ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ, ຈີນ, ໄທ ຈະຈັດໃຫ້ມີກອງປະຊຸມ 3 ຝ່າຍເພື່ອເຈລະຈາຕົກລົງ ກ່ຽວກັບ ການເຊື່ອມຕໍ່ທາງລົດໄຟ


ເຈົ້າໜ້າທີ່ຊົມຕົວຢ່າລົດໄຟຄວາມໄວສູງຂອງ ຈີນ.
ເຈົ້າໜ້າທີ່ຊົມຕົວຢ່າລົດໄຟຄວາມໄວສູງຂອງ ຈີນ.

ທາງການ ລາວ, ຈີນ, ໄທ ຈະຈັດໃຫ້ມີກອງປະຊຸມ 3 ຝ່າຍເພື່ອເຈລະຈາຕົກລົງ ກ່ຽວກັບ ການເຊື່ອມຕໍ່ທາງລົດໄຟລະຫວ່າງກັນໃຫ້ໄດ້ໄວທີ່ສຸດ ດ້ວຍການກຳນົດໃຫ້ຄະນະຮັບຜິດຊອບ 3 ຝ່າຍພົບປະກັນທຸກໆເດືອນ.


ທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມ ໄທ ຖະແຫຼງວ່າຄະນະກຳມະການເພື່ອຄວາມຮ່ວມມືດ້ານລົດໄຟລະຫວ່າງ ໄທ ກັບ ຈີນ ໄດ້ຕົກລົງຮ່ວມກັນວ່າຈະຈັດໃຫ້ມີກອງປະຊຸມ 3 ຝ່າຍລະຫວ່າງ ລາວ, ຈີນ, ໄທ ເພື່ອເຈລະຈາຕົກລົງ ກ່ຽວກັບ ການເຊື່ອມຕໍ່ທາງລົດໄຟລະຫວ່າງ 3 ປະເທດໃຫ້ໄດ້ໄວທີ່ສຸດ ຫຼືພາຍໃນປີ 2021 ນີ້ ໂດຍກອງປະຊຸມດັ່ງກ່າວຈະມີການແຕ່ງຕັ້ງຄະນະປະຕິບັດງານຮ່ວມ 3 ຝ່າຍເພື່ອຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະ ປະສານງານກັນເປັນປະຈຳທຸກເດືອນ ເພື່ອຮັບປະກັນວ່າການດຳເນີນງານໄດ້ເປັນໄປຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້ໃນທຸກດ້ານ.

ການກໍ່ສ້າງລົດໄຟຄວາມໄວສູງໃນ ໄທ ເພື່ອເຊື່ອມຕໍ່ ລາວ ແລະ ຈີນ ຈະສຳເລັດ ແລະ ເລີ່ມການເດີນລົດໄຟໄດ້ໃນປີ 2027 ທີ່ເຊື່ອມຕໍ່ຈາກເມືອງຄຸນໝິງ ແຂວງຢຸ່ນໜານຂອງ ຈີນ ກັບນະຄອນ ຫຼວງວຽງຈັນ ແລະ ບາງກອກ ໂດຍການກໍ່ສ້າງທາງລົດໄຟໃນ ໄທ ໄດ້ແບ່ງເປັນ 2 ໄລຍະ ກໍຄືໄລຍະທີ 1 ທີ່ກຳລັງກໍ່ສ້າງຢູ່ໃນປັດຈຸບັນນີ້ເປັນການເຊື່ອມຕໍ່ຈາກບາງກອກ-ນະຄອນຣາຊະສີມາ (ໂຄຣາດ) ສ່ວນໄລຍະທີ 2 ກໍຈະເປັນການເຊື່ອມຕໍ່ຈາກ ໂຄຣາດ-ໜອງຄາຍ ແລະ ກໍ່ສ້າງຂົວລົດໄຟຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ກັບນະຄອນຫຼວງວຽງຈັນ ດັ່ງທີ່ທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງການຄັງຢືນຢັນວ່າ

“ໃນໄລຍະທີ 2 ກໍຈະເປັນຊ່ວງຈາກນະຄອນຣາຊະສີມາ ເຖິງ ໜອງຄາຍ ກໍໄລຍະທາງທັງໝົດ 355 ກິໂລແມັດແລ້ວກໍໄດ້ເປັນທີ່ຕົກລົງກັບຝ່າຍ ຈີນ ວ່າທາງກະຊວງເອງ ກັບທາງການລົດໄຟເອງກໍຈະເປັນຜູ້ອອກແບບຄວາມໄວສູງສຸດກໍ 250 ກິໂລແມັດຕໍ່ຊົ່ວໂມງ ສ່ວນທີ 3 ນັ້ນກໍຈະເປັນຊ່ວງຂົວຂ້າມແມ່ນໍ້າຂອງຈາກສະຖານີທີ່ໜອງຄາຍ ອັນທີ 2 ກໍຈະເປັນຂົວລົດໄຟຊຶ່ງຂົວໂຕນີ້ກໍຈະສົ່ງລົດໄຟຂ້າມໄປສະຖານີ ວຽງຈັນ.”

ທັງນີ້ການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກບາງກອກ-ໂຄຣາດ-ໜອງຄາຍດັ່ງກ່າວມີໄລຍະທາງລວມ 608 ກິໂລແມັດ ໂດຍລັດຖະບານ ໄທ ລົງທຶນທັງ 100 ເປີເຊັນ ທີ່ຄິດເປັນມູນຄ່າລວມຫຼາຍກວ່າ 13,000 ລ້ານໂດລາ ດ້ວຍການວ່າຈ້າງກຸ່ມບໍລິສັດລົດໄຟແຫ່ງປະເທດ ຈີນ ໃຫ້ເປັນທີ່ປຶກສາທັງໂຄງການ.

ສ່ວນທາງລົດໄຟ ລາວ-ຈີນ ໃນ ລາວ ທີ່ເຊື່ອມຕໍ່ຈາກບໍ່ເຕັນມານະຄອນຫຼວງວຽງຈັນຈະຕ້ອງຂຸດເຈາະ ແລະ ກໍ່ສ້າງອຸໂມງ 75 ແຫ່ງກັບຂົວ 163 ແຫ່ງໃນຕະຫຼອດເສັ້ນທາງທີ່ມີໄລຍະທາງຍາວກວ່າ 422 ກິໂລແມັດຈຶ່ງເຮັດໃຫ້ຕ້ອງນຳໃຊ້ເງິນທຶນເກືອບເຖິງ 6,000 ລ້ານໂດລາທີ່ເປັນການຮ່ວມທຶນລະຫວ່າງທາງການລາວ-ຈີນ ໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີເຊັນ ໂດຍການດຳເນີນງານນັບແຕ່ທ້າຍປີ 2016 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ໄດ້ຄືບໜ້າໄປແລ້ວຫຼາຍກວ່າ 90 ເປີເຊັນຂອງແຜນ ການ ຈຶ່ງເຮັດໃຫ້ສະພາບໍລິຫານຂອງບໍລິສັດລົດໄຟ ລາວ-ຈີນ ຈຳກັດໝັ້ນໃຈວ່າຈະສາມາດເປີດການເດີນລົດໄຟຂະບວນປະຖົມມະລືກໄດ້ໃນວັນຊາດ ລາວ ທີ 2​ ທັນວາ 2021 ນີ້.

ແຕ່ຢ່າງໃດກໍຕາມ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຈຳນວນ 4,411 ຄອບຄົວໃນ 13 ເມືອງໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ,​ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີທີ່ດິນຖືກກະທົບເຖິງ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ, ຕົ້ນໄມ້ຕ່າງໆ ແລະ ໄມ້ກິນໝາກລວມກັນກວ່າ 1 ລ້ານຕົ້ນ ໂດຍການຊົດເຊີຍຄ່າທີ່ດິນໃນແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພະບາງ ມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນນັ້ນໄດ້ຄ່າຊົດເຊີຍທີ່ດິນລະຫວ່າງ 15,000-137,000 ກີບຕໍ່ຕາແມັດຕາມລຳດັບ.

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ໄດ້ສະເໜີບົດລາຍງານວ່າທີ່ດິນຢູ່ເຂດເມືອງນາຊາຍທອງ ມີການຊື້ຂາຍຕົວຈິງທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດຫາກແຕ່ກໍປາກົດວ່າປະຊາຊົນ ລາວ ກັບໄດ້ຮັບການຊົດເຊີຍພຽງ 137,000 ກີບຕໍ່ຕາແມັດ ຊຶ່ງຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້-ຂາຍທີ່ດິນຕົວຈິງຢູ່ໃນເຂດດັ່ງກ່າວ.

ນອກຈາກນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍລາຍງານວ່າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ມີການຈ້າງງານຫຼາຍກວ່າ 50,000 ຄົນ ຫາກແຕ່ກໍປາກົດວ່າມີແຮງງານ ລາວ 5,000 ກວ່າຄົນຫຼືຄິດເປັນພຽງແຕ່ 10 ເປີເຊັນເທົ່ານັ້ນທີ່ໄດ້ຖືກວ່າຈ້າງໃຫ້ເຮັດວຽກໃນໂຄງການ ສ່ວນນອກນັ້ນຕ່າງກໍລ້ວນແຕ່ເປັນແຮງງານ ຈີນ ທີ່ຊ່ຽວຊານງານດ້ານລົດໄຟເປັນຢ່າງດີ ທັງກໍຍັງຈະສືບຕໍ່ການປະຕິບັດງານຢູ່ໃນວິສາຫະກິດຮ່ວມທຶນທາງລົດໄຟ ລາວ-ຈີນ ໃນ ລາວ ອີກຫຼາຍກວ່າ 6,000 ຄົນ ສ່ວນແຮງງານ ລາວ ທີ່ຜ່ານການຝຶກອົບຮົມດ້ານເທັກນິກລົດໄຟ ແລະ ພາສາ ຈີນ ນັ້ນຈະໄດ້ຮັບການວ່າຈ້າງໃນຈຳນວນ 600 ກວ່າຄົນເທົ່ານັ້ນ.

XS
SM
MD
LG