ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ​ລາວ ຈັບ​ກຸມ​ພະ​ນັກ​ງານ​ລັດ ​ທີ່​​ກ່ຽວ​ຂ້ອງ​ ໃນ​ການ​ລັກ​ລອບ​ຕັດ ແລະ ຄ້າ​ໄມ້​ເຖື່ອນ​ໄດ້ຫຼາຍ​ຂຶ້ນ


ສະ​ໜາມ​ໄມ້​ທ່ອນ​ທີ່​ມີ​ໄມ້​​ຖືກ​ລັກ​ລອບຕັດໃນ ລາວ.
ສະ​ໜາມ​ໄມ້​ທ່ອນ​ທີ່​ມີ​ໄມ້​​ຖືກ​ລັກ​ລອບຕັດໃນ ລາວ.

ທາງການ​ລາວ ຈັບ​ກຸມ​ພະ​ນັກ​ງານ​ລັດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ການ​ລັກ​ລອບ​ຕັດ ແລະ ຄ້າ​ໄມ້​ເຖື່ອນ​ໄດ້ຫຼາຍ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ທີ່​ເຮັດ​ໃຫ້​ລັດ​ເສຍ​ຫາຍຫຼາຍກວ່າ 300 ຕື້​ກີບ​ກັບ 287 ລ້າ​ນ​ບາດ ແລະ ກວ່າ 5 ລ້ານ​ໂດ​ລາ.


ທ່ານ ສີ​ໄນ ມ່ຽງ​ລາ​ວັນ ຮອງ​ປະ​ທານ​ຄະ​ນະ​ກວດ​ກາ​ພັກ-ລັດ​ຖະ​ແຫຼງວ່າ​ໃນ​ປີ 2019 ທີ່​ຜ່ານ​ມາ ຄະ​ນະ​ກວດ​ກາ​ພັກ-ລັດ​ໄດ້​ກວດ​ພົບ​ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ພະ​ນັກ​ງານ​ລັດ ທີ່​ລະ​ເມີດ​ຄຳ​ສັ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ​ຢ່າງ​ເດັດ​ຂາດ​ຈຳ​ນວນ 18 ເປົ້າ​ໝາຍ ຊຶ່ງ​ມີ​ຜູ້​ກະ​ທຳ​ຜິດ​ເຖິງ 464 ຄົນ, ເຮັດ​ໃຫ້​ລັດ​ເສຍ​ຫາຍ​ໄປຫຼາຍກວ່າ 300 ຕື້​ກີບ​ກັບ 287 ລ້ານ​ບາດ ແລະ ກວ່າ 5 ລ້ານ​ໂດ​ລາ ເຖິງ​ແມ່ນ​ວ່າ​ຈະ​ໄດ້​ລ​ົງ​ໂທດ​ຕໍ່​ຜູ້​ກະ​ທຳ​ຜິດ​ແລ້ວ 437 ຄົນ​ໃນ 352 ກໍ​ລະ​ນີ​ກໍ​ຕາມ​ແຕ່​ກໍ​ສາ​ມາດ​ຍຶດ​ຄືນ​ລາຍ​ຮັບ​ຂອງ​ລັດ​ໄດ້​ພຽງ​ສ່ວນ​ນ້ອຍ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ ສີ​ໄນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ຜ່ານ​ການກວດ​ກາ​ພົບ​ເຫັນ​ການ​ລະ​ເມີດ 352 ກໍ​ລະ​ນີ ຜູ້​ມີ​ສ່ວນ​ພົວ​ພັນ 437 ຄົນ​ໃນ​ນີ້​ມີ​ພະ​ນັກ​ງານລັດ 14 ຄົນ ຍຶດ​ໄມ້ 4,044.3 ແມັດ​ກ້ອນ ແລະ 182 ໂຕນ, ປັບ​ໄໝ 2.63 ຕື້​ກີບ ພົບ​ເຫັນ​ການ​ຄ້າງ​ຈ່າ​ຍ​ຄ່າ​ພັນ​ທະ ແລະ ຄ່າ​ຊື້​ໄມ້​ນຳ​ລັດ 84,347.99 ແມັດ​ກ້ອນ ມູນ​ຄ່າ 56.08 ຕື້​ກີບ ແລະ 4.83 ລ້າ​ນ​ໂດ​ລາ."

ສ່ວນ​ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງຍອມ​ຮັບ​ວ່າ​ການ​ລັກ​ລອບ​ຕັດ​ໄມ້ ແລະ ຄ້າ​ໄມ້​ເຖື່ອນ​ຍັງ​ຄົງ​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ລາວ ເຖິງ​ແມ່ນ​ວ່າ​ລັດ​ຖະ​ບານ ລາວ ຈະ​ໄດ້​ດຳ​ເນີນ​ມາດ​ຕະ​ການ​ປາບ​ປາມ ແລະ ກວດ​ສອບ​ຕາມ​ຄຳ​ສັ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລກ​ທີ 15/ນຍ ນັບ​ແຕ່​ເດືອນ​ພຶດ​ສະ​ພາ 2016 ເປັນ​ຕົ້ນ​ມາ​ກໍ​ຕາມ ແຕ່​ກໍ​ຍັງ​ມີ​ການ​ບຸກ​ລຸກ ແລະ ລັກ​ລອບ​ຕັດ​ໄມ້​ຢູ່​ໃນ​ເຂດ​ຫວງ​ຫ້າມ​ເກີດ​ຂຶ້ນ​ຢູ່​ເລື້ອຍ​ມາ ຊຶ່ງ​ຈະ​ເຫັນ​ໄດ້​ຈ​າກ​ການ​ທີ່​ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ ລາວ ສາ​ມາດ​ຍຶດ​ໄມ້​ເຖື່ອນ ແລະ ກວດ​ພົບ​ການ​ບຸກລຸກ​ເຂດ​ປ່າ​ຫວງ​ຫ້າມ​ໃນ​ເນື້ອ​ທີ່ກວ່າ 6,421 ເຮັກ​ຕາ ທັງ​ຍັງ​ຍຶດ​ໄມ້​ໄດ້ຫຼາຍກວ່າ 98,023 ແມັດ​ກ້ອນ ແລະ 531.44 ໂຕນ​ອີກ​ດ້ວຍ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຢືນ​ຢັນ​ວ່າ​ຄະ​ນະ​ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຍັງ​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ມີ​ການ​ນຳ​ເຂົ້າ​ສິນ​ຄ​ຄ້າ​ປະ​ເທດ​ໄມ້​ສຳ​ເລັດ​ຮູບ​ຈາກ ລາວ ແຕ່​ຢ່າງ​ໃດ ເຖິງ​ແມ່ນ​ວ່າ​ຄະ​ນະ​ຜູ້​ແທນ​ກາ​ນ​ຄ້າ​ຂອງ ລາວ ກັບ​ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ເຈ​ລະ​ຈາ​ກັນ​ມາ​ແລ້ວ 3 ຄັ້ງ​ໃນ​ຊ່ວງ​ປີ 2017-2019 ແຕ່​ກໍ​ຍັງ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ຈົນ​ກວ່າ​ສະ​ຫະ​ພາບ​ຢູ​ໂຣ​ບ​ຈະ​ໝັ້ນ​ໃຈ​ວ່າ ລັດ​ຖະ​ບານ ລາວ ສາ​ມາດ​ຢຸດ​ຢັ້ງ​ການ​ລັກ​ລອບ​ຕັດ​ໄມ້​ເຖື່ອນ​ໄດ້​ຢ່າງ​ແທ້​ຈິງ​ແລ້ວ ຈຶ່ງ​ຈະ​ມີ​ການ​ພິ​ຈາ​ລະ​ນາ​ເຖິງ​ການ​ເປີດ​ຕະຫຼາດ​ສະ​ຫະ​ພາບ​ຢູ​ໂຣບ ເພື່ອ​ຮັບ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ໄມ້​ສຳ​ເລັດ​ຮູບ​ຈາກ ລາວ ຕໍ່​ໄປ.

ທັງ​ນີ້​ ສະ​ຫະ​ພາບ ຢູ​ໂຣບ ກໍ​ໄດ້​ກຳ​ນົດ​ເງື່ອນ​ໄຂ​ເພື່ອ​ປະ​ກອບ​ການ​ພິ​ຈາ​ລະ​ນາ​ດັ່ງ​ກ່າວ​ໃນ 6 ດ້ານ​ດ້ວຍ​ກັນ ຊຶ່ງ​ໃນ​ນີ້​ທາງ​ການ ລາວ ສາ​ມາດ​ປະ​ຕິ​ບັດ​ໄດ້​ແລ້ວ 3 ດ້ານ​ກໍ​ຄື​ການ​ກຳ​ນົດ​ໃຫ້​ນຳ​ເອົາ​ໄມ້​ຈາກ​ປ່າ​ຜະ​ລິດ​ເທົ່າ​ນັ້ນ​ມາ​ແປ​ຮູບ​ເປັນ​ສິນ​ຄ້າ​ສຳ​ເລັດ​ຮູບ ການກ​ຳ​ນົດ​ພັນ​ທະ​ລະ​ຫວ່າງ​ ແຮງ​ງານ​ກັບ​ການ​ຜະ​ລິດ ແລະ ການ​ຂຶ້ນ​ທະ​ບ​ຽນ​ຫົວ​ໜ່ວຍ​ທຸ​ລະກິດ​ຄ້າ​ໄມ້ ສ່ວນ 3 ເງື່ອນ​ໄຂ​ທີ່​ຄະ​ນະ​ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ​ຂອງ​ສະ​ຫະ​ພາບ ຢູ​ໂຣບ ຍັງ​ບໍ່​ເຊື່ອ​ໝັ້ນ​ວ່າ ທາງ​ການ ລາວ ຈະ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຈິງ ກໍ​ຄື​ການ​ພັດ​ທະ​ນາ​ນິ​ຕິ​ກຳ ກ່ຽວ​ກັບ ປ່າ​ໄມ້ ການ​ພັດ​ທະ​ນາ​ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ກົດ​ໝາຍ​ໃຫ້​ເປັນ​ເອ​ກະ​ສານ​ທີ່​ສົມ​ບູນ ແລະ ການທີ່​ຈະ​ຕ້ອງ​ຮັບ​ປະ​ກັນ​ວ່າ ໄມ້​ທີ່​ນຳ​ເອົາ​ມາ​ແປ​ຮູບ​ນັ້ນ​ເປັນ​ໄມ້​ທີ່​ຖືກ​ກົດ​ໝາຍ​ຢ່າ​ແທ້ຈິງ.

​ລັດ​ຖະ​ບານ ລາວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ນາ​ຍົກ​ລັດຖະມົນຕີເລກທີ 15/ນຍ ວ່າດ້ວຍ ການ ຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016ເປັນຕົ້ນມາ ແລະ ໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ 1,545 ແຫ່ງ ຈັບກຸມຜູ້ ກະທຳຄວາມຜິດ 700 ຄົນ ປິດໂຮງເລື່ອຍ 1,206 ແຫ່ງທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ການ​ລັກ​ລອບ​ຕັດໄມ້ ແລະ ຄ້າ​ໄມ້​ໂດຍ​ຜິດ​ກົດ​ໝາຍ​ໃນ​ປີ 2017 ສ່ວນ​ໃນ​ປີ 2018 ກໍ​ສັ່ງ​ປິດ​ໂຮງ​ງານ​ໄມ້​ທີ່ບໍ່​ໄດ້​ມາ​ດ​ຕະ​ຖານ 952 ແຫ່ງ​ຈາກ​ທີ່​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ທົ່ວ​ປະ​ເທດແລະ ຍຶດ​ໄມ້​ທີ່ຜິດ​ກົດ​ໝາຍ​ທີ່​ໄດ້​ນຳ​ອອກ​ປະ​ມູນ​ຂາຍ​ໄດ້​ເງິນ​ເຂົ້າ​ງົບ​ປະ​ມານ​ລັດ​ຖະ​ບານ​ເກີນກວ່າ 51 ຕື້​ກີບ​ກັບ 2 ລ້ານ​ໂດ​ລາ.

XS
SM
MD
LG