ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ກູ້ຢືມເງິນຈາກຈີນ 480 ລ້ານໂດລາ ເພື່ອ ຮ່ວມລົງທຶນ ໃນໂຄງການລົດໄຟ ລາວ-ຈີນ


ປ້າຍໂຄສະນາ ທີ່ຕັ້ງຄຳຖາມວ່າ ໂຄງການກໍ່ສ້າງທາງລົດໄຟ ໃນລາວ ຈະນຳເອົາຜົນປະໂຫຍດອັນໃດມາສູ່ ປະເທດ ແລະ ປະຊາຊົນ
ປ້າຍໂຄສະນາ ທີ່ຕັ້ງຄຳຖາມວ່າ ໂຄງການກໍ່ສ້າງທາງລົດໄຟ ໃນລາວ ຈະນຳເອົາຜົນປະໂຫຍດອັນໃດມາສູ່ ປະເທດ ແລະ ປະຊາຊົນ

ທາງການລາວ ກູ້ຢືມເງິນທຶນຈາກຈີນ ໃນມູນຄ່າລວມພຽງ 480 ລ້ານໂດລາ ເທົ່ານັ້ນ
ສຳລັບນຳໃຊ້ໃນການຮ່ວມລົງທຶນກັບທາງການຈີນ ໃນໂຄງການກໍ່ສ້າງທາງລົດໄຟ
ໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ລັດຖະບານລາວ ໄດ້ກູ້ຢືມເງິນທຶນ ຈາກທະນາຄານການຄ້າຂາອອກ
ແລະຂາເຂົ້າ ຂອງລັດຖະບານຈີນ ໃນມູນຄ່າລວມພຽງ 480 ລ້ານໂດລາ ເທົ່ານັ້ນ ສຳລັບ
ນຳໃຊ້ໃນການຮ່ວມລົງທຶນກັບທາງການຈີນ ໃນໂຄງການກໍ່ສ້າງທາງລົດໄຟ ໃນລາວ
ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ.

ປ້າຍໂຄສະນາ ໂຄງການລົດໄຟ ລາວ-ຈີນ ຈະເຮັດໃຫ້ລາວ ເຊື່ອມຕໍ່ ຈີນ ແລະ ໄທ ທາງພາກພື້ນດິນ
ປ້າຍໂຄສະນາ ໂຄງການລົດໄຟ ລາວ-ຈີນ ຈະເຮັດໃຫ້ລາວ ເຊື່ອມຕໍ່ ຈີນ ແລະ ໄທ ທາງພາກພື້ນດິນ

ໂດຍເຖິງແມ່ນວ່າ ໂຄງການດັ່ງກ່າວ ຈະຕ້ອງນຳໃຊ້ເງິນລົງທຶນລວມທັງໝົດເຖິງ 6,000
ລ້ານໂດລາ ກໍຕາມ ຫາກແຕ່ດ້ວຍການຊ່ວຍເຫຼືອຂອງລັດຖະບານຈີນ ໃນທຸກໆດ້ານ ຈຶ່ງ
ເຮັດໃຫ້ລັດຖະບານລາວ ມີພາລະໜີ້ສິນຕໍ່ລັດຖະບານຈີນ ພຽງແຕ່ 480 ລ້ານໂດລາ
ເທົ່ານັ້ນ ດັ່ງທີ່ ທ່ານລັດຕະນະມະນີ ໄດ້ໃຫ້ການຢືນຢັນວ່າ:

“ສະນັ້ນ ບົດສະຫລຸບລວມແລ້ວ ແມ່ນໂຄງການທາງລົດໄຟ ເຖິງສິແມ່ນ 6 ຕື້
ໂດລາ ກໍຕາມ ແຕ່ວ່າ ເງິນເຮົາຢືມນີ້ ມີແຕ່ 480 ລ້ານໂດລາ ຍ້ອນໄດ້ຮັບ
ການຊ່ວຍເຫຼືອຍ້ອນໄດ້ຮັບການສະໜັບສະໜູນ ຄືແນວນັ້ນ ສະນັ້ນ ພວກ
ຂ້າພະເຈົ້າ ຈຶ່ງໄດ້ເວົ້າວ່າ ມັນເປັນກາລະໂອກາດໃຫ້ສຳລັບພວກເຮົາ ຖ້າວ່າ
ພວກເຮົາຫາເງິນມາ 6,000 ລ້ານ ມາກໍ່ສ້າງ ບໍ່ມີຄວາມສາມາດດອກ ອັນນີ້
ເຮົາຕິດໜີ້ເພິ່ນກະມີແຕ່ 480 ລ້ານໂດລາ ໃນເມື່ອກ່ອນກະມີ ຫຼາຍຄົນສົນໃຈ
ວ່າ ໂອ້ເຮົາເຮັດລົດໄຟນີ້ 6,000 ລ້ານໂດລາ ຈະບໍ່ເປັນໜີ້ຈົນຮອດເຊັ່ນລູກ
ເຊັ່ນຫຼານພຸ້ນບໍ່ ອັນນີ້ໃນຕົວຈິງ ໄທເຮົາຢືມມີແຕ່ 480 ລ້ານໂດລາ ກະຖືວ່າ
ບໍ່ຫຼາຍ.”

ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ຢູ່ແຂວງຫຼວງພະບາງ
ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ຢູ່ແຂວງຫຼວງພະບາງ

ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ ໄດ້ຈັດຂຶ້ນ
ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ແຂວງຫຼວງພະບາງ
ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານໃນພິທີ ພ້ອມ
ດ້ວຍ ເອກອັກຄະລັດຖະທູດຈີນ ປະຈຳ ນະຄອນວຽງຈັນ ແລະຄະນະຜູ້ຕາງໜ້າຂອງ
ທາງການ ທັງ 2 ປະເທດ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ພາຍໃຕ້ເປົ້າໝາຍ ທີ່ຈະ
ກໍ່ສ້າງໃຫ້ແລ້ວສຳເລັດ ໃນ 60 ເດືອນ ຫຼື ພາຍໃນປີ 2021 ຕໍ່ໄປ.

ຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ
ຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ

ທັງນີ້ ໂດຍຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ
11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ ຢ່າງເປັນທາງ
ການ ເມື່ອເດືອນຕຸລາ 2016 ທີ່ຜ່ານມາ ແບ່ງເປັນ 5 ບໍລິສັດຮັບເໝົາກໍ່ສ້າງກັບ 6
ບໍລິສັດທີ່ປຶກສາ ພ້ອມກັນນັ້ນ ລັດຖະບານລາວ ຍັງໄດ້ໃຫ້ສິດທິພິເສດ ແກ່ບໍລິສັດຈີນ
ເຫຼົ່ານີ້ ໃນ 6 ດ້ານດ້ວຍກັນ ຄື ການນຳໃຊ້ ແລະສະແຫວງຫາຜົນປະໂຫຍດ ຈາກທີ່ ດິນຕະຫຼອດແລວທາງລົດໄຟໃນລາວ ໂດຍບໍ່ຕ້ອງເສຍພາສີອາກອນ ແລະ ຄ່າທຳນຽມ
ສຳປະທານ ຍົກເວັ້ນອາກອນທຸລະກິດ ແລະພາສີມູນຄ່າເພີ່ມ ຍົກເວັ້ນຄ່າທຳນຽມ
ວັດສະດຸທີ່ນຳໃຊ້ໃນການກໍ່ສ້າງ ແລະການຈັດເກັບຄ່າທຳນຽມການພັກເຊົາ ແລະ
ການທຳງານຂອງຊາວຕ່າງຊາດ ພຽງ 50 ເປີເຊັນເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟໃນລາວ ເປັນການຮ່ວມລົງທຶນ ລາວ-ຈີນ ໃນສັດສ່ວນ
30 ຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນລວມ 38,700 ລ້ານຢວນ ຫຼື ເກືອບ 6,000 ລ້ານ
ໂດລາ ຊຶ່ງກູ້ຢືມຈາກສະຖາບັນການເງິນຂອງລັດຖະບານຈີນ ໂດຍໃນການສ້າງຕັ້ງ
ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ນັ້ນ ຄູ່ຮ່ວມທຶນແຕ່ລະຝ່າຍ ຈະຕ້ອງປະກອບ
ສ່ວນ ການຊຳລະເງິນທຶນໃນອັດຕາ 40 ເປີເຊັນ ຂອງສັດສ່ວນການຮ່ວມລົງທຶນຂອງ
ຝ່າຍຕົນ ສ່ວນທີ່ເຫຼືອ ກໍຈະເປັນການກູ້ຢືມຈາກສະຖາບັນການເງິນຂອງທາງການຈີນ ໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ທີ່ລັດຖະບານ ລາວ-ຈີນ ໄດ້ຮ່ວມກັນ
ສ້າງຕັ້ງຂຶ້ນມາຮັບຜິດຊອບ ການບໍລິຫານໂຄງການກໍ່ສ້າາງທາງລົດໄຟ ລາວ-ຈີນ
ເປັນການສະເພາະ.

ໂດຍທາງລົດໄຟໃນລາວ ຈະມີໄລຍະທາງຍາວ 417 ກິໂລແມັດ ຈາກດ່ານຊາຍແດນ
ບໍ່ເຕັນ ໃນແຂວງຫຼວງນ້ຳທາ ຜ່ານແຂວງອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງ
ໃນແຂວງວຽງຈັນ ຕໍ່ມານະຄອນວຽງຈັນ ໂດຍລາງລົດໄຟມີຂະໜາດກວ້າງ 1.435 ແມັດ
ແຍກກັນລະຫວ່າງຂະບວນໂດຍສານ ກັບຂະບວນຂົນສົ່ງສິນຄ້າ ທີ່ມີຄວາມໄວ 160
ແລະ 120 ກິໂລແມັດຕໍ່ຊົ່ວໂມງ ຕາມລຳດັບ.

XS
SM
MD
LG