ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດ ລາວ ແລະຈີນ ຢືນຢັນຈະເສີມສ້າງ ການເປັນຮຸ້ນສ່ວນຍຸດທະສາດ ຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ ຢ່າງບໍ່ຢຸດຢັ້ງ


ຮູບພາບ ໃນມື້ເປີດພິທີຂະບວບລົດໄຟຮອບປະຖົມມະເລີກ ລາວ-ຈີນ.
ຮູບພາບ ໃນມື້ເປີດພິທີຂະບວບລົດໄຟຮອບປະຖົມມະເລີກ ລາວ-ຈີນ.

ປະທານປະເທດ ລາວ-ຈີນ ຢືນຢັນຈະເສີມສ້າງການເປັນຮຸ້ນສ່ວນຍຸດທະສາດຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ ຢ່າງບໍ່ຢຸດຢັ້ງ, ໂດຍສະເພາະການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງນັ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານທອງລຸນ ສີສຸລິດ, ປະທານປະເທດລາວຖະແຫຼງຢືນຢັນວ່າ ການເປີດການເດີນຂະບວນລົດໄຟເຊື່ອມຕໍ່ລະຫວ່າງລາວກັບຈີນຢ່າງເປັນທາງການ ເມື່ອວັນທີ 3 ທັນວາ 2021 ຖືເປັນຂີດໝາຍສໍາຄັນຂອງການພົວພັນ ແລະການຮ່ວມມືໃນຖານະທີ່ເປັນຮຸ້ນສ່ວນຍຸດທະສາດຄູ່ຮ່ວມ​ຊະຕາກໍາ ລະຫວ່າງລາວກັບຈີນ ທີ່ຈະສືບຕໍ່ໄປຢ່າງບໍ່ຢຸດຢັ້ງ, ໂດຍສະເພາະການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ (BRI) ທີ່ລິເລີ້ມໂດຍ ທ່ານສີ ຈິ້ນຜິງ ປະທານປະເທດຈີນນັ້ນ ກໍຄືພາກສ່ວນສໍາຄັນ ທີ່ຈະຊຸກຍູ້ການພັດທະນາ ເພື່ອເຮັດໃຫ້ລາວກ້າວໄປເປັນປະເທດເຊື່ອມຈອດທາງດ້ານການຄົມມະນາຄົມ-ຂົນສົ່ງ ແລະ Logistic ໃນເຂດລຸ່ມແມ່ນໍ້າຂອງໃຫ້ໄດ້ຢ່າງແທ້ຈິງດ້ວຍ, ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ໂຄງການສ້າງທາງລົດໄຟເຊື່ອມຕໍ່ ລະຫວ່າງ ສປ ຈີນ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງນອນຢູ່ໃນແຜນເຊື່ອມຈອດໃນພາກພື້ນເອເຊຍອາຄະເນ ຖືເປັນບາດກ້າວກະໂດດໃນການນໍາໃຊ້ພື້ນຖານວັດຖຸເທັກນິກທີ່ທັນສະໄໝ ແລະໄດ້ສ້າງພື້ນຖານໃຫ້ແກ່ວຽກງານຄົມມະນາຄົມ-ຂົນສົ່ງ ຂອງປະເທດເຮົາໃຫ້ສະດວກຍິ່ງຂຶ້ນ, ເປັນຂອງຂັວນທີ່ມີຄວາມໝາຍສໍາຄັນປະຫວັດ ສາດໃຫ້ແກ່ຍຸດທະສາດໃນການຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ.”

ສ່ວນ ທ່ານສີ ຈ້ິນຜິງ ກໍໄດ້ຖະແຫຼງຢືນຢັນໃນໂອກາດດຽວກັນ ທັງຍັງເປັນການສະເຫຼີມສະຫຼອງ ໃນໂອກາດສະຖາປະນາຄວາມສໍາພັນທາງການທູດ ລະຫວ່າງລາວກັບຈີນຄົບຮອບ 60 ປີ ໃນປີ 2021 ນີ້ດ້ວຍວ່າ:

“ທ່ານສີ ຈິ້ນຜິງ ຢືນຢັນວ່າ 60 ປີ ຄວາມສໍາພັນທາງການທູດ ຈີນ-ລາວ ທັງເປັນປີມິດຕະພາບ ຈີນ-ລາວ ດ້ວຍນັ້ນ ມີປັດໄຈສໍາຄັນທີ່ຮັກສາມິດຕະພາບລະ ຫວ່າງກັນໄດ້ຢ່າງຍາວນານກໍຄື ຄວາມເປັນປຶກແຜ່ນ ແລະການໄວ້ເນື້ອ-ເຊື່ອໃຈກັນ, ການຊ່ວຍເຫຼືອເພື່ອໄປສູ່ໂຊກຊະຕາຮ່ວມກັນ, ແລະຈີນມີຄວາມພ້ອມໃນການເຊື່ອມໂຍງຍຸດທະສາດກັບລາວ ເພື່ອຊຸກຍູ້ໂຄງການນຶ່ງແລວ-ນຶ່ງເສັ້ນທາງໃຫ້ເປັນຈິງ ແລະເສີມສ້າງຊຸມຊົນ ຈີນ-ລາວ ທີ່ມີອະນາຄົດຮ່ວມກັນຢ່າງຍືນຍົງຕໍ່ໄປ.”

ທັງນີ້ ໂດຍມີການກໍ່ສ້າງທາງດ່ວນສາມເສັ້ນທາງທີ່ຕໍ່ເນື່ອງກັບທາງລົດໄຟລາວ-
ຈີນ ໃນລາວ, ເຊິ່ງທາງການລາວໄດ້ອະນຸຍາດໃຫ້ບໍລິສັດຈີນເປັນຜູ້ລົງທຶນແລະເກັບເອົາຜົນປະໂຫຍດຈົນຄົບອາຍຸສໍາປະທານ ຈຶ່ງໂອນໂຄງການໃຫ້ລັດຖະບານລາວ (BOT) ກໍຄືທາງດ່ວນນະຄອນຫຼວງວຽງຈັຊ-ວັງວຽງ-ຫຼວງພະບາງ-ອຸດົມໄຊ-ບໍ່ເຕັນ, ທາງດ່ວນວຽງຈັນ-ສະຫວັນນະເຂດ-ປາກເຊແລະທາງດ່ວນບໍ່ເຕັນ-
ຫ້ວຍຊາຍ.

ສໍາລັບທາງດ່ວນນະຄອນຫຼວງວຽງຈັນໄປບໍ່ເຕັນນັ້ນ ລັດຖະບານລາວໄດ້ອະນຸ ມັດ ໃຫ້ສໍາປະທານກັບບໍລິສັດ Yunnan ວິສະວະກໍາ ແລະກໍ່ສ້າງຈາກຈີນ, ໂດຍໄລຍະທີນຶ່ງ ຈາກນະຄອນຫຼວງວຽງຈັນ-ວັງວຽງ ມີໄລຍະທາງ 113.5 ກິໂລແມັດ ກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນທີ່ຄູ່ຂະໜານກັບຖະ ໜົນເລກ 13 ເໜືອ, ດ້ວຍທຶນກໍ່ສ້າງ 1,300 ລ້ານໂດລາ, ອາຍຸສໍາປະທານ 30 ປີ, ໄດ້ເປີດນໍາໃຊ້ແລ້ວນັບແຕ່ທ້າຍປີ 2020 ເປັນຕົ້ນມາ. ສ່ວນໄລຍະຈາກວັງວຽງ-ຫຼວງພະບາງ-ອຸດົມໄຊ ໄປເຖິງດ່ານບໍ່ເຕັນນັ້ນ ຈະກໍ່ສ້າງໃຫ້ສໍາເລັດໃນປີ 2030.

ນອກຈາກນັ້ນ ກະຊວງໂຍທາທິການ ແລະຂົນສົ່ງ ກໍໄດ້ຄັດເລືອກເອົາບໍລິສັດ China Yunnan Sunny Road ແລະບໍລິສັດ China Road and Bridge ຈາກຈີນກັບບໍລິສັດດວງຈະເລີນພັດທະນາຈໍາກັດ ແລະບໍລິສັດພູສີກໍ່ສ້າງ ແລະພັດທະນາ (ມະຫາຊົນ) ຈໍາກັດ ບໍລະສັດເອກະຊົນລາວໃຫ້ເປັນກຸ່ມລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່ນະຄອນຫຼວງວຽງຈັນໄປເມືອງປາກເຊ ແຂວງຈໍາປາສັກ, ໂດຍຈະເປັນການລົງທຶນແບບ BOT ທີ່ມີໄລຍະເວລາໃນການເກັບເອົາຜົນປະໂຫຍດ 30 ປີເຊັ່ນກັນ. ທັງນີ້ ທາງດ່ວນນະຄອນຫຼວງວຽງຈັນ-ປາກເຊ ຈະມີຂະໜາດກວ້າງ 23 ແມັດ ທີ່ມີ 4 ຊ່ອງຈະລາຈອນ, ແຕ່ລະຊ່ອງຈະລາ ຈອນກວ້າງ 3.5 ແມັດ ແລະ 2 ຂ້າງທາງກວ້າງ 4.5 ແມັດ, ມີໄລຍະທາງຍາວລວມທັງໝົດ 580 ກິໂລແມັດ ໂດຍມີກໍາໜົດກໍ່ສ້າງແລ້ວສົມບູນ ໃນປີ 2030.

ສ່ວນບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງຈໍາກັດລາຍງານວ່າ ການສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນ ທີ່ເຊື່ອມຕໍ່ເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ກັບດ່ານບໍ່ເຕັນໃນແຂວງຫຼວງນໍ້າທານັ້ນ ໄດ້ດໍາເນີນການເສັດສົມບູນແລ້ວ ແລະພົບວ່າຈະຕ້ອງໃຊ້ເງິນລົງທຶນສໍາລັບກໍ່ສ້າງຄິດເປັນມູນຄ່າເຖິງ 24,126 ລ້ານຢວນ ຫຼືປະມານ 3,800 ລ້ານໂດລາ ແລະຈະຫຼຸດໄລຍະເວລາໃນການເດີນທາງລົງຈາກເດີມ 5 ຊົ່ວໂມງເຫຼືອພຽງແຕ່ 1 ຊົ່ວໂມງເຄ່ງເທົ່ານັ້ນໃນການເຊື່ອມຕໍ່ຊາຍແດນ ຈີນ-ລາວ ແລະໄທ.

XS
SM
MD
LG