ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ກຳລັງພິຈາລະນາ ເພື່ອປັບປຸງ ຄ່າໄຟຟ້າ ໃຫ້ສອດຄ່ອງ ກັບສະພາບຕົວຈິງ ສຳລັບໃນປີ 2021-2025


ສາຍສົ່ງກະແສໄຟຟ້າໃນ ລາວ.
ສາຍສົ່ງກະແສໄຟຟ້າໃນ ລາວ.

ທາງການ ລາວ ກຳລັງພິຈາລະນາເພື່ອປັບປຸງອັດຕາຄ່າໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງສຳລັບໃນປີ 2021-2025 ໂດຍຍອມຮັບວ່າຄ່າໄຟຟ້າໃນ ລາວ ຍັງຈະສູງກວ່າໃນ ໄທ ແລະ ຫວຽດນາມ.


ເຈົ້າໜ້າທີ່ຂັ້ນສູງຂອງລັດວິສາຫະກິດໄຟຟ້າ ລາວ (EDL) ຢືນຢັນວ່າລັດຖະບານໄດ້ມອບໝາຍໃຫ້ EDL ດຳເນີນການສຶກສາ ແລະ ເກັບກຳຂໍ້ມູນຢ່າງຮອບດ້ານ ເພື່ອປະກອບໃນການພິຈາລນາ ກ່ຽວກັບ ການປັບປຸງອັດຕາຄ່າໄຟຟ້າໃຫ້ສອດຄ່ອງກັບສະພາບຕົວຈິງ ສຳລັບໃນໄລຍະປີ 2021-2025 ໂດຍໄດ້ມີການພິຈາລະນາພາຍໃຕ້ຫຼັກການທີ່ເປັນການສົ່ງເສີມເພື່ອເພີ່ມຜົນຜະລິດກະສິກຳ ແລະ ສິນຄ້າໃນ ລາວ ເປັນສຳຄັນ ຫາກແຕ່ວ່າໃນຂະນະດຽວກັນ ກໍຈະຕ້ອງພິຈາລະນາ ແລະ ໃຫ້ຄວາມສຳຄັນກັບການກໍ່ສ້າງເຂື່ອນ ຫຼື ແຫຼ່ງຜະລິດພະລັງງານໄຟຟ້າທີ່ຈະຕ້ອງນຳໃຊ້ເງິນລົງທຶນຢ່າງຫຼວງຫຼາຍ ຊຶ່ງສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດໃນ ລາວ ດ້ວຍນັ້ນດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ EDL ໃຫ້ການຢືນຢັນວ່າ

“ລາຄາໄຟຟ້າຕ້ອງອີງໃສ່ສະພາບເສດຖະກິດ ຕ້ອງອີງໃສ່ຈຸດປະສົງຂອງຜູ້ຊົມໃຊ້ ແລະ ກະຂຶ້ນນຳປະເພດຜູ້ຊົມໃຊ້ອີກ ອັນນີ້ແມ່ນຫຼັກການລວມທີ່ກຳນົດໄວ້ໃນກົດໝາຍໄຟຟ້າ ມີນະໂຍບາຍຄັກແນ່ ມີຫຼາຍປະເພດ, ປະເພດໃດຢາກຊຸກຍູ້ສົ່ງເສີມ, ປະເພດໃດຢາກຈຳກັດຄືກະສິກຳນີ້ ກະຖືກກວ່າເລື່ອງທຸລະກິດ ເວົ້າໂດຍສັງລວມແລ້ວໝາຍຄວາມວ່າແມ່ນສິມີເຂື່ອນ, ເຂື່ອນກະໄດ້ກໍ່ສ້າງກະຕ້ອງໄດ້ໃຊ້ເງິນຕ້ອງໄດ້ໃຊ້ໜີ້.”

ທັງນີ້ໄດ້ມີການສະເໜີໃຫ້ພິຈາລະນາໃນ 7 ທາງເລືອກດ້ວຍກັນ ກໍຄືການຈັດແບ່ງຜູ້ຊົມໃຊ້ໄຟຟ້າອອກເປັນ 6 ປະເພດທີ່ມີຄ່າໄຟຟ້າແຕກຕ່າງກັນ, ການຈັດແບ່ງເປັນ 2 ປະເພດຄື 355 ກີບກັບ 710 ກີບຕໍ່ກິໂລວັດ/ໂມງ (kwh) ສຳລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າຫຼືຫຼາຍກວ່າ 150 kwh ຕໍ່ເດືອນການຈັດແບ່ງເປັນສາມອັດຕາຄື 355 ກີບ, 532 ກີບ ແລະ 710 ກີບຕໍ່ kwh ສຳລັບຜູ້ທີ່ຊົມໃຊ້ໄຟ ຟ້າຕໍ່າກວ່າ 100 kwh, ຕໍ່າກວ່າ ແລະ ເກີນກວ່າ 200 kwh ຕໍ່ເດືອນ ການຈັດແບ່ງເປັນ 3 ກຸ່ມທີ່ຊົມໃຊ້ໄຟຟ້າບໍ່ເກີນ 200 kwh, 500 kwh ແລະ ເກີນກວ່າ 500 kwh ຕໍ່ເດືອນຊຶ່ງຈະຄິດຄ່າໄຟຟ້າທີ່ອັດຕາ 420 ກີບ, 630 ກີບ ແລະ 840 ກີບຕໍ່ kwh ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ມີຄ່າໄຟຟ້າໃນອັດຕາດຽວກັນ ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ໃຫ້ມີການຫຼຸດຄ່າໄຟຟ້າລົງ 5 ເປີເຊັນ ແລະ ການຈັດແບ່ງແບບປະສົມປະສານຄື ຜູ້ຊົມໃຊ້ໄຟຟ້າຕໍ່າກວ່າ 500 kwh ຕໍ່ເດືອນ ຄິດລາຄາ 355 ກີບຕໍ່ kwh ແລະ 880 ກີບຕໍ່ kwh ສຳລັບຜູ້ທີ່ຊົມໃຊ້ໄຟຟ້າເກີນກວ່າ 500 kwh ໃນແຕ່ລະເດືອນ.

ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຂັ້ນສູງຂອງ EDL ກໍຍອມຮັບວ່າຄ່າໄຟຟ້າໃນຄົວເຮືອນຂອງ ລາວ ສູງກວ່າ ຫວຽດນາມ ແລະ ໄທ ເຖິງ 34 ເປີເຊັນ ກັບ 26 ເປີເຊັນ ກໍຄືຄ່າໄຟຟ້າໃນຄົວເຮືອນຂອງປະ ຊາຊົນ ຫວຽດນາມ ແລະ ໄທ ຢູ່ທີ່ອັດຕາສະເລ່ຍ 7.24 ເຊັນ ສະຫະລັດ ແລະ 8.07 ເຊັນ ສະຫະ ລັດ ຕໍ່ kwh ນັ້ນແຕ່ວ່າປະຊາຊົນ ລາວ ຕ້ອງແບກຮັບຄ່າໄຟຟ້າທີ່ອັດຕາສະເລ່ຍເຖິງ 11 ເຊັນ ສະ ຫະລັດ ຕໍ່ kwh ເຖິງແມ່ນວ່າ ລາວ ຈະເປັນປະເທດທີ່ຜະລິດພະລັງງານໄຟຟ້າກໍຕາມ ເນື່ອງຈາກວ່າເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າສ່ວນໃຫຍ່ນັ້ນເປັນການລົງທຶນຂອງຕ່າງຊາດ ຈຶ່ງເຮັດໃຫ້ 85 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດໃນ ລາວ ນັ້ນຈະຕ້ອງສົ່ງອອກໄປຕ່າງປະເທດຕາມສັນຍາທີ່ລັດຖະບານ ລາວ ໄດ້ອະນຸຍາດສຳປະທານໃຫ້ກັບນັກລົງທຶນຕ່າງຊາດນັ້ນເອງ.

ທັງນີ້ຄວາມສາມາດໃນການຜະລິດພະລັງງານໄຟຟ້າຂອງ ລາວ ເພີ່ມຂຶ້ນນັບມື້ຊຶ່ງໃນປັດຈຸບັນມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ໃນນີ້ກໍສົ່ງໄປຂາຍໃຫ້ ໄທ 5,620 ເມກະວັດ ແລະ ຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປິ 2022 ສ່ວນທີ່ເຫຼືອຈະສົ່ງຂາຍໃຫ້ ກຳປູເຈຍ 3,200 ເມກະວັດ ແລະ ຫວຽດນາມ 5,000 ເມກະວັດ ພາຍໃນປີ 2023 ແລະ ປີ 2025 ຕາມລຳດັບ.

ລາວ ຈະມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ທີ່ມີກຳລັງຕິດຕັ້ງລວມກວ່າ 13,000 ເມກະວັດ ແລະ ສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານ kwh ໃນປີ 2021.

XS
SM
MD
LG