນອັນດັບທີ 1 ໃນລາວ ເປັນເວລາກວ່າ 10 ປີຕິດຕໍ່ກັນ ທັງຍັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະ ບໍລິການຄົບວົງຈອນນັ້ນ ກໍ່ຍັງເຮັດໃຫ້ບໍລິສັດຈີນທີ່ລົງທຶນ ແລະ ດຳເນີນທຸລະກິດໃນລາວ ສາມາດກຳນົດລາຄາສິນຄ້າ ແລະ ບໍລິການຕ່າງໆ ເປັນສະກຸນເງິນຢວນໄດ້ອີກດ້ວຍ.

ທາງ​ດ້ານ​ ດ​ຣ. ໄພ​ຈິດ ວິ​ບູນ​ນະ​ສານ ຮອງ​ປະ​ທານ​ຫໍ​ການ​ຄ້າ​ໄທ​ໃນ​ຈີນ ໄດ້​ໃຫ້​ທັດ​ສະ​ນະ​ວ່າ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ການ​ນຳ​ໃຊ້​ເງິນຢວນ​ກັບ​ເງິນ​ສະ​ກຸນ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໃນ​ການ​ຊຳ​ລະ​ສະ​ສາງ​ການ​ຄ້າ ແລະ ການ​ບໍ​ລິ​ການ​ຕ່າງໆ​ລະ​ຫວ່າງ​ກັນ​ນັ້ນ​ຈະ​ເຮັດ​ໃຫ້​ເງິນຢວນ​ຂອງ ຈີນ ມີ​ອິດ​ທິ​ພົນ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ອາ​ຊຽນ​ເພີ່ມຂຶ້ນ​ນັບ​ມື້ ທັງ​ຍັງ​ຄາດ​ວ່າ​ເງິນຢວນ​ຈະ​ມີ​ອິດ​ທິ​ພົນ​ໃນ​ອາ​ຊຽນ​ສູງກວ່າ​ເງິນ​ໂດ​ລາ​ສະ​ຫະ​ລັດ ໃນ​ເວ​ລາບໍ່​ເກີນ 10 ປີ​ຕໍ່​ໜ້າ​ອີກ​ດ້ວຍ ເພາະ​ຈີນ​ກັບ​ອາ​ຊຽນ​ຕ່າງ​ກໍ​ເປັນ​ຄູ່​ຄ້າ​ອັນ​ດັບ​ທີ 1 ລະ​ຫວ່າງ​ກັນ​ໃນ​ປັດ​ຈຸ​ບັນ ສ່ວນ​ການ​ລົງ​ທຶນ​ຂອງ ຈີນ ໃນ​ອາ​ຊຽນ​ນັ້ນ​ກໍ​ເພີ່ມ​ຂຶ້ນ​ທຸກ​ປີ​ທັງ​ຍັງ​ເປັນ​ການ​ລົງ​ທຶນ​ຄວບ​ຄຸມ​ທຸກ​ດ້ານ​ໃນ​ທັງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ອີກ​ດ້ວຍ.

XS
SM
MD
LG