ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວິສາຫະກິດຮ່ວມທຶນ ລາວ-ຈີນ ຈະຄັດເລືອກເອົາ 20 ບໍລິສັດ ໃນລາວ ເຂົ້າຮ່ວມສ້າງທາງລົດໄຟ


ແຜນທີ່ ເສັ້ນທາງລົດໄຟ ທີ່ເຊື່ອມຕໍ່ ຈີນ ກັບ ລາວ
ແຜນທີ່ ເສັ້ນທາງລົດໄຟ ທີ່ເຊື່ອມຕໍ່ ຈີນ ກັບ ລາວ

ວິສາຫະກິດຮ່ວມທຶນ ລາວ-ຈີນ ຈະຄັດເລືອກ 20 ບໍລິສັດຮັບເໝົາຕໍ່ ໃນລາວ ເພື່ອໃຫ້ ເຂົ້າຮ່ວມໃນໂຄງການສ້າງທາງລົດໄຟ ລາວ-ຈີນ ໂດຍຫວັງວ່າ ຈະໄດ້ຮັບການຖ່າຍ ທອດວິຊາການ-ເທັກນິກລົດໄຟຈາກຈີນ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນວ່າ ວິສາຫະກິດຮ່ວມທຶນລະຫວ່າງລາວກັບຈີນ ຈະທຳການຄັດເລືອກເອົາ 20 ບໍລິສັດເອກກະຊົນລາວ ເພື່ອໃຫ້ເປັນບໍລິສັດຮັບເໝົາຕໍ່ ໃນໂຄງການກໍ່ສ້າງທາງລົດ ໄຟໃນລາວ ເຊື່ອມຕໍ່ກັບຈີນ ໃນມໍ່ໆນີ້ ໂດຍຄາດຫວັງວ່າ ນອກຈາກຈະເປັນການເປີດ ໂອກາດໃຫ້ບໍລິສັດເອກກະຊົນລາວ ໄດ້ເຂົ້າມາມີສ່ວນໄດ້ຮັບຜົນປະໂຫຍດ ຈາກເງິນ ລົງທຶນໃນໂຄງການແລ້ວ ກໍຍັງມອງເຖິງໂອກາດ ທີ່ບໍລິສັດເອກກະຊົນລາວ ຈະໄດ້ຮັບ ການຖ່າຍທອດວິຊາການ ແລະເທັກນິກ ກ່ຽວກັບລົດໄຟຈາກຈີນອີກດ້ວຍ ໂດຍໃນ ປັດຈຸບັນ ກຳລັງກະກຽມການເປີດປະມູນໃຫ້ຖືກຕ້ອງຕາມລະບຽບກົົດໝາຍຕໍ່ໄປ ດັ່ງທີ່ ທ່ານລັດຕະນະມະນີ ໄດ້ຢືນຢັນວ່າ:

“ລູກຊ້ວງນີ້ ຈະແມ່ນບໍລິສັດລາວ ຈະມີບຸລິມະສິດ ສິ່ງໃດທີ່ເຮົາເຮັດໄດ້ ກໍຈະມອບໃຫ້ ບໍລິສັດລາວເຮັດ ສະນັ້ນ ໃນການກະກຽມການກໍ່ສ້າງນີ້ ພວກຂ້າພະເຈົ້າ ມີຄວາມຮັບ ຜິດຊອບຕາມການຊີ້ນຳ ຂອງຂັ້ນເທິງ ແລະເຮັດແນວໃດ ພະຍາຍາມຊຸກຍູ້ໃຫ້ບໍລິສັດ ພາຍໃນເຮົານີ້ ໄດ້ວຽກໃຫ້ຫຼາຍທີ່ສຸດ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາ ວິສາຫະກິດທັງຫຼາຍຂອງລາວ ຈົ່ງໄດ້ມີການກະກຽມຄວາມພ້ອມຕ່າງໆ ແລະ ຄວາມ ສາມາດຕ່າງໆຂອງຕົວເອງ ເພື່ອຈະໄດ້ນຳສະເໜີບໍລິສັດຂອງຈີນ ຮັບເປັນບໍລິສັດ ລູກຊ້ວງ ໃນການກໍ່ສ້າງ.”

ພິທີວາງສີລາລຶກ ເປີດການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ຈີນ ກັບ ລາວ
ພິທີວາງສີລາລຶກ ເປີດການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ຈີນ ກັບ ລາວ

ທັງນີ້ ໂດຍໂຄງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ຈາກດ່ານບໍ່ເຕັນ ມາທີ່ນະຄອນຫຼວງວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງ ກວ້າງເບື້ອງ ລະ 50 ແມັດ ຊຶ່ງກໍເຮັດໃຫ້ຈຳເປັນຕ້ອງເວນຄືນທີ່ດິນ ຂອງປະຊາຊົນໃນຫຼາຍພື້ນທີ່ ຊຶ່ງການດຳເນີນງານໃນປັດຈຸບັນນີ້ ກໍຢູ່ໃນລະຍະຂອງການສຳຫຼວດວ່າ ຈະຕ້ອງມີການ ເວນຄືນທີ່ດິນຕອນໃດແນ່ ແລະຈະຕ້ອງໃຊ້ງົບປະມານເທົ່າໃດ ເພື່ອຊົດເຊີຍຄ່າທີ່ດິນ ໃຫ້ກັບປະຊາຊົນທີ່ຈະຕ້ອງຖືກເວນຄືນໃນລະຍະຕໍ່ໄປ.

ທາງການລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍ ການຮ່ວມມືໃນໂຄງການກໍ່ສ້າງ ທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງປັກກິ່ງ ແລະ ໄດ້ສ້າງຕັ້ງ ວິສາຫະກິດຮ່ວມທຶນລາວ-ຈີນ ມາຮັບຜິດຊອບໂຄງການ ໂດຍຄະນະຊີ້ນຳໂຄງການ ກໍໄດ້ຄັດເລືອກບໍລິສັດກໍ່ສ້າງທາງລົດໄຟຈີນເລກ 2 ເປັນຜູ້ຮັບເໝົາກໍ່ສ້າງທາງລົດໄຟ ລະຍະທີ 6 ທີ່ເຊື່ອມຕໍ່ແຂວງວຽງຈັນ ມາຍັງນະຄອນຫຼວງວຽງຈັນ ທັງໄດ້ຄັດເລືອກບໍລິສັດ Great Wall Henan ເປັນທີ່ປຶກສາການກໍ່ສ້າງທາງລົດໄຟ ລະຍະດັ່ງກ່າວ ນັບແຕ່ເດືອນ ທັນວາ 2015 ເປັນຕົ້ນມາ.

ຫລັກໝາຍ ແລວທາງລົດໄຟ
ຫລັກໝາຍ ແລວທາງລົດໄຟ

ໂດຍໃນປັດຈຸບັນນີ້ ການກໍ່ສ້າງອຸໂມງເຊື່ອມຕໍ່ຊາຍແດນ ຢູ່ດ່ານບໍ່ຫານ ໃນເຂດສິບສອງ ພັນນາຂອງຈີນ ກັບດ່ານບໍ່ເຕັນ ໃນແຂວງຫຼວງນ້ຳທາ ຂອງລາວກໍໄດ້ເລີ່ມລົງມືກໍ່ສ້າງ ໃນພາກຕົວຈິງແລ້ວ ທັງນີ້ອຸໂມງດັ່ງກ່າວ ຈະມີລວງຍາວ 9.68 ກິໂລແມັດ ແບ່ງເປັນ 7.17 ກິໂລແມັດ ຢູ່ທີ່ເບື້ອງຈີນ ກັບ 2.51 ກິໂລແມັດ ຢູ່ເບື້ອງລາວ ແລະຈະໃຊ້ເວລາ ກໍ່ສ້າງ ເຖິງ 56 ເດືອນ ຈຶ່ງຈະແລ້ວເສັດ ໂດຍທາງການລາວ ກັບຈີນໄດ້ຕັ້ງຊື່ວ່າ “ອຸໂມງ ມິດຕະພາບ” ເພື່ອສະແດງເຖິງມິດຕະພາບທີ່ເລິກເຊິ່ງ ລະຫວ່າງ 2​ ຊາດ.

ທັງນີ້ທາງການລາວກັລຈີນ ໄດ້ຕົກລົງຮ່ວມທຶນກັນ ໃນສັດສ່ວນ 30 ເປີເຊນ ຕໍ່ 70 ເປີເຊັນ ຂອງການລົງທຶນ ທີ່ມີມູນຄ່າລວມ 38,700 ລ້ານຢວນ ຫຼືຫຼາຍກວ່າ 6,000 ລ້ານໂດລາ ໂດຍກ່ອນໜ້ານີ້ ທະນາຄານເພື່ອການສົ່ງອອກ ແລະນຳເຂົ້າຂອງຈີນ ກໍໄດ້ຕົກລົງໃຫ້ ເງິນກູ້ແກ່ລັດຖະບານລາວ ໃນມູນຄ່າລວມ 480 ລ້ານໂດລາ ເພື່ອນຳໃຊ້ໃນການຮ່ວມ ລົງທຶນ ໝາຍຄວາມວ່າ ລັດຖະບານລາວ ຍັງຈະຕ້ອງຈັດຫາເງິນທຶນອີກ ໃນມູນຄ່າ 1,332 ລ້ານໂດລາ ຈຶ່ງຈະພຽງພໍສຳລັບການຮ່ວມລົງທຶນ ໃນສັດສ່ວນ 30 ເປີເຊັນດັ່ງ ກ່າວ ຊຶ່ງຈະເປັນການກູ້ຢືມຈາກສະຖາບັນການເງິນໃນປະເທດຈີນເຊັ່ນດຽວກັນ.

ສຳລັບການກູ້ຢືມຈາກຈີດັ່ງກ່າວນີ້ ຈະມີລະຍະເວລາ ຜ່ອນຊຳລະຄືນໃນ 5 ປີ ດ້ວຍອັດຕາ ດອກເບ້ຍ 2.3 ເປີເຊັນ ຕໍ່ປີ ແລະລັດຖະບານລາວ ຍັງຈະຕ້ອງຮັບປະກັນໜີ້ເງິນກູ້ ພ້ອມ ດອກເບ້ຍ ດ້ວຍລາຍໄດ້ຈາກບໍ່ແຮ່ Potash ເຖິງ 5 ແຫ່ງທີ່ເປັນໂຄງການລົງທຶນ ຂອງກຸ່ມ ທຸລະກິດຈາກຈີນໃນລາວ.

ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາ ກັບຈີນ ມີລະຍະທ່າງ 427.2 ກິໂລແມັດ ຈາກ ດ້ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງລົດໄຟຂະໜາດ ກວ້າງ 1.435 ແມັດທີ່ແຍກກັນ ລະຫວ່າງ ຂະບວນໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ມີຄວາມຍໄວ 160 ແລະ 120 ກິໂລແມັດ ຕໍ່ຊົ່ວໂມດຕາມລຳດັບ ສ່ວນຂະບວນໂດຍ ສານທີ່ຢູ່ເຂດທົ່ງພຽງ ຈາກວັງວຽງ ມານະຄອນຫຼວງວຽງຈັນນັ້ນ ຈະສາມາດແລ່ນດ້ວຍ ຄວາມໄວ ເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ແລະມີສະຖານີທັງໝົດ 33 ແຫ່ງ.

XS
SM
MD
LG