ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ກຳນົດ 9 ຈຸດໃຫ້ເປັນ ສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ເພື່ອເຊື່ອມຕໍ່ ການຄ້າສາກົນ


ລົດບັນທຸກ ແລ່ນຜ່ານດ່ານສາກົນລາວບາວ.
ລົດບັນທຸກ ແລ່ນຜ່ານດ່ານສາກົນລາວບາວ.

ທາງການ ລາວ ກຳນົດ 9 ຈຸດໃຫ້ເປັນສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ (Logistic) ເພື່ອເຊື່ອມຕໍ່ການຄ້າກັບສາກົນ ໂດຍສະເພາະແມ່ນປະເທດໃນເຂດລຸ່ມນ້ຳຂອງ ແລະ ໃນກຸ່ມ ອາຊຽນ ດ້ວຍກັນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ ລັດຖະບານ ລາວ ໄດ້ຮັບຮອງເອົາແຜນ ຍຸດທະສາດການພັດທະນາດ້ານການເຕົ້າໂຮມ ແລະ ແຈກຢາຍສິນຄ້າ (Logistic) ເພື່ອ ເຊື່ອມຕໍ່ກັບສາກົນ ໂດຍສະເພາະແມ່ນປະເທດໃນເຂດລຸ່ມແມ່ນຳ້ຂອງ ແລະ ໃນກຸ່ມ ອາ ຊຽນ ດ້ວຍກັນ ຕາມການສະເໜີຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເມື່ອບໍ່ນານ ມານີ້.

ໂດຍແຜນຍຸດທະສາດດັ່ງກ່າວໄດ້ກຳນົດ 9 ຈຸດໃຫ້ເປັນສູນເຕົ້າໂຮມ ແລະ ແຈກຢາຍສິນ ຄ້າ ຊຶ່ງປະກອບດ້ວຍ ເມືອງຫ້ວຍຊາຍ ໃນແຂວງບໍ່ແກ້ວ, ນາເຕີຍ ໃນແຂວງຫຼວງນ້ຳທາ, ເມືອງໄຊ ໃນແຂວງອຸດົມໄຊ, ເມືອງຫຼວງພະບາງ, ທ່ານາແລ້ງ ໃນນະຄອນຫຼວງວຽກຈັນ, ຫຼັກຊາວ ໃນແຂວງບໍລິຄຳໄຊ, ທ່າແຂກ ໃນແຂວງຄຳມ່ວນ, ເຊໂນ ໃນແຂວງສະຫວັນນະ ເຂດ ແລະ ວັງເຕົ່າ ໃນແຂວງຈຳປາສັກ ໂດຍໃນນີ້ມີ 2 ຈຸດທີ່ກຳລັງຈັດຕັ້ງປະຕິບັດ ກໍຄືທ່າ ນາແລ້ງ ທີ່ນະຄອນຫຼວງວຽງຈັນ ແລະ ເຊໂນ ທີ່ສະຫວັນນະເຂດ.

ລັດຖະບານ ລາວ ໄດ້ຕັ້ງເປົ້າໝາຍໄວ້ວ່າການພັດທະນາດ້ານ Logistic ຈະເຮັດໃຫ້ ລາວ ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະນາຄົມ ແລະ ສູນກາງພະລາທິການດ້ານ ຂົນສົ່ງໃນພາກພື້ນ ໂດຍການຂົນສົ່ງສິນຄ້າກໍຈະມີລາຄາຖືກລົງ ທັງຍັງຈະເຮັດໃຫ້ທຸລະ ກິດການຂົນສົ່ງໃນ ລາວ ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບບໍລິສັດຂົນສົ່ງຂອງ ຕ່າງຊາດໄດ້ຕໍ່ໜ້າອີກດ້ວຍ.

ສ່ວນການຄ້າຕ່າງປະເທດຂອງ ລາວ ກໍຄາດວ່າຈະມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນ ແຜນການປີ 2015-2016 ລັດຖະບານ ລາວ ກໍໄດ້ວາງເປົ້າໝາຍການຄ້າຕ່າງປະເທດໄວ້ ໃນມູນຄ່າລວມ 9,000 ລ້ານໂດລາສະຫະລັດ ແບ່ງເປັນການສົ່ງອອກຂອງ ລາວ ໃນມູນ ຄ່າ 3,000 ລ້ານກວ່າໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 5,000 ລ້ານກວ່າໂດ ລາ ຊຶ່ງຈະເຮັດໃຫ້ ລາວ ຂາດດຸນການຄ້າໃນມູນຄ່າບໍ່ເກີນ 2,000 ລ້ານໂດລາ.

ທາງດ້ານກະຊວງການຄ້າຂອງ ໄທ ກໍໄດ້ລາຍງານວ່າການຄ້າ ລະຫວ່າງ ໄທ ກັບ ລາວ ມີມູນຄ່າລວມເກີນກວ່າ 5,770 ລ້ານໂດລາໃນຕະຫຼອດປີ 2015 ຊຶ່ງໃນນີ້ເປັນການສົ່ງສິນ ຄ້າ ໄທ ໄປຍັງ ລາວ ໃນມູນຄ່າລວມຫຼາຍກວ່າ 4,460 ລ້ານໂດລາ ໂດຍເພີ່ມຂຶ້ນເຖິງ 10.6 ເປີເຊັນເມື່ອທຽບກັບປີ 2014 ແລະ ໄທ ໄດ້ນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າ ລວມ 1,310 ລ້ານໂດລາ ໂດຍຫຼຸດລົງເກີນກວ່າ 7 ເປີເຊັນເມື່ອທຽບກັບປີ 2014 ທີຜ່ານ ມາ ຊຶ່ງເຮັດໃຫ້ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ຫຼາຍກວ່າ 3,150 ລ້ານໂດລາ.

ທາງດ້ານທ່ານ ທະນະໂຊດ ໂຊດບຸນສັກ ສະມາຊິກຫໍການຄ້າຈັງຫວັດມຸກດາຫານ ກໍເຊື່ອ ໝັ້ນວ່າມູນຄ່າການຄ້າ ລະຫວ່າງ ໄທ ກັບ ລາວ ຈະເພີ່ມຂຶ້ນອີກ ໂດຍປັດໃຈສຳຄັນ ກໍຄື ການພັດທະນາໂຄງຂ່າຍດ້ານການຄົມມະນາຄົມ ແລະ ຂົນສົ່ງສິນຄ້າ ລະຫວ່າງ ໄທ-ລາວ ແລະ ຫວຽດນາມ ເປັນສຳຄັນ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ເມື່ອກ່ອນເຮົາບໍ່ມີສະພານ ມູນຄ່າການຄ້າຊາຍແດນເຮົາແຄ່ 2 ໝື່ນກວ່າລ້ານ ແຕ່ພໍ ເຮົາມີສະພານ ມູນຄ່າການຄ້າຊາຍແດນເຮົາເຕີບໂຕເຖິງແສນລ້ານບາດ ສະແດງວ່າ ຈິກຊໍທີ່ສຳຄັນທີ່ສຸດກໍຄືອົງປະກອບຂອງໂຄງສ້າງພື້ນຖານຕ່າງໆຢ່າງເຊັ່ນສະໜາມ ບິນ ຫຼື ສະຖານີ ລົດໄຟກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີຄວາມຈຳເປັນຕ້ອງສ້າງຈິງໆ ກໍຄື ເລື່ອງຂອງສະຖານີຂົນສົ່ງສິນຄ້າຂະໜາດໃຫຍ່ແລ້ວກໍ ເລື່ອງຂອງສະຖານີ ຂົນສົ່ງ ຜູ້ໂດຍສານນານາຊາດແຫ່ງທີ່ 2"

ຍິ່ງໄປກວ່ານັ້ນ ທາງການ ໄທ ກໍຍັງຄາດໝາຍວ່າຈະໄດ້ປຽບດຸນການຄ້າຕໍ່ ລາວ ເພີ່ມຂຶ້ນ ເປັນ 5,000 ລ້ານໂດລາໃນປີ 2017 ຊຶ່ງກໍເປັນຜົນຈາການຕົກລົງ ລະຫວ່າງ ກະຊວງ ການຄ້າຂອງ ໄທ ກັບ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ທີ່ຈະເພີ່ມມູນຄ່າ ການຄ້າ ລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ດັ່ງກ່າວ ໂດຍໃນນີ້ກໍຄາດ ໝາຍວ່າຈະເປັນການສົ່ງສິນຄ່າ ໄທ ໄປ ລາວ ໃນມູນຄ່າລວມເຖິງ 6,500 ລ້ານໂດລາ ໃນ ຂະນະທີ່ ໄທ ກໍຈະນຳເຂົ້າສິນຄ້າຈາກ ລາວ ໃນມູນຄ່າລວມ 1,500 ລ້ານກວ່າໂດລາ.

XS
SM
MD
LG