ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຮ່ວມທຶນ ລາວ-ຈີນ ມີສິດບໍລິຫານ ແລະ ເກັບເອົາຜົນປະໂຫຍດ ຈາກທີ່ດິນເບື້ອງລະ 50 ແມັດ ໃນຕະຫຼອດແລວທາງລົດໄຟໃນ ລາວ


ຮູບພາບ ໃນມື້ເປີດພິທີຂະບວບລົດໄຟຮອບປະຖົມມະເລີກ ລາວ-ຈີນ
ຮູບພາບ ໃນມື້ເປີດພິທີຂະບວບລົດໄຟຮອບປະຖົມມະເລີກ ລາວ-ຈີນ

ບໍລິສັດຮ່ວມທຶນ ລາວ-ຈີນ ເປັນວິສາຫະກິດລາຍດຽວທີ່ມີສິດບໍລິຫານ ແລະ ເກັບເອົາຜົນປະໂຫຍດຈາກທີ່ດິນເບື້ອງລະ 50 ແມັດໃນຕະຫຼອດແລວທາງລົດໄຟໃນ ລາວ ຊຶ່ງຝ່າຍ ຈີນ ຈະໄດ້ຮັບຜົນປະໂຫຍດ 70 ເປີເຊັນ.


ນັກທຸລະກິດ ໄທ ໃນ ລາວ ໄດ້ໃຫ້ທັດສະນະວ່າການເດີນລົດໄຟທີ່ເຊື່ອມຕໍ່ລະຫວ່າງ ລາວ ກັບ ຈີນ ຈະສ້າງຜົນປະໂຫຍດທາງເສດຖະກິດໃຫ້ກັບ ຈີນ ແລະ ລາວ ເພີ່ມຂຶ້ນທັງໃນດ້ານການຄ້າ, ດ້ານບໍລິການ ແລະ ທ່ອງທ່ຽວເພາະການເດີນທາງ ແລະ ການຂົນສົ່ງທີ່ສະດວກວ່ອງໄວຂຶ້ນນັ້ນ ຍ່ອມຈະສົ່ງຜົນດີທັງຕໍ່ການຂົນສົ່ງສິນຄ້າ ແລະ ການເດີນທາງໄປ-ມາລະຫວ່າງປະຊາຊົນ ລາວ ກັບ ຈີນ ແລະ ບັນດານັກທ່ອງທ່ຽວຊາວຕ່າງຊາດດ້ວຍ ເຖິງແມ່ນວ່າໃນປັດຈຸບັນຈະຍັງມີບັນຫາການລະບາດໄວຣັສໂຄວິດ-19 ຢູ່ກໍຕາມ ແຕ່ວ່າກໍເປັນໂອກາດທີ່ ລາວ ຈະໄດ້ຕຽມຄວາມພ້ອມດ້ານຕ່າງໆເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງມາ ລາວ ເພີ່ມຂຶ້ນພາຍຫຼັງທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ.

ສຳລັບການດຳເນີນງານຂອງບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໃນລາວ ນັ້ນກໍຄືການພັດທະ ນາລະບົບການໃຫ້ບໍລິການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດຢູ່ທີ່ສະຖານີລົດໄຟ ແລະ ພື້ນທີ່ທັງ 2 ເບື້ອງຂອງທາງລົດໄຟເບື້ອງລະ 5 ແມັດທີ່ເປັນສິດຂອງບໍລິສັດຮ່ວມທຶນທາງລົດ ໄຟ ລາວ-ຈີນ ໃນການພັດທະນາ ແລະ ເກັບເອົາຜົນປະໂຫຍດໃນຕະຫຼອດແລວທາງລົດໄຟໃນ ລາວ ນັ້ນຊຶ່ງເປັນໄປຕາມສັດສ່ວນຂອງການຮ່ວມລົງທຶນກໍຄືຝ່າຍ ຈີນ ຈະໄດ້ຮັບຜົນປະໂຫຍດ 70 ເປີເຊັນກັບຝ່າຍ ລາວ ຈະໄດ້ຮັບ 30 ເປີເຊັນ ທັງຍັງຈະໄດ້ຮັບຜົນປະໂຫຍດທາງການຄ້າເພີ່ມຂຶ້ນອີກດ້ວຍ ຖ້າຫາກວ່າລັດຖະບານ ລາວ ມີການຈັດຕັ້ງປະຕິບັດແຜນການສົ່ງເສີມການຜະລິດສິນຄ້າເພື່ອສົ່ງອອກໄດ້ຢ່າງມີປະສິດທິພາບສູງ ຫາກບໍ່ສະນັ້ນຜົນປະໂຫຍດກໍຈະຕົກເປັນຂອງ ຈີນ ພຽງຝ່າຍດຽວ ດັ່ງທີ່ນັກທຸລະກິດໄທ ໄດ້ໃຫ້ການຢືນຢັນວ່າ

“ຈີນ ນີ້ມາລົງທຶນໃນ ລາວ ແລ້ວ ຈີນ ເປັນຫຸ້ນໃຫຍ່ ແລ້ວ ຈີນ ກໍຍັງເອົາພື້ນທີ່ສອງຟາກຂອງເສັ້ນ ທາງລົດໄຟຂ້າງລະ 50 ແມັດໄປເປັນຂອງບໍລິສັດຮ່ວມຄ້າລະຫວ່າງ ຈີນ ກັບ ລາວ ໃນເມື່ອວ່າ ຈີນ ມີຫຸ້ນເຖິງ 70 ເປີເຊັນນີ້ ດັ່ງນັ້ນນັກທຸລະກິດ ລາວ ເຂົາກໍເບິ່ງເໝືອນກັບວ່າເຂົາຈະບໍ່ໄດ້ຫຍັງ ແຕ່ ຈີນ ເຂົາບໍ່ໄດ້ເອົາປຽບ ເອົາກໍເລີຍເປີດຮັບບໍລິສັດຮ່ວມຄ້າວ່າ ລາວ ກໍຜະລິດສິນຄ້າ ເຂົາຮັບຊື້ບໍ່ອັ້ນ ພຽງແຕ່ວ່າຖ້າ ລາວ ກອດເອິກບໍ່ເຮັດຫຍັງ ເຂົາກໍບໍ່ໄດ້ປະໂຫຍດແທ້ໆ ແລະ ທ້າຍທີ່ສຸດກໍຈະມີພໍ່ຄ້າ ຈີນ ເຕັມໄປໝົດ ແລະ ລາວກໍຈະກາຍເປັນມົນທົນນຶ່ງຂອງ ຈີນ.”

ທາງລົດໄຟ ລາວ-ຈີນ ໃນລາວ ເປັນໂຄງການຮ່ວມມືລະຫວ່າງລັດຖະບານ ລາວ-ຈີນ ທີ່ເປັນສ່ວນປະກອບນຶ່ງໃນແຜນການນຶ່ງແລວ-ນຶ່ງເສັ້່ນທາງ ຫຼື BRI ທີ່ລິເລີ່ມໂດຍທ່ານ ສີ ຈິ່ນຜິງ ປະທານປະ ເທດ ຈີນ ໂດຍສະເພາະໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການເມື່ອວັນທີ 4 ທັນວາ 2021 ລັດຖະບານ ລາວ-ຈີນ ໄດ້ມອບໝາຍໃຫ້ລັດວິສະຫະກິດລົດໄຟທັງ 2​ ຝ່າຍຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນລົດໄຟ ລາວ-ຈີນ ຂຶ້ນມາ ເພື່ອຮັບຜິດຊອບການບໍລິຫານໂຄງການທັງໝົດໃນ ລາວ ໂດຍທີ່ຝ່າຍລາວກັບ ຈີນ ຮ່ວມລົງທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70​ ເປີເຊັນຂອງມູນຄ່າລົງທຶນລວມ 37,450 ລ້ານຢວນ ຊຶ່ງແບ່ງເປັນທຶນເລີ່ມຕົ້ນ 40 ເປີເຊັນທີ່ລັດວິສາຫະກິດລົດໄຟ ລາວ-ຈີນ ຮັບຜິດຊອບຮ່ວມກັນ ແລະ 60 ເປີເຊັນທີ່ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ກູ້ຢືມຈາກທະນາຄານຂອງລັດຖະບານ ຈີນ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ລັດວິສາຫະກິດລົດໄຟ ລາວ ກູ້ຢືມຈາກທະນາຄານ ຈີນ ເພື່ອປະກອບສ່ວນເປັນທຶນເລີ່ມຕົ້ນ 40 ເປີເຊັນໃນມູນຄ່າ 4,494 ລ້ານຢວນກັບຝ່າຍ ຈີນ ປະກອບສ່ວນ 10,486 ລ້ານຢວນ ສ່ວນບໍລິສັດທາງລົດໄຟ ລາວ-ຈີນ ທີ່ຮັບຜິດຊອບທຶນ 60 ເປີເຊັນ ຫຼື 22,470 ລ້ານຢວນນັ້ນ ກໍປະກອບມີ 4 ຂາຫຸ້ນຄືບໍລິສັດລົງທຶນລົດໄຟບໍ່ຫານ-ວຽງຈັນ (ຈີນ) 40 ເປີເຊັນ, ລັດວິສາຫະກິດລົດໄຟແຫ່ງຊາດ ລາວ 30 ເປີເຊັນ, ກຸ່ມບໍລິສັດລົງທຶນແຫ່ງຊາດ ຈີນ 20 ເປີເຊັນ ແລະ ກຸ່ມບໍລິສັດລົງທຶນແຂວງຢຸ່ນໜານ 10 ເປີເຊັນຕາມລຳດັບ.

ນອກຈາກນີ້ບັນດາບໍລິສັດຈາກ ຈີນ ກໍຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ຄຸມສຳປະທານໂຄງການຕ່າງໆໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ໃນລາວຫຼາຍທີ່ສຸດດ້ວຍ ນັບແຕ່ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ເຖິງນະຄອນຫຼວງວຽງຈັນ ເຊັ່ນໂຄງການພັດທະນາເມືອງໃໝ່ວັງວຽງ ແຂວງວຽງຈັນ ທີ່ຈະລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດເມືອງໃໝ່ວັງວຽງ ທີ່ຝັ່ງຕາເວັນຕົກຂອງນໍ້າຊອງທີ່ມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ ໃຫ້ເປັນເຂດບໍລິການ ແລະ ທ່ອງທ່ຽວຄົບວົງຈອນ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວ ຈີນ ໃຫ້ໄດ້ເຖິງ 9 ລ້ານຄົນຕໍ່ປີນັບແຕ່ປີ 2024 ເປັນຕົ້ນໄປ ສ່ວນຢູ່ທີ່ແຂວງອຸດົມໄຊນັ້ນ ບັນດາບໍລິສັດຈາກ ຈີນ ໄດ້ພາກັນເຂົ້າມາລົງທຶນໃນພາກການຜະລິດກະສິກຳ, ພາກບໍລິການ-ການທ່ອງທ່ຽວ ແລະ ໂລຈິສຕິກ ເພາະເລັງເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງທີ່ສະດວກວ່ອງໄວຂຶ້ນ ດ້ວຍທາງລົດໄຟ ລາວ-ຈີນ ນັ້ນເອງ.

XS
SM
MD
LG