ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຄານແຫ່ງຊາດລາວ ຈະໃຊ້ເງິນຢວນ ໃນການຊຳຫລະສະສາງລາຄາສິນຄ້າ ແລະບໍລິການຕ່າງໆ ກັບຈີນ


ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ
ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ

ທະນາຄານແຫ່ງຊາດລາວ ກັບຈີນ ຈະໃຊ້ເງິນຢວນໃນການຊຳຫລະສະສາງລາຄາສິນຄ້າ ແລະບໍລິການຕ່າງໆລະຫວ່າງກັນ ເພື່ອສົ່ງເສີມການລົງທຶນຂອງຈີນ ດ້ວຍເງິນຢວນ ແລະຫລຸດຜ່ອນການເພິ່ງພາເງິນໂດລາສະຫະລັດ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດການເງິນ-ການທະນາຄານໃນລາວ ເປີດເຜີຍວ່າ ທະນາຄານແຫ່ງຊາດລາວ ຈະເລີ້ມນຳໃຊ້ເງິນຢວນຂອງຈີນ ເປັນສະກຸນຫລັກໃນການຊຳຫລະສະສາງລາຄາສິນຄ້າ ແລະບໍລິການຕ່າງໆ ລະຫວ່າງລາວກັບຈີນຢ່າງເປັນທາງການໃນໄຕມາດທີ 2 ປີ 2023 ນີ້ ໂດຍມີເປົ້າໝາຍເພື່ອຫລຸດຜ່ອນການເພິ່ງພາເງິນໂດລາສະຫະລັດໃຫ້ໜ້ອຍລົງ ແລະໃຫ້ການສົ່ງເສີມການລົງທຶນຂອງບັນດາບໍລິສັດຈາກຈີນ ໃນລາວ ໃຫ້ເພີ້ມຂຶ້ນນັບມື້ ຊຶ່ງຈະເຮັດໃຫ້ເງິນຢວນມີອິດທິພົນຕໍ່ເສດຖະ ກິດການຄ້າ ແລະການລົງທຶນໃນລາວສູງກວ່າເງິນໂດລາສະຫະລັດພາຍໃນ 5 ປີຕໍ່ໜ້າ ທັງຍັງຄາດໝາຍວ່າ ເງິນຢວນຈະມີອິດທິພົນຕໍ່ເສດຖະກິດລາວ ທຽບເທົ່າກັບເງິນບາດຂອງໄທ ພາຍໃນປີ 2030 ອີກດ້ວຍ.

ທັງນີ້ ໂດຍເປັນຜົນຈາກການຄ້າລະຫວ່າງ ລາວກັບຈີນ ແລະການລົງທຶນຂອງຈີນໃນລາວທີ່ເພີ້ມຂຶ້ນນັບມື້ ຊຶ່ງຈະເຫັນໄດ້ຈາກໃນຊ່ວງປີ 1988-2022 ລັດຖະບານ ລາວ ໄດ້ອະນຸມັດການລົງທຶນຂອງບັນດາບໍລິສັດຈີນ ໃນລາວຈຳນວນ 933 ໂຄງ ການ ດ້ວຍມູນຄ່າການລົງທຶນລວມກວ່າ 18,000 ລ້ານໂດລາ ແລະຈັດເປັນກຸ່ມຜູ້ລົງທຶນອັນດັບ 1 ໃນລາວເປັນເວລາ 10 ປີຕິດຕໍ່ກັນ ທັງຍັງເປັນການລົງທຶນທີ່ກວມເອົາທຸກໆດ້ານໃນລາວ ອີກດ້ວຍ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະບໍລິການຄົບວົງຈອນນັ້ນ ຍັງເຮັດໃຫ້ບັນດາບໍລິສັດຈີນ ທີ່ລົງທຶນແລະດຳເນີນທຸລະກິດໃນລາວ ສາມາດກຳນົດລາຄາສິນຄ້າ ແລະບໍລິການຕ່າງໆເປັນສະກຸນເງິນຢວນໄດ້ອີກດ້ວຍ ແລະຖ້າຫາກວ່າ ສະພາບການຍັງດຳເນີນໄປແນວທາງນີ້ ກໍເຊື່ອວ່າ ເງິນຢວນຈະມີອິດທະພົນຕໍ່ເສດຖະກິດລາວສູງກວ່າ ໂດລາສະຫະລັດ ແລະຈະທຽບເທົ່າໄດ້ກັບເງິນບາດຢ່າງແນ່ນອນ ດັ່ງທີ່ ດຣ. ໄພຈິດ ວິບູນທະນະສານ ຮອງປະທານຫໍການຄ້າໄທ ໃນຈີນ ຢືນຢັນວ່າ:

“ຈາກແຫລ່ງຂ່າວພາຍໃນບອກວ່າ ຕອນນີ້ ຄົນຈີນທີ່ໃຊ້ຊີວິດ ຢູ່ໃນປະເທດລາວ ພໍໆກັບຈຳນວນປະຊາກອນທ້ອງຖິ່ນຊາວລາວ ແນ່ນອນ ຄົນເຫຼົ່ານີ້ໜິ ກໍແນ່ນອນວ່າ ເຂົາມາຈາກຈີນ ເຂົາກໍຈະມີຊ່ອງທາງ ແລະຖ້າເຂົາສາມາດທີ່ຈະເລືອກໃຊ້ເງິນຢວນໄດ້ ເຊື່ອວ່າ ມັນກໍຈະສະດວກກັບເຂົາ ແລະສຳລັບຄົນລາວເອງຫັ້ນ ແນ່ນອນເຂົາຢາກຊອກຫາເງິນທີ່ມີສະຖຽນລະພາບສູງກວ່າ ຂ້ອນວ່າເງິນຢວນຈະມີບົດບາດເພີ້ມຂຶ້ນຫຼາຍໃນປະເທດລາວ ຈາກສັດສ່ວນຂອງຜູ້ປະກອບການຈີນ ທີ່ໄປໃຊ້ຊີວິດຢູ່ໃນລາວ ມີສັດສ່ວນຂ້ອນຂ້າງສູງ.”

ທັງນີ້ ໂດຍທາງລົດໄຟລາວ-ຈີນໃນລາວ ກໍນັບເປັນພາກສ່ວນນຶ່ງ ທີ່ເຮັດໃຫ້ເງິນ ຢວນມີອິດທິພົນເພີ້ມຂຶ້ນໃນລາວ ເພາະພາຍໃຕ້ແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ກໍໄດ້ເປັນຜົນເຮັດໃຫ້ລັດຖະບານຈີນ ແລະລາວ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນລົດໄຟລາວ-ຈີນ ຂຶ້ນມາຮັບຜິດຊອບການບໍລິຫານໃນໂຄງການທັງໝົດ ໂດຍຝ່າຍລາວແລະຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນລວມເຖິງ 37,450 ລ້ານຢວນ ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟລາວ-ຈີນ ຮັບຜິດຊອບຮ່ວມກັນ ສ່ວນອີກ 60 ເປີເຊັນນັ້ນ ຮັບຜິດຊອບໂດຍບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ ໂດຍທັງໝົດນັ້ນ ເປັນການກູ້ຢືມຈາກທະນາຄຮານການຄ້າຂອງຈີນ ຈຶ່ງເຮັດໃຫ້ກຸ່ມທຶນຈີນຄວບຄຸມໃນທຸກໆກິດຈະການຂອງລົດໄຟລາວ-ຈີນ ທີ່ລວມເຖິງການກຳນົດອັດຕາຄ່າຂົນສົ່ງ ແລະໂດຍສານລົດໄຟທີ່ອີງຕາມຄ່າເງິນຢວນເປັນຫລັກອີກດ້ວຍ.

ນອກຈາກນັ້ນ ການທີ່ຈີນເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ສ່ວນລາວ ກໍມີຊັບພະຍາກອນທີ່ຈີນຕ້ອງການເປັນຈຳນວນຫຼາຍ ເຊັ່ນ ແຮ່ທາດ ປ່າໄມ້ ແລະຜົນຜະລິດກະສິກຳນັ້ນ ຈຶ່ງເຮັດໃຫ້ລັດຖະບານຈີນ ໄດ້ທຸ້ມເທໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ ໃນທຸກໆດ້ານ ທີ່ລວມເຖິງການຊ່ອຍເຫຼືອດ້ານການເງິນດ້ວຍ ດັ່ງທີ່ ດຣ. ປິຕິ ສຣີແສງນາມ ຜູ້​ອຳ​ນວຍ​ການ ສູນສຶກສາເສດຖະກິດລະຫວ່າງປະເທດ ຈຸລາລົງກອນ ມະຫາວິທະຍາໄລ ໃຫ້ທັດສະນະວ່າ:

“ບັນຫາເລື້ອງຂອງການຂາດແຄນເງິນທຶນສຳຮອງ ລະຫວ່າງປະເທດໜິ ໄດ້ຮັບການຊ່ອຍເຫຼືອໄປແລ້ວ ໂດຍລັດຖະບານຈີນ Swap (ແລກປ່ຽນ) ເງິນທຶນສຳ ຮອງລະຫວ່າງປະເທດ ເຂົ້າມາໃຫ້ ກໍຈະຊ່ອຍຫລຸດໃນເລື້ອງຂອງແຮງກົດດັນທາງດ້ານເງິນເຟີ້ ແລ້ວຫລັງຈາກນີ້ ພໍຄ່າເງິນກີບມັນອ່ອນແບບນີ້ ມັນກໍຈະສົ່ງເສີມໃຫ້ເຂົາສາມາດສົ່ງອອກໄດ້ ໂດຍສະເພາະແຮ່ທາດ ແລ້ວກໍຜະລິດຕະພັນຈາກປ່າໄມ້ ກໍມີແນວໂນ້ມທີ່ຈະມີ Demand (ຄວາມຕ້ອງການ) ສູງຂຶ້ນ.”

ໃນປີ 2022 ການຄ້າລາວ-ຈີນ ມີມູນຄ່າລວມ 3,978 ລ້ານໂດລາ ໂດຍລາວໄດ້ປຽບດູນການຄ້າ 488 ລ້ານໂດລາ.

XS
SM
MD
LG