ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ຈະມີສ່ວນຢ່າງສຳຄັນ ຕໍ່ແຜນການພັດທະນາ ລາວ ໃຫ້ເປັນໝໍ້ໄຟຟ້າຂອງອາຊຽນ


ລະບົບຕະຂ່າຍສາຍສົ່ງກະແສໄຟຟ້າແຮງສູງຢູ່ໃນລາວ ທີ່ຈະເຊື່ອມຕໍ່ລາວ ໄທ ມາເລເຊຍ ແລະສິງກະໂປ ເພື່ອການສົ່ງອອກພະລັງງານໄຟຟ້າຈາກເຂື່ອນຕ່າງໆທີ່ສ້າງສຳເລັດແລ້ວ ຢູ່ໃນ ສປປ ລາວ.
ລະບົບຕະຂ່າຍສາຍສົ່ງກະແສໄຟຟ້າແຮງສູງຢູ່ໃນລາວ ທີ່ຈະເຊື່ອມຕໍ່ລາວ ໄທ ມາເລເຊຍ ແລະສິງກະໂປ ເພື່ອການສົ່ງອອກພະລັງງານໄຟຟ້າຈາກເຂື່ອນຕ່າງໆທີ່ສ້າງສຳເລັດແລ້ວ ຢູ່ໃນ ສປປ ລາວ.

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ຈະມີສ່ວນຢ່າງສຳຄັນຕໍ່ແຜນການສົ່ງອອກພະລັງງານໄຟຟ້າຂອງລາວ ທີ່ຢູ່ພາຍໃຕ້ເປົ້າໝາຍຂອງການພັດທະນາລາວ ໃຫ້ເປັນໝໍ້ໄຟຂອງອາຊຽນໃຫ້ໄດ້ຢ່າງແທ້ຈິງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານດວງສີ ພາລາຍົກ ປະທານເຈົ້າໜ້າທີ່ບໍລິຫານຂອງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ ຖະແຫລງຍອມຮັບວ່າ ແຜນການສົ່ງອອກພະລັງງານໄຟຟ້າທີ່ຢູ່ພາຍໃຕ້ເປົ້າໝາຍຂອງການພັດທະນາລາວ ເປັນໝໍ້ໄຟຂອງອາຊຽນນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ເລຍ ຖ້າຫາກວ່າ ບໍ່ມີລະບົບສາຍສົ່ງໄຟຟ້າແຮງສູງ ທີ່ທັນສະໄໝທີ່ເຊື່ອມຕໍ່ລາວ ກັບປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ເພາະສະນັ້ນ ການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ຊຶ່ງເປັນການຮ່ວມທຶນລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໃນທ້າຍປີ 2020 ດ້ວຍເປົ້າໝາຍທີ່ຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນລາວ ໃຫ້ທັນສະໄໝ ເພື່ອເຊື່ອມໂຍງແລະຕອບສະໜອງໄຟຟ້າ ໃນອາຊຽນໃຫ້ໄດ້ຢ່າງທົ່ວເຖິງ ດ້ວຍເງິນທຶນແລະເທັກນິກຈາກຈີນນັ້ນ ຈຶ່ງຖືເປັນບາດກ້າວສຳຄັນທີ່ຈະເຮັດໃຫ້ລາວເປັນໝໍ້ໄຟຂອງອາຊຽນໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານດວງສີ ໄດ້ໃຫ້ການຢືນຢັນວ່າ:

“ຄືໄລຍະຜ່ານມານີ້ ແຫລ່ງຜະລິດຂອງລາວນີ້ ມັນຍັງຢາຍຢູ່ທາງພາກເໜືອ ພາກກາງ ພາກໃຕ້ ແຕ່ວ່າ ການລຳລຽງ ມັນຍັງພົບຂໍ້ຫຍຸ້ງຍາກນີ້ ຍ້ອນວ່າ ລາວຍັງມີທຶນພຽງພໍທີ່ຈະໄປສ້າງສາຍສົ່ງແຫ່ງຊາດ ສະນັ້ນ ເພື່ອເຮັດໃຫ້ການຕອບສະໜອງໄຟຟ້າ ຢູ່ໃນພາກເໜືອຫາພາກໃຕ້ ພາກໃຕ້ຫາພາກກາງ ພາກໃດກໍແລ້ວແຕ່ ຫຼືວ່າ ໄປຕ່າງປະເທດກໍແລ້ວແຕ່ ແລະເພື່ອໂຮມເອົາແຫລ່ງຜະລິດຕ່າງໆ ທີ່ມີຢູ່ໃນ ສປປ ລາວ ນີ້ເອົາມານຳໃຊ້ ທາງລັດຖະບານ ຈຶ່ງໄດ້ມີນະໂຍບາຍໃຫ້ສ້າງຕັ້ງບໍລິສັດສາຍສົ່ງແຫ່ງຊາດນີ້ຂຶ້ນ ແແລະມື້ໃດ ເຮົາສຳເລັດໂຄງການນີ້ແລ້ວ ຄວາມສົມດຸນໃນການສະໜອງພະລັງງານໄຟຟ້າຢູ່ໃນລາວເອງ ແລະກໍຢູ່ໃນພາກພື້ນນີ້ ຈະໝັ້ນທ່ຽງຂຶ້ນອີກ.”

ທັງນີ້ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ວາງແຜນການລົງທຶນໃນມູນຄ່າລວມ 2,000 ລ້ານໂດລາ ເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ໃນລາວ ເພື່ອເຊື່ອມຕໍ່ກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງໃນແຂວງຢຸນໜານຂອງຈີນ ແລະຈະກໍ່ສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນພາກໃຕ້ຂອງລາວ ເຊື່ອມຕໍ່ກັບເຂດພາກເໜືອຂອງກຳປູເຈຍ ເພື່ອປະຕິບັດຕາມການຕົກລົງທີ່ກຳປູເຈຍຕ້ອງການຈະຊື້ໄຟຟ້າຈາກລາວ 1,700 ເມກາວັດໃນປີ 2022 ສ່ວນມາເລເຊຍ ແລະສິງກະໂປ ກໍຕົກລົງຊື້ໄຟຟ້າຈາກລາວ 300 ແລະ 100 ເມກາວັດ ທາງດ້ານຫວຽດນາມ ກໍຕົກລົວຈະຊື້ພະລັງງານໄຟຟ້າຈາກລາວ 5,000 ເມກາວັດໃນປີ 2025 ສ່ວນລັດຖະບານໄທ ກໍຈະຊື້ໄຟຟ້າລາວ 9,000 ເມກາວັດ.

ແຕ່ຢ່າງໃດກໍຕາມ ລັດຖະບານໄທ ຈະບໍ່ເພີ້ມການນຳເຂົ້າພະລັງງານໄຟຟ້າຈາກຕ່າງປະເທດໃນຊ່ວງປີ 2021-2026 ເພາະວ່າ ມີພະລັງງານໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັດ ແລະເມື່ອສົມທົບດ້ວຍການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ເສດຖະກິດໄທ ຕິດລົບເຖິງ 6.1 ເປີເຊັນໃນປີ 2020 ນັ້ນ ກໍຍັງເຮັໃຫ້ລັດຖະບານໄທ ໄດ້ມີການຫັດປ່ຽນແນວນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານໄປເປັນຜູ້ສົ່ງອອກພະລັງງານອີກດ້ວຍ ດັ່ງທີ່ທ່ານກຸລິດ ສົມບັດສິຣິ ປະລັດກະຊວງພະລັງງານໄທ ໄດ້ຢືນຢັນວ່າ:

“ຄວາມເຊື່ອມໂຍງໂຄງຂ່າຍໄຟຟ້າອາຊຽນ ASEAN Power Grid ກໍຄືຊື້ໄຟາກ ສປປ ລາວ ຊຶ່ງເປັນໄຟຟ້າພະລັງນ້ຳ ສົ່ງຜ່ານປະເທດໄທ ໄປຍັງປະເທດມາເລເຊຍຈາກ 100 ເມກາວັດ ເປັນ 300 ເມກາວັດ ໃນປີນີ້ ໃນເດືອນພະຈິກນີ້ ເຮົາກໍຈະຂະຫຍາຍໄປເຖິງປະເທດສິງກະໂປ ນຳດ້ວຍ ຈາກ 300 ເມກາວັດນີ້ ກໍຈະເພີ້ມອີກ 100 ເມກາວັດໄປຍັງປະເທດສິງກະໂປ ກໍຈະຂະຫຍາຍກຳລັງສາຍສົ່ງຈາກ 115 KV ເປັນ 230-500 KV.”

ໃນປັດຈຸບັນນີ້ ລາວມີແຫລ່ງຜະລິດພະລັງງານໄຟຟ້າ 81 ແຫ່ງ ໃນນີ້ເປັນເຂື່ອນໄຟຟ້າ 73 ໂຄງການໂຮງໄຟຟ້າຖ່ານລິກໄນຕ໌ 1 ແຫ່ງ ພະລັງງານແສງອາທິດ 5 ແຫ່ງ ແລະຊີວະມວນ 2 ແຫ່ງ ໂດຍມີກຳລັງຕິດຕັ້ງລວມ 10,328 ເມກາວັດ ສາມາດຜະລິດໄຟຟ້າໄດ້ລວມກັນ 53,640 ລ້ານກິໂລວັດ/ໂມງຕໍ່ປີ ແລະກຳລັງດຳເນີນການກໍ່ສ້າງເຂື່ອນ 19 ໂຄງການທີ່ມີກຳນົດແລ້ວສຳເລັດໃນທ້າຍປີ 2021 ນີ້ ໂດຍຈະເຮັດໃຫ້ລາວ ມີແຫລ່ງຜະລິດໄຟຟ້າເຖິງ 100 ແຫ່ງມີກຳລັງຕິດຕັ້ງລວມ 13,000 ເມກາວັດ ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດ ຈຶ່ງຄາດວ່າ ລາວ ຈະມີລາຍໄດ້ຈາກການສົ່ງອອກໄຟຟ້າເຖິງ 2,000 ລ້ານໂດລາ ແລະ 2,980 ລ້ານໂດລາ ໃນປີ 2021-2022 ຕາມລຳດັບ.

XS
SM
MD
LG