ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ປະກາດສ້າງຕັ້ງເຂດປ່າໂຄກ ໂອງ-ມັ່ງ ໃນແຂວງ ສະຫວັນນະເຂດ ໃຫ້ເປັນເຂດ ອະນຸລັກພັນສັດປ່າແຫ່ງຊາດ ເຂດທຳອິດ


ໂອງມັ່ງທີ່ໄດ້ຮັບການປົກປ້ອງອະນຸລັກຂອງ ລາວ.
ໂອງມັ່ງທີ່ໄດ້ຮັບການປົກປ້ອງອະນຸລັກຂອງ ລາວ.

ທາງການ ລາວ ປະກາດສ້າງຕັ້ງເຂດປ່າໂຄກ ໂອງ-ມັ່ງໃນແຂວງສະຫວັນນະເຂດ ໃຫ້ເປັນເຂດອະນຸລັກພັນສັດປ່າແຫ່ງຊາດເຂດທຳອິດ ໂດຍແນໃສ່ການພັດທະນາໃຫ້ເປັນເຂດທ່ອງທ່ຽວທາງຊີວະນານາພັນ.

ທ່ານສຸຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳແລະປ່າໄມ້ ຖະແຫລງວ່າ ການສ້າງຕັ້ງເຂດອະນຸລັກປ່າໂຄກ ໂອງມັ່ງ ໃນແຂວງສະຫວັນນະເຂດ ໃຫ້ເປັນເຂດອະນຸລັກພັນສັດປ່າແຫ່ງ ຊາດ ເຂດທຳອິດໃນລາວ ເປັນການປະຕິບັດຕາມອະນຸສັນຍາວ່າດ້ວຍການຄ້າລະຫວ່າງປະເທດກ່ຽວກັບສັດປ່າທີ່ໃກ້ສູນພັນ ຫຼື CITES ທີ່ລາວ ໄດ້ເຂົ້າຮ່ວມເປັນພາຄີນັບແຕ່ປີ 2004 ເປັນຕົ້ນມາ ທັງໄດ້ພະຍາຍາມຈັດຕັ້ງປະຕິບັດໃນທຸກວິທີທາງເພື່ອໃຫ້ເປັນໄປຕາມຂໍ້ກຳນົດຂອງອະນຸສັນຍາດັ່ງກ່າວເລື້ອຍມາອີກດ້ວຍ.

ໂດຍເຂດອະນຸລັກປ່າໂຄກໂອງ-ມັ່ງ ດັ່ງກ່າວນີ້ ມີເນື້ອທີ່ກວ້າງກວ່າ 130,000 ເຮັກຕາທີ່ກວມເອົາພື້ນທີ່ໃນເຂດ 5 ເມືອງຂອງແຂວງສະຫວັນນະເຂດ ກໍຄືເມືອງຊົນນະບູລີ ທ່າປາງທອງ, ພະລານໄຊ, ສອງຄອນ ແລະເມືອງພິນ ໂດຍໄດ້ຮັບການຊ່ອຍເຫຼືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ ດ້ວຍການເສີມສ້າງການຮ່ວມມືຈາກປະຊາຊົນລາວໃນທ້ອງຖິ່ນໄດ້ຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ປະສົບຜົນສຳເລັດໃນການອະນຸລັກສັດປ່າຫາຍາກທີ່ໃກ້ຈະສູນພັນ ກໍຄື ໂອງ ແລະ ມັ່ງນັ້ນ ໃຫ້ມີຈຳນວນເພີ້ມຂຶ້ນເປັນຫລາຍກວ່າ 200 ໂຕໃນປັດຈຸບັນນີ້ ທັງຍັງເຮັດໃຫ້ທາງການລາວໄດ້ມອງເຫັນໂອກາດທີ່ຈະພັດທະນາໃຫ້ເປັນເຂດທ່ອງທ່ຽວທາງຊີວະນານາພັນ ດ້ວຍການດຶງເອົາການຮ່ວມມືຈາກປະຊາຊົນລາວໃນທ້ອງຖິ່ນເປັນສຳຄັນ ຮວມເຖິງການດຶງເອົາຜູ້ປະກອບການໃນພາກເອກະຊົນໃຫ້ເຂົ້າມາຮ່ວມມືໃນການພັດທະ ນາດັ່ງກ່າວອີກດ້ວຍ ດັ່ງທີ່ ທ່ານສຸຊາດ ໄດ້ໃຫ້ການຢືນຢັນວ່າ:

“ເງື່ອນໄຂທີ່ດີ ຫລະແມ່ນພວກເຮົາໄດ້ຮັບງົບປະມານສະໜັບສະໜຸນຈາກອົງການສະຫະປະຊາ ຊາດເພື່ອການພັດທະນາ ແລະເຮົາເອົາຖືສຳຄັນຫລະແມ່ນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ປະຊາຊົນເຂົ້າໃຈເລື້ອງລະບົບຄວາມຫລາກຫລາຍແລະຊີວະນານາພັນ ແລະກໍໃຫ້ເຂົາເຈົ້າເຂົ້າຮ່ວມໃນການຄຸ້ມຄອງປົກປັກຮັກສາ ອັນຫລັກໆຫລະແມ່ນຢາກສ້າງເປັນຕົວແບບໃນການຄຸ້ມຄອງລະບົບນິເວດປ່າໂຄກ ໂດຍການມີສ່ວນຮ່ວມຂອງປະຊາຊົນ ແລະຈະພະຍາຍາມດຶງເອົາຜູ້ປະກອບການໃຫ້ເຂົ້າມາສ່ວນຮ່ວມໃນການພັດທະນາເປັນເຂດທ່ອງທ່ຽວ.”

ກ່ອນໜ້ານີ້ ທາງການລາວ ໄດ້ຂຶ້ນບັນຊີສັດປ່າໂດຍແບ່ງເປັນ 3 ບັນຊີດ້ວຍກັນ ບັນຊີທີ 1 ເປັນສັດ ປ່າປະເພດຫວງຫ້າມທີ່ບໍ່ໃຫ້ລ່າຢ່າງເດັດຂາດ ເຊັ່ນ ເສືອ, ໝີ, ກະທິງ, ໂອງ-ມັ່ງ, ລີງ ແລະ ຊ້າງ ເປັນຕົ້ນ, ບັນຊີ ທີ 2 ເປັນສັດປ່າປະເພດອະນຸລັກທີ່ສາມາດລ່າໄດ້ ໂດຍໄດ້ຮັບອະນຸຍາດເປັນກໍລະ ນີພິເສດເທົ່ານັ້ນ ເຊັ່ນ ຟານ ແລະແຂ້ ສ່ວນບັນຊີທີ 3 ເປັນສັດປ່າປະເພດຜ່ອນຜັນໃຫ້ປະຊາຊົນລາວ ສາມາດລ່າໄດ້ ເພື່ອນຳມາເປັນອາຫານເທົ່ານັ້ນ ເຊັ່ນ ແລນ, ກະຮອກ, ແລະ ໝູປ່າ ເປັນຕົ້ນ.

ທັງນີ້ ລັດຖະບານ ລາວ ໄດ້ເຂົ້າຮ່ວມ ແລະ ປະຕິບັດມາດຕະການຕ້ານອາຊະຍາກຳຕໍ່ສັດປ່າ ນັບແຕ່ປີ 2014 ເປັນຕົ້ນມາ ໂດຍໄດ້ຂຶ້ນບັນຊີສັດປ່າ ແລະສັດນ້ຳ 95 ຊະນິດເປັນສັດປ່າຫວງຫ້າມ ແລະ 65 ຊະນິດເປັນສັດປ່າຄຸ້ມຄອງຕາມກົດໝາຍ ຫາກແຕ່ດ້ວຍຂໍ້ຈຳກັດດ້ານງົບປະມານ, ບຸຄະລາກອນ ແລະເຄື່ອງມືທີ່ທັນສະໄໝ ຈຶ່ງເຮັດໃຫ້ການປ້ອງກັນ ແລະປາບປາມດຳເນີນການໄດ້ບໍ່ທົ່ວເຖິງ ອັນເປັນຊ່ອງທາງໃຫ້ຂະບວນການຄ້າສັດປ່າ ແລະ ພັນພືດຂ້າມຊາດສາມາດສວຍໃຊ້ລາວ ເປັນເຂດຂົນສົ່ງສັດປ່າ ແລະພືດຫວງຫ້າມຜ່ານໄປຍັງປະເທດທີ 3 ໄດ້ຢ່າງຕໍ່ເນື່ອງນັ້ນເອງ.

ສ່ວນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງໄທ ລາຍງານວ່າ ລາວ ຍັງເປັນທາງຜ່ານຂອງໄມ້ຄະຍູງທີ່ລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດໃນ ໄທ ແລະ ລັກລອບຂົນ ສົ່ງຜ່ານ ລາວ ຕໍ່ໄປທີ່ ຫວຽດນາມ ແລະ ຈີນ ອີກດ້ວຍ ໂດຍການລັກລອບດັ່ງກ່າວ ຍັງມີລັກຊະນະເປັນຂະບວນການຂ້າມຊາດທີ່ມີການຈັດແບ່ງໜ້າທີ່ລະຫວ່າງກັນຢ່າງຊັດເຈນກໍຄື ຂະບວນການໃນໄທຮັບຜິດຊອບການລັກລອບຕັດໄມ້ຄະຍູງ ສ່ວນຂະບວນການຢູ່ໃນລາວ ກໍຮັບເອົາໄມ້ຄະຍູງຈາກໄທ ແລະຂົນສົ່ງຜ່ານ ລາວ ໄປຍັງ ຫວຽດນາມ ສ່ວນຂະບວນການໃນຫວຽດນາມ ກໍຈະສົ່ງຜ່ານລາວໄປຍັງ ຫວຽດນາມ ສ່ວນຂະບວນການໃນຫວຽດນາມ ກໍຈະສົ່ງຕໍ່ໄປໃຫ້ຜູ້ສັ່ງຊື້ໃນ ຈີນ ຕາມລຳດັບ.

ໂດຍໃນປີທີ່ຜ່ານມາ ກົມປ່າໄມ້ຂອງ ໄທ ສາມາດຈັບກຸມສະມາຊິກຂະບວນການຄ້າໄມ້ຄະຍູງຂ້າມຊາດໄດ້ 6,936 ຄົນຈາກການຈັບກຸມ 9,196 ຄັ້ງ ແລະຍຶດໄມ້ຄະຍູງໄດ້ 127,055 ທ່ອນທີ່ຄິດເປັນມູນຄ່າຫຼາຍກວ່າ 3,070 ລ້ານບາດ ສ່ວນສຳນັກງານເລຂາທການ CITES ກໍລາຍງານວ່າ ລາວເປັນປະເທດທີ່ຍັງມີການລັກລອບຄ້າຂາຍສັດປ່າຫວງຫ້າມ ທັງຍັງມີການລັກລອບນຳເຂົ້າຊິ້ນສ່ວນສັດປ່າຫວງຫ້າມ ເຊັ່ນ ງາຊ້າງ ແລະ ນໍແຮດ ຈາກ ອາຟຣິກາ ເພື່ອສົ່ງຕໍ່ໄປຍັງ ຫວຽດນາມ ແລະຈີນ ຢູ່ເລື້ອຍມາ.

XS
SM
MD
LG