ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລາວເນັ້ນຢໍ້າວ່າ ເຈົ້າໜ້າທີ່ທາງການຂອງ ລາວ, ຈີນ ແລະ ໄທ ຈໍາເປັນຕ້ອງໄດ້ຫາລືກັນ ກ່ຽວກັບການເຊື່ອມຕໍ່ເສັ້ນທາງລົດໄຟຢ່າງຮີບດ່ວນ


ລົດໄຟຂົນສົ່ງສິນຄ້າຄວາມໄວສູງ ລາວ-ຈີນ
ລົດໄຟຂົນສົ່ງສິນຄ້າຄວາມໄວສູງ ລາວ-ຈີນ

ນາຍົກລັດຖະມົນຕີລາວຢືນຢັນວ່າ ທາງການ ລາວ-ຈີນ-ໄທ ຈະຕ້ອງເຈລະຈາກັນ ໃຫ້ໄວທີ່ສຸດເພື່ອຕົກລົງກ່ຽວກັບແຜນການເຊື່ອມຕໍ່ທາງລົດໄຟ ທີ່ລວມເຖິງການແບ່ງຜົນປະໂຫຍດ ໃນການຂົນສົ່ງສິນຄ້າ ແລະໂດຍສານ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຖະແຫຼງວ່າ ທາງລົດໄຟ ລາວ-ຈີນ ໃນລາວເປັນສ່ວນນຶ່ງຂອງການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງໃນແຜນການ ນຶ່ງແລວ-ນຶ່ງເສັ້ນທາງ (BRI) ທີ່ຈະເປັນການເຊື່ອມໂຍງລະຫວ່າງພາກພື້ນເອເຊຍ ກັບຢູໂຣບ ທີ່ລວມເຖິງການເຊື່ອມຕໍ່ຈີນກັບອາຊຽນດ້ວຍນັ້ນ, ສະນັ້ນ ທາງລົດໄຟ ລາວ-ຈີນ ຈຶ່ງບໍ່ແມ່ນຜົນປະໂຫຍດສະເພາະຂອງລາວ ກັບຈີນເທົ່ານັ້ນ ຫາກແຕ່ເປັນຜົນປະໂຫຍດຮ່ວມກັນທັງພາກພື້ນ ເອເຊຍ-ຢູໂຣບ ໂດຍສໍາລັບໃນໄລຍະນີ້ ກໍມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງມີການເຈລະຈາກັນລະຫວ່າງທາງການ ລາວ-ຈີນ-ໄທ ເພື່ອຕົກລົງກ່ຽວກັບແຜນການເຊື່ອມຕໍ່ທາງລົດໄ​ຟ ລະຫວ່າງກັນ ທີ່ລວມເຖິງການແບ່ງຜົນປະໂຫຍດໃນການຂົນສົ່ງສິນຄ້າ ແລະໂດຍສານຮ່ວມກັນຢ່າງຍຸຕິທໍາໃຫ້ໄດ້ໃນໄວໆນີ້ອີກດ້ວຍ, ດັ່ງທີ່ທ່ານພັນຄໍາໄດ້ຖະແຫຼງໃຫ້ການຢືນຢັນວ່າ:

“ລົດໄຟລາວ-ຈີນນີ້ ເປັນໂອກາດຂອງນັກທຸລະກິດລາວ-ຈີນ ເປັນໂອກາດຂອງນັກທຸລະກິດລາວ-ໄທ ຢ່າຊູມາຜິດກັນ ຕ້ອງຮ່ວມມືກັນ ວາງແຜນນໍາກັນ ຊິເຮັດແນວໃດທາງລົດໄຟມັນມາສຸດ ຢູ່ປະເທດລາວນີ້ ເຮົາຊິເຄື່ອນຕູ້ Container ແນວໃດ ຈາກລາວນີ້ຂ້າມໄປໜອງຄາຍ ເບື້ອງນັກທຸລະກິດໄທ ກໍຕ້ອງຈິງໃຈປຶກສາຫາລືກັນ ບໍ່ເອົາລັດ ເອົາປຽບກັນ ແນວນັ້ນມັນຈັງຢູ່ຮ່ວມກັນໄດ້ ມັນຈັງໄປນໍາກັນໄດ້ ຍັງຊິໄດ້ເວົ້າກັນຫຼາຍໂຕນີ້ນິເດ ຄັນວ່າເບື້ອງໄທກໍເອົາລັດເອົາປຽບລາວ ລາວກໍເອົາລັດເອົາປຽບໄທ ອັນນີ້ຂອງຂ້ອຍເດ ມັນບໍ່ແມ່ນວິໄສທັດແບບໃໝ່.”

ສ່ວນ ທ່ານສັກສະຫຍາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທຖະແຫຼງວ່າ ຄະນະກໍາມະການເພື່ອການຮ່ວມມື ທາງດ້ານລົດໄຟລະຫວ່າງໄທກັບຈີນໄດ້ຕົກລົງຮ່ວມກັນວ່າ ໄດ້ຕົກລົງຮ່ວມກັນວ່າຈະຈັດໃຫ້ມີກອງປະຊຸມສາມຝ່າຍລະຫວ່າງ ລາວ-ຈີນ-ໄທ ໃຫ້ໄດ້ໄວທີ່ສຸດ ເພື່ອຈັດຕັ້ງຄະນະປະຕິບັດງານຮ່ວມສາມຝ່າຍສໍາລັບຮັບຜິດຊອບໃນການປະສານງານກັນຢ່າງໃກ້ຊິດ ໂດຍແນ ໃສ່ການຮັບປະກັນໃຫ້ໄດ້ວ່າ ການດໍາເນີນງານຮ່ວມກັນໄດ້ເປັນໄປຕາມແຜນ ການທີ່ວາງໄວ້ໃນທຸກດ້ານ ໂດຍສະເພາະແມ່ນການເລັ່ງການກໍ່ສ້າງທາງລົດໄຟໃນໄທ ເພື່ອໃຫ້ສາມາດເຊື່ອມຕໍ່ກັບທາງລົດໄຟລາວ-ຈີນທີ່ນະຄອນຫຼວງວຽງຈັນ ໃຫ້ໄດ້ຕາມແຜນການເປົ້າໝາຍ ທີ່ວາງໄວ້ພາຍໃນທ້າຍປີ 2029 ເປັນຢ່າງຊ້ານັ້ນ.

ໂດຍການກໍ່ສ້າງທາງລົກໄຟຄວາມໄວສູງໃນໄທ ເພື່ອເຊື່ອມຕໍ່ລາວແລະຈີນຈະສໍາເລັດແລະເລີ້ມການເດີນລົດໄຟໄດ້ໃນປີ 2029 ທີ່ເຊື່ອມຕໍ່ຈາກເມືອງຄຸນໝິງ ແຂວງຢູນນານຂອງຈີນ ກັບນະຄອນຫຼວງວຽງຈັນ ແລະບາງກອກ, ໂດຍການກໍ່ສ້າງທາງລົດໄຟໃນໄທໄດ້ແບ່ງອອກເປັນສອງໄລຍະກໍຄື: ໄລຍະທີນຶ່ງທີ່ກໍາລັງກໍ່ສ້າງໃນປັດຈຸບັນນີ້ ເປັນການເຊື່ອມຕໍ່ຈາກບາງກອກ-ນະຄອນລາດຊະສີມາ (ໂຄລາດ), ສ່ວນໄລຍະທີສອງ ຈະເປັນການເຊື່ອມຕໍ່ຈາກໂຄລາດ-ໜອງຄາຍ ແລະກໍ່ສ້າງຂົວຂ້າມນໍ້າຂອງ ໄປເຊື່ອມຕໍ່ກັບນະຄອນຫຼວງວຽງຈັນ ເຊິ່ງຖືເປັນພາກສ່ວນນຶ່ງໃນແຜນການພັດທະນາປະເທດໄທໃຫ້ເປັນສູນກາງການເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງຢ່າງຄົບວົງຈອນຂອງອາຊຽນ ກັບລະບົບໂຄງຂ່າຍໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ (BRI) ຂອງລັດຖະບານຈີນ ໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ ການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກ ບາງກອກ-ໂຄລາດ-ໜອງຄາຍ ດັ່ງກ່າວ ມີໄລຍະທາງລວມ 608 ກິໂລແມັດ ໂດຍລັດຖະບານໄທລົງທຶນ 100 ເປີເຊັນ ກໍຄືຫຼາຍກວ່າ 13 ຕື້ໂດລາ ແລະວ່າຈ້າງກຸ່ມບໍລິສັດລົດ ໄຟແຫ່ງປະເທດຈີນເປັນທີ່ປຶກສາໃນໂຄງການ ໂດຍໄລຍະທີນຶ່ງ ຈາກບາງກອກມາຍັງໂຄລາດນັ້ນ ມີກໍານົດກໍ່ສ້າງສໍາເລັດແລ້ວໃນປີ 2026, ສ່ວນໄລຍະທີສອງ ຈາກໂຄລາດມາໜອງຄາຍທີ່ລວມເຖິງການກໍ່ສ້າງຂົວຂ້າມນໍ້າຂອງມາທີ່ນະຄອນ ຫຼວງວຽງຈັນດ້ວຍນັ້ນ ມີກໍານົດສໍາເລັດແລ້ວໃນປີ 2029.

ສ່ວນທາງລົດໄຟ ລາວ-ຈີນ ໃນລາວກໍເປັນສ່ວນພາກສ່ວນນຶ່ງ ໃນແຜນການ BRI ຂອງຈີນດ້ວນເຊັ່ນກັນ, ໂດຍລັດຖະບານລາວ-ຈີນ ໄດ້ມອບໝາຍໃຫ້ລັດວິສາຫະກິດລົດໄຟສອງຝ່າຍຮ່ວມກັນ ສ້າງຕັ້ງບໍລິສັດຮ່ວມທຶນລົດໄຟ ລາວ-ຈີນ ຂຶ້ນມາຮັບຜິດຊອບບໍລິຫານໂຄງການທັງໝົດ ໂດຍຝ່າຍລາວກັບຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີເຊັນຂອງມູນຄ່າລົງທຶນລວມ 37,450 ລ້ານ ຢວນ, ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟ ລາວ-ຈີນ ຮັບຜິດຊອບຮ່ວມກັນ, ສ່ວນອີກ 60 ເປີເຊັນນັ້ນ ກໍຮັບຜິດຊອບໂດຍບໍລິ ສັດຮ່ວມທຶນທາງລົດໄຟ ລາວ-ຈີນ ທີ່ໄດ້ກູ້ຢືມຈາກທະນາຄານຂອງລັດຖະບານຈີນ ສ່ວນລັດວິສາຫະກິດລົດໄຟລາວ ກໍກູ້ຢືມຈາກທະນາຄານຈີນ ເພື່ອປະກອບ ສ່ວນເປັນທຶນເລີ້ມຕົ້ນ 40 ເປີເຊັນ ໃນມູນຄ່າ 4,494 ລ້ານຢວນ ແລະຝ່າຍຈີນກໍປະກອບສ່ວນ 10,486 ລ້ານຢວນ, ສ່ວນບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ທີ່ຮັບຜິດຊອບຮ່ວມທຶນ 60 ເປີເຊັນຫຼື 22,470 ລ້ານຢວນນັ້ນ ມີ 4 ຫຸ້ນສ່ວນຄື: ບໍລິສັດລົງທຶນລົດໄຟບໍ່ຫານ-ວຽງຈັນ 40 ເປີເຊັນ, ລັດວິສາຫະກິດລົດ ໄຟແຫ່ງຊາດລາວ 30 ເປີເຊັນ, ບໍລິສັດລົງທຶນແຫ່ງຊາດຈີນ 20 ເປີເຊັນ ແລະບໍລິສັດລົງທຶນຢູນນານ 10 ເປີເຊັນຕາມລໍາດັບ.

XS
SM
MD
LG