ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ກັບ ຈີນ ຮ່ວມກັນຈັດເວທີ ປຶກສາຫາລື ຄັ້ງທຳອິດ ກ່ຽວກັບ ໂຄງການ ນຶ່ງແລວທາງ ນຶ່ງເສັ້ນທາງ


ກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ
(One Belt-One Road) ລະຫວ່າງ ລາວກັບຈີນ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ທີ່ນະຄອນ
ວຽງຈັນ ໃນຕົ້ນເດືອນກຸມພານີ້
ກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ (One Belt-One Road) ລະຫວ່າງ ລາວກັບຈີນ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ທີ່ນະຄອນ ວຽງຈັນ ໃນຕົ້ນເດືອນກຸມພານີ້

ສູນກາງພັກລາວ ກັບຈີນ ຮ່ວມກັນຈັດເວທີປຶກສາຫາລື ຄັ້ງທຳອິດ ກ່ຽວກັບ ການເສີມ
ຂະຫຍາຍ ການຮ່ວມມືໃນໂຄງການນຶ່ງແລວທາງ-ນຶ່ງເສັ້ນທາງ ທີ່ຈະສົ່ງຜົນດີ ຕໍ່ການ
ພັດທະນາ ລາວ-ຈີນ ໃນໄລຍະໃໝ່.

ກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ
(One Belt-One Road) ລະຫວ່າງ ລາວກັບຈີນ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ທີ່ນະຄອນ
ວຽງຈັນ ໃນຕົ້ນເດືອນກຸມພານີ້ ໂດມີ່ທ່ານກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາ
ອົບຮົມ ສູນກາງພັກປະຊາຊົນປະຕິວັດລາວ ກັບ ທ່ານໄຄ ໝິງຈ້າວ ຮອງຫົວໜ້າ ຄະນະ
ໂຄສະນາອົບຮົມສູນກາງພັກຄອມມິວນິສຕ໌ ຈີນ ຮ່ວມກັນເປັນປະທານກອງປະຊຸມທີ່ມີ
ຜູ້ຕາງໜ້າ ຂອງທາງການລາວ ແລະຈີນ ເຂົ້າຮ່ວມຫລາຍກວ່າ 600 ຄົນ ພາຍໃຕ້ເປົ້າ
ໝາຍເພື່ອຜັນຂະຫຍາຍການຮ່ວມມື ໃນຖານະຮຸ້ນສ່ວນຍຸດທະສາດ ການພັດທະນາ
ຮອບດ້ານ ລະຫວ່າງ ລາວ-ຈີນ ເຂົ້າໃນແຜນການຢ່າງເປັນຮູບປະທຳ ດັ່ງທີ່ ທ່ານກິແກ້ວ
ໄດ້ຖະແຫລງການຢືນຢັນວ່າ:

“ພວກເຮົາຖືວ່າ ນະໂຍບາຍນຶ່ງແລວທາງ-ນຶ່ງເສັ້ນທາງ ແມ່ນວິທີທາງແຫ່ງການສ້າງ
ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ສ້າງສັນຕິພາບ ມິດຕະພາບ ສ້າງຄວາມເຂົ້າອົກ
ເຂົ້າໃຈ ຮ່ວມກັນ ເພີ່ມທະວີການແລກປ່ຽນ ທີ່ມີການຮ່ວມມືຮອບດ້ານ ສະນັ້ນ
ພັກ-ລັດ ແລະປະຊາຊົນລາວບັນດາເຜົ່າ ແມ່ນໃຫ້ການສະໜັບສະໜູນ ທັງສ້າງ
ກຳລັງແຮງຊຸກຍູ້ ຕໍ່ນະໂຍບາຍດັ່ງກ່າວ ຢ່າງເຕັມສ່ວນ ເພື່ອເຮັດໃຫ້ນະໂຍບາຍ
ດັ່ງກ່າວຜ່ານການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ເພື່ອປະຊາຊົນສອງຊາດ
ຂອງພວກເຮົາ.”

ຖານຊີເມັນຂະໜາດໃຫຍ່ ຫຼາຍຕົ້ນ ທີ່ກໍ່ສ້າງເປັນທີ່ສຳເລັດ ເພື່ອຮອງຮັບລາງລົດໄຟ ລາວ-ຈີນ ໄດ້ດຳເນີນຕໍ່ໄປ
ຖານຊີເມັນຂະໜາດໃຫຍ່ ຫຼາຍຕົ້ນ ທີ່ກໍ່ສ້າງເປັນທີ່ສຳເລັດ ເພື່ອຮອງຮັບລາງລົດໄຟ ລາວ-ຈີນ ໄດ້ດຳເນີນຕໍ່ໄປ

ທາງດ້ານທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຢືນຢັນວ່າ
ແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ ທີ່ລິເລີ່ມໂດຍ ທ່ານສີ ຈິ້ນຜິງ ປະທານປະເທດຈີນ
ຈະສົ່ງຜົນດີ ກັບແຜນການພັດທະນາລາວ ໃຫ້ເປັນສູນກາງການເຊື່ອມຕໍ່ ດ້ານຄົມມະ-
ນາຄົມ ຂົນສົ່ງໃນລຸ່ມແມ່ນ້ຳຂອງ ແລະອາຊຽນ ໃນອະນາຄົດ ໂດຍສະເພາະກໍແມ່ນ
ການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ຈາກຈີນ ມາລາວທີ່ກຳລັງດຳເນີນການກໍ່ສ້າງຢູ່ ໃນ
ປັດຈຸບັນນີ້ ຖືເປັນສິ່ງທີ່ຮັບປະກັນວ່າ ສປປ ລາວ ໄດ້ເຂົ້າໄປເປັນສ່ວນນຶ່ງ ໃນໂຄງການ
ນຶ່ງແລວທາງ-ນຶ່ງເສັ້ນທາງ ຂອງຈີນ ແລ້ວນັ້ນເອງ.

ໃນປັດຈຸບັນ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວ ນັບແຕ່ເດືອນທັນວາ 2016
ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວ 31.35 ເປີເຊັນ ຂອງແຜນການ ກໍຄື ສາມາດກໍ່ສ້າງ
ທາງລົດໄຟໄດ້ແລ້ວ 130.67 ກິໂລແມັດ ຂອງໄລຍະທາງຍາວທັງໝົດ 417 ກິໂລແມັດ
ພ້ອມກັນນີ້ ກໍໄດ້ເຈາະອຸໂມງ 49 ແຫ່ງ ຄິດເປັນໄລຍະທາງຍາວກວ່າ 5,835 ແມັດ
ເຈາະເສົາເພື່ອກໍ່ສ້າງຂົວໄດ້ແລ້ວ 268 ເສົາ ສ້າງໂຮງໂມ້ຊີເມັນ ສຳເລັດ 14 ແຫ່ງ
ຫ້ອງທົດລອງ 18 ແຫ່ງ ກໍ່ສ້າງແຄັ້ມ Camp ຜູ້ຮັບເໝົາ 88 ແຫ່ງ ແລະ ແຄັ້ມ ສຳລັບ
ທີ່ປຶກສາຂອງໂຄງການ 12 ແຫ່ງ ກໍ່ສ້າງທາງຮ່ອມໄປຫາສະຖານທີ່ກໍ່ສ້າງໄດ້ 657.9
ກິໂລແມັດ ສ້າງຂົວຍາວ 2,342 ແມັນ ຕິດຕັ້ງສາຍສົ່ງໄຟຟ້າຍາວ 360.2 ກິໂລແມັດ
ໝໍ້ແປງໄຟ 172 ໜ່ວຍ ວາງລະບົບນ້ຳປະປາເຂົ້າໄປຫາ ແຄັ້ມ ແລະສະຖານທີ່ກໍ່ສ້າງ
77 ກິໂລແມັດ.

ປ້າຍໂຄສະນາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງໃນປັດຈຸບັນ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວ ນັບແຕ່ເດືອນທັນວາ 2016 ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວ 31.35 ເປີເຊັນ
ປ້າຍໂຄສະນາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງໃນປັດຈຸບັນ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວ ນັບແຕ່ເດືອນທັນວາ 2016 ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວ 31.35 ເປີເຊັນ

ທັງນີ້ ໂດຍທາງລົດໄຟລາວ-ຈີນ ໃນລາວ ທີ່ມີໄລຍະທາງຍາວທັງໝົດ 417 ກິໂລແມັດ
ນັ້ນ ຈະຜ່ານໃນເຂດ 5 ແຂວງດ້ວຍກັນ ຄື ຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ວຽງຈັນ
ແລະນະຄອນວຽວຈັນ ໃນນັ້ນປະກອບມີ 32 ສະຖານີ ຊຶ່ງຕ້ອງກໍ່ສ້າງຂົວ 167 ແຫ່ງ
ເຈາະອຸໂມງ 75 ແຫ່ງ ຄິດເປັນອັດຕາສ່ວນ ຂອງຂົວແລະອຸໂມງເຖິງ 62 ເປີເຊັນ ທັງຍັງ
ເປັນການກໍ່ສ້າງທາງລົດໄຟ ໃນເຂດພູດອຍເຖິງ 80 ເປີເຊັນ ຂອງໄລຍະທາງຍາວ
ທັງໝົດ.

ນອກຈາກນີ້ ທາງການລາວ-ຈີນ ຍັງໄດ້ລົງນາມໃນຂໍ້ຕົກລົງ ແລະເອກກະສານສຳຄັນ
ຮ່ວມກັນເຖິງ 17 ສະບັບ ໃນໂອກາດທີ່ ທ່ານສີ ຈິ້ນຜິງ ປະທານປະເທດຈີນ ເດີນທາງ
ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2017 ເພື່ອເສີມຂະຫຍາຍ
ການເປັນຄູ່ຮ່ວມຍຸດທະສາດ ການພັດທະນາຮອບດ້ານ ໝັ້ນຄົງ ແລະຍາວນານ
ລະຫວ່າງ 2 ປະເທດ ດ້ວຍການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ຢ່າງຕັ້ງໜ້າ ແລະ
ໃຫ້ມີໝາກຜົນຢ່າງເປັນຮູບປະທຳ ໃນທຸກໆດ້ານ.

ໂດຍຂໍ້ຕົກລົງທີ່ສຳຄັນ ກໍຄືການກໍ່ສ້າງແລວເສດຖະກິດ ລາວ-ຈີນ ການພັດທະນາເທັກ
ໂນໂລຈີ ເພື່ອການເຊື່ອມຈອດກັນທາງດ້ານຂໍ້ມູນຂ່າວສາານ ໃນລະບົບ ດິຈິໂຕລ
Digital ການຮ່ວມມືດ້ານວິທະຍາສາດ ການສ້າງຕັ້ງສູນຂໍ້ມູນ-ຂ່າວສານ ຊັບພະຍາ-
ກອນນ້ຳ ສ້າງແຜນແມ່ບົດຄຸ້ມຄອງອ່າງນ້ຳອູ ນ້ຳກະດິ່ງ ສ້າງເຂດພັດທະນາກະສິກຳ
ຄົບວົງຈອນ ການພັດທະນາລະບົບພື້ນຖານໂຄງຮ່າງ ພັດທະນາຊັບພະຍາກອນມະນຸດ
ຍົກລະດັບ ລະບົບ ICT ຂອງກະຊວງອຸດສາຫະກຳ ແລະການຄ້າ ການເປັນຄູ່ຮ່ວມ
ຍຸດທະສາດ ໃນດ້ານພະລັງງານ ແລະໂຄງການກໍ່ສ້າງທາງດ່ວນ ນະຄອນວຽງຈັນ-ບໍ່ເຕັນ
ເປັນຕົ້ນ.

XS
SM
MD
LG