ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງລົດໄຟລາວ-ຈີນ ຄາດວ່າຈະສໍາເລັດ ຕາມເປົ້າໝາຍ ແຕ່ການຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນ ແມ່ນຍັງຊັກຊ້າຢູ່ 


ການກໍ່ສ້າງທາງລົດໄຟ ຜ່ານບ້ານນາບຽນ.
ການກໍ່ສ້າງທາງລົດໄຟ ຜ່ານບ້ານນາບຽນ.

ທາງລົດໄຟຄວາມໄວສູງທີ່ເປັນທາງລົດໄຟເສັ້ນທໍາອິດທີ່ແລ່ນຜ່ານລາວ ໄປ ທີ່ຈະເຮັດ
ໃຫ້ມີການເຊື່ອມຕໍ່ໃສ່ລະບົບລົດໄຟນະຄອນຄຸນໝິງທາງພາກໃຕ້ ຂອງຈີນ ໄປຫາສິງກະ
ໂປ ໂດຍຜ່ານໄທ ແລະມາເລເຊຍນັ້ນ ຈະສໍາເລັດຕາມ ເປົ້າໝາຍ ແຕ່ວ່າຄ່າຊົດເຊີຍແກ່
ການເວນຄືນທີ່ດິນ ແລະຄ່າເສຍຫາຍຕໍ່ຊັບສິນ ຂອງປະຊາຊົນແມ່ນຍັງຊັກຊ້າຫລາຍ.
ກິ່ງສະຫວັນ ມີລາຍງານເລື້ອງນີ້ຈາກນັກ ຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ. “

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:04:44 0:00
ລິງໂດຍກົງ

ພາຍຫລັງທີ່ໄດ້ເລີ້ມຕົ້ນສ້າງມາແຕ່ປີ 2016 ແລ້ວເສັ້ນທາງລົດໄຟຄວາມໄວສູງ ທີ່ທັນສະ
ໄໝແລະຍາວ 414 ກິໂລແມັດແລະເຊື່ອມຕໍ່ຈາກເມືອງບໍ່ເຕັນສ່ວນນຶ່ງ ຂອງຊາຍແດນ
ພາກໃຕ້ຂອງຈີນຕິດກັບລາວ ໄປເຖິງນະຄອນຫລວງວຽງຈັນນັ້ນ ກໍຄາດວ່າ ຈະສໍາເລັດ
ຕາມແຜນການ ຊຶ່ງກໍຄືວັນທີ 2 ທັນວານີ້ ເພາະລາງລົດ ໄຟໃນໂຄງການນີ້ ແມ່ນໄດ້ສ້າງສໍ
າເລັດ ແລະ ກໍໄດ້ມີການແລ່ນທົດລອງແລ້ວ ອີງຕາມການບອກເລົ່າຂອງພະນັກ ງານບໍລິ
ຫານຂອງບໍລິສັດນຶ່ງໃນລາວ ທີ່ຮັບ ເໝົາກໍ່ສ້າງ ບາງວຽກງານຂອງທາງລົດໄຟ ລາວ-ຈີນ
ໃນເຂດນະຄອນຫລວງ ວຽງຈັນທີ່ກ່າວວ່າ: ​

“ເດືອນ 8ເດືອນ 8 ແລ່ນທົດລອງແລ້ວ. ແຕ່ວ່າທ້າຍປີ ວັນທີ 2 ທັນວາ ວ່າລະແລ່ນແທ້
ວ່າຊັ້ນ. ເຂົາກະເລັ່ງຢູ່ໄດ໋, ສ່ວນຫລາຍກະແລ້ວໝົດແລ້ວ ລາງເຂົາແລ້ວ ໝົດແລ້ວກະ
ແລ້ວເກືອບໝົດແລ້ວ ມັນກະຢູ່ ລະສາງຫຍັງສຸດທ້າຍມັນຢູ່ດົງສ້າງຫີນ.”

ພ້ອມກັນນັ້ນ ພະນັກງານຂັ້ນສູງຂອງກົມທາງລົດໄຟກະຊວງໂຍທາແລະຂົນສົ່ງ ຂອງລາວ
ທີ່ເຮັດວຽກຢູ່ພາກສະໜາມໃນເຂດນະຄອນຫລວງວຽງຈັນກໍໃຫ້ລາຍ ລະອຽດເພີ້ມເຕີມ
ກ່ຽວກັບຄວາມຄືບໜ້າຂອງໂຄງການນີ້ວ່າ:

“ຄວາມຄືບໜ້າຂອງໂຄງການເສັ້ນທາງລາວ-ຈີນ ຊຶ່ງປະຈຸບັນແມ່ນສໍາເລັດແລ້ວ 91-92
ເປີເຊັນ ສ່ວນທີ່ເຫລືອ 8 ເປີເຊັນ ສ່ວນຫລາຍແມ່ນວຽກອາຄານສະຖາ ນີ ສ່ວນພາຍໃນ
ແຕ່ລະສະຖານີແມ່ນຍັງບໍ່ສໍາເລັດຮຽບຮ້ອຍແລ້ວເນາະ”

ທ່ານກ່າວຕໍ່ໄປອີກວ່າ:

“ອັນທີສອງກະຄືສະເຕຊັນ, ສະຖານີສຸດທ້າຍເດ ຢູ່ນາບຽນ ແຕ່ມັນກະຍາວໄປຮອດບ້ານ
ໂຄກນ້ອຍ ຮອດປັດທານີ ສ່ວນຫລາຍ ກະເປັນສະຖານີສ້ອມແປງ ສ່ວນສະຖານີຜູ້ໂດຍ
ສານ ແມ່ນຢູ່ນາບຽນ”

ສ່ວນທາງເຈົ້າໜ້າທີ່ຂັ້ນສູງຂອງລາວໃນກະຊວງໂຍທາ ແລະຂົນສົ່ງ ທີ່ຮັບຜິດຊອບໂຄງ
ການສ້າງທາງລົດໄຟ ທີ່ມີມູນຄ່າເກືອບຮອດ 6 ຕື້ໂດລານີ້ ຊຶ່ງເປັນ ໂຄງການກໍ່ສ້າງພື້ນ
ຖານໂຄງລ່າງທີ່ມີລາຄາແພງແລະໃຫຍ່ທີ່ສຸດໃນລາວກໍໃຫ້ ການຢືນຢັນວ່າ:

“ຕາມແຜນ ຕາມແຜນ ລົດໄຟພວກເຕັກນິກເຂົາກະແລ່ນແລ້ວນະ ພວກເຂົາກະແລ່ນແຕ່
ວຽງຈັນ ຫາ ບໍ່ເຕັນ ເຂົາແລ່ນຂົນຫີນຂົນຊາຍຍັງແຕ່ຊິຂັດເຊື່ອມເຂົ້າຫາກັນ ຄັນເວົ້າເລື້ອງ
ໂຄງລ່າງ 98 ເປີເຊັນແລ້ວ”.

ທາງລົດໄຟ ລາວ-ຈີນເມື່ອສ້າງສໍາເລັດແລ້ວ ມັນກໍຈະແລ່ນໃນຄວາມໄວ 160 ກິໂລແມັດ
ຕໍ່ຊົ່ວໂມງສໍາລັບການຂົນສົ່ງຄົນໂດຍສານ ແລະ 120 ກິໂລແມັດຕໍ່ ຊົ່ວໂມງສໍາລັບການ
ຂົນສົ່ງສິນຄ້າ. ທາງການລາວຄາດຫວັງໄວ້ວ່າມັນຈະເຮັດໃຫ້ ລາວທີ່ເປັນປະເທດບໍ່ມີທາງ
ອອກສູ່ທະເລນັ້ນ ກາຍເປັນຈຸດສູນກາງຂອງເຊື່ອມຕໍ່ ໃນຂົງເຂດເອເຊຍເພາະວ່າ ໃນສົ້ນ
ເໜືອນັ້ນ ທາງລົດໄຟນີ້ຈະເຊື່ອມຕໍ່ໃສ່ລະບົບ ເສັ້ນທາງລົດໄຟຂອງຈີນ ຢູ່ນະຄອນຄຸນໝິງ
ທາງພາກໃຕ້ຂອງຈີນແຜ່ນດິນໃຫຍ່. ສ່ວນທາງສົ້ນໃຕ້ນັ້ນມັນຈະ ເຊື່ອມຕໍ່ໃສ່ທາງລົດໄຟ
ຂອງໄທຢູ່ທ່ານາແລ້ງ ຂອງ ລາວທີ່ແລ່ນໄປຜ່ານຈັງຫວັດໜອງຄາຍ ໄປຫາບາງກອກ ແລະ
ໃນອະນາຄົດ ກໍຄາດວ່າຈະຕໍ່ໃສ່ມາເລເຊຍ ແລະໄປສຸດຢູ່ສິງກະໂປ. ແລ້ວມັນກໍຈະກາຍ
ເປັນ ພາກສ່ວນສໍາຄັນຂອງໂຄງການທາງລົດໄຟຈາກຄຸນໝິງຂອງຈີນເຊື່ອມຕໍ່ໃສ່ກັບ ສິງ
ກະໂປ ຊຶ່ງນອນຢູ່ໃນໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຫລື One Belt One
Road Initiative ຊຶ່ງເປັນ ໂຄງການກໍ່ສ້າງພື້ນຖານໂຄງລ່າງລະ ດັບໂລກອັນທໍາອິດ ທີ່ຈີນ
ໄດ້ພະຍາຍາມສຸດຂີດ ທີ່ຈະເຮັດໃຫ້ມັນໄດ້.

ແຕ່ຢ່າງໃດກໍ່ຕາມ ດັ່ງທີ່ຊົງລິດໂພນເງິນ, ນັກຂ່າວຄົນນຶ່ງຂອງວີໂອເອ ເຄີຍໄດ້ ສະເໜີໄປ
ໂຄງການກໍ່ສ້າງທາງລົດໄຟທີ່ແລ່ນຜ່ານ 4 ແຂວງແລະນຶ່ງນະຄອນ ຫລວງນີ້ ກໍ່ໄດ້ສົ່ງຜົນ
ກະທົບຕໍ່ປະຊາຊົນລາວຈໍານວນ 4,411 ຄອບຄົວໃນ 13 ເມືອງ ໃນແຂວງຫລວງນໍ້າທາ,
ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະ ຄອນຫລວງວຽງຈັນ ໂດຍມີທີ່ດິນຖືກກະທົບເຖິງ 3,832 ເຮັກຕາ, ສິ່ງປຸກສ້າງ 3,346 ຫລັງ, ຕົ້ນໄມ້ຕ່າງໆ ແລະໄມ້ກິນຫມາກ ລວມກັນ
ກວ່າ 1 ລ້ານຕົ້ນ.

ເຖິງແມ່ນວ່າທາງລົດໄຟອັນສໍາຄັນນີ້ໃກ້ຈະສ້າງສໍາເລັດພາຍໃນບໍ່ເທົ່າໃດເດືອນນີ້ກໍຕາມ
ແຕ່ວ່າຄ່າຊົດເຊີຍຄ່າເສຍຫາຍຂອງຊັບສິນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນ ກະທົບນີ້ ກໍຍັງ
ບໍ່ທັນແລ້ວເທື່ອ, ອີງຕາມພະນັກງານຂັ້ນສູງຂອງກົມທາງລົດໄຟ ກະຊວງໂຍທາ ແລະຂົນ
ສົ່ງຂອງລາວ ທີ່ເຮັດວຽກຢູ່ພາກສະໜາມ ໃນເຂດນະ ຄອນຫລວງວຽງຈັນທີ່ກ່າວວ່າ:

ສໍາລັບໂຕວັນເປີດ ຄາດວ່າຈະເປີດໃຊ້ໃນທ້າຍປີ ການເປີດຈະເປີດໃຫ້ທັນໃນທ້າຍປີ ຖ້າ
ບໍ່ມີອຸປະສັກຫຍັງ ສ່ວນການຊົດເຊີຍຍັງບໍ່ທັນແລ້ວໝົດປີນີ້ຄາດວ່າຈະຊົດເຊີຍໃຫ້ປະຊາ
ຊົນໃຫ້ມັນແລ້ວໝົດ”

ການຊົດເຊີຍຄ່າທີ່ດິນໃນເຂດແຂວງຫລວງນໍ້າທາ, ອຸດົມໄຊແລະຫລວງພະບາງ ມີອັດຕາ
ສະເລ່ຍ 11,000-80,000 ກີບກໍຄືປະມານ 1.1 ໂດລາຫາ 8 ໂດລາ ຕໍ່ຕາແມັດ, ສ່ວນ
ແຂວງວຽງຈັນແລະນະຄອນຫລວງວຽງຈັນນັ້ນໄດ້ຄ່າຊົດເຊີຍທີ່ດິນລະຫວ່າງ 15,000-
137,000 ກີບ ຫລືປະມານ 1.50 ໂດລາຫາ 13 ໂດ ລາປາຍຕໍ່ຕາແມັດ. ແຕ່ແນວໃດກໍ
ຕາມ ມີການຄາດກັນວ່າການຊົດເຊີຍນີ້ ຈະບໍ່ ສໍາເລັດ ຕາມແຜນການເພາະການອັດຕາ
ຄ່າຊົດເຊີຍທີ່ລັດຖະບານສະເໜີໃຫ້ນັ້ນ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການນີ້
ເຫັນວ່າ ມັນຕໍ່ກວ່າລາຄາ ຕົວຈິງ ໃນຕະຫລາດອະສັງຫາບິມະຊັບ ດັ່ງທີ່ທ່ານຮອງຫົວໜ້າ
ກົມທາງລົດໄຟຂອງກະ ຊວງໂຍທາ ແລະຂົນສົ່ງເປີດເຜີຍສູ່ຟັງວ່າ:

“ເມື່ອເວົ້າເຖິງການຊົດເຊີຍຄ່າທີ່ດິນ ທີ່ຖືກໂຄງການນັ້ນ ແມ່ນຍັງບໍ່ທັນໝົດເທື່ອ ເພາະ
ປະຊາຊົນຍັງບໍ່ພໍໃຈເທື່ອ ຍັງບໍ່ມີລາຍເຊັນກັນຄັກແນ່ ຍັງບໍ່ມີລາຍເຊັນຕົກ ລົງຂອງ

ປະຊາຊົນ ແລະເງິນກະຍັງບໍ່ມີແດ່.”

ສະຫລຸບແລ້ວ ທາງລົດໄຟຄວາມໄວສູງລາວ-ຈີນທີ່ມີລາຄາແພງທີ່ສຸດ ແລະຈະເປັນພາກ
ສ່ວນສໍາຄັນຂອງເສັ້ນທາງລົດໄຟເຊື່ອມຕໍ່ຄຸນໝິງຂອງຈີນແຜ່ນດິນໃຫຍ່ ໃສ່ກັບສິງກະໂປ
ແລະນອນຢູ່ໃນໂຄງການລິເລີ້ມນຶ່ງແລວທາງ ນຶ່ງເສັ້ນທາງ ຫລື One Belt One Road
Initiative ຂອງຈີນນັ້ນຄາດວ່າຈະສໍາເລັດຕາມແຜນ ການ ແຕ່ວ່າຄວາມຄືບໜ້າໃນການ
ຂ່າຍຄ່າຊົດເຊີຍແກ່ການເສຍ ທີ່ດິນແລະຊັບ ສິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຂອງ
ໂຄງການນີ້ ແມ່ນຍັງບໍ່ທັນຫລາຍເທົ່າ ທີ່ຄວນ.

XS
SM
MD
LG