ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາງການລາວສັ່ງປິດ 140 ໂຮງງານແປຮູບໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍ


ບັນດາເຈົ້າໜ້າທີ່ຂອງລາວ ລົງກວດກາ ໂຮງງານແປຮູບໄມ້ ແຫ່ງນຶ່ງໃນລາວ ເຊິ່ງ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ສັ່ງປິດ ແລະຍຸບ ໂຮງງານປຸງແຕ່ງໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍ ໄປແລ້ວ 140 ແຫ່ງ ຈາກທີ່ມີຢູ່ໃນລາວ ທັງໝົດ 1,595 ແຫ່ງ.
ບັນດາເຈົ້າໜ້າທີ່ຂອງລາວ ລົງກວດກາ ໂຮງງານແປຮູບໄມ້ ແຫ່ງນຶ່ງໃນລາວ ເຊິ່ງ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ສັ່ງປິດ ແລະຍຸບ ໂຮງງານປຸງແຕ່ງໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍ ໄປແລ້ວ 140 ແຫ່ງ ຈາກທີ່ມີຢູ່ໃນລາວ ທັງໝົດ 1,595 ແຫ່ງ.

ທາງການລາວ ສັ່ງປິດ 140 ໂຮງງານແປຮູບໄມ້ ທີ່ດຳເນີນກິດຈະການໂດຍຜິດກົດໝາຍ
ແລະກ່ຽວຂ້ອງກັບການລັກລອບຕັດ ແລະຄ້າໄມ້ເຖື່ອນ ທີ່ລັກລອບຂົນສົ່ງຂ້າມຊາຍແດນ
ລາວ ໄປປະເທດເພື່ອບ້ານ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າ
ຢືນຢັນວ່າ ໃນຕະຫຼອດປີ 2017 ທີ່ຜ່ານມາ ໄດ້ສັ່ງປິດ ແລະຍຸບໂຮງງານປຸງແຕ່ງໄມ້ ທີ່
ດຳເນີນກິດຈະການ ໂດຍຜິດກົດໝາຍໄປ 140 ແຫ່ງ ຈາກທີ່ມີຢູ່ໃນລາວທັງໝົດ 1,595
ແຫ່ງ ໂດຍໂຮງງານທີ່ຖືກສັ່ງຍຸບດັ່ງກ່າວ ມີ 83 ແຫ່ງ ທີ່ຢູ່ໃນແຂວງໄຊຍະບູລີ 19 ແຫ່ງ
ໃນແຂວງເຊກອງ 13 ແຫ່ງ ໃນແຂວງສະຫວັນນະເຂດ 13 ແຫ່ງ ໃນແຂວງບໍລິຄຳໄຊ
8 ແຫ່ງ ໃນເຂດນະຄອນວຽງຈັນ ແລະ 4 ແຫ່ງ ໃນແຂວງສາລະວັນ.

ທາງການລາວ ກວດພົບໄມ້ເຖື່ອນ ຢູ່ໃນລົດບັນທຸກຂົນສົ່ງຄັນນີ້ ທີ່ກຳລັງຈະຂ້າມຊາຍແດນ ໄປຍັງປະເທດເພື່ອນບ້ານ
ທາງການລາວ ກວດພົບໄມ້ເຖື່ອນ ຢູ່ໃນລົດບັນທຸກຂົນສົ່ງຄັນນີ້ ທີ່ກຳລັງຈະຂ້າມຊາຍແດນ ໄປຍັງປະເທດເພື່ອນບ້ານ

ການສັ່ງຍຸບກິດຈະການໂຮງງານປຸງແຕ່ງໄມ້ ທີ່ຜິດກົດໝາຍດັ່ງກ່າວນີ້ ຖືເປັນມາດຕະ ການສ່ວນນຶ່ງ ໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ
ທີ່ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນ ໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນ
ພຶດສະພາ 2016 ເປັນຕົ້ນມາ ແຕ່ກໍຍັງບໍ່ສາມາດສະກັດກັ້ນໄດ້ ຢ່າງສິ້ນເຊີງ ເພາະ
ການຈັດຕັ້ງປະຕິບັດ ທີ່ຂາດປະສິດທິພາບ ທີ່ລວມເຖິງການກວດກາໂຮງງານປຸງແຕ່ງ
ໄມ້ ທີ່ເຫຼືອອີກ 1,455 ແຫ່ງດ້ວຍ ດັ່ງທີ່ ທ່ານນາງເຂັມມະນີ ໃຫ້ການຍອມຮັບວ່າ:

“ການປັບປຸງໂຮງເລື່ອຍນີ້ ກະຖືວ່າ ໃຊ້ເວລາຍາວຫຼາຍແລ້ວ ເລີ່ມແຕ່ມື້ ທີ່ທາງ
ກະຊວງ ກະສິກຳ-ປ່າໄມ້ ຫັ້ນ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະການຄ້າ ນີ້
ມາຮອດປັດຈຸບັນນີ້ ກະຕີລາຄາແລ້ວ ກະສາມາດຮັບສາລະພາບວ່າ ການປັບປຸງ
ບໍ່ທັນປະສົບຜົນສຳເລັດ ແລ້ວກະຍັງຢູ່ໃນລະຍະທີ່ວ່າ ຕ້ອງໄດ້ສືບຕໍ່ປັບປຸງ.”

ກ່ອນໜ້ານີ້ ທ່ານເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປືໃໝ່ ເຊິ່ງໄດ້ຮັບການແຕ່ງ
ຕັ້ງແທນ ຕຳແໜ່ງຂອງທ່ານນາມ ວິຍະເກດ ເຈົ້າແຂວງຄົນເກົ່າ ນັບຕັ້ງແຕ່ວັນທີ 21
ພະຈິກ 2017 ເປັນຕົ້ນມາ ໄດ້ຖະແຫລງຢືນຢັນເປັນຄັ້ງທຳອິດວ່າ ທ່ານຈະດຳເນີນ
ຄະດີ ເພື່ອລົງໂທດຕາມກົດໝາຍ ຕໍ່ພະນັກງານລັດທຸກຄົນ ທີ່ມີສ່ວນໃນກໍລະນີລົດ
ບັນທຸກສິນຄ້າ ຈຳນວນ 27 ຄັນ ທີ່ພະຍາຍາມລັກລອບຂົນສົ່ງໄມ້ທ່ອນ ຈາກແຂວງ
ອັດຕະປື ໄປຍັງຊາຍແດນຫວຽດນາມ ທີ່ໜ່ວຍສະເພາະກິດ ຂອງລັດຖະບານລາວ ສາມາດຈັບກຸມໄດ້ ເມື່ອເດືອນພຶດສະພາ 2017 ເຖິງແມ່ນວ່າ ທາງການລາວ ຈະໄດ້
ຂາຍໄມ້ທ່ອນທີ່ຍຶດໄດ້ດັ່ງກ່າວ ທັງໝົດແລ້ວກໍຕາມ ແຕ່ວ່າ ພະຍານຫລັກຖານຕ່າງໆ
ຍັງຢູ່ຄົບຖ້ວນ ຈຶ່ງບໍ່ເປັນບັນຫາສຳລັບການເອົາຜິດ ກັບພະນັກງານລັດ ທີ່ກ່ຽວຂ້ອງ
ໃນກໍລະນີດັ່ງກ່າວແຕ່ຢ່າງໃດ.

ພວກລົດບັນທຸກໄມ້ທ່ອນເຫຼົ່ານີ້ ກຳລັງເຂື່ອນຍ້າຍໄມ້ທ່ອນ ອອກຈາກພື້ນທີ່ ໂດຍທີ່ທາງການ ຂອງລາວ ຍັງບໍ່ທັນໄດ້ກວດກາເທື່ອ
ພວກລົດບັນທຸກໄມ້ທ່ອນເຫຼົ່ານີ້ ກຳລັງເຂື່ອນຍ້າຍໄມ້ທ່ອນ ອອກຈາກພື້ນທີ່ ໂດຍທີ່ທາງການ ຂອງລາວ ຍັງບໍ່ທັນໄດ້ກວດກາເທື່ອ

ທັງນີ້ ລົດບັນທຸກ 27 ຄັນ ທີ່ລັກລອບຂົນສົ່ງໄມ້ໂດຍຜິດກົດໝາຍດັ່ງກ່າວ ເປັນລົດ
ບັນທຸກສິນຄ້າ ຂອງ 5 ບໍລິສັດເອກກະຊົນລາວ ເຊິ່ງໄດ້ຮັບອະນຸຍາດໃຫ້ດຳເນີນ
ທຸລະກິດການຄ້າ ຂາອອກ-ຂາເຂົ້າມານານແລ້ວ ຈຶ່ງເຊື່ອວ່າ ມີເຈົ້າໜ້າທີ່ຂອງ
ລັດຖະບານ ເຂົ້າໄປກ່ຽວຂ້ອງດ້ວຍ ໂດຍທີ່ ທ່ານນາມ ວິຍະເກດ ກໍໄດ້ຖະແຫລງ
ຢືນຢັນ ໃນຂະນະທີ່ ຍັງເປັນເຈົ້າແຂວງໆ ອັດຕະປື ວ່າ ບັນຫານີ້ ກໍແມ່ນບັນຫາ
ທີ່ຊ້ຳເຮື້ອມາໄດ້ຫຼາຍປີແລ້ວ ໂດຍສຳລັບພາກທຸລະກິດ ກໍຄືການສວຍໂອກາດ ເພື່ອ
ໃຫ້ໄດ້ກຳໄລຢ່າງຫລວງຫລາຍ ສ່ວນພາກລັດນັ້ນ ກໍລົ້ມແຫຼວ ໃນການຄຸ້ມຄອງ ແລະ
ກາຍເປັນພະຍາດຊ້ຳເຮື້ອ ພາຍໃນອົງກອນຂອງລັດຖະບານເອງ ຫາກແຕ່ວ່າ ທ່ານ
ນາມ ກໍບໍ່ມີໂອກາດທີ່ຈະແກ້ໄຂບັນຫາດັ່ງກ່າວນີ້ ເພາະຖືກຍ້າຍຈາກເຈົ້າແຂວງໆ
ອັດຕະປື ໄປຮັບຕຳແໜ່ງໃໝ່ ຢູ່ທີ່ສະພາວິທະຍາສາດສັງຄົມແຫ່ງຊາດ ນັບແຕ່ວັນທີ
21 ພະຈິກ ເປັນຕົ້ນມາ.

ທາງດ້ານ ທ່ານຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງສະຫວັນ
ນະເຂດ ຍອມຮັບວ່າ ຍັງຄົງມີການລັກລອບຕັດໄມ້ຢູ່ໃນເຂດຊາຍແດນລາວ ແລ້ວ
ກະລັກລອບຂົນສົ່ງໄປຍັງຫວຽດນາມ ເກີດຂຶ້ນຢູ່ເລື້ອຍມາ ໂດຍເຖິງແມ່ນວ່າ ຈະໄດ້
ຈັດຕັ້ງປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 15/ນຍ ນັບຈາກເດືອນ
ພຶດສະພາ 2016 ເປັນຕົ້ນມາແລ້ວກໍຕາມ ສ່ວນອົງການອະນຸລັກສິ່ງແວດລ້ອມ ທຳມະຊາດສາກົນ Global Witness ໄດ້ລາຍງານວ່າ ບັນດາບໍລິສັດຄ້າໄມ້ຂອງ
ຫວຽດນາມ ເປັນພາກທຸລະກິດ ທີ່ຮັບຊື້ໄມ້ ທີ່ລັກລອບຕັດ ແລະຂົນສົ່ງຈາກລາວ
ຫຼາຍທີ່ສຸດ ເຊິ່ງເຮັດໃຫ້ບັນດາບໍລິສັດຄ້າໄມ້ຫວຽດນາມກາຍເປັນຜູ້ສົ່ງອອກໄມ້
ແປຮູບ ຫຼື Furniture ໄປຕ່າງປະເທດ ເປັນອັນດັບທີ 1 ຂອງໂລກ ໃນປັດຈຸບັນນີ້.

XS
SM
MD
LG