ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

່ທຸລະກິດໂຮງງານຜະລິດເຫຼົ້າ ເປັນວຽກທີ່ຍາກ ແຕ່ສາມາດປະສົບຄວາມສຳເລັດສູງ


ທ່ານ ອິດສະຫຼະ ອຸ່ນນະລາດ, ອະທິບາຍ ກ່ຽວກັບ ການກັ່ນເຫຼົ້າ.
ທ່ານ ອິດສະຫຼະ ອຸ່ນນະລາດ, ອະທິບາຍ ກ່ຽວກັບ ການກັ່ນເຫຼົ້າ.

ເຫຼົ້າມີຫຼາກຫຼາຍປະເພດ ແລະ ຕະຫຼາດກໍກວ້າງຂວາງ. ຖ້າທ່ານມີສູດເຫຼົ້າທີ່ດີ ແລະ ຫວັງຢາກເປີດທຸລະກິດດ້ານນີ້ ທ່ານອາດມີໂອກາດປະສົບຄວາມສຳເລັດສູງ. ພຸດທະສອນ ມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດລາວ ມີເຄື່ອງດື່ມມຶນເມົາທີ່ເປັນເອກະລັກຂອງຕົນເອງຄືຫຼາຍປະເທດ, ບໍ່ວ່າຈະເປັນເບຍ, ເຫຼົ້າຂາວ, ເຫຼົ້າໂທ, ເຫຼົ້າໄຫ ແລະ ອື່ນໆ. ພວກເຮົາມັກປຽບທຽບເຫຼົ້າຂາວລາວໃສ່ເຫຼົ້າ ວົດກາ ຂອງ ຣັດເຊຍ. ປະຊາຊົນຈຳນວນນຶ່ງມັກຈະເຮັດເຫຼົ້າເອົາຢູ່ບ້ານຂອງເຂົາເຈົ້າ, ແຕ່ຍັງບໍ່ມີໃຜສາມາດສົ່ງອອກແຂ່ງຂັນກັບຕະຫຼາດສາກົນໄດ້ເທື່ອ.

ຢູ່ໃນ ສະຫະລັດ, ການກັ່ນເຫຼົ້າ ຫຼື ຜະລິດເຫຼົ້າຢູ່ບ້ານ ເປັນສິ່ງທີ່ຜິດກົດໝາຍ. ສິ່ງທີ່ສຳຄັນທີ່ສຸດກ່ອນການເລີ່ມຕົ້ນກັ່ນເຫຼົ້າແມ່ນຕ້ອງໄດ້ມີໃບອະນຸຍາດຕ່າງໆຢ່າງຄົບຖ້ວນ. ແຕ່ລະເຂດ, ເມືອງ ແລະ ລັດມີກົດລະບຽບຕ່າງກັນ. ແລະ ຄ່າທຳນຽມນັ້ນກໍອາດຈະສູງ ແຕ່ມັນຈຳເປັນຕ້ອງໄດ້ມີຖ້າທ່ານຈິງຈັງຢາກຈະນຳເອົາເຫຼົ້າອອກໄປໃຫ້ຄົນໃນໂລກໄດ້ດື່ມ.

ທ່ານ ອິດສະຫຼະ ອຸ່ນນະລາດ ເຈົ້າຂອງໂຮງງານເຫຼົ້າຂາວລາວໄດ້ເປີດກິດຈະ ການຂອງລາວມາໄດ້ເກືອບ 6 ປີແລ້ວ. ເຊິ່ງຄວາມຄິດທຸລະກິດຂອງລາວໄດ້ເລີ່ມມາຈາກການເບິ່ງສາລະຄະດີໃນໂທລະພາບ ກ່ຽວກັບ ການເຮັດເຫຼົ້າ Moonshine, ເຊິ່ງລາວໄດ້ກ່າວ ກ່ຽວກັບ ຂັ້ນການຂັ້ນຕອນເລີ່ມຕົ້ນຕ່າງໆຂອງທຸລະກິດຂອງລາວວ່າ

“ຕອນຂະນ້ອຍໄປຊ້ອມທະຫານ ຢູ່ລັດ ເທັນເນັສຊີ, ໄປພັກຜ່ອນ ຢູ່ໂຮງແຮມ, ເບິ່ງໂທລະພາບ, ຊ່ອງເຂົາເອີ້ນວ່າ Moonshiner ຂຶ້ນມາ, ເຫັນກະເລີຍຄຶດໃນໃຈວ່າ ພວກນີ້ນິ ອາເມກາ ເຂົາເຮັດເຫຼົ້າຢູ່ໃນປ່າໄດ້ ຂະນ້ອຍກໍຈະເຮັດໄດ້ໃດນິມັນຊິຍາກປານໃດແມ່ນບໍ່? ລະຂະນ້ອຍຕັ້ງບໍລິສັດແທ້ຈິງ, ມີເອົາລາຍເຊັນ ເອົາຫຍັງມັນກະຊິບໍ່ຍາກ. ມັນມີສາມວິທີ, ສາມລະດັບ. ລະດັບໜຶ່ງຫັ້ນຕ້ອງໄດ້ເອົາລາຍເຊັນຂອງລັດຖະບານກາງກ່ອນ. ໄດ້ລາຍເຊັນລັດຖະ ບານກາງມາແລ້ວຕ້ອງໄດ້ເອົາລາຍເຊັນຂອງລັດ. ແລ້ວລະກະເມືອງ. ມີສາມອັນກ່ອນຊິຕັ້ງຮ້ານໄດ້. ກ່ອນຊິໄດ້ລາຍເຊັນລັດຖະບານກາງຕ້ອງໄດ້ມີຮ້ານກ່ອນ, ມີໂຮງເກັບສິນ ຄ້າ. ສະນັ້ນຂະນ້ອຍກະຕ້ອງໄດ້ຊອກຫາໂຮງເກັບສິນຄ້າ. ກະມາເຈິຢູ່ເມືອງ ສຕີເວັນສວິລ, ລັດ ແມຣີແລນ. ຄວາມໃຫຍ່ຂອງໂຮງເກັບສິນຄ້າ 4,700 ຕາລາງຟຸດ.”

ອຸປະກອນກັ່ນເຫຼົ້າຈະເປັນສິ່ງສຳຄັນຫຼັກ ໃນການເປີດໂຮງງານເຫຼົ້າ, ເຊິ່ງລາຄາແມ່ນມີຫຼາກຫຼາຍ. ອຸປະກອນພື້ນ ຖານທີ່ສຸດກໍຈະແມ່ນເຄື່ອງຕົ້ມເຫຼົ້າ, ເຄື່ອງໝັກເຫຼົ້າ, ແລະ ເຄື່ອງກັ່ນເຫຼົ້າ. ໝໍ້ຕົ້ມເຫຼົ້າລາຄາອາດຈະປະມານ 11,000 ໂດລາ, ເຄື່ອງໝັກປະມານ 6,500 ໂດລາ ແລະ ເຄື່ອງກັ່ນກໍອາດຈະເລີ່ມຕົ້ນປະມານ 3,000 ໂດລາ ແລ້ວແຕ່ຂະໜາດທີ່ຕ້ອງການ.

ນອກນັ້ນມັນຍັງຈະມີອຸປະກອນອື່ນໆອີກທີ່ຕ້ອງໄດ້ຊື້, ລວມທັງຖັງເກັບເຫຼົ້າ. ຖ້າຈະເວົ້າແລ້ວລາຄາລວມທັງໝົດໃນການຕັ້ງໂຮງງານເຫຼົ້ານີ້ແມ່ນສະເລ່ຍປະມານ 100,000 ໂດລາເປັນຢ່າງຕໍ່າ.

ສ່ວນແກ້ວເຫຼົ້ານັ້ນ, ແມ່ນສາມາດຈ້າງບໍລິສັດອື່ນເຮັດໃຫ້ກໍໄດ້, ລາຄາກໍຈະລະຫວ່າງ 2 ຫາ 5 ໂດລາ. ຫຼືວ່າຈະຊື້ເຄື່ອງມາເຮັດເອງ ເຊິ່ງອາດມີລາຄາແພງຫຼາຍ ສຳລັບຕອນເລີ່ມຕົ້ນຂອງທຸລະກິດ.

ຄ່າໃຊ້ຈ່າຍໃນການຊື້ເຄື່ອງປຸງແຕ່ງເຫຼົ້າ ແມ່ນຂຶ້ນກັບຕົນເອງ, ຄຸນນະພາບຂອງມັນ ແລະ ແຫຼ່ງທີ່ມາຂອງເຄື່ອງປຸງທີ່ຊື້.

ຫຼັງຈາກທ່ານເຮັດເຫຼົ້າແລ້ວໆ ແລະ ກ່ອນຈະສົ່ງອອກຂາຍນັ້ນ, ລັດຖະບານຕ້ອງໄດ້ມາກວດສອບເພີ່ມເຕີມ, ເຊິ່ງທ່ານ ອິດສະຫຼະ ໄດ້ກ່າວວ່າ

“2016 ເດືອນສາມ, ໄດ້ເປີດປະຕູຂາຍໃຫ້ສາທາລະນະ. ຕ້ອງໄດ້ມີການກວດວຽກກ່ອນ. ເພາະວ່າທຸກຢ່າງທີ່ວ່າຂະນ້ອຍເຮັດຫັ້ນ ເຫຼົ້າຂາວ, ຫຼືເຫຼົ້າໂຕໝັກຢູ່ໃນຖັງຫັ້ນ, ຕ້ອງມີການກວດສອບໝົດ ຕ້ອງໄດ້ສົ່ງໄປໃຫ້ພວກລັດຖະ ບານກາງກວດໝົດທຸກອັນກ່ອນ. ຈາກເຂົາກວດແລ້ວເຂົາກັບຄືນມາລະວ່າໂອເຄ..ມັນຊິບໍ່ມີພິດຫັ້ນນະ, ຫຼື ມັນຊິບໍ່ເຮັດໃຫ້ຄົນເປັນໄຂ້ ລະເຂົາກະວ່າໂອເຄ ເຈົ້າຂາຍໄດ້. ທຸກໆເຄື່ອງໝາຍຂອງຂະນ້ອຍ ຕ້ອງໄດ້ຮັບການອະນຸມັດໂດຍລັດຖະບານກາງໝົດທຸກອັນ. ດຽວນີ້ຂາຍຫຍ່ອຍຢູ່ຮ້ານຂອງຂະນ້ອຍຫັ້ນຂາຍຂວດນຶ່ງ 61 ໂດລາ 96 ເຊັນ.”

ຂະໜາດຂອງແກ້ວເຫຼົ້າຂອງທ່ານ ອິດສະຫຼະ ແມ່ນ 750 ມລ, ຄວາມແຮງແມ່ນ 120 ອົງສາ. ລາວເວົ້າວ່າເຖິງແມ່ນຈະແຮງ ແຕ່ມັນກໍ່ເປັນເຫຼົ້າທີ່ນຸ້ມ ແລະ ໝື່ນຄໍດີ. ໂດຍທົ່ວໄປແລ້ວ ເຫຼົ້າວົດກາ ແລະ ເຫຼົ້າຂາວອື່ນໆແມ່ນມີລາຄາລະຫວ່າງ 15 ຫາ 35 ໂດລາ. ແຕ່ເຫຼົ້າຂອງທ່ານ ອິດສະຫຼະ ເປັນເຫຼົ້າຊະນິດພິເສດ ສະນັ້ນລາຈຶ່ງຂ້ອນຂ້າງສູງ.

XS
SM
MD
LG