ລາວກາຍເປັນທາງຜ່ານທີ່ສຳຄັນ ຂອງຂະບວນການລັກລອບຂົນສົ່ງຢາເສບຕິດ ຈາກເຂດສາມຫຼຽ່ມຄຳ ໂດຍສະເພາະແມ່ນຢາບ້າ ຍາໄອນັ້ນ ຖືເປັນຢາເສບຕິດ ທີ່ຂົນສົ່ງຜ່ານລາວໄປຕ່າງປະເທດຫຼາຍທີ່ສຸດ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.
ເຈ່ົ້າໜ້າທີ່ຂັ້ນສູງໃນສຳນັກງານຄະນະກຳມະການປ້ອງກັນ ແລະປາບປາມຢາເສບ ຕິດແຫ່ງຊາດໄທຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນໍ້າຂອງຈາກ ຝັ່ງລາວ ມາໃນເຂດພາກອີ່ສານຂອງໄທ ໄດ້ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໂດຍເຫັນໄດ້ ຈາກການຈັບກຸມ ແລະຍຶດຢາບ້າໄດ້ເກືອບເຖິງ 17 ລ້ານເມັດ ໃນຂະນະທີ່ກໍາລັງ ຈະຂົນສົ່ງຂ້າມຂົວມິດຕະພາບລາວໄທແຫ່ງທີ 1 ເມື່ອເດືອນມັງກອນ 2021 ຜ່ານ ມາ ຊຶ່ງຖືເປັນປະລິມານຢາບ້າ ທີ່ທາງການລາວຍຶດໄດ້ຫຼາຍທີ່ສຸດໃນເທື່ອດຽວ ທັງ ຍັງເກືອບເທົ່າກັບປະລິມານຢາບ້າ ທີ່ີທາງການລາວຍຶດໄດ້ທັງໝົດ 18.6 ລ້ານ ເມັດ ໃນຕະຫຼອດປີ 2020 ອີກດ້ວຍ.
ເຈົ້າໜ້າທີ່ຂັ້ນສູງຂອງໄທຢືນຢັນດ້ວຍວ່າ ທາງການໄທຍຶດຢາໄອ ໄດ້ຫຼາຍກວ່າ 5.7 ຕັນ ໃນໄລຍະດຽວກັນນີ້ ຈຶ່ງຖືເປັນສະພາບການທີ່ສະແດງໃຫ້ເຫັນໄດ້ວ່າ ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ນຳໃຊ້ລາວເປັນເສັ້ນທາງລັກລອບຂົນ ສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳແລະສົ່ງໄປຍັງຕ່າງປະເທດຫຼາຍຂຶ້ນນັ້ນເອງ ຊຶ່ງສອດຄ້ອງກັບການຖະແຫຼງລາຍງານໂດຍທ່ານພົນໂທວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງລາວ ທັງຍັງຍອມຮັບດ້ວຍ ວ່າ ພາຍໃຕ້ສະພາບການດັ່ງກ່າວໄດ້ເຮັດໃຫ້ມີເຍົາວະຊົນ ແລະປະຊາຊົນລາວ ຊົມໃຊ້ຢາເສບຕິດເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ພົນໂທວິໄລ ໄດ້ໃຫ້ການຢືນຢັນວ່າ:
“ບັນຫາຢາເສຍຕິດໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ໂຕເມືອງໃຫຍ່ຈົນຮອດຊົນນະ ບົດຫ່າງໄກສອກຫລີກເຂົ້າເຖິງທຸກເພດໄວ ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກ ຮຽນ ນັກສຶກສາ ພໍ່ຄ້າຊາວຂາຍ ກຳມະກອນຜູ້ຫວ່າງງານ ຕະຫຼອດຮອດພະນັກ ງານລັດຖະກອນຈຳນວນນຶ່ງ ຕາມຂໍ້ມູນເບື້ອງຕົ້ນໃນປັດຈຸບັນມີຜູ້ຕິດຢາເສບຕິດຢູ່ ປະເທດຂອງພວກເຮົາ ສະເລ່ຍ 0.94 ເປີເຊັນ ຂອງພົນລະມືອງທັງໝົດ ນອກ ຈາກນັ້ນຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະຊີວິດຂອງຊາວໜຸ່ມຮຸ່ນສືບ ທອດ ບັນຫາດັ່ງກ່າວກໍໄດ້ເປັນສາເຫດພາໃຫ້ເກີດບັນຫາການຫຍໍ້ທໍ້ ແລະບັນ ຫາອາດຊະຍາກຳປະເທດຕ່າງໆ.”
ສ່ວນທ່ານພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກໍຖະແຫຼງວ່າບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ ນັກສຶກສາໃນ ລາວໃນປັດຈຸບັນນີ້ ກໍຄືການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສຍຕິດເພີ້ມຂຶ້ນນັບມື້ ເນື່ອງຈາກວ່າມີແຫຼ່ງມົ້ວສຸມທີ່ໄດ້ປະຕິບັດ ການມອມເມົາເຍົາວະຊົນນັ້ນເກີດຂຶ້ນຢ່າງຫຼວງຫຼາຍໃນທົ່ວປະເທດ ໂດຍສະເພາະ ແມ່ນຮ້ານເກມຄອມພິວເຕີ ສະນຸກເກີ ຄາຣາໂອເກະ ບາເບຍ ແລະຮ້ານ ກິນດື່ມນັ້ນ ຖືເປັນແຫຼ່ງທີ່ມີການດືງດູດໃຫ້ເຍົາວະຊົນເຂົ້າໄປໃຊ້ບໍລິການຫຼາຍ ທີ່ສຸດໃນຊ່ວງເວລາຫຼັງເລີກຮຽນ ຊຶ່ງການທີ່ຈະປ້ອງກັນ ແລະແກ້ໄຂບັນຫາ ດັ່ງກ່າວນີ້ໄດ້ຢ່າງມີປະສິດທິຜົນທີ່ສຸດກໍຄືການຮ່ວມມືກັນຢ່າງແທ້ຈິງ ລະຫວ່າງ ໂຮງຮຽນກັບຜູ້ປົກຄອງ ຂອງນັກຮຽນ ແລະທຸກພາກສ່ວນໃນສັງຄົມ.
ທັງນີ້ໂດຍອີງຕາມການສຶກສາ ສຳຫຼວດທີ່ດຳເນີນການໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອບໍ່ນານມານີ້ພົບວ່າມີເຍົາວະຊົນລາວເກີນກວ່າ 4 ແສນ ຄົນ ທີ່ຕົກຢູ່ໃນສິ່ງແວດລ້ອມທີີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍູ້ງກ່ຽວກັບຢາເສບ ຕິດ ແລະການຄ້າຢາເສບຕິດໃນລາວຍັງມີລັດຊະນະຂ້າມຊາດທີ່ມີການນຳໃຊ້ ເຄື່ອງມື ແລະອຸບປະກອນສື່ສານທັນສະໄໝ ສ່ວນກົນໄກການສືບຂ່າວຂອງຕຳ ຫຼວດລາງກໍຍັງຕິດຕາມບໍ່ທັນການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ແລະ ບັນດາຫົວໜ້າແກັ່ງກໍຍັງໄດ້ແຝງໂຕຢູ່ໃນສັງຄົມຊັ້ນສູງດ້ວຍນັ້ນ ຈຶ່ງຈັບ ກຸມໄດ້ ສະເພາະສະມາຊິກລະດັບຕ່ຳຂອງແກັ່ງດັ່ງທີ່ ພັນເອກຈັນຫອມ ແກ້ວສຸລະໄຊ ຮອງຜູ້ບັນຊາການປ້ອງກັນຄວາມສະຫງົບ ໃນເຂດນະຄອນວຽງຈັນ ໄດ້ໃຫ້ການ ຢືນຢັນວ່າ:
“ເປົ້າໝາຍຊື້ຂາຍຂົນສົ່ງຢາເສບຕິດຈຳນວນນຶ່ງເປັນຄົນທີ່ມີເງິນ ມີຖານະດີນຳໃຊ້ ພາຫານະເທັກນິກທັນສະໄໝ ເປົ້າໝາຍລາຍໃຫຍ່ຈຳນວນນຶ່ງມີການພົວພັນສັງຄົມ ກວ້າງຂວາງເຮັດໃຫ້ການແກ້ໄຂໄລ່ສອກ ໄລ່ຈັບພົບຄວາມຫຍູ້ງຍາກ ພວກເຂົາມີ ການຈັດຕັ້ງ ແລະມີການເຄື່ອນໄຫວທີ່ແນບນຽນ ຖືວ່າພວກເຂົາແກ້ໄຂສ່ວນຫຼາຍ ໄດ້ແຕ່ປາຍມັນ ໄດ້ແຕ່ລູກແຫຼ້ງຕີນມືພວກມັນ ຫົວໂປ່ໂຕການແທ້ໆໄດ້ກະໄດ້ນ້ອຍ ອັນນີ້ໂຕຈິງຄືແນວນັ້ນ ອຳນາດການປົກຄອງບ້ານ ໂຮງຮຽນ ຫົວໜ່ວຍທຸລະກິດ ຈຳນວນນຶ່ງກໍຂາດຄວາມເປັນເຈົ້າການໃນການແກ້ໄຂບັນຫາຢາເສບຕິດຢູ່ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນເອງ.”
ທັງນີ້ລັດຖະບານລາວກຳໜົດໃຫ້ການປາບປາມຢາເສບຕິດເປັນວາລະແຫ່ງຊາດ ທີຈະຕ້ອງດຳເນີນການແກ້ໄຂຢ່າງຮີບດ່ວນ ໂດຍໃນ 2 ປີທີ່ຜ່ານມາທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,437 ຄະດີ ຍຶດຢາບ້າ 37 ກວ່າລ້ານເມດ ເຮໂລອິນກັບໂຄເຄນກວ່າ 820 ກິໂລກຣາມ ຢາໄອ 2 ໂຕນ ກັນຊາ 6.3 ໂຕນ ຢາຝິ່ນກວ່າ 500 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດ ແລະອຸບປະກອນສື່ສານທີ່ທັນສະໄໝຫຼາຍກວ່າ 1 ໝື່ນລາຍການ.