ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ-ຈີນ ສ້າງຕັ້ງວິສາຫະກິດ ຮ່ວມທຶນພັດທະນາ ໂຄງຂ່າຍສາຍສົ່ງ ໄຟຟ້າແຮງສູງ


ສາຍໄຟຟ້າ ອາຊຽນ.
ສາຍໄຟຟ້າ ອາຊຽນ.

ລາວ-ຈີນ ສ້າງຕັ້ງວິສາຫະກິດຮ່ວມທຶນພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງ ເພື່ອຕອບສະ ໜອງກະແສໄຟຟ້າທັງຈາກ ລາວ ແລະ ຈີນ ໃຫ້ກັບບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ແລະ ອາຊຽນ.

ທ່ານ ດາວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງວ່າການຮ່ວມລົງທຶນໃນການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ (EDL-T) ລະຫວ່າງລັດວິສາຫະກິດໄຟຟ້າ ລາວ (EDL) ແລະ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອຕົ້ນເດືອນກັນຍາ 2020 ນີ້ມີເປົ້າໝາຍສຳຄັນຄືການພັດທະນາລະບົບໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນ ລາວ ໃຫ້ທັນສະໄໝ ເພື່ອຈະເຊື່ອມຕໍ່ ແລະ ຕອບສະໜອງໄຟຟ້າໃຫ້ກັບບັນດາປະເທດໃນລຸ່ມແມ່ນໍ້າຂອງ ແລະ ອາຊຽນໃຫ້ໄດ້ຢ່າງທົ່ວເຖິງ ເພື່ອເຮັດໃຫ້ ລາວ ກາຍເປັນໝໍ້ໄຟຂອງ ອາຊຽນ ໃຫ້ໄດ້ດ້ວຍການສະໜັບສະໜູນທັງໃນດ້ານເງິນທຶນ ແລະ ເທັກໂນໂລຈີຈາກ ຈີນ ເປັນສຳຄັນ.

ໃນຊ່ວງປີ 2020-2022 ບໍລິສັດສົ່ງສາຍໄຟຟ້າແຫ່ງຊາດ ລາວ ກໍໄດ້ວາງແຜນການຈະລົງທຶນໃນມູນຄ່າ 2,000 ລ້ານໂດລາເພື່ອກໍ່ສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ທີ່ເຊື່ອມຕໍ່ກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງ ໃນແຂວງ ຢຸນໜານ ຂອງ ຈີນ ທັງຍັງຈະກໍສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500KV ຈາກພາກໃຕ້ຂອງ ລາວ ເຊື່ອມຕໍ່ໄປຍັງແຂວງພາກເໜືອຂອງ ກຳປູເຈຍ ເພື່ອເປັນການປະຕິບັດຕາມຂໍ້ຕົກລົງທີ່ ກຳປູເຈຍ ຕ້ອງການຊື້ໄຟຟ້າຈາກ ລາວ 1,700 ເມກະວັດນັບຈາກປີ 2022 ເປັນຕົ້ນໄປ ທັງນີ້ໂດຍບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ຈະໄດ້ຮັບຜົນປະ ໂຫຍດຈາກການສົ່ງໄຟຟ້າຜ່ານຕາຂ່າຍສາຍສົ່ງໄຟຟ້າແຮງສູງດັ່ງກ່າວ ໝາຍຄວາມວ່າຕາໜ່າງສາຍສົ່ງໄຟຟ້າແຮງສູງໃນ ລາວ ທີ່ຂະໜາດຕັ້ງແຕ່ 230 KV ຂຶ້ນໄປກໍຈະຖືກໂອນຈາກລັດວິສາຫະ ກິດໄຟຟ້າ ລາວ ໄປຢູ່ພາຍໃຕ້ການຄຸ້ມຄອງຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ທັງໝົດນັ້ນເອງ.

ສ່ວນທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢືນຢັນວ່າ ນອກຈາກ ກຳປູເຈຍ ແລ້ວ ລັດຖະບານ ຫວຽດນາມ ກໍຕົກລົງຈະຊື້ໄຟຟ້າຈາກ ລາວ ເຖິງ 5,000 ເມກະວັດໃນປີ 2025 ແລະ ລັດຖະບານ ໄທ ກໍຕົກລົງຊື້ໄຟຟ້າຈາກ ລາວ 9,000 ເມກະວັດໃນຂະນະທີ່ລັດຖະ ບານ ມາເລເຊຍ ໄດ້ຕົກລົງຊື້ໄຟຟ້າຈາກ ລາວ 300 ເມກະວັດ ແລະ ໃນທ້າຍປີ 2020 ນີ້ລັດຖະ ບານ ສິງກະໂປ ກໍຈະຕົກລົງຊື້ໄຟຟ້າຈາກ ລາວ 100 ເມກະວັດ ສະນັ້ນການວາງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ຈາກພາກໃຕ້ຂອງ ຈີນ ມາ ລາວ ເພື່ອເຊື່ອມຕໍ່ໄປຍັງປະເທດໃນລຸ່ມແມ່ນໍ້າຂອງ ແລະ ອາຊຽນ ຈຶ່ງສົ່ງຜົນດີຕໍ່ການສົ່ງອອກໄຟຟ້າຂອງ ລາວ ໃນໄລຍະຍາວ.

ທັງນີ້ຄວາມສາມາດໃນການຜະລິດໄຟຟ້າຂອງ ລາວ ໄດ້ເພີ່ມຂຶ້ນນັບມື້ ຊຶ່ງໃນປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ໃນນີ້ສົ່ງອອກໄປຂາຍໃຫ້ກັບ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປີ 2022 ສ່ວນທີ່ເຫຼືອຈະຂາຍໃຫ້ ຫວຽດນາມ ແລະ ກຳປູເຈຍ ດັ່ງທີ່ທ່ານ ຄຳມະນີ ໄດ້ໃຫ້ການຢືນຢັນວ່າ

“ປັດຈຸບັນນີ້ພວກເຮົາຂາຍໄຟອອກສູ່ປະເທດ ໄທ ທີ່ມີສັນຍາຊື້ຂາຍໄຟຮຽບຮ້ອຍແລ້ວແມ່ນ 8 ໂຄງ ການມີກຳລັງຕິດຕັ້ງໄຟຟ້າເຖິງ 5,620 ເມກະວັດ ແລະ ກໍຍັງຈະສົ່ງອອກເພີ່ມໃນປີ 2021-2022 ນີ້ຄາດວ່າຈະເຕັມ 7,000 ເມກະວັດ ແລະ ກັບ ກຳປູເຈຍ ພວກເຮົາໄດ້ເຊັນສັນຍາກັນມາຮອດປັດຈຸ ບັນນີ້ກໍປະມານ 3,200 ເມກະວັດ ສຳລັບກັບ ຫວຽດນາມ ປັດຈຸບັນນີ້ທາງລັດຖະບານ ຫວຽດນາມ ກະໄດ້ເຊັນຢັ້ງຢືນວ່າ ຈະຊື້ໄຟຟ້າຈາກ ສປປ ລາວ 1,000 ກວ່າເມກະວັດ.”

ທ່ານ ຄຳມະນີ ຢືນຢັນວ່າ ລາວ ຈະມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ແລະ ມີກຳລັງຕິດຕັ້ງລວມເກີນກວ່າ 13,000 ເມກະວັດ ຊຶ່ງສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງໃນປີ 2021 ສ່ວນການຊົມໃຊ້ໄຟຟ້າໃນ ລາວ ນັ້ນກໍຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຫຼັງຈາກການເປີດການເດີນລົດໄຟຄວາມໄວສູງ ລາວ-ຈີນ ໃນທ້າຍປີ 2021 ນັ້ນ ກໍຄາດໝາຍວ່າການໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເຖິງ 2 ເທົ່າຄືຈາກ 1,800 ເມກະວັດໃນປັດຈຸບັນເປັນ 3,600 ເມກະວັດໃນປີ 2022 ຊຶ່ງຈະເຮັດໃຫ້ ລາວ ມີພະລັງງານໄຟຟ້າເກີນຄວາມຕ້ອງການພາຍໃນປະ ເທດເກືອບ 10,000 ເມກະວັດທີ່ຈະຕ້ອງສົ່ງອອກໄປຕ່າງປະເທດໂດຍຜ່ານລະບົບຕາຂ່າຍຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ທີ່ຮ່ວມທຶນລະຫວ່າງ EDL ກັບ CSG ດັ່ງກ່າວ.

XS
SM
MD
LG