ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໃນ​ແຂວງ ຫຼວງ​ນ້ຳ​ທາ ເກີດ​ບັນ​ຫາ​ຊັກ​ຊ້າ ເພາະ​ມີ​ແຫຼ່ງ​ແຮ່​ເກືອ ຂວາງ​ກັ້ນ ​ການ​ເຈາະ​ອຸ​ໂມງ​


ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ທາງ​ລົດ​ໄຟ ລາວ-ຈີນ.
ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ທາງ​ລົດ​ໄຟ ລາວ-ຈີນ.

ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໃນ​ແຂວງຫຼວງ​ນ້ຳ​ທາ ເກີດ​ບັນ​ຫາ​ຊັກ​ຊ້າ​ເປັນ​ເວ​ລາ 5 ເດືອນ ເພາະ​ມີ​ແຫຼ່ງ​ແຮ່​ເກືອ​ຂະ​ໜາດ​ໃຫຍ່​ຂວາງ​ກັ້ນ​ການ​ເຈາະ​ອຸ​ໂມງ​ຢູ່​ທີ່​ຊາຍ​ແດນ​ຕິດ​ຕໍ່ ລາວ ກັບ ຈີນ.


ທ່ານ ຈ​ັນ​ທະ​ຈອນ ແກ້ວ​ລະ​ຄອນ ຫົວ​ໜ້າ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ລາວ-ຈີນ ຢູ່​ໃນ​ແຂວງຫຼວງ​ນ້ຳ​ທາ ຖະ​ແຫຼງ​ຢືນ​ຢັນ​ວ່າ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຢູ່​ໃນ​ແຂວງຫຼວງ​ນ້ຳ​ທາ ຈະ​ແລ້ວ​ສຳ​ເລັດ​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ຢ່າງ​ແນ່ນອນ ໂດຍ​ເຖິງ​ແມ່ນ​ວ່າ​ການ​ກໍ່​ສ້າງ​ຕ້ອງ​ປະ​ສົບ​ກັບ​ບັນ​ຫາ​ຊັກ​ຊ້າ​ເປັນ​ເວ​ລາ​ເຖິງ 5 ເດືອນ​ເພາະ​ການ​ກໍ່​ສ້າງ​ອຸ​ໂມງ​ຢູ່​ທີ່​ຊາຍ​ແດນ​ຕິດ​ຕໍ່​ລະ​ຫວ່າງ ລາວ ກັບ ຈີນ ນັ້ນ​ໄດ້​ເຈາະ​ພົບ​ແຫຼ່ງ​ແຮ່​ເກືອ​ຂະ​ໜາດ​ໃຫຍ່ ຈຶ່ງ​ເຮັດ​ໃຫ້​ບໍ​ລິ​ສັດ​ຮັບ​ເຫມົາ​ກໍ່​ສ້າງ​ຈາກ ຈີນ ຕ້ອງ​ທຳ​ການ​ສຶ​ສາ​ວິ​ໄຈ​ເພື່ອ​ຄົ້ນ​ຫາ​ວິ​ທີ​ການ​ປ້ອງ​ກັນ​ບັນ​ຫາ​ດັ່ງ​ກ່າວ ໂດຍ​ມາ​ຮອດ​ປັດ​ຈຸ​ບັນ ກໍ​ສາ​ມາດ​ດຳ​ເນີນ​ການ​ກໍ່​ສ້າງ​ໄດ້​ຕາມ​ປົກ​ກະ​ຕິ​ແລ້ວ ດັ່ງ​ທີ່​ທ່ານ ຈັນ​ທະ​ຈອນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ການ​ກໍ່​ສ້າງນີ້​ຈຸດ​ອື່ນ​ຖື​ວ່າ​ລາບ​ລື່ນ​ດີ​ເນາະ ສະ​ເພາະ​ແຂວງ​ເຮົາ ແຕ່​ວ່າ​ມີ​ອຸ​ໂມງ​ມິ​ຕະ​ພາບ​ຢູ່​ຊາຍ​ແດນ​ລະ​ຫວ່າງ ລາວ-ຈີນ ພວກ​ເຮົາ​ເຈາະ​ໄປ​ປະ​ມານ 1,300 ແມັດ​ແລ້ວ​ກະ​ເຈາະ​ຖືກ​ສາຍ​ເກືອ ກໍ​ຄືບໍ່​ເກືອ ກະ​ເຮັດ​ໃຫ້​ຊັກ​ຊ້າ​ເພາະ​ວ່າ​ຕ້ອງ​ໄດ້​ອອກ​ແບບ​ໃໝ່ ແລ້ວ​ກະ​ສັ່ງ​ວັດ​ສະ​ດຸ​ແບບ​ພິ​ເສດ​ຫັ້ນ​ນະ​ມາ​ໃສ່ ເພາະ​ວ່າ​ນ້ຳ​ເກືອ​ກັບ​ເຫຼັກ​ມັນ​ບໍ່​ເຂົ້າ​ກັນ ສະ​ນັ້ນ​ທາງວິ​ຊາ​ການ​ທາງ ຈີນ ກໍ​ສົມ​ທົບ​ກັບ​ຝ່າຍ​ໄທ​ເຮົາ ແລ້ວ​ກະ​ຄົ້ນ​ຄວ້າ ແລ້ວ​ໄດ້​ອອກ​ແບບ​ໃໝ່​ຈຸດ​ດັ່ງ​ກ່າວ​ຫັ້ນ ສັ່ງ​ວັດ​ສະ​ດຸ​ພິ​ເສດ​ມາ​ໃສ່ ຫາ​ກໍ່​ໄດ້​ເລີ່ມ​ລົງ​ມື​ກໍ່​ສາງ​ຫວ່າງ 2-3 ເດືອນຫຼັງ​ນີ້ ຖື​ວ່າ​ໄດ້​ພັກ​ມາ​ເກືອບ 4-5 ເດືອນ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້​ກະ​ກໍ່​ສ້າງ​ໄປ​ປົກ​ກະ​ຕິ."

ໂດຍ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຢູ່​ໃນ​ເຂດ​ແຂວງຫຼວງ​ນ້ຳ​ທາ ມີ​ໄລ​ຍະ​ທາງ​ຍາວ​ທັງ​ໝົດ 16.9 ກິ​ໂລ​ແມັດ ປະ​ກອບ​ມີ 2 ສະ​ຖາ​ນີ​ຄື ສະ​ຖາ​ນີ ບໍ່​ເຕັນ ແລະ ສະ​ຖາ​ນີ ນາ​ເຕີຍ ແລະ ຕ້ອງ​ກໍ່​ສ້າງ​ອຸ​ໂມງ 3 ແຫ່ງ​ຄື​ອຸ​ໂມງບໍ່​ເຕັນ, ອຸ​ໂມງ​ຕີນ​ຕົກ ແລະ ອຸ​ໂມງ​ມິດ​ຕະ​ພາບ ລາວ-ຈີນ ມີ​ຄວາມ​ຍາວ​ລວມ​ກັນ​ເຖິງ 10,051.5 ແມັດ ໂດຍ​ກໍ່​ສ້າງ​ແລ້ວ​ສຳ​ເລັດແລ້ວ 2 ແຫ່ງ​ຄື​ອຸ​ໂມງ ບໍ່​ເຕັນ ກັບ ອຸ​ໂມງ​ຕີນ​ຕົກ ຈຶ່ງ​ຍັງ​ເຫຼືອ​ພຽງ​ອຸ​ໂມງ​ມິດ​ຕະ​ພາບ ລາວ-ຈີນ ທີ່​ຈະ​ດຳ​ເນີນ​ການ​ກໍ່​ສ້າງ​ໄປ​ພ້ອມ​ກັບ​ການ​ຕິດ​ຕັ້ງ​ລາງ​ລົດ​ໄຟ ແລະ ລະ​ບົບ​ໄຟ​ຟ້າ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ກັບ​ລົດ​ໄຟ​ໃຫ້​ແລ້ວ​ສຳ​ເລັດ​ຕາມ​ແຜນກ​ານ​ທີ່​ວາງ​ໄວ້ ກໍ​ຄື​ການ​ເປີດ​ເດີນ​ລົດ​ໄຟ​ເຊື່ອມ​ຕໍ່ ລາວ-ຈີນ ໃຫ້​ໄດ້​ໃນ​ວັນ​ຊາດ​ລາວ​ທີ 2 ທັນ​ວາ 2021 ນັ້ນ​ເອງ.

ສ່ວນ​ທ່ານ ແທ່ນ​ຄຳ ທອງ​ບົນ ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ທາງ​ລົດ​ໄຟ ລາ​ວ-ຈີນ ຖະ​ແຫຼງວ່າ​ການ​ທົດ​ແທນ​ຄ່າ​ທີ່​ດິນ​ກັບ​ສິ່ງ​ປູກ​ສ້າງ​ຕ່າງໆ​ທີ່​ຖືກ​ເວນ​ຄືນ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຈະ​ຕ້ອງ​ນຳ​ໃຊ້​ເງິນ​ທຶນ​ລວມ​ທັງ​ໝົດ 2,492 ຕື້​ກີບ ຫາກ​ແຕ່​ວ່າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ທາງ​ການ ລາວ ກໍ​ສາ​ມາດ​ຈ່າຍ​ເງິນ​ທົດ​ແທນ​ໃຫ້​ກັບ​ປະ​ຊາ​ຊົນ ລາວ ໄດ້​ໃນ​ມູນ​ຄ່າ 369 ຕື້​ກີບ ຊຶ່ງ​ຄິດ​ເປັນ​ສັດ​ສ່ວນ​ພຽງ​ 20.4 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ມູນ​ຄ່າ​ທົດ​ແທນ​ທັງ​ຫມົດ ສ່ວນ​ໃນ​ປີ 2019 ໄດ້​ວາງ​ແຜນ​ຈ່າຍ​ທົດ​ແທນ​ໃຫ້​ໄດ້ 450 ຕື້​ກີບ ຫາກ​ແຕ່​ກໍ​ສາ​ມາດ​ຈ່າຍ​ໄດ້​ຈິງ​ພຽງ​ແຕ່ 134 ຕື້​ກີບ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ທາງ​ການ ລາວ ຄາດ​ວ່າ ຈະ​ສາ​ມາດ​ຈ່າຍ​ເງິນ​ທົດ​ແທນ​ໃຫ້​ກັບ​ປະ​ຊາ​ຊົນ ລາວ ໄດ້​ໃນ​ມູນ​ຄ່າ​ລວມ 1,136 ຕື້​ກີບ​ໃນ​ນີ້​ກໍ​ລວມ​ເງິນ​ສົມ​ທົບ​ຈາກ​ບໍ​ລິ​ສັດ​ລົດ​ໄຟ ລາວ-ຈີນ 200 ຕື້​ກີບ ແລະ ເງິນ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ ຈີນ 317 ຕື້​ກີບ ສຳ​ລັບ​ການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່​ໃຫ້​ກັບ​ປະ​ຊາ​ຊົນ ລາວ ທີ່​ຖືກ​ເວນ​ຄືນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ແລ້ວ​ນັ້ນ ຊຶ່ງ​ຖ້າ​ຫາກວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ໄປ​ຕາມ​ແຜນ​ການ​ດັ່ງ​ກ່າວ ກໍ​ໝາຍ​ຄວາມ​ວ່າ​ລັດ​ຖ​ະ​ບານ ລາວ ຍັງ​ຈະ​ຕ້ອງ​ຈັດ​ຫາ​ເງິນ​ທຶນ​ອີກ 1,356 ຕື້​ກີບ ເພື່ອ​ທົດ​ແທນ​ໃຫ້​ກັບ​ປະ​ຊາ​ຊົນໃນ​ສ່ວນ​ທີ່​ເຫຼືອ ຊຶ່ງ​ໃນ​ນີ້​ລັດ​ຖະ​ບານ ລາວ ກໍ​ໄດ້​ຈັດ​ສັນ​ຈາກ​ງົບ​ປະ​ມານ​ປີ 2020 ມູນ​ຄ່າ 400 ຕື້​ກີບ ແລະ ການ​ຈຳ​ໜ່ວຍ​ພັນ​ທະ​ບັດ​ລັດ​ຖະ​ບານ 956 ຕື້​ກີບ.

ໂຄງ​ການ​ທາງ​ລົດ​ໄຟ ລາວ-ຈີນ ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 4,411 ຄອບ​ຄົວ​ໃນ​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ, ວຽງ​ຈັນ ແລະ ນະ​ຄອນຫຼວງ ວຽງ​ຈັນ ໂດຍ​ມີ​ທີ່​ດິນ​ທີ່​ຕ້ອງ​ເວນ​ຄືນ 3,832 ເຮັກ​ຕາ, ສິ່ງ​ປູກ​ສ້າງ 3,346 ຫຼັງ ແລະ ຕົ້ນ​ໝາກ​ໄມ້​ຕ່າງໆ​ເກືອບ 1 ລ້ານ​ຕົ້ນ ໂດຍ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ທີ່​ດິນ​ລະ​ບຸ​ວ່າ ມີ​ການ​ທົດ​ແທນ​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ເຖິງ 10 ເທົ່າ ເຊັ່ນ​ທີ່​ດິນ​ຢູ່​ເມືອງ​ນາ​ຊາຍ​ທອງ, ນະ​ຄອນຫຼວງ ວຽງ​ຈັນ ທີ່​ມີ​ລາ​ຄາ​ສະ​ເລ່ຍ 1 ລ້ານ 3 ແສນ​ກີບ ຫາກ​ແຕ່​ໄດ້​ມີ​ການ​ປະ​ເມີນ​ຄ່າ​ທົດ​ແທນ​ຕົວ​ຈິງ​ໃນ​ອັດ​ຕາ​ສະ​ເລ່ຍ​ພຽງ​ແຕ່ 137,000 ກີບ​ຕໍ່​ຕາ​ແມັດ​ເທົ່າ​ນັ້ນ.

XS
SM
MD
LG