ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນແຂວງຫຼວງພະບາງ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟ ໄດ້ຮັບເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງ ບໍ່ຄົບຕາມສັນຍາ ຈົນເຖິງປັດຈຸບັນນີ້


ເຮືອນໃໝ່ຫຼາຍຫຼັງກຳລັງປຸກສ້າງຢູ່ໃກບໍລິເວນທາງລົດໄຟລາວ-ຈີນ
ເຮືອນໃໝ່ຫຼາຍຫຼັງກຳລັງປຸກສ້າງຢູ່ໃກບໍລິເວນທາງລົດໄຟລາວ-ຈີນ

ປະຊາຊົນລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນແຂວງຫລວງພະບາງ ໄດ້ຮັບເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງທີ່ຖືກເວນຄືນນັ້ນ ບໍ່ຄົບຕາມສັນຍາ ຈົນເຖິງປັດຈຸບັນນີ້ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານວິໄລທອງ ມະນີວອນ ຮອງເຈົ້ານະຄອນຫຼວງພະບາງ ຖະແຫລງວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ໃນແຂວງຫຼວງພະບາງ 153 ຄອບຄົວ ໃນເຂດບ້ານພອນໄຊ ບ້ານໂນນສະຫວາດ ບ້ານຊຽງລ້ອມ ແລະບ້ານກົກງິ້ວ ໂດຍຖືກເວນຄືນທີ່ດິນ​ 240 ຕອນ ສິ່ງປູກສ້າງ 97 ຫຼັງ ດິນສວນ 127 ຕອນ ດິນນາ 37 ຕອນ ດິນປູກສ້າງ 68 ຕອນ ໜອງປາ 6 ໜອງ ແລະຕົ້ນໄມ້ຈຳນວນນຶ່ງ ຊຶ່ງທີ່ຜ່ານມາ ບໍລິສັດທາງລົດໄຟລາວ-ຈີນ ກໍໄດ້ຈ່າຍເງິນທົດແທນໃຫ້ປະຊາຊົນລາວ ທີ່ຖືກກະທົບດັ່ງກ່າວແລ້ວ ໃນມູນຄ່າ 60,893 ລ້ານກີບ ແຕ່ວ່າກໍຍັງເຫຼືອອີກ 5,880 ກວ່າລ້ານກີບ ທີ່ບໍ່ທັນໄດ້ຈ່າຍ ໃຫ້ກັບປະຊາຊົນລາວ ຕາມສັນຍາຈົນເຖິງປັດຈຸບັນນີ້ ທັງຍັງບໍ່ມີຄວາມແນ່ນອນດ້ວຍວ່າ ຈະມີການຈ່າຍເງິນທົດແທນຢ່າງຄົບຖ້ວຍເມື່ອໃດແທ້ ດັ່ງທີ່ທ່ານວິໄລທອງ ໄດ້ໃຫ້ການຢືນ ຢັນວ່າ:

“ຕັ້ງແຕ່ເລີ້ມການສ້າງທາງລົດໄຟເປັນຕົ້ນມາ ບັນດາພາກສ່ວນກ່ຽວຂ້ອງ ໄດ້ສົມທົບການລົງເກັບກຳຂໍ້ມູນ ເຮັດບົດບັນທຶຶກກັບປະຊາຊົນດ້ວຍຄວາມພໍໃຈທັງສອງຝ່າຍເປັນທີ່ຮຽບຮ້ອຍ ແລະໄດ້ເຮັດໜັງສືສະເໜີຄະນະປະສານງານໂຄງການທາງລົດໄຟ ເພື່ອຊ່ອຍປະສານງານກັບບໍລິສັດທາງລົດໄຟລາວ-ຈີນ ແລະບໍລິສັດຜູ້ຮັບເໝົາ ແລະໄດ້ເຫັນວ່າ ບໍ່ມີຄວາມຄືບໜ້າ ຍ້ອນບໍລິສັດບໍ່ໃຫ້ຄວາມຮ່ວມມື ເຮັດໃຫ້ປະຊາຊົນຍັງຄ່ອງຄອຍເງິນຊົດເຊີຍ.”

ທັງນີ້ໂຄງການທາງລົດໄຟລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວໃນເຂດ 13 ເມືອງຂອງແຂວງຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າ ກໍຍັງປາກົດມີການຊັກຊ້າໃນການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ທີ່ແຂວງຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ຈະມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະດເຂດນະຄອນວຽງຈັນ ຈະຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ ລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍ 1 ລ້ານ 3 ແສນກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍທີ່ລາຄາສະເລ່ຍ 137,000 ກີບຕໍ່ຕາແມັດຫຼືຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້ຂາຍຈິງໃນປັດຈຸບັນ.

ສ່ວນທ່ານອູ່ຕາແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມຄຸ້ມຄອງການລົງທຶນ ກະຊວງແຜນການແລະການລົງທຶນ ຖະແຫລງວ່າ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ກໍຄືພາກສ່ວນທີ່ໄດ້ຮັບສິດໃນການເປັນຜູ້ລົງທຶນພັດທະນາສະຖານີລົດໄຟ ແລະເຂດທີ່ຕໍ່ເນື່ອງກັບສະຖານີລົດໄຟ 4 ແຫ່ງ ກໍຄືສະຖານີນະຄອນວຽງຈັນ ສະຖານີວັງວຽງ ສະຖານີຫຼວງພະບາງ ແລະສະຖານີເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນສະຖານີຂະໜາດໃຫຍ່ທີ່ມີຄວາມສຳຄັນທັງໃນດ້ານການຂົນສົ່ງ-ໂດຍສານ ການຄ້າ ການລົງທຶນ ການທ່ອງທ່ຽວ ແລະການບນໍລິກາສນ ຢ່າງຄົບວົງຈອນ ໂດຍພື້ນທີ່ໃນເຂດສະຖານີລົດໄຟທັງ 4 ແຫ່ງດັ່ງກ່າວ ບໍ່ໄດ້ລວມຢູ່ໃນມູນຄ່າການລົງທຶນກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ກໍໃຫ້ຖືເປັນສິດຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ພຽງຜູ້ດຽງທີ່ຈະເກັບເອົາຜົນປະໂຫຍດ ຈາກການພັດທະນາພື້ນທີ່ຕໍ່ເນື່ອງກັບສະຖານີລົດໄຟ ທັງ 4 ແຫ່ງນັ້ນ ແຕ່ຈະຕ້ອງຊຳລະຄ່າທົດແທນທີ່ດິນແລະສິ່ງປູກສ້າງທີ່ຈະຖຶືກເວນຄືນ ຕາມກົດໝາຍໃນລາວ ຢ່າງຄົບຖ້ວນດ້ວຍ.

ທັງນີ້ ບັນດາບໍລິສັດຈີນ ກໍຄືກຸ່ມລົງທຶນທີ່ຄຸມສຳປະທານໂຄງການຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ຈາກບໍ່ເຕັນມານະຄອນວຽງຈັນ ເຊັ່ງໂຄງການພັດທະນາເມືອງໃໝ່ ວັງວຽງແຂວງວຽງຈັນດ້ວຍເງິນນລົງທຶນລວມ 5,000 ລ້ານໂດລາ ເພື່ອພັດທະນາພື້ນທີ່ 7,000 ເຮັກຕາ ດ້ານຝັ່ງຕາເວັນຕົກຂອງນ້ຳຂອງ ໃຫ້ເປັນເຂດບໍລິການ ແລະທ່ອງທ່ຽວຄົບວົງຈອນ ສ່ວນຢູ່ແຂວງອຸດົມໄຊ ກໍໄດ້ລົງທຶນໃນພາກກະສິກຳ ພາກບໍລິກສານ ແລະທ່ອງທ່ຽວ ລວມເຖິງການພັດທະ ນາລະບົບ Logistic ເພື່ອເຊື່ອມຕໍ່ລາວ-ຈີນ ຢ່າງຄົບວົງຈອນ.

XS
SM
MD
LG