ການກໍ່ສ້າງທາງລົດໄຟລາວ - ຈີນ ໃນແຂວງຫຼວງນ້ຳທາ ກຳລັງປະເຊີນກັບບັນຫາຊັກຊ້າ
ໃນການຈັດຕັ້ງປະຕິບັດ ໂດຍປະຊາຊົນບໍ່ຍອມສົ່ງມອບທີ່ດິນ ເພາະຍັງບໍ່ທັນໄດ້ຮັບຄ່າ
ຊົດເຊີຍ ຢ່າງຄົບຖ້ວນ ຊົງຣິດໂພນເງິນ ມີລາຍງານຈາກບາງກອກ.
ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າຄະນະປະສານງານໂຄງການກໍ່ສ້າງທາງ
ລົດໄຟ ລາວ-ຈີນ ປະຈຳແຂວງຫຼວງນ້ຳທາ ຖະແຫຼງວ່າ ການກໍ່ສ້າງທາງລົດໄຟແຂວງ
ຫຼວງນ້ຳທາໄດ້ສຳເລັດການເຈາະອຸໂມງແລ້ວ1 ແຫ່ງ ສ່ວນການເຈາະອຸໂມງ ອີກ 2 ແຫ່ງ
ຄືບໜ້າແລ້ວ 85 ເປີເຊັນ ຫາກແຕ່ການກໍ່ສ້າງ ໃນປັດຈະບັນນີ້ ຍັງປະເຊີນກັບບັນຫາ
ຊັກຊ້າ ໃນການຈັດຕັ້ງປະຕິບັດ ໃນພາກຕົວຈິງ ທີ່ເກີດຈາກການທີ່ປະຊາຊົນບໍ່ຍອມ
ສົ່ງມອບທີ່ດິນທີ່ຖືກເວນຄືນ ໃຫ້ກັບໂຄງການເນື່ອງຈາກວ່າ ຍັງບໍ່ໄດ້ຮັບຄ່າຊົດເຊີຍ
ທີ່ດິນ ແລະສິ່ງປຸກສ້າງຈາກຜູ້ລົງທຶນຢ່າງຄົບຖ້ວນ ຊຶ່ງມີຢູ່ 200 ກວ່າຄອບຄົວ ໃນເຂດ
4 ບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານຈັນທະຈອນ ຢືນຢັນວ່າ
“ຄວາມຫຍຸ້ງຍາກ ກະຄື ກ່ຽວກັບການຊົດເຊີຍຫຼ້າຊ້າ ແລ້ວກະປະຊາຊົນເຂົາເຈົ້າ
ກໍບໍ່ຍອມມອບດິນໃຫ້ ຖ້າວ່າເຮົາບໍ່ທັນໄດ້ຊົດເຊີຍ ເປັນຕົ້ນແມ່ນເຮືອນ ເປັນຫຍັງ
ຕ່າງໆ ເພາະເຂົາເຈົ້າບໍ່ທັນມີເງິນໄປປຸກເຮືອນຫຼັງໃໝ່. ພວກເຮົາ ກໍບໍ່ສາມາດໄປ
ມອບດິນໃຫ້ໂຄງການໄດ້ດຳເນີນການກໍ່ສ້າງຊ່ວງທີ່ຜ່ານຫຼວງນ້ຳທານີ້ ກະຜົນ
ກະທົບທີ່ໄດ້ຮັບມີ 4 ບ້ານ ກະຄື ບ້ານບໍ່ເຕັນບ້ານບໍ່ປຽດ ບ້ານຕີນຕົກ ແລະບ້ານ
ນາເຕີຍ ທັງໝົດລະມີ 200 ປາຍຄອບຄົວ ທີ່ໄດ້ຮັບຜົນກະທົບ ຮວມທັງດິນນາ
ດິນສວນ ດິນປຸກສ້າງອີຫຍັງຕ່າງໆຂອງປະຊາຊົນ.”
ກ່ອນໜ້ານີ້ ທ່ານຄຳສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຜົ້ງສາລີ
ຢືນຢັນວ່າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ກຳລັງດຳເນີນການກໍ່ສ້າງ ໃນປັດຈຸບັນ
ຈະຕ້ອງນຳໃຊ້ແຮງງານຫຼາຍກວ່າ 30,000 ຄົນ ໂດຍການດຳເນີນງານ ໃນເວລານີ້
ກໍໄດ້ມີການວ່າຈ້າງແຮງງານຈາກຈີນ ເຂົ້າມາໃນລາວແລ້ວ ເກືອບ 20,000 ຄົນ
ໂດຍໃນຈຳນວນນີ້ບໍ່ຮວມແຮງງານລາວ 2,000 ກວ່າຄົນ ທີ່ຖືກວ່າຈ້າງ ໃນພາກສ່ວນອື່ນ
ທີ່ບໍ່ມີສ່ວນກ່ຽວຂ້ອງໂດຍຕົງ ໃນການສ້າງທາງລົດໄຟ ແຕ່ຢ່າງໃດ ຈຶ່ງເຮັດໃຫ້ສົງໄສວ່າ
ດ້ວຍສາເຫດໃດ ຈຶ່ງບໍ່ມີການຈ້າງແຮງງານລາວ ເຂົ້າໄປມີສ່ວນຮ່ວມໃນໂຄງການກໍ່ສ້າງ
ທາງລົດໄຟລາວ-ຈີນ ດັ່ງທີີ່ທ່ານຄຳສຸກຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6
ຂອງສະພາແຫ່ງຊາດລາວເມື່ອທ້າຍເດືອນທັນວາ 2018 ທີ່ຜ່ານມາວ່າ
“ໂຄງການກໍ່ສ້າງທາງລົດໄຟ ແຮງງານຕ້ອງການປະມານ 30,000 ກວ່າຄົນ
ມາຮອດປັດຈຸບັນ ມີແຮງງານຕ່າງປະເທດເຂົ້າມາແລ້ວ 19,000 ກວ່າຄົນ ແຕ່ວ່າ
ແຮງງານລາວ ມີພຽງແຕ່ 2,135 ຄົນ ເທົ່ານັ້ນ ເປັນແຮງງານທີ່ບໍ່ກ່ຽວຂ້ອງກັບ
ໂຄງການທາງລົດໄຟທັງໆທີ່ວ່ານັກຮຽນຈົບວິສະວະກຳຂົວທາງ ສິ່ງແວດລ້ອມ
ແລະອື່ນໆ ມັນຈະກ່ຽວພັນກັບໂຄງການນີ້ ແຕ່ແຮງງານລາວ ພຽງແຕ່ເປັນ ຂັບລົດ
ເວົ້າຊື່ໆ ແຕ່ແຮງງານຫຼືວ່າ ນັກຮຽນທີ່ຮຽນຈົບມາບໍ່ໄດ້ເຂົ້າໄປເຮັດວຽກຢູ່ໃນຂົງ
ເຂດນີ້ ແລະພາຍຫຼັງ 2021 ໂຄງການຈະສຳເລັດ ແລະແຮງງານຈະມາຄຸ້ມຄອງ
ທາງລົດໄຟປະມານ 3,000 ຄົນ ອັນນີ້ ລັດຖະບານກຽມແນວໃດແລ້ວ.”
ທາງດ້ານທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ໄດ້ຖະແຫຼງໃນໂອກາດ
ທີ່ໄດ້ເດີນທາງໄປກວດກາໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນຮ່ວມກັບທ່ານຈ້າວ
ເລີຈີ ປະທານຄະນະກວດກາລະບຽບວິໄນ ສູນກາງພັກຄອມມຸຍນິດຈີນ ທີ່ແຂວງ
ຫຼວງພະບາງ ໃນເດືອນກັນຍາ 2018 ຜ່ານມາວ່າ ການກໍ່ສ້າງທາງລົດໄຟ ໄດ້ຄືບໜ້າ
ແລ້ວ 40 ເປີເຊັນ ຂອງແຜນການແລະການຈັດຕັ້ງປະຕິບັດ ຍັງໄດ້ດຳເນີນໄປ ຢ່າງ
ຮຽບຮ້ອຍໃນທຸກໆດ້ານອີກດ້ວຍ.
ທັງນີ້ ຄະນະຄຸ້ມຄອງໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ໄດ້ສົ່ງມອບທີ່ດິນໃຫ້ກັບ
ບໍລິສັດ ຜູ້ຮັບເໝົາຈາກຈີນ ໄດ້ແລ້ວ 84 ເປີເຊັນ ຂອງພື້ນທີ່ທັງໝົດ ຈຶ່ງຍັງເຫຼືອ 16
ເປີເຊັນ ທີ່ຈະຕ້ອງເຈລະຈາ ເພື່ອສົ່ງມອບທີ່ດິນຢ່າງຄົບຖ້ວນຕໍ່ໄປ ໂດຍການກໍ່ສ້າງ
ທາງລົດໄຟລາວ-ຈີນ ກະທົບຕໍ່ປະຊາຊົນ 4,411 ຄອບຄົວ ໃນ 13 ເມືອງ ທີ່ແຂວງ
ຫຼວງນ້ຳທາອຸດົມໄຊ ຫຼວງພະບາງ ວຽງຈັນ ແລະນະຄອນວຽງຈັນ ມີທີ່ດິນຖືກກະທົບ
3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫຼັງ ຕົ້ນໄມ້ຕ່າງໆ ແລະໄມ້ກິນໝາກ ກວ່າ 9
ແສນຕົ້ນ ໂດຍຄ່າຊົດເຊີຍທີ່ດິນ ມີຕັ້ງແຕ່ 11,000 – 137,000 ກີບ ຕໍ່ຕາແມັດ
ຊຶ່ງກຸ່ມແລກປ່ຽນ ຂໍ້ມູນດ້ານທີ່ດິນລະບຸວ່າເປັນການຊົດເຊີຍທີ່ຕ່ຳກວ່າຄວາມເປັນຈິງ.