ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການລາວ ອອກຄຳສັ່ງໃຫ້ກວດກາ ໂຄງການເຂື່ອນໄຟຟ້າ ທີ່ກໍ່ສ້າງແລ້ວ ແລະກຳລັງກໍ່ສ້າງ ໃນທົ່ວປະເທດ


ພາບຖ່າຍສ່ວນນຶ່ງຂອງເຂື່ອນໄຟຟ້າດອນສະໂຮງ ໃນແຂວງຈຳປາສັກ.
ພາບຖ່າຍສ່ວນນຶ່ງຂອງເຂື່ອນໄຟຟ້າດອນສະໂຮງ ໃນແຂວງຈຳປາສັກ.

ທາງການລາວ ອອກຳສັ່ງໃຫ້ກວດກາບັນດາໂຄງການເຂື່ອນໄຟຟ້າທັງທີ່ກໍ່ສ້າງແລ້ວ ແລະກຳລັງກໍ່ສ້າງໃນທົ່ວປະເທດ ເພື່ອຮັບປະກັນວ່າ ທຸກໂຄງການມີຄວາມປອດໄພ ແລະປ້ອງກັນໄພນ້ຳຖ້ວມໄດ້.

ກົມຄຸ້ມຄອງພະລັງງານ ກະຊວງພະລັງງານແລະບໍ່ແຮ່ ໄດ້ອອກຄຳສັ່ງໄປເຖິງບັນດາກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າ ທັງທີ່ກໍ່ສ້າງສຳເລັດແລ້ວແລະກຳລັງກໍ່ສ້າງໃນທົ່ວປະເທດ ເພື່ອໃຫ້ດຳເນີນການກວດກາດ້ານຄວາມປອດໄພ ໂດຍສະເພາະແມ່ນການປ້ອງກັນໄພນ້ຳຖ້ວມ ທີ່ອາດຈະເກີດຂຶ້ນຈາກພາຍຸຝົນທີ່ເຂົ້າມາໃນເຂດພາກກາງແລະພາກໃຕ້ຂອງລາວ ໃນໄລຍະນີ້ ໂດຍໂຄງການທີ່ຈະຕ້ອງເຝົ້າລະວັງເປັນກໍລະນີພິເສດ ກໍຄື ເຂື່ອນເຊເຊັດ 1 ແລະ 2 ໃນແຂວງສາລະວັນ ເຂື່ອນດອນສະໂຮງແລະເຂື່ອນເຊລະບຳ ໃນແຂວງຈຳປາສັກ ເຂື່ອນຫ້ວຍເຫາະແລະເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນແຂວງອັດຕະປື ເຂື່ອນຫ້ວຍລຳພັນໃຫຍ່ແລະເຂື່ອນເຊກະໝານ 3 ໃນແຂວງເຊກອງ ເນື່ອງຈາກຕັ້ງຢູ່ໃນເຂດອິດທິພົນຂອງພາຍຸຝົນດີເພຣສຊັ້ນ ແລະພາຍຸເຂດຮ້ອນທີ່ພັດເຂົ້າມາໃນລາວແລ້ວ ເຖິງ 7 ຫົວ ນັບແຕ່ເດືອນສິງຫາ 2020 ເປັນຕົ້ນມາ.

ເຂື່ອນໄຟຟ້ານ້ຳອ້າວ ໃນແຂວງຊຽງຂວາງແຕກໃນປີ 2017 ສົ່ງຜົນກະທົບຕໍ່ປະຊາຊົນ ເມືອງຜາໄຊ
ເຂື່ອນໄຟຟ້ານ້ຳອ້າວ ໃນແຂວງຊຽງຂວາງແຕກໃນປີ 2017 ສົ່ງຜົນກະທົບຕໍ່ປະຊາຊົນ ເມືອງຜາໄຊ

ທັງນີ້ ໂດຍໂຄງການເຂື່ອນໄຟຟ້າໃນລາວ ທີ່ເຄີຍແຕກແລະໄດ້ກໍ່ໃຫ້ເກີດເປັນໄພນ້ຳຖ້ວມມາແລ້ວ ກໍຄືເຂື່ອນເຊກະໝານ 3 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ (ແຕກໃນປີ 2016) ເຂື່ອນນ້ຳອ້າວ ເມືອງຜາໄຊ ແຂວງຊຽງຂວາງ ແຕກໃນປີ 2017 ແລະເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ແຕກໃນປີ 2018 ນັ້ນ ຍັງຖືເປັນກໍລະນີທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະຊັບສິນຂອງປະຊາຊົນລາວຢ່າງຮ້າຍແຮງທີ່ສຸດອີກດ້ວຍ ດັ່ງທີ່ ທ່ານວິທູນ ເພີ້ມພົງສາຈະເຣີນ ຜູ້ອຳນວຍການ ໂຄງການຟື້ນຟູນິເວດທຳມະຊາດໃນແມ່ນ້ຳຂອງ ໃຫ້ການຢືນຢັນວ່າ:

“ມັນເອົານ້ຳຈາກ 3 ລຳນ້ຳມາລວມກັນ ແລ້ວກໍເອົາຈຸດທີ່ສ້າງເຂື່ອນນີ້ ໂດຍອາໄສຄວາມສູງຂອງທີ່ຮາບສູງບໍລະເວນ ເພື່ອຈະເຮັດໃຫ້ມັນໝຸນກັງຫັນໄຟຟ້ານັ້ນ ໄດ້ແຮງທີ່ສຸດແລະຜະລິດໄຟອອກມາໃຫ້ໄດ້ຫຼາຍທີ່ສຸດ ແລ້ວກໍປ່ອຍນ້ຳລົງອີກສາຍນຶ່ງ ຊຶ່ງລຳນ້ຳສານນີ້ ກໍຈະມີນ້ຳເພີ້ມຂຶ້ນຈາກລະດັບນ້ຳຕາມທຳມະຊາດຂອງຕົງເອງນັ້ນ ມະຫາສານ ເຈົ້າໄປເພີ້ມປະລິມານນ້ຳທີ່ມັນຫຼາຍກວ່າທຳມະຊາດ ແລະເຈົ້າໄປເອົານ້ຳຈາກສາຍອື່ນ ຊຶ່ງມັນອາດຈະແຕກຕ່າງກັນໃນເລື້ອງຂອງທາງນິເວດ.”

ແຕ່ຢ່າງໃດກໍຕາມ ທາງການລາວ ກໍເຊື່ອໝັ້ນວ່າ ຈະບໍ່ເກີດອຸບັດຕິເຫດໄພຊ້ຳສອງ ເພາະນັບຕັ້ງແຕ່ສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 1677 ລົງວັນທີ 4 ຕຸລາ 2018 ເປັນຕົ້ນມາ ຄະນະສະເພາະກິດຂອງລັດຖະບານລາວ ໄດ້ດຳເນີນການກວດກາໂຄງການເຂື່ອນໄຟຟ້າໃນທົ່ວປະເທດແລ້ວ ເຖິງ 433 ໂຄງການ ຊຶ່ງເປັນໂຄງການຂະໜາດນ້ອຍທີ່ມີກຳລັງຕິດຕັ້ງ 15 ເມກາວັດ ລົງມາ 378 ໂຄງການ ແລະໂຄງການຂະໜາດກາງຫາໃຫຍ່ ທີ່ມີກຳລັງຕິດຕັ້ງສູງກວ່າ 15 ເມກາວັດຂຶ້ນໄປ 55 ໂຄງການ ໃນນີ້ກໍລວມເຖິງໂຄງການທີ່ກໍ່ສ້າງສຳເລັດແລ້ວ 31 ໂຄງການ ກຳລັງກໍ່ສ້າງ 19 ໂຄງການ ແລະກຽງການກໍ່ສ້າງ 5 ໂຄງການ ໂດຍຄະນະສະເພາະກິດດັ່ງກ່າວນີ້ ຍັງປະກອບມີ 15 ທ່ານທີ່ເປັນຜູ້ຊ່ຽວຊານຈາກຈີນ ສະວິດເຊີແລນ ນິວຊີແລນ ຝຣັ່ງ ເຢຍຣະມັນ ອອສເຕຣເລຍ ສະຫະພາບຢູໂຣບ ສະຫະລັດ ແລະທະນາຄານໂລກດ້ວຍນັ້ນ ຈຶ່ງໝັ້ນໃຈໄດ້ວ່າ ການກວດກາໄດ້ດຳເນີນການຕາມມາດຕະຖານສາກົນ ດັ່ງທີ່ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ:

“ຄວາມປອດໄພຂອງເຂື່ອນນີ້ ພວກເຮົາຕ້ອງໄດ້ເລີ້ມເຮັດຫຼາຍອັນ ເລີ້ມຕັ້ງແຕ່ການສຶກສາການອອກແບບເບື້ອງຕົ້ນ ການອອກແບບລະອຽດເພື່ອສິກຽມພັດທະນາໂຄງການ ໂຄງການທີ່ກຳລັງກໍ່ສ້າງ ພວກເຮົາກໍຕ້ອງໄດ້ເອົາໃຈໃສ່ໃນການກວດກາຢ່າງເປັນລະບົບຄົບຊຸດ ຄັນບໍ່ຮັບປະກັນພວກເຮົາກໍສັ່ງໃຫ້ຍົກຫຼືວ່າສ້າງເຂື່ອນແບບໃຫ້ຮັບປະກັນ ເຊັ່ນຕົວຢ່າງເປັນເຂື່ອນຄອນກຣີດ ເຂື່ອນທີ່ກໍ່ສ້າງແລ້ວ ກະໄດ້ມີການກວດຄຸນນະພາບຂອງມັນ ອັນນີ້ກະຖືວ່າໄດ້ຈັດຕັ້ງປະຕິບັດ.”

ທ່ານຄຳມະນີ ຢືນຢັນວ່າ ຄວາມສາມາດໃນການຜະລິດພະລັງງານໄຟຟ້າໃນລາວ ໄດ້ເພີ້ມຂຶ້ນນັບມື້ ໂດຍໃນປັດຈຸບັນນີ້ ລາວ ມີແຫລ່ງຜະລິດພະລັງງານໄຟຟ້າແລ້ວ ເຖິງ 78 ແຫ່ງມີກຳລັງຕິດຕັ້ງລວມ 9,972 ເມກາວັດ ໃນນີ້ໄດ້ສົ່ງອອກໄປໄທແລ້ວເຖິງ 5,620 ເມກາວັດ ແລະຄາດວ່າ ຈະເພີ້ມຂຶ້ນເປັນ 7,000 ເມກາວັດໃນປີ 2022 ສ່ວນທີ່ເຫຼືອກໍຈະສົ່ງຂາຍໃຫ້ກຳປູເຈຍ ຫວຽດນາມ ມຽນມາ ມາເລເຊຍ ແລະສິງກະໂປ ຕາມລຳດັບ.

ສ່ວນທະນາຄານພັດທະນາເອເຊຍ ຫຼື ADB ລາຍງານວ່າ ການຜະລິດໄຟຟ້າໃນລາວ ຈະຂະຍາຍຕົວເພີ້ມຂຶ້ນ 7.5 ເປີເຊັນ ໃນປີ 2020 ທຽບກັບປີ 2019 ອັນຈະເຮັດໃຫ້ການສົ່ງອອກໄຟຟ້າຂອງລາວ ຍັງຈະເພີ້ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນການສົ່ງໄຟຟ້າໄປຂາຍໃຫ້ໄທນັ້ນ ຈະປັບຕົວສູງຂຶ້ນກວ່າ 20 ເປີເຊັນ ທັງຍັງຈະເພີ້ມຂຶ້ນອີກໃນປີຕໍ່ໄປ ເພາະລັດຖະບານໄທ ໄດ້ຕົກລົງຮັບຊື້ໄຟຟ້າຈາກລາວ 9,000 ເມກາວັດຈາກປີ 2019-2044 ທັງນີ້ ໂດຍຄາດໝາຍວ່າ ລາວ ຈະມີແຫລ່ງຜະລິດໄຟຟ້າເພີ້ມຂຶ້ນເປັນ 100 ໂຄງການມີກຳລັງຕິດຕັ້ງລວມເຖິງ 13,000 ເມກາວັດໃນປີ 2021 ຊຶ່ງໃນນີ້ ຈະສະໜອງການຊົມໃຊ້ໃນປະເທດບໍ່ເກີນ 3,600 ເມກາວັດ.

XS
SM
MD
LG