ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການ ລາວ ມີແຜນການ ທີ່ຈະສ້າງໂຮງໝໍ ພາຍໃນສະຖານຄຸມຂັງນັກໂທດ ຢູ່ເມືອງຕ່າງໆ ໃນທົ່ວປະເທດ


ນັກໂທດລາວເຂົ້າຮ່ວມການສຶກສາອົບຮົມ.
ນັກໂທດລາວເຂົ້າຮ່ວມການສຶກສາອົບຮົມ.

ທາງການ ລາວ ມີແຜນການທີ່ຈະສ້າງຕັ້ງໂຮງໝໍພາຍໃນສະຖານຄຸມຂັງນັກໂທດຢູ່ເມືອງຕ່າງໆໃນທົ່ວປະເທດ ເພາະມີນັກໂທດປ່ວຍເພີ່ມຂຶ້ນ ຈຶ່ງຕ້ອງປ້ອງກັນຄວາມປອດໄພໃຫ້ປະຊາຊົນເພີ່ມຂຶ້ນດ້ວຍ.


ພັນເອກ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫຼວງ ວຽງຈັນ ຖະແຫຼງວ່າການທີ່ມີຈຳນວນນັກໂທດ ແລະ ຜູ້ຕ້ອງຂັງເພີ່ມຂຶ້ນນັບມື້ທັງຍັງປາກົດມີຈຳນວນນັກໂທດ ແລະ ຜູ້ຕ້ອງຂັງເຈັບປ່ວຍຫຼາຍຂຶ້ນດ້ວຍນັ້ນ ໂດຍເມື່ອປະກອບກັບການທີ່ຈະຕ້ອງປ້ອງກັນຄວາມປອດໄພໃຫ້ກັບປະຊາຊົນທົ່ວໄປດ້ວຍແລ້ວ ຈຶ່ງເຮັດໃຫ້ມີຄວາມຈຳເປັນທີ່ຈະຕ້ອງດຳເນີນການກໍ່ສ້າງໂຮງໝໍພາຍໃນສະຖານຄຸມຂັງເປັນການສະເພາະ ໂດຍເລີ່ມຈາກສະຖານຄຸມຂັງເມືອງທີ່ມີນັກໂທດຈຳນວນຫຼາຍ ແລ້ວຄ່ອຍຂະຫຍາຍການກໍ່ສ້າງໄປເມືອງຕ່າງໆໃນທົ່ວປະເທດ ຊຶ່ງຈະຕ້ອງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານ ຈຶ່ງສາມາດຈັດຕັ້ງປະຕິບັດໄດ້ຈິງ ດັ່ງທີ່ພັນເອກ ຈັນຫອມ ໄດ້ຢືນຢັນວ່າ

“ປັດຈຸບັນນັກໂທດຜູ້ຖືກຫາຢູ່ຄ້າຍຄຸມຂັງດັດສ້າງ ແລະ ຢູ່ຄ້າຍກັກຂັງຊົ່ວຄາວ ບັນດາເມືອງເຫັນວ່າເຈັບເປັນຈຳນວນຫຼາຍ ເພື່ອແກ້ໄຂສະພາບດັ່ງກ່າວ ເຫັນວ່າກອງບັນຊາການປ້ອງກັນຄວາມສະ ຫງົບ ຄວນມີສະຖານທີ່ພັກປິ່ນປົວສະເພາະ ມີລະບົບປ້ອງກັນຄວາມປອດໄພ ຖ້າໄປປິ່ນປົວຢູ່ໂຮງ ໝໍທົ່ວໄປ ຈະບໍ່ຮັບປະກັນຄວາມປອດໄພ ຈິດໃຈຢາກໃຫ້ຂັ້ນເທິງພິຈາລະນາຊ່ວຍ ໝາຍຄວາມວ່າທາງກອງບັນຊາການນີ້ຢາກສ້າງໂຮງໝໍນ້ອຍຂຶ້ນ ເພື່ອປິ່ນປົວສະເພາະຜູ້ຕ້ອງຫາ, ນັກໂທດ ປັດຈຸ ບັນນີ້ຖືວ່າພົບຄວາມຫຍຸ້ງຍາກໃນການປິ່ນປົວ ສິໄປເຝົ້າຢູ່ໂຮງໝໍລັດຕ່າງໆຫັ້ນຖືວ່າຫຍຸ້ງຍາກ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນ ເປີດເຜີຍວ່າອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດໃນນະຄອນຫຼວງວຽງຈັນ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກການມົ້ວສຸມເສບຢາ ແລະ ການຕັ້ງເປັນກຸ່ມແກັ່ງຕ່າງໆຂອງຊາວໜຸ່ມທີ່ບໍ່ມີງານທຳ ແລະ ບໍ່ມີໂອກາດທາງດ້ານການສຶກສາແລ້ວ ການດຳເນີນມາດຕະການປ້ອງກັນ ແລະ ປາບປາມທີ່ມີປະສິດທິພາບຕໍ່ານັ້ນ ກໍນັບເປັນສາເຫດທີ່ສຳຄັນດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ

“ການສະກັດກັ້ນ ແລະ ການຕ້ານການລັກລອບການລຳລຽງຂົນສົ່ງ ການຄ້າຂາຍຢາເສບຕິດ ຍັງເຮັດບໍ່ທັນໄດ້ດີ ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດຍັງບໍ່ທັນເຂັ້ມງວດ ຍັງມີລັກສະນະບ່ອນເຄັ່ງບ່ອນຍານ ການມີສ່ວນຮ່ວມຂອງສັງຄົມຕໍ່ບັນຫານີ້ຍັງບໍ່ທັນຫຼາຍ ພໍ່ແມ່ປະຊາ ຊົນຍັງບໍ່ທັນເອົາໃຈໃສ່ສຶກສາອົບຮົມລູກຫຼາຍຂອງຕົນ ພໍ່ແມ່ຈຳນວນນຶ່ງໄດ້ປະຖິ້ມຄວາມຮັບຜິດ ຊອບໃຫ້ກາຍເປັນພາລະຂອງລັດ ແລະ ສັງຄົມຕ້ອງໄດ້ແບກຫາບໃນການປິ່ນປົວ ແລະ ລ້ຽງລູກຂອງເຂົາເຈົ້າເຫຼົ່ານັ້ນ.”

ທັງນີ້ໃນ 2 ປີຜ່ານມາຕຳຫຼວດ ລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ, ຍຶດຢາບ້າ 37 ກວ່າລ້ານເມັດ, ເຮໂຣອິນ ກວ່າ 735 ກິໂລກຣາມ, ຢາໄອສ໌ ກວ່າ 2 ໂຕນ, ກັນຊາ 6.3 ໂຕນ, ຝິ່ນ ກວ່າ 500 ກິໂລກຣາມ, ໂຄເຄນ 8 ກິໂລກຣາມ, ສານເຄມີ 10 ໂຕນ, ອາວຸດປືນ ແລະ ອຸປະກອນສື່ສານ 1 ໝື່ນກວ່າລາຍການ.

ນອກຈາກນີ້ ການຈັດຕັ້ງປະຕິບັດເປົ້າໝາຍເພື່ອການພັດທະນາຢ່າງຍືນຍົງ (SDG) ຊຶ່ງລັດຖະ ບານ ລາວ ຕົກລົງຮ່ວມກັບອົງການສະຫະປະຊາຊາດນັ້ນກໍຄາດໝາຍວ່າ ການຈັດຕັ້ງປະຕິບັດໃນສ່ວນທີ່ກ່ຽວກັບການພັດທະນາ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ ແລະ ເດັກ ໃນ ລາວ ຈະບໍ່ບັນລຸເປົ້າໝາຍໃນ 2​ ດ້ານກໍຄືການເກີດລູກຂອງແມ່ຍິງ ໂດຍທີ່ມີແພດໃຫ້ການຊ່ວຍ ເຫຼືອ ແລະ ການສີດຢາວັກຊີນ ເພື່ອປ້ອງກັນພະຍາດສຳລັບເດັກທີ່ອາຍຸຕໍ່າກວ່າ 5 ປີ ແລະ ໃນຂະ ນະດຽວກັນ ການຈັດຕັ້ງປະຕິບັດທີ່ບັນລຸເປົ້າໝາຍໃນປີ 2020 ກໍມີໃນ 2 ດ້ານດ້ວຍກັນ ຄືການຫຼຸດອັດຕາການຕາຍຂອງເດັກທີ່ອາຍຸຕໍ່າກວ່າ 1​ປີທີ່ລະດັບ 4.4/1,000 ຄົນ ແລະ ອັດຕາການຕາຍຂອງເດັກກຸ່ມ 5 ປີທີ່ປະຕິບັດໄດ້ທີ່ລະດັບ 10/1,000 ຄົນ.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍເປີດເຜີຍວ່າການຈັດ ຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີທີ່ຜ່ານມາທາງການ ລາວ ບໍ່ບັນລຸເປົ້າໝາຍ SDG ໃນ 6 ດ້ານ ຄືເດັກອາຍຸຕໍ່າກວ່າ 5 ປີຍັງມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີ ເຊັນ ສ່ວນເດັກນໍ້າໜັກຕໍ່າກວ່າເກນກໍມີເຖິງ 27 ເປີເຊັນ ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີຍັງສູງເຖິງ 45/1,000 ຄົນ ແລະ ອັດຕາການຕາຍຂອງແມ່ຂະນະຖືພາກໍສູງເຖິງ 197/100,000 ຄົນ ສ່ວນແມ່ທີ່ເກີດລູກໂດຍມີແພດຊ່ວຍເຫຼືອກໍມີພຽງ 54 ເປີເຊັນ.

ທາງດ້ານອົງການອະນາໄມໂລກ (WHO) ລາຍງານວ່າການຄວບຄຸມໄຂ້ມາເລເຣຍໃນ 10 ປີທີ່ຜ່ານມາ ເຮັດໃຫ້ການຕິດເຊື້ອມາເລເຣຍໃນ ລາວ ຫຼຸດລົງມາຢູ່ທີ່ລະດັບ 3.1 ເປີເຊັນ ສ່ວນອັດຕາການຕາຍຍ້ອນໄຂ້ມາເລເຣຍຫຼຸດລົງມາເປັນ 0.9 ຕໍ່ 1 ແສນຄົນ ຈຶ່ງຄາດວ່າ ລາວ ຈະລົບລ້າງການຕິດເຊື້ອມາເລເຣຍໄດ້ຢ່າງສິ້ນເຊີງໃນປີ 2030.

XS
SM
MD
LG