ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕ້ອງການເງິນທຶນ 30 ລ້ານໂດລາ ເພື່ອ ວຽກງານການປ້ອງກັນ ໄພອັນຕະລາຍຈາກ UXO


ພະນັກງານ ເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ທ່ານນຶ່ງກຳລັງ ຊີ້ໃຫ້ເຫັນ ລະເບີດບໍ່ທັນແຕກລູກໜຶ່ງ ທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມອິນໂດຈີນ.
ພະນັກງານ ເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ທ່ານນຶ່ງກຳລັງ ຊີ້ໃຫ້ເຫັນ ລະເບີດບໍ່ທັນແຕກລູກໜຶ່ງ ທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມອິນໂດຈີນ.

ທາງການລາວຕ້ອງການເງິນທຶນ 30 ລ້ານໂດລາ ເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດ ວຽກງານແກ້ໄຂບັນຫາທີ່ກ່ຽວກັບການປ້ອງກັນໄພອັນຕະລາຍ ຈາກລະເບີດບໍ່ທັນແຕກ ໃຫ້ກັບປະຊາຊົນລາວໃນປີ 2017-2021.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂ ບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການໃນຊ່ວງ 5 ປີ ນັບຈາກປີ 2017-2021 ຈະຕ້ອງນຳໃຊ້ ເງິນທຶນບໍ່ຕ່ຳກວ່າ 30 ລ້ານໂດລາ ສຳລັບວຽກງານໃນ 7 ດ້ານດ້ວຍກັນ ກໍຄື ການສຳ
ຫຼວດ ທີ່ບໍ່ແມ່ນວິຊາການ ການສຳຫຼວດທີ່ເປັນວິຊາການ ການກວດກູ້ພື້ນທີ່ຢືນຢັນວ່າ
ມີ UXO ການຊ່ວຍເຫຼືອສ້າງເສດຖະກິດຄອບຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກ UXO ການໂຄສະນາອົບຮົມ ກ່ຽວກັບໄພອັນຕະລາຍຈາກ UXO ການສ້າງຄວາມເຂັ້ມແຂງ ໃຫ້ກອງທຶນເກັບກູ້ UXO ແລະ ການເຄືອນໄຫວຂອງຫ້ອງການ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາ UXO ຕາມລຳດັບ.

ທ່ານບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິການ ໄດ້ປະກາດແຜນການ ໃຫ້ການ ຊ່ວຍເຫຼືອ ໃນມູນຄ່າ 90 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້ ແລະທຳລາຍ ລະເບີດ UXO ໃນລາວເປັນເວລາ 3 ປີຕິດຕໍ່ກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ໂຮງແຮມ Landmark Mekong Riverside ໃນນະຄອນຫລວງວຽງຈັນ, ລາວ ເມື່ອວັນທີ 8 ກັນຍາ 2016.
ທ່ານບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິການ ໄດ້ປະກາດແຜນການ ໃຫ້ການ ຊ່ວຍເຫຼືອ ໃນມູນຄ່າ 90 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້ ແລະທຳລາຍ ລະເບີດ UXO ໃນລາວເປັນເວລາ 3 ປີຕິດຕໍ່ກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ໂຮງແຮມ Landmark Mekong Riverside ໃນນະຄອນຫລວງວຽງຈັນ, ລາວ ເມື່ອວັນທີ 8 ກັນຍາ 2016.

ທັງນີ້ ໂດຍເປົ້າໝາຍສຳຄັນຂອງການດຳເນີນງານ ໃນລະຍະທີ່ຜ່ານມາ ແລະໃນລະຍະ
5 ປີຕໍ່ໜ້າ ກໍໄດ້ແນໃສ່ການເກັບກູ້ UXO ເພື່ອເຮັດໃຫ້ຈຳນວນປະຊາຊົນລາວ ທີ່ໄດ້ຮັບ ເຄາະຈາກ UXO ລົດລົງຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ເປົ້າໝາຍສຳຄັນທີ່ ລັດຖະ ບານລາວ ໄດ້ຕົກລົງຮ່ວມກັບອົງການສະຫະປະຊາຊາດ ທີ່ເອີ້ນວ່າ ເປົ້າໝາຍສະຫັດ ສະວັດການພັດທະນາ (MDG) ຊຶ່ງເປັນເປົ້າໝາຍທີ 9 ສຳລັບ ສປປ ລາວ ນັ້ນ ກໍຄື ການປ້ອງກັນບໍ່ໃຫ້ມີຄົນລາວໄດ້ຮັບເຄາະຈາກ UXO ໃຫ້ໄດ້ຢ່າງແທ້ຈິງ ຊຶ່ງໃນລະຍະ ທີ່ຜ່ານມາ ລັດຖະບານລາວ ກໍໄດ້ຮັບການຊ່ວຍເຫຼືອຈາກນານາຊາດ ແລະອົງການ
ສາກົນ ເປັນຢ່າງດີ ດັ່ງທີ່ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງ
ແຮງງານ ແລະສະຫວັດດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ:

“ຕະຫຼອດລະຍະເວລາທີ່ຜ່ານມາ ວຽກງານແກ້ໄຂບັນຫາລະເບີບໍ່ທັນແຕກ
ໄດ້ຮັບ ການສະໜັບສະໜູນ ຈາກຕ່າງປະເທດຜູ້ທີ່ໃຫ້ທຶນ ແລະບັນດາອົງການ ຈັດຕັ້ງສາກົນ ເປັນຢ່າງດີ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ໄດ້ຊ່ວຍ ຫລຸດຜ່ອນການເຈັບ ເປັນ ການເສຍຊີວິດຂອງປະຊາຊົນລາວ ບັນດາເຜົ່າລົງ
ເທື່ອລະກ້າວ ຊຶ່ງເປັນ ການປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ
ແລະການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ມາໂດຍຕະຫຼອດ.”

ໂດຍການເກັບກູ້ UXO ທີ່ຕົກຄ້າງໃນລາວ ນັບແຕ່ວັນທີ 1 ມັງກອນ 1996 ເຖິງເດືອນ ພຶດສະພາ 2016 ທີ່ຜ່ານມາໄດ້ມີການເກັບກູ້ ແລະທຳລາຍ UXO ໄປແລ້ວ 1 ລ້ານ 4 ແສານ ກວ່າໜ່ວຍ ຊຶ່ງເກັບກູ້ອອກຈາກເຂດທີ່ຢູ່ອາໄສ ແລະທີ່ທຳມາຫາກິນຂອງປະຊາ ຊົນລາວໃນເນື້ອທີ່ກວ້າງກວ່າ 44,000 ເຮັກຕາ ແລະຝຶກອົບຮົມການປ້ອງກັນໄພອັນ
ຕະລາຍຈາກ UXO ໃຫ້ກັບນັກຮຽນ ແລະປະຊາຊົນໄດ້ 3 ລ້ານກວ່າຄົນ ຢູ່ໃນແຂວງ
ຫລວງພະບາງ ຫົວພັນ ຊຽງຂວາງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະອັດຕະປື.

ແຕ່ຢ່າງໃດກໍຕາມ ການເກັບກູ້ ແລະທຳລາຍລະເບີດ UXO ຈຳນວນດັ່ງກ່າວນີ້ ກໍຄິດ ເປັນພຽງ 1.12 ເປີເຊັນເທົ່ານັ້ນ ຂອງຈຳນວນລະເບີດ UXO ທີ່ຕົກຄ້າງຢູ່ໃນພື້ນທີ່ 9 ແຂວງຂອງລາວ ຫຼາຍກວ່າ 80 ລ້ານໜ່ວຍ ນັບແຕ່ສົງຄາມອິນໂດຈີນ ໄດ້ສິ້ນສຸດລົງ
ໃນປີ 1975 ເປັນຕົ້ນມາ ໂດຍລະເບີດ UXO ເຫລົ່ານີ້ ຍັງຕົກຄ້າງຢູ່ໃນພື້ນທີ່ທີ່ຄິດເປັນ
1 ໃນ 3 ຂອງພື້ນທີ່ທັງໝົດຂອງປະເທດລາວດ້ວຍນັ້ນ ຈຶ່ງຍັງມີຄວາມສ່ຽງສູງ ທີ່ປະຊາ ຊົນລາວ ຈະໄດ້ຮັບອັນຕະລາຍຈາກລະເບີດ UXO ຢູ່ເລື້ອຍມາ ຊຶ່ງສາເຫດສຳຄັນ ທີ່ ເຮັດໃຫ້ການເກັບກູ້ UXO ສາມາດດຳເນີນການໄດ້ຢ່າງຊັກຊ້າ ກໍຍ້ອນວ່າ ລັດຖະບານ ລາວ ຂາດແຄນງົບປະມານ ແລະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຢ່າງຈຳກັດ ບໍ່ ພຽງພໍກັບລະດັບຄວາມຕ້ອງການ ທີ່ເປັນຈິງ ກໍຄືບໍ່ຕ່ຳກວ່າ 30 ລ້ານໂດລາ ໃນແຕ່ລະປີ.

ແຕ່ຢ່າງໃດກໍຕາມ ທາງການລາວຄາດຫວັງວ່າ ການເກັບກູ້ ແລະທຳລາຍລະເບີດ
UXO ຈະຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບສູງຂຶ້ນ ຊຶ່ງກໍເປັນຜົນຈາກການທີ່ ທ່ານບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິການ ໄດ້ປະກາດແຜນການ
ໃຫ້ການຊ່ວຍເຫຼືອ ໃນມູນຄ່າ 90 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້ ແລະທຳລາຍ ລະເບີດ UXO ໃນລາວເປັນເວລາ 3 ປີຕິດຕໍ່ກັນ.

ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນການ ສຶກສາອົບຮົມ ເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳລັບນັກຮຽນ ໃນພື້ນທີ່ 15 ເມືອງໃນເຂດ 9 ແຂວງ ທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜັ້ນ ເຊັ່ນເມມືອງນ້ຳບາກ ໃນແຂວງຫລວງພະບາງ ເມືອງຮ້ຽມ ແລະເມືອງວຽງໄຊ ໃນແຂວງ ຫົວພັນ ເມືອງຄຳ ແລະເມືອງໜອງແຮດ ໃນເຂດແຂວງຊຽງຂວາງ ສ່ວນອີກ 10 ເມືອງ ທີ່ເຫຼືອ ກໍຢູ່ໃນແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ.

ທາງການສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອ ແກ່ທາງການລາວ ໃນໂຄງການດັ່ງ
ກ່າວນີ້ ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອລົດຈຳນວນ ຜູ້ທີ່ໄດ້ຮັບ ເຄາະຈາກລະເບີດ UXO ໃຫ້ໜ້ອຍລົງ ໂດຍທີ່ຜ່ານມາ ກໍປະກົດວ່າ ໄດ້ໃຫ້ການສຶກສາ ອົບຮົມແກ່ນັກຮຽນໃນລາວໄດ້ແລ້ວຫຼາຍກວ່າ 228,000 ຄົນ ແລະໃນຂະນະດຽວກັນ ກໍມີີຄູ-ອາຈານຫຼາຍກວ່າ 9,000 ຄົນ ທີ່ໄດ້ຜ່ານການຝຶກອົບຮົມຄວາມຮູ້ ກ່ຽວກັບ ການປ້ອງກັນໄພອັນຕະລາຍຈາກລະເບີດ UXO ດັ່ງກ່າວ.

XS
SM
MD
LG