ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການລາວ ເພີ່ມມາດຕະການເຂັ້ມງວດ ໃນການກວດກາ ສະຖານບັນເທີງຕ່າງໆ ເພື່ອປ້ອງກັນພະຍາດ Covid-19


ໜຸ່ມສາວລາວ ໃນສະຖານທີ່ບັນເທີງຢູ່ນະຄອນຫຼວງວຽງຈັນ ສປປ ລາວ.
ໜຸ່ມສາວລາວ ໃນສະຖານທີ່ບັນເທີງຢູ່ນະຄອນຫຼວງວຽງຈັນ ສປປ ລາວ.

ທາງການລາວ ເພີ່ມມາດຕະການເຂັ້ມງວດໃນການກວດກາສະຖານບັນເທີງຕ່າງໆ ເພື່ອປ້ອງກັນບໍ່ໃຫ້ພະຍາດໄວຣັສ Covid-19 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທາງການລາວ ເພີ່ມມາດຕະການເຂັ້ມງວດໃນການກວດກາສະຖານບັນເທີງຕ່າງໆ ເພື່ອປ້ອງກັນບໍ່ໃຫ້ພະຍາດໄວຣັສ Covid-19 ກັບມາລະບາດໃນ ລາວ ເພາະການລັກລອບເປີດໃຫ້ບໍລິການຂອງສະຖານບັນເທີງນັ້ນ.

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆຈຳນວນບໍ່ໜ້ອຍໃນເຂດນະຄອນຫຼວງວຽງຈັນ ຍັງຄົງພາກັນລະເມີດມາດຕະການສະກັດກັ້ນການລະບາດຂອງພະຍາດໄວຣັສ Covid-19 ດ້ວຍການລັກລອບເປີດໃຫ້ບໍລິການຢູ່ເລື້ອຍມາ ໂດຍສະເພາະບັນດາຮ້ານກິນດື່ມທີ່ມີລັກສະນະເປັນຮ້ານ ຄາຣາໂອເກະ ນັ້ນໄດ້ມີການລັກລອບເປີດໃຫ້ບໍລິການຫຼາຍທີ່ສຸດຈຶ່ງມີຄວາມສ່ຽງສູງທີ່ຈະເຮັດໃຫ້ເກີດການລະບາດຂອງໄວຣັສ Covid-19 ອີກເທື່ອໃໝ່ໃນ ລາວ ຖ້າຫາກບໍ່ມີມາດຕະ ການກວດກາ ແລະ ລົງໂທດຕໍ່ບັນດາຮ້ານ ຄາຣາໂອເກະ ເຫຼົ່ານີ້ຢ່າງແທ້ຈິງ ດັ່ງທີ່ທ່ານ ສີຫຸນ ໄດ້ໃຫ້ການຢືນຢັນວ່າ

“ປັດຈຸບັນນີ້ແມ່ນພວກເຮົາດຳເນີນການກວດກາບັນດາຮ້ານທີ່ເປີດບໍ່ຖືກຕ້ອງຕາມລະບຽບ ເປັນຕົ້ນແມ່ນອະນຸຍາດໃຫ້ອີກແນວນຶ່ງຜັດໄປດຳເນີນກິດຈະການແນວນຶ່ງ ຮ້ານອາຫານຜັດຕິດພັນກັບຮ້ານບັນເທີງ ອັນນັ້ນມັນຕ້ອງໄດ້ອະນຸຍາດເພິ່ນບໍ່ຫ້າມເລື່ອງຮ້ານອາຫານ ແຕ່ວ່າຫ້າມກ້ຽວກັບບັນເທີງຄາຣາໂອເກະ ໂຕນີ້ກະສິຕ້ອງໄດ້ກວດກາ ແລະ ເຂັ້ມງວດອີ່ຫຼີ ຈັ່ງໄດ້ຖ້າບໍ່ເປັນແນວນັ້ນກະຖືວ່າມັນກະສິຍາກແທ້ເດ້ໃນເງື່ອນໄຂ New Normal ຫຼືວ່າໃນເງື່ອນໄຂ Covid-19.”

ສ່ວນທ່ານ ສີສະຫວາດ ສຸດທະນິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ຢືນຢັນວ່າ ບັນຫາທີ່ໜ້າເປັນຫ່ວງໃນເວລານີ້ຄືການທີ່ມີປະຊາຊົນ ລາວ ຈຳນວນຫຼາຍບໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ເພາະການກວດກາບໍ່ພົບຜູ້ຕິດເຊື້ອລາຍໃໝ່ຢູ່ພາຍໃນ ລາວ ນັບແຕ່ວັນທີ 13 ເມສາ 2020 ເປັນຕົ້ນມານັ້ນເຮັດໃຫ້ປະຊາຊົນ ລາວ ຈຳນວນບໍ່ໜ້ອຍໄດ້ພາກັນເຊື່ອວ່າບໍ່ມີພະຍາດໄວຣັສ Covid-19 ຢູ່ພາຍໃນ ລາວ ອີກແລ້ວ ແຕ່ມີພຽງຜູ້ຕິດເຊື້ອລາຍໃໝ່ທີ່ມາຈາກຕ່າງປະເທດເທົ່ານັ້ນດ້ວຍເຫດນີ້ ຈຶ່ງເຮັດໃຫ້ປະຊາຊົນ ລາວ ຈຳນວນຫຼາຍໄດ້ພາກັນຫຼຸດລະດັບຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການລະບາດຂອງໄວຣັສ Covid-19 ໂດຍສະເພາະແມ່ນຢູ່ໃນຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆນັ້ນຖືເປັນແຫຼ່ງທີ່ມີຄວາມສ່ຽງ ຫຼືວ່າມີຄວາມເປັນໄປໄດ້ສູງທີ່ເຊື້ອໄວຣັສ Covid-19 ອາດຈະກັບຄືນມາ ແລະ ເກີດການລະບາດໃນ ລາວ ໄດ້ອີກເທື່ອໃໝ່ ເພາະວ່າຫຼາຍປະເທດໃນ ອາຊຽນ ແລະ ທົ່ວໂລກຍັງປະເຊີນກັບການລະບາດຂອງພະຍາດໄວຣັສ Covid-19 ຢ່າງໜັກໜ່ວງໃນປັດຈຸບັນ.

ໂດຍຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄວຣັສ Covid-19 ຍັງສືບຕໍ່ມາດຕະການກັກບໍລິເວນເປັນເວລາ​ 14 ວັນສຳລັບຄົນ ລາວ ແລະ ຊາວຕ່າງຊາດທຸກຄົນທີ່ເດີນທາງມາໃນ ລາວ ທັງກໍຍັງບໍ່ມີກຳນົດທີ່ແນ່ນອນດ້ວຍວ່າ ຈະສາມາດຢຸດການດຳເນີນມາດຕະການດັ່ງກ່າວໄດ້ເມື່ອໃດ ເພາະວ່າພະຍາດໄວຣັສ Covid-19 ຍັງມີການລະບາດຢູ່ໃນຫຼາຍປະເທດທົ່ວໂລກ ຈຶ່ງເຮັດໃຫ້ທາງການ ລາວ ຍັງຄົງມາດຕະການເຂັ້ມງວດໃນການຄວບຄຸມ ແລະ ກວດກາສຸຂະພາບຂອງທຸກຄົນທີ່ເດີນທາງເຂົ້າມາ ລາວ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອໄວຣັສ Covid-19 ກັບຄືນມາລະບາດໃນ ລາວ ອີກເທື່ອໃໝ່ນັ້ນເອງ.

ພ້ອມກັນນີ້ທາງການ ລາວ ກໍຍັງສືບຕໍ່ມາດຕະການໂຈະການອອກວີຊາໃຫ້ກັບຊາວຕ່າງຊາດ ໂດຍຈັດຕັ້ງປະຕິບັດຄຽງຄູ່ກັນກັບການປິດດ່ານຊາຍແດນທີ່ິຕິດຕໍ່ກັບປະເທດເພື່ອນບ້ານ ຊຶ່ງຈະຍົກເວັ້ນໃຫ້ສະເພາະນັກການທູດ, ພະນັກງານບໍລິສັດຕ່າງຊາດ ແລະ ອົງການສາກົນທີ່ມີຄວາມຈຳເປັນເທົ່ານັ້ນ ຊຶ່ງທີ່ຜ່ານມາກໍໄດ້ກວດພົບຜູ້ຕິດເຊື້ອໄວຣັສ Covid-19 ຈຳນວນ 22 ຄົນທີ່ເດີນທາງມາຈາກຕ່າງປະເທດທັງໝົດ.

ນອກຈາກນີ້ ມາດຕະການນຶ່ງທີ່ທາງການ ລາວ ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄລຍະຜ່ານມາ ກໍຄືການກວດສຸຂະພາບແຮງງານຕ່າງຊາດທຸກຄົນທີ່ເດີນທາງມາຈາກປະເທດທີ່ມີການແຜ່ລະບາດຂອງໄວຣັສ Covid-19 ໂດຍຖ້າຫາກກວດພົບວ່າມີອາການເປັນໄຂ້ກໍຈະສົ່ງຕົວໄປຍັງສະຖານທີ່ກັກກັນເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາກາດໄຂ້ນັ້ນກໍຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກເພື່ອເຝົ້າລະວັງອາການເປັນເວລາ 14 ວັນໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະ ຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກທີ່ໄປກວດເບິ່ງອາການຂອງລູກຈ້າງທີ່ຖືກກັກບໍລິເວນອີກດ້ວຍ.

ທັງນີ້ຄະນະສະເພາະກິດມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານ ແລະ ປະຊາຊົນ ລາວ ຢ່າງເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານ ລາວ ທີ່ເດີນທາງກັບມາຈາກຕ່າງປະເທດກໍຈະຖືກສົ່ງຕົວໄປກັກບໍລິເວນຢູ່ສູນຮອງຮັບໃນແຕ່ລະແຂວງເປັນເວລາ 14 ວັນໂດຍນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນ ໄທ ປະເມີນວ່າມີແຮງງານ ລາວ ໃນ ໄທ 6 ແສນກວ່າຄົນໃນປີນີ້ເປັນແຮງງານຜິດກົດໝາຍ 3​ ແສນກວ່າຄົນທີ່ກັບມາ ລາວ ໃນໄລຍະທີ່ຜ່ານມາ.

XS
SM
MD
LG