ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນແຂວງຫລວງນ້ຳທາ ເກີດມີບັນຫາຊັກຊ້າ ເກີນກວ່າ 2 ເດືອນ ຍ້ອນ ໂຄວິດ-19


ການກໍ່ສ້າງທາງລົດໄຟລາ-ຈີນ ໃນແຂວງຫລວງນ້ຳທາ
ການກໍ່ສ້າງທາງລົດໄຟລາ-ຈີນ ໃນແຂວງຫລວງນ້ຳທາ

ການກໍ່ສ້າງທາງລົດໄຟລາ-ຈີນ ໃນແຂວງຫລວງນ້ຳທາ ເກີດມີບັນຫາຊັກຊ້າເກີນກວ່າ
2 ເດືອນເພາະການລະບາດຂອງໄວຣັສ ໂຄວິດ-19 (Covid-19) ເຮັດໃຫ້ແຮງງານຈີນ
ບໍ່ສາມາດເຮັດວຽກໄດ້ຕາມປົກກະຕິ.


ທ່ານຈັນທະຈອຮນ ແກ້ວລະຄອນ ຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນ
ແຂວງຫລວງນ້ຳທາ ຖະແຫລງຢືນຢັນວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນແຂວງ
ຫວງນ້ຳທາງໄດ້ເກີດມີບັນຫາຊັກຊ້າເປັນເວລາເກີນກວ່າ 2 ເດືອນມາແລ້ວ ໂດຍມີສາ
ເຫດມາຈາກການລະບາດຂອງໄວຣັສສາຍພັນໃໝ່ Covid-19 ຊຶ່ງເຮັດໃຫ້ບັນດາແຮງ
ງານຊາວ ຈີນທີ່ໄດ້ພາກັນເດີນທາງກັບຄືນໄປປະເທດ ເພື່ອສະເຫລີມສະຫລອງບຸນປີ
ໃໝ່-ກຸດຈີນ ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ ບໍ່ສາມາດເດີນທາງກັບມາລາວ
ໄດ້ຕາມປົກກະຕິ ເພາະຕ້ອງປະຕິບັດຕາມມາດຕະການຫ້າມເດີນທາງຂອງລັດຖະບານ
ຈີນ ໃນໄລຍະທີ່ມີການລະບາດຂອງເຊື້ອໄວຣັສ Covid-19 ໃນຈີນ ສ່ວນແຮງງານ ທີ່
ກັບຄືນມາລາວແລ້ວນັ້ນ ກໍຕ້ອງຖືກກັກບໍລິເວນເພື່ອເຝົ້າລະວັງແລະເບິ່ງອາການເປັນ
ເວລາ 14 ວັນ ເພາະສະນັ້ນ ຈຶ່ງກະທົບຕໍ່ການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍກົງ
ດັ່ງທີ່ທ່ານຈັນທະຈອນ ຢືນຢັນວ່າ:

ເບື້ອງຕົ້ນນີ້ເນາະ ວິຊາການຈີນ ກໍຄືກຳມະການ ແລະພາກສ່ວນຕ່າງໆ ເຂົ້າເຈົ້າ ກະ
ກັບໄປກິນກຸດຈີນ ເດືອນ 1 ຫັ້ນເນາະ ແລ້ວພໍດີ ໄປຖືກ Covid ລະບາດນີ້ ກະເລີຍວ່າ
ບໍ່ໄດ້ກັບມາ ສະນັ້ນແລ້ວ ກໍມາຮອດຕົ້ນເດືອນ 3 ນີ້ ແຫລະ ຫາກະເລີ້ມໄດ້ກັບມາ
ແຜນເຂົາເຈົ້ານີ້ ສິກັບມາຕົ້ນເດືອນສອງເນາະແຕ່ວ່າ ກ່ອນຈະອອກມາໄດ້ນີ້ນ່ະ ທາງ
ຝ່າຍຈີນ ໄດ້ກັກໄວ້ກວດຫາເຊື້ອກ່ອນ ຖ້າວ່າບໍ່ພົບເຊື້ອແລ້ວ ເຂົາເຈົ້າ ຈຶ່ງປ່ອຍອອກ
ມາກໍ່ສ້າງທາງລົດໄຟ ວຽກພວກເຮົານີ້ ຈຶ່ງຊ້າໄປແລ້ວຊ່ວງ 2 ເດືອນມາແລ້ວ.”

ກ່ອນໜ້ານີ້ ການກໍ່ສ້າງທາງລົດໄຟໃນແຂວງຫລວງນ້ຳທາ ກໍໄດ້ປະສົບກັບບັນຫາ
ຊັກຊ້າມາແລ້ວ ເປັນເວລາເຖິງ 5 ເດືອນ ເພາະການກໍ່ສ້າງອຸໂມງທີ່ຊາຍແດນຈີນ
ຕ້ອງທຳການສຶກສາວິໄຈເພື່ອຄົ້ນຫາວິທີການປ້ອງກັນຜົນກະທົບ ຈາກແຮ່ເກືອ
ດັ່ງກ່າວ ໂດຍເພາະແມ່ນ ການອອກແບບກໍ່ສ້າງໃໝ່ ແລະການຈັດຫາວັດສະດຸ
ແບບພິເສດທີ່ທົນຕໍ່ສະພາບແວດລ້ອມທີ່ເປັນນ້ຳເກືອນັ້ນ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນເຂດແຂວງຫລວງນ້ຳທາ ມີໄລຍະທາງ
ຍາວທັງໝົດ 16.9 ກິໂລແມັດ ປະກອບມີ 2 ສະຖານີ ຄື ສະຖານີບໍ່ເຕັນແລະສະຖານີ
ນາເຕີຍ ແລະຕ້ອງກໍ່ສ້າງອຸໂມງ 3 ແຫ່ງຄື ອຸໂມງບໍ່ເຕັນ ອຸໂມງຕີນຕຳກ ແລະອຸໂມງ
ມິດຕະພາບ ລາວ-ຈີນ ມີຄວາມຍາວລວມ ກັນເຖິງ 10,051.5 ແມັດ ໂດຍກໍ່ສ້າງສຳ
ເລັດແລ້ວ 2 ແຫ່ງ ຄືອຸໂມງບໍ່ເຕັນ ກັບອຸໂມງຕີນຕົກ ຈຶ່ງຍັງເຫຼືອພຽງອຸໂມງມິດຕະພາບ
ລາວ-ຈີນ ທີ່ຈະດຳເນີນການກໍ່ສ້າງໄປພ້ອມກັບການຕິດຕັ້ງລາງລົດໄຟ ແລະລະບົບ
ໄຟຟ້າເພື່ອຕອບສະໜອງໃຫ້ກັບລົດໄຟໃຫ້ແລ້ວເສັດຕາມແຜນການທີ່ວາງໄວ້ ກໍຄື
ການເປີດເດີນລົດໄຟເຊື່ອມຕໍ່ ລາວ-ຈີນ ໃຫ້ໄດ້ໃນວັນຊາດທີ 2 ທັນວາ 2021
ນັ້ນເອງ.

ສ່ວນທ່ານແທ່ນຄຳ ທອງບົນ ຫົວໜ້າຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ຖະ
ແຫລງວ່າ ການທົດແທນຄ່າທີ່ດິນກັບສິ່ງປູກສ້າງຕ່າງໆ ທີ່ຖືກເວນຄືນໃນການກໍ່ສ້າງ
ທາງລົດໄຟ ລາວ-ຈີນ ຈະຕ້ອງນຳໃຊ້ເງິນທຶນລວມທັງໝົດ 2,492 ຕື້ກີບ ຫາກແຕ່ວ່າ
ໃນໄລຍະທີ່ຜ່ານມາທາງການລາວ ກໍສາມາດຈ່າຍເງິນທົດແທນໃຫ້ກັບປະຊາຊົນ
ລາວ ໄດ້ໃນມູນຄ່າ 369 ຕື້ກີບ ຊຶ່ງຄິດເປັນສັດສ່ວນພຽງແຕ່ 20.4 ເປີເຊັນ ເທົ່ານັ້ນ
ຂອງມູນຄ່າທົດແທນທັງໝົດ ສ່ວນໃນປີ 2019 ໄດ້ວາງແຜນຈ່າຍຄ່າທົນແທນໃຫ້ໄດ້
450 ຕື້ກີບ ແຕ່ກໍ່ຈ່າຍໄດ້ຕົວຈິງພຽງ 134 ຕຶ້ກີບ ແລະໃນປີ 2019 ລັດຖະບານລາວ ກໍຕ້ອງຈັດຫາເງິນທຶນອີກ 1,356 ຕື້ກີບເພື່ອຈ່າຍຄ່າທົດແທນໃຫ້ກັບປະຊາຊົນລາວ
ໃນສ່ວນທີ່ເຫລືອໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທັງນີ້ ໂຄງການທາງລົດໄຟລາວ-ຈີນ ກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວ ໃນ
ແຂວງ ຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ວຽງຈັນ ແລະນະຄອນວຽງຈັນ ໂດຍ
ມີທີ່ດິນຈະຕ້ອງຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫລັງ ແລະຕົ້ນໝາກ
ໄມ້ຕ່າງໆ ກວ່າ 1 ລ້ານຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນທີ່ດິນ (Land Information
Working Group) ອົງການບໍ່ຂຶ້ນກັບລັດຖະບານໃນລາວ ລາຍງານວ່າ ມີການທົດ
ແທນຕ່ຳກວ່າຄວາມເປັນຈິງ ເຖິງ 10 ເທົ່າ ເຊັ່ນທີ່ດິນທີ່ຢູ່ໃນເຂດເມືອງນາຊາຍທອງ
ນະຄອນວຽງຈັນ ທີ່ມີການຊື້ຂາຍທີ່ເປັນຈິງໃນລາຄາສະເລ່ຍ 1.3 ລ້ານກີບ ຫາກແຕ່
ໄດ້ມີການປະເມີນຄ່າທົດແທນຕົວຈິງພຽງແຕ່ 137,000 ກີບຕໍ່ຕາແມັດເທົ່ານັ້ນ.

XS
SM
MD
LG