ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິສາຫະກິດທາງລົດໄຟ ລາວ-ຈີນ ໄດ້ຈ່າຍເວນຄືນທີ່ດິນ ໃຫ້ກັບປະຊາຊົນທີ່ຖືກກະທົບໄປແລ້ວສ່ວນນຶ່ງ


ນຶ່ງໃນອຸໂມງຫລາຍໆແຫ່ງຂອງເສັ້ນທາງລົດໄຟລາວ-ຈີນແຕ່ຄຸນໝິງຫາວຽງຈັນ.
ນຶ່ງໃນອຸໂມງຫລາຍໆແຫ່ງຂອງເສັ້ນທາງລົດໄຟລາວ-ຈີນແຕ່ຄຸນໝິງຫາວຽງຈັນ.

ວິສາຫະກິດທາງລົດໄຟ ລາວ-ຈີນ ໄດ້ຈ່າຍເວນຄືນທີ່ດິນ ແລະສິ່ງປຸກສ້າງຕ່າງໆໃຫ້ກັບປະຊາຊົນທີ່ຖືກກະທົບໃນແຂວງຫລວງນໍ້າທາໄດ້ແລ້ວ 85 ເປີເຊັນ, ສ່ວນ 15 ເປີເຊັນທີ່ເຫລືອ ກໍ່ຈະໄດ້ຮັບການຊົດເຊີຍໃນໄວໆນີ້.

ທ່ານ ຈັນທະຈອນ ແກ້ວນະຄອນ ຜູ້ປະສານງານ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ທີ່ແຂວງຫລວງນໍ້າທາຖະແຫລງວ່າ ວິສາຫະກິດຮ່ວມທຶນທາງລົດໄຟລາວ-ຈີນ ໄດ້ຈ່າຍເງິນຄ່າເວນຄືນທີ່ດິນ ແລະສິ່ງປຸກສ້າງຕ່າງໆໃຫ້ກັບປະຊາຊົນລາວທີ່ຖືກກະທົບຈາກໂຄງການສະເພາະທີ່ຢູ່ໃນເຂດແຂວງຫລວງນໍ້າທາໄດ້ແລ້ວ 269 ຄອບຄົວ ເຊິ່ງຄິດເປັນເງິນ 85 ເປີເຊັນ ຂອງຈໍານວນຄອບຄົວທີ່ຖືກກະທົບທັງຫມົດໃນແຂວງນີ້ ຈຶ່ງຍັງເຫລືອອີກພຽງແຕ່ 48 ຄອບຄົວຫລື 15 ເປີເຊັນເທົ່ານັ້ນ ທີ່ບໍ່ທັນໄດ້ຮັບຄ່າຊົດເຊີຍຈົນເຖິງເວລານີ້ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດທີ່ເກີດການຊັກຊ້າຫລາຍຂັ້ນຕອນທັ້ງໃນດ້ານລະບຽບກົດຫມາຍ, ການປະເມີນລາຄາທີ່ດິນ ແລະສິ່ງປຸກສ້າງຕ່າງໆ ລວມເຖິງການເຈລະຈາກັບປະຊາຊົນທີ່ຖືກກະທົບດ້ວຍນັ້ນ ຈຶ່ງເຮັດໃຫ້ເກີດການຊັກຊ້າໃນໄລຍະທີ່ຜ່ານມາ ດັ່ງທີ່ທ່ານ ຈັນທະຈອນ ໄດ້ໃຫ້ການອະທິບາຍວ່າ:

“ສໍາຫລັບແຂວງພວກເຮົານີ້ກະບໍ່ມີນະປະຊາຊົນບໍ່ພໍໃຈຫັ້ນເນາະ ຜ່ານມາຫັ້ນນະ ມີແຕ່ເຂົາບໍ່ພໍໃຈບ່ອນວ່າ ເງິນມາຊ້າຫັ້ນ ຖ້າວ່າເງິນມາຮອດແລ້ວ ການໂອນເຂົ້າບັນຊີທະນາຄານຫຍັງຕ່າງໆກະເຮັດຕາມປຶ້ມຄູ່ມືຫັ້ນ ກະບໍ່ມີໃຜຂັດຂ້ອງຫຍັງເນາະ ທຸກກີບກະເຖິງມືປະຊາຊົນ, ຮ້ອຍສ່ວນຮ້ອຍກະເປັນການໂປ່ງໃສດີທີ່ສຸດ ສໍາຫລັບໂຄງການທາງລົດໄຟນີ້ ຖືວ່າບໍ່ມີບັນຫາວ່າຊັ້ນສາ ສໍາຫລັບແຂວງພວກເຮົາເນາະ ຄ່ອນຂ້າງຢູ່ໃນລາຄາທີ່ວ່າເຫມາະສົມຫັ້ນລະ ສໍາຫລັບແຂວງພວກເຮົາຖືວ່າພໍໃຈຫັ້ນລະເນາະ ພຽງແຕ່ວ່າເງິນຫັ້ນ ບາງເທື່ອມັນມາຊ້າຫນ້ອຍນຶ່ງ ບໍ່ໄດ້ຕາມຄວາມຕ້ອງການເຂົາເຈົ້າຫັ້ນຫນາ.”

ໂດຍການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ໃນແຂວງຫລວງນໍ້າທາ ທີ່ມີໄລຍະທາງຍາວ 16,9 ກິໂລແມັດ, ຈະແລ້ວເສັດທັງ 100 ເປີເຊັນ ໃນໄວໆນີ້ ເຊິ່ງລວມເຖິງການກໍ່ສ້າງສະຖານີລົດໄຟຂະຫນາດນ້ອຍ ຢູ່ທີ່ບ້ານນາເຕີຍ, ການກໍ່ສ້າງສະຖານີລົດໄຟຂະຫນາດໃຫຍ່ ຢູ່ທີ່ດ່ານບໍ່ເຕັນ ແລະການກໍ່ສ້າງອຸໂມງ ເຊື່ອມຕໍ່ຈາກຊາຍແດນຈີນເຂົ້າມາໃນລາວດ້ວຍນັ້ນ ຈຶ່ງຖືເປັນຄວາມຄືບຫນ້າແລະຮັບປະກັນວ່າການ ເປີດການເດີນລົດໄຟ ລາວ-ຈີນ ຂະບວນປະຖົມມະເລີກ ລະຫວ່າງເມືອງຄຸນຫມິງກັບນະຄອນວຽງຈັນນັ້ນ ຈະສາມາດດໍາເນີນການໄດ້ຕາມແຜນການທີ່ລັດຖະບານລາວ ແລະຈີນໄດ້ຮ່ວມກັນກໍາຫນົດເອົາໄວ້ຢ່າງແນ່ນອນ ກໍ່ຄືໃນວັນຊາດລາວທີ 2 ທັນວາ ທີ່ຈະເຖິງນີ້.

ແຕ່ຢ່າງໃດກໍ່ຕາມ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຈໍານວນ 4,411 ຄອບຄົວໃນ 13 ເມືອງ ໃນແຂວງຫລວນໍ້າທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນໂດຍມີທີ່ດິນຖືກກະທົບເຖິງ 3,832 ເຮັກຕາ, ສິ່ງປຸກສ້າງ 3,346 ຫລັງ, ຕົ້ນໄມ້ຕ່າງໆ ແລະໄມ້ກິນຫມາກລວມກັນກວ່າ 1 ລ້ານຕົ້ນ ໂດຍການຊົດເຊີຍຄ່າທີ່ດິນ ໃນເຂດແຂວງຫລວງນໍ້າທາ, ອຸດົມໄຊ ແລະຫລວງພະບາງມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ, ສ່ວນແຂວງວຽງຈັນແລະນະຄອນຫລວງວຽງຈັນນັ້ນໄດ້ຄ່າຊົດເຊີຍທີ່ດິນລະຫວ່າງ 15,000-137,000 ກີບຕໍ່ຕາແມັດຕາມລໍາດັບ.

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ໄດ້ສະເຫນີບົດລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງມີການຊື້ຂາຍຕົວຈິງທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ, ຫາກແຕ່ກໍ່ປະກົດວ່າປະຊາຊົນລາວກັບໄດ້ຮັບການຊົດເຊີຍພຽງແຕ່ 137,000 ກີບຕໍ່ຕາແມັດ ເຊິ່ງຄິດເປັນ 10 ເປີເຊັນ ເທົ່ານັ້ນຂອງລາຄາຊື້-ຂາຍທີ່ດິນຕົວຈິງຢູ່ໃນເຂດດັ່ງກ່າວ.

ນອກຈາກນີ້ ກະຊວງແຮງງານ ແລະສະຫວັດດີການສັງຄົມກໍ່ລາຍງານວ່າ ໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ມີການຈ້າງງານຫລາຍກວ່າ 50,000 ຄົນ, ຫາກແຕ່ກໍ່ປະກົດວ່າ ມີແຮງງານລາວ 5,000 ກວ່າຄົນຫລືຄິດເປັນພຽງແຕ່ 10 ເປີເຊັນ ເທົ່ານັ້ນທີ່ໄດ້ຖືກວ່າຈ້າງໃຫ້ເຮັດວຽກໃນໂຄງການ. ສ່ວນນອກນັ້ນກໍ່ລ້ວນແຕ່ເປັນແຮງງານຈີນທີ່ຊ່ຽວຊານງານດ້ານລົດໄຟເປັນຢ່າງດີ ທັ້ງກໍ່ຍັງຈະສືບຕໍ່ປະຕິບັດງານຢູ່ໃນວິສາຫະກິດຮ່ວມທຶນທາງລົດໄຟ ລາວ-ຈີນ ໃນລາວອີກຫລາຍກວ່າ 6,000 ຄົນ, ສ່ວນແຮງງານລາວທີ່ຜ່ານການຝຶກອົບຮົມດ້ານເຕັກນິກລົດໄຟ ແລະພາສາຈີນນັ້ນ ຈະໄດ້ຮັບການວ່າຈ້າງໃນຈໍານວນ 600 ກວ່າຄົນ.

ທັ້ງນີ້, ທາງລົດໄຟ ລາວ-ຈີນ ໃນລາວ ທີ່ເຊື່ອມຕໍ່ຈາກບໍ່ເຕັນມາ ນະຄອນວຽງຈັນ ຈະຕ້ອງໄດ້ຂຸດເຈາະແລະກໍ່ສ້າງອຸໂມງ 75 ແຫ່ງກັບຂົວ 163 ແຫ່ງ ໃນຕະຫຼອດເສັ້ນທາງ ທີ່ມີໄລຍະທາງຍາວກວ່າ 414 ກິໂລແມັດ, ຈຶ່ງເຮັດໃຫ້ຕ້ອງນໍາໃຊ້ເງິນທຶນເກືອບເຖິງ 6,000 ລ້ານໂດລາ ທີ່ເປັນການຮ່ວມທຶນລະຫວ່າງທາງການລາວ-
ຈີນ ໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີເຊັນ. ໂດຍການດໍາເນີນງານນັບແຕ່ທ້າຍປີ 2016 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ໄດ້ຄືບຫນ້າໄປແລ້ວຫລາຍກວ່າ 90 ເປີ ເຊັນຂອງແຜນການ, ຈຶ່ງເຮັດໃຫ້ສະພາບໍລິຫານຂອງບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ຫມັ້ນໃຈວ່າຈະສາມາດເປີດການເດີນລົດໄຟຂະບວນປະຖົມມະເລີກໄດ້ໃນວັນທີ 2 ທັນວາ 2021 ຢ່າງແນ່ນອນ.

XS
SM
MD
LG