ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວແລະກໍາປູເຈຍ-ອາເມຣິກັນ ພາກັນຕັ້ງໂຄງການບັນເທົາທຸກ ພະຍາດໂຄວິດ-19 ຂຶ້ນມາ ເພື່ອຊ່ວຍປະຊາຄົມລາວ ຢູ່ລັດອີລິນອຍ


ການແຈກເຄື່ອງບັນເທົາທຸກຈາກພະຍາດໂຄວິດ-19 ຂອງຊາວລາວ ແລະກໍາປູເຈຍ-ອາເມຣິກັນ ໃນລັດອີລິນອຍ

ທ້າມກາງການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ຢູ່ທົ່ວປະເທດ ລວມທັງລັດອີລີນອຍ ທີ່ເປັນລັດນຶ່ງທີ່ກັບມີການລະບາດຢ່າງວ່ອງໄວກັບຄືນມາອີກພາຍຫລັງໄດ້ເລີ້ມເປີດລັດຄືນໃນເດືອນພຶດສະພາຜ່ານມາຊຶ່ງກົງກັບເດືອນ ສົ່ງເສີມມູນເຊື້ອຊາວເອເຊຍຫລື Asian Month ຢູ່ໃນສະຫະລັດນັ້ນ ທີມງານ ນຶ່ງຈາກມູນນິທິສົ່ງເສີມການສຶກສາ ທີ່ມີຫລາກຫລາຍວັດທະນະທໍາ ຂອງລັດອີ ລິນອຍ ຊຶ່ງລວມມີທັງຊາວອາເມຣິກັນເຊື້ອສາຍລາວ ແລະ ເຊື້ອສາຍກໍາປູເຈຍ ໄດ້ພາກັນສ້າງຕັ້ງໂຄງການຊ່ວຍບັນເທົາທຸກຈາກພະຍາດໂຄວິ-19 ຂຶ້ນມາເພື່ອ ຊ່ວຍເຫລືອປະຊາຄົມລາວ ໃນທ້ອງຖິ່ນດັ່ງກ່າວ. ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງຈາກບົວສະຫວັນ, ຜູ້ສໍາພາດທີມງານດັ່ງກ່າວໄດ້ໃນອັນດັບຕໍ່ໄປ.

ທີມງານຂອງມູນນິທິການສຶກສາຫລາກຫລາຍວັດທະນະທໍາ ກໍາລັງກຽມເຄື່ອງເພື່ອແຈກຢາຍໃຫ້ຄົນ ຢູ່ໃກ້ໂບດແຫ່ງນຶ່ງ
ທີມງານຂອງມູນນິທິການສຶກສາຫລາກຫລາຍວັດທະນະທໍາ ກໍາລັງກຽມເຄື່ອງເພື່ອແຈກຢາຍໃຫ້ຄົນ ຢູ່ໃກ້ໂບດແຫ່ງນຶ່ງ

ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ຢູ່ທົ່ວປະເທດ ລວມທັງລັດອີລີ ນອຍ ໄດ້ເພີ້ມຂຶ້ນຢ່າງວ່ອງໄວເປັນພິເສດໃນ 2 ເດືອນຜ່ານມານັ້ນຊຶ່ງໄດ້ສົ່ງຜົນ ກະທົບແກ່ຄົນຢູ່ທຸກແຫ່ງຫົນໂດຍສະເພາະແມ່ນພວກທີ່ມີລາຍໄດ້ຕໍ່າ ແລະເສຍ ວຽກເຮັດງານທໍາ. ທ້າມກາງສະພາບການດັ່ງກ່າວກໍມີຄົນອາເມຣິກັນເຊື້ອສາຍ ລາວແລະກໍາປູເຈຍກຸ່ມນຶ່ງ ຊຶ່ງຢູ່ໃນຄະນະກໍາມະການບໍລິຫານມູນນິທິການສຶກ ສາທີ່ມີຫລາກຫລາຍວັດທະນະທໍາຫຼື Multicultural Education Outreach Foundation ແລະເອີ້ນຫຍໍ້ວ່າ MOEF ນັ້ນໄດ້ພາກັນສ້າງຕັ້ງໂຄງການຊ່ວຍ ບັນເທົາທຸກຈາກພະຍາດໂຄວິ-19 ຂຶ້ນມາ ໃນເດືອນພຶດສະພາຜ່ານມານີ້ ຊຶ່ງ ທ່ານນາງເຄດ ວໍລະຣາດ, ຜູ້ນຶ່ງນອນຢູ່ໃນຄະນະກໍາມະການດັ່ງກ່າວບອກວ່າ ຕາມປົກກະຕິແລ້ວມູນນິທິນີ້ແມ່ນຈັດຕັ້ງກິດຈະກໍາພັກໃນລະດູຮ້ອນເປັນເວລາ 2 ອາທິດໃນແຕ່ລະປີເພື່ອໃຫ້ເດັກນ້ອຍທີ່ມາຈາກຄອບຄົວຄົນລາວແລະຄອບ ຄົວຄົນລາວ ປະສົມກັບເຊື້ອສາຍອື່ນຮຽນວັດທະນະທໍາແລະມູນເຊື້ອຂອງຫຼາຍ ຊົນເຜົ່າຢູ່ໃນສະຫະລັດ. ແຕ່ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ໃນໄລຍະນີ້ ຈຶ່ງໄດ້ໂຈະກິດຈະກໍາປະຈໍາປີນັ້ນໄວ້.

ເຄື່ອງບາງຢ່າງທີ່ເອົາມາໃສ່ຖົງອາຫານເພື່ອແຈກຢາຍໃຫ້ຄົນທີ່ຂາດເຂີນຍ້ອນໂຄວິດ-19
ເຄື່ອງບາງຢ່າງທີ່ເອົາມາໃສ່ຖົງອາຫານເພື່ອແຈກຢາຍໃຫ້ຄົນທີ່ຂາດເຂີນຍ້ອນໂຄວິດ-19

ໃນຂະນະດຽວກັນທ່ານ ອາລູນ ໂຄທິເສນ, ຊຶ່ງຢູ່ໃນຄະນະກໍ່ຕັ້ງມູນນິທິ ການ ສຶກສານີ້ຂຶ້ນມາກໍໄດ້ບອກວ່າ ໂດຍສືບຕໍ່ຈຸດປະສົງໃນການຊ່ວຍເຫລືອປະຊາ ຄົມລາວຢູ່ໃນລັດອີລີນອຍ ແລະເພື່ອເປັນການສະຫລອງ ເດືອນແຫ່ງຊາວອາເມຣິກັນ ເຊື້ອສາຍເອເຊຍປາຊິຟິກ ຄະນະບໍລິຫານມູນນິທິນີ້ ຈຶ່ງໄດ້ຮີບໂຮມເອົາການຊ່ວຍເຫລືອບັນເທົາທຸກໄປໃຫ້ພວກທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຂຶ້ນມາແທນ ຊຶ່ງທ່ານໄດ້ເລົ່າຫຍໍ້ໆ ເຖິງປະຫວັດມູນນິທິນີ້ ແລະຈຸດປະສົງ ຂອງການສ້າງຕັ້ງໂຄງການຊ່ວຍເຫລືອນີ້ຂຶ້ນມາ ຢູ່ໃນການໃຫ້ສໍາພາດຜ່ານທາງວີດິໂອກັບວີໂອເອສູ່ຟັງວ່າ:

ລິງໂດຍກົງ
ທີມງານຂອງ ມູນນິທິ MEOF ກໍາລັງຂົນຫໍ່ອາຫານລົງຈາກລົດເພື່ອເອົາໄວ້ແຈກຢາຍໃຫ້ຄົນ
ທີມງານຂອງ ມູນນິທິ MEOF ກໍາລັງຂົນຫໍ່ອາຫານລົງຈາກລົດເພື່ອເອົາໄວ້ແຈກຢາຍໃຫ້ຄົນ

ນັບແຕ່ໄດ້ສ້າງຕັ້ງມາ ໂຄງການຊ່ວຍເຫລືອບັນເທົາດັ່ງກ່າວ ກໍໄດ້ແຈກຢາຍ ເຄື່ອງຊ່ວຍເຫລືອມາໄດ້ສອງຄັ້ງແລ້ວ ຊຶ່ງທ່ານນາງ ລີຊາ ຫລວງສົງຄາມເລົ່າ ເຖິງຂັ້ນຕອນຈັດຕັ້ງປະຕິບັດ ໃນການໃຫ້ເຄື່ອງຊ່ວຍເຫລືອນັ້ນສູ່ຟັງວ່າ:

ລິງໂດຍກົງ
ໜ້າກາກປິດປາກທີ່ສະມາຊິກຂອງມູນນິທີການສຶກສາທີ່ມີຫລາກຫລາຍວັດທະນະທໍາ ບໍລິຈາກໃຫ້ຄົນ
ໜ້າກາກປິດປາກທີ່ສະມາຊິກຂອງມູນນິທີການສຶກສາທີ່ມີຫລາກຫລາຍວັດທະນະທໍາ ບໍລິຈາກໃຫ້ຄົນ

ພ້ອມກັນນັ້ນ ທ່ານນາງ ຄໍາປາ ແກ້ວວໍຣະກົດ, ແມ່ຍິງເຊື້ອສາຍກໍາປູເຈຍ ທີ່
ເປັນຜູ້ນຶ່ງຮ່ວມເຮັດໂຄງການນີ້ຂຶ້ນມາກໍໄດ້ບອກລາຍລະອຽດ ກ່ຽວກັບເຄື່ອງ
ທີ່ບໍລິຈາກຂອງໂຄງການນີ້ໃນທັງສອງຄັ້ງ ໃຫ້ຟັງວ່າ:

“MOEF did the food distribution in May which is the celebration Asian Pacific American Heritage month, so we gave a way Asian ingredients, such as fish source, soy source, vegetable oil, salt, sardine and a variety of instant noodles. We also gave away face masks made by one of our board members. And because this food distribution was so successful, we wanted to host another food distribution in June. So, this time we handed out some pasta, instant noodles, crackers, cake mix, barbeque source… We also gave away rice and butter and spam and a face mask for each bag. And each food distribution we were able to prepare and distribute 50 bags of food. And the value of each bag came to about $15 to $20 worth of food. The families were very grateful and we hope we host more events like this in the future.”

“ມູນນິທິ MOEF ໄດ້ແຈກຢາຍອາຫານໃນເດືອນພຶດສະາພ ຊຶ່ງເປັນເດືອນສະ ຫລອງມູນເຊື້ອຂອງຊາວອາເມຣິກັນເຊື້ອສາຍເອເຊຍຢາຊີຟິກ ສະນັ້ນພວກເຮົາ ເອົາເຄື່ອງປຸງແຕ່ງອາຫານເອເຊຍແຈກຢາຍໃຫ້ຄົນເຊັ່ນນໍ້າປາ, ສະອີ້ວ, ນໍ້າມັນ ພືດ, ເກືອ, ກັບປາຊາດີນ, ໝີ່ສໍາເລັດຮູບ ໃນຫລາຍໆຍີ່ຫໍ້. ພວກເຮົາຍັງໄດ້
ເອົາໜ້າກາກທີ່ເຮັດໂດຍສະມາຊິກຄົນນຶ່ງໃນຄະນະຂອງພວກເຮົານີ້ໃຫ້ແກ່ຄົນ
ອີກ. ແລະເນື່ອງຈາກວ່າ ການແຈກຢາຍອາຫານໃນຄັ້ງນີ້ ໄດ້ຮັບຜົນສໍາເລັດ
ຫຼາຍພວກເຮົາຢາກຈະຈັດໃຫ້ມີການແຈກອາຫານອີກໃນເດືອນມິຖຸນາ. ສະນັ້ນ ໃນຄັ້ງນີ້ ພວກເຮົາໄດ້ເອົາສະປາເກັດຕີ, ໝີ່ສໍາເລັດຮູບ, ເຂົ້າໜົມກອບ, ແປ້ງ ເຮັດເຄັກ, ນໍ້າຊອສເອືອບຊີ້ນ ແລະອື່ນໆ. ພວກເຮົາຍັງເອົາເຂົ້າ ແລະນໍາມັນ ເບີ, ກັບຊີ້ນແລະໜ້າກາກໃສ່ນໍາແຕ່ລະຖົງນັ້ນອີກ. ແລະໃນການແຈກອາຫານ
ແຕ່ລະຄັ້ງພວກເຮົາສາມາດກຽມ ແລະເອົາເຄື່ອງ 50 ຖົງໃຫ້ຄົນ. ແລະມູນຄ່າ ອາຫານໃນແຕລະຖົງຕົກປະມານ 15 ໂດລາ ຫາ 20 ໂດລາ. ຄອບຄົວທີ່ໄດ້ ຮັບເຄື່ອງນີ້ຮູ້ສຶກເຖິງບຸນຄຸນຢ່າງຫລົ້ນເຫລືອແລະພວກເຮົາຫວັງວ່າ ຈະມີການ
ຈັດໃຫ້ເຮັດການກຸສົນແບບນີ້ຂຶ້ນອີກໃນອະນາຄົດ.”

ທ່ານນາງ ນົກ ຊະນະວົງໄຊ ຊຶ່ງເປັນຜູ້ນຶ່ງໃນຄະນະດຽວກັນນັ້ນ ໄດ້ເລົ່າເຖິງວິທີການແຈກຢາຍຫໍ່ສິ່ງຂອງບໍລິຈາກເຫລົ່ານີ້ສູ່ວີໂອເອຟັງວ່າ:

ລິງໂດຍກົງ

ເມື່ອຖາມເຖິງເງິນຊື້ເຄື່ອງບໍລິຈາກເຫລົ່ານີ້ ທ່ານ ໂລ ທະນະດາບຸດ, ຊຶ່ງທ່ານ ພ້ອມດ້ວພັນລະຍາ ກໍນອນຢູ່ໃນຄະນະກໍາມະການສ້າງຕັ້ງໂຄງການນີ້ຂຶ້ນມາ ບອກວ່າ ໄດ້ມາຈາກ 3 ແຫລ່ງ ຊຶ່ງທ່ານໃຫ້ລາຍລະອຽດດັ່ງນີ້:

ລິງໂດຍກົງ

ກຸ່ມດັ່ງກ່າວນີ້ອາໄສ ຢູ່ໃນເມືອງແອລຈີນ, ຢູ່ໃນເຂດຕາເວັນຕົກສຽງເໜືອຂອງ ລັດອີລິນອຍ ຊຶ່ງເປັນນຶ່ງໃນສາມລັດຢູ່ໃນເຂດຕາເວັນຕົກຕອນກາງຂອງສະຫະ ລັດມີການລະບາດຂອງພະຍາດໂຄວິດ-19 ເຄີຍຢູ່ໃນສະພາບຄວບຄຸມໄດ້ແລ້ວ ໃນ ໄລຍະນຶ່ງ ແຕ່ກັບມາມີທ່າອ່ຽງສູງຂຶ້ນ ຄືນມາອີກຫລັງຈາກການສະຫລອງ ວັນລະນຶກເຖິງນັກລົບເສຍຊີວິດໃນສົງຄາມໃນທ້າຍເດືອນພຶດສະພາເປັນຕົ້ນມາ ຊຶ່ງມັນຍັງຈະສືບຕໍ່ສົ່ງຜົນກະທົບ ໃຫ້ຄົນລາວໃນທ້ອງຖິ່ນນັ້ນບໍ່ຫລາຍກໍໜ້ອຍ. ສະນັ້ນ, ຫລັງຈາກເສັດສິ້ນໃນການໃຫ້ການບໍລິຈາກເຄື່ອງບັນເທົາທຸກສ່ວນໃດ ສ່ວນນຶ່ງໃຫ້ແກ່ຜູ້ທີ່ພົບຄວາມຫຍຸ້ງຍາກສອງຄັ້ງຜ່ານມາແລ້ວ ມູນນິທິການສຶກ ສາທີ່ວ່ານີ້ ຍັງສືບຫາທາງທີ່ຈະດໍາເນີນໂຄງການນີ້ ອີກຕໍ່ໄປຢູ່ ຊຶ່ງທ່ານລອນ ຫລວງສົງຄາມເປີດເຜີຍສູ່ຟັງວ່າ:

ລິງໂດຍກົງ


ທ້າຍສຸດ ທ່ານນາງເຄດ ວໍລະຣັດ ຊຶ່ງເປັນຜູ້ນຶ່ງ ຮວມຢູ່ໃນຄະນະກໍາມະການ ບໍລິ ຫານມູນນິທິການສຶກສາດັ່ງກ່າວ ແລະເປັນຜູ້ປະສານງານ ຂອງກຸ່ມກັບວີ ໂອເອ ບອກວ່າຢູ່ໃນທີມງານທີ່ມີ 11 ຄົນທີ່ມີຈິດໃຈເມດຕາກະລຸນາ ທີ່ສະລະ ເວລາ ແລະຊັບສິນເຂົ້າໃນໂຄງການນີ້ເພື່ອຊ່ວຍເຫລືອປະຊາຄົມລາວໃນທ້ອງ ຖິ່ນດັ່ງກ່າວ ທີ່ໄດ້ພົບຄວາມຫຍຸ້ງຍາກຍ້ອນຖືກຕົກງານ ຫລື ສູນເສຍລາຍໄດ້ ຍ້ອນເຫດຜົນອື່ນນັ້ນ ກໍຍັງມີ ທ່ານນາງແຫລ້ ວົງພັກດີ ຊຶ່ງໄດ້ປາກົດໂຕຢູ່ໃນ ການສໍາພາດຜ່ານທາງວີດິໂອ ແຕ່ບໍ່ໄດ້ໃຫ້ການສໍາພາດ, ທ່ານນາງ ລີລີ່ ໂຄ ໄຊໂຍ ແລະ ທ່ານນາງນີນາ ສີຫາຣາດ ທີ່ບໍ່ໄດ້ເຂົ້າຮ່ວມໃນການໃຫ້ສໍາພາດ ຄັ້ງນີ້.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້

Laotian and Cambodian Americans in IL Set Up Covid-19 Relief Food Packages Program

A group of eleven Laotian and Cambodian-Americans from Multicultural Educational Outreach Foundation (MEOF) in Illinois launched a Covid-19 Relief Food Package in May to help Lao community and also celebrate the Asian Pacific Americans Month. The MEOF would do a two-week Summer Program for children to learn different cultures, but it launched this program instead as Covid-19 pandemic this year, said Aloun Kothisen, the founding Committee member. By mobilizing donations from its own members, parents, and local Lao businesses, the program has so far distributed 100 food and masks packages worth of $20 each during the last two months and plans to continue to do so in the future.

XS
SM
MD
LG