ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ອະນຸຍາດໃຫ້ເປີດ ດຳເນີນທຸລະກິດກິດ ແລະ ເຂດເສດຖະກິດພິເສດ ຫຼັງຈາກຄວບຄຸມ ໂຄວິດ-19 ໄດ້


ພະນັກງານກຳລັງປະກອບລົດ ຢູ່ເຂດເສດຖະກິດພິເສດ ສະຫວັນນະເຂດ.
ພະນັກງານກຳລັງປະກອບລົດ ຢູ່ເຂດເສດຖະກິດພິເສດ ສະຫວັນນະເຂດ.

ທາງການ ລາວ ອະນຸຍາດໃຫ້ເປີດດຳເນີນທຸລະກິດໄດ້ແລ້ວ ລວມເຖິງການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນ ແລະ ບັນດາໂຮງງານໃນເຂດເສດຖະກິດພິເສດ ພາຍຫຼັງທີ່ໝັ້ນໃຈວ່າ ຄວບຄຸມໄວຣັສ ໂຄວິດ-19 ໄດ້ແລ້ວ.


ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖະແຫຼງວ່າແຈ້ງ ການສະບັບເລກທີ 597 ຂອງສຳນັກງານນາຍົກລັດຖະມົນຕີລົງວັນທີ 29 ພຶດສະພາ 2020 ໄດ້ອະ ນຸຍາດໃຫ້ບັນດາໜ່ວຍທຸລະກິດເອກະຊົນ ສາມາດເປີດດຳເນີນກິດຈະການໄດ້ໃນຊ່ວງວັນທີ 2-30 ມິຖຸນາ 2020 ແຕ່ຈະຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດ ໂຄວິດ-19 ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ຢ່າງເຄັ່ງຄັດເຊັ່ນ ການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ການຈັດໃຫ້ມີບ່ອນລ້າງມືດ້ວຍນໍ້າສະອາດ, ສະບູ ຫຼື ເຈລລ້າງມື,​ການໃສ່ຜ້າອັດປາກ-ດັງ, ການວັດແທກອຸນຫະພູມຮ່າງກາຍ ແລະ ການອະນາໄມສະຖານທີ່ເປັນຕົ້ນ. ໂດຍທີ່ຜ່ານມາຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ໃນ ລາວ ກໍໄດ້ປະສານງານກັບໂຄງການຕ່າງໆຢ່າງໃກ້ຊິດ ໃນນີ້ລວມເຖິງໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ບັນດາໂຮງງານຜະລິດສິນຄ້າຕ່າງໆທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດໃນ ລາວ ນັ້ນ ດັ່ງທີ່ທ່ານ ກິແກ້ວ ໃຫ້ການຢືນຢັນວ່າ

“ຢູ່ໃນບັນດາເຂດເສດຖະກິດພິເສດ ຫຼື ໂຄງການໃຫຍ່ຈຳນວນນຶ່ງນີ້ກະໄດ້ອະນຸຍາດໄປຫຼາຍແລ້ວເຊັ່ນ ຢູ່ໃນຂະແໜງບໍ່ແຮ່ນີ້ ກະໄດ້ເຮັດບົດບັນທຶກນຳກັນ 20 ໂຄງການໃຫ້ເຂົາເຈົ້າສືບຕໍ່. ຂະແໜງໄຟຟ້ານີ້ມີ 13 ໂຄງການ. ນອກຈາກນັ້ນໂຄງການນທາງລົດໄຟ, ໂຄງການທາງດ່ວນ, ໂຮງງານທີ່ຢູ່ໃນໄຊເສດຖາກວມລວມນີ້ກະ 20 ໂຮງງານ. ຢູ່ສະຫວັນ-ເຊໂນມີ 9 ໂຮງງານ ແລະ ຢູ່ເຂດເສດ ຖະກິດພິເສດແຂວງຈຳປາສັກກະມີ 4 ໂຮງງານ. ອັນນີ້ກະໄດ້ມີການເຮັດບົດບັນທຶກໃຫ້ໄປຕາມມາດຕະການຂອງຄະນະສະເພາະກິດ ເພື່ອສືບຕໍ່ດຳເນີນທຸລະກິດບໍ່ໃຫ້ຄ້າງຄາ.”

ກ່ອນໜ້ານີ້ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເລກທີ 0432/ພບ ເມື່ອວັນທີ 5 ເມ ສາ 2020​ ທີ່ຜ່ານມາ ໂດຍໄດ້ສັ່ງໃຫ້ປິດການດຳເນີນກິດຈະການໂຮງງານຂຸດຄົ້ນ-ປຸງແຕ່ແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃນທົ່ວປະເທດເປັນການຊົ່ວຄາວ ທັງນີ້ກໍເພື່ອປະກອບສ່ວນເຂົ້າໃນການປະຕິບັດມາດຕະການສະກັດກັ້ນການລະບາດຂອງ ໂຄວິດ-19 ໃນ ລາວ. ຊຶ່ງແຈ້ງການດັ່ງກ່າວຍັງໄດ້ຫ້າມບໍ່ໃຫ້ພະນັກງານຂອງໂຄງການຕ່າງໆເດີນທາງອອກຈາກທີ່ພັກຈົນເຖິງວັນທີ 19 ເມສາ 2020 ອີກດ້ວຍ.

ຫາກແຕ່ກໍມີການຍົກເວັ້ນສຳລັບໂຮງງານທີ່ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຢາຮັກສາໂຣກ, ເຄື່ອງປ້ອງກັນການລະບາດຂອງພະຍາດ ແລະ ອຸປະກອນການແພດທີ່ຈຳເປັນນັ້ນ ກໍຍັງສາມາດດຳເນີນກິດຈະການໄດ້ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນການລະບາດຂອງ ໂຄວິດ- 19 ຢ່າງເຂັ້ມງວດ ດັ່ງທີ່ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ການຢືນຢັນວ່າ

“ບັນດາໂຮງຈັກໂຮງງານບ່ອນໃດທີ່ມີກຳມະກອນ ມີຄົນງານຫຼາຍໆ ເຂົາເຈົ້າໄດ້ມີມາດຕະການ ເຂົາປະຕິບັດຢ່າງເຂັ້ມງວດຕໍ່ລະບຽບຂອງຄະນະສະເພາະກິດ ຊຶ່ງເຂົາຈະຕິດຕາມທຸກແຈ້ງການ, ທຸກຄຳສັ່ງ 10 ກວ່າຄຳສັ່ງທີ່ອອກມາ ເຂົາເຈົ້າໄດ້ຕິດຕາມເພາະຖ້າວ່າມັນລົ້ມບ່ອນນຶ່ງ ເຂົາເຈົ້າກະຕາຍຄືກັນ ຕະຫຼາດເຂົາກະໝົດ. ອັນນີ້ເຂົາໄດ້ເຄັ່ງຄັດ ເຂົາໄດ້ເອົາໃຈໃສ່ຕາມການລາຍງານກະເຫັນວ່າ ບັນດາບໍລິສັດຕ່າງໆກໍໄດ້ຈັດຕັ້ງກຸ່ມກັນ ແລ້ວກະມີຫຍັງໃຫ້ແລກປ່ຽນ ເພື່ອສາມາດແກ້ໄຂບັນຫາຕ່າງໆຢູ່ໃນຂະບວນການຜະລິດຂອງໂຮງຈັກໂຮງງານຕ່າງໆ.”

ສ່ວນທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງຊາດ ກໍຖະແຫຼງວ່າ ທະນາຄານທຸລະ ກິດ 43 ລາຍໃນທົ່ວປະເທດ ໄດ້ລາຍງານຕໍ່ທະນາຄານແຫ່ງ ສປປ ລາວ ວ່າມີລູກໜີ້ຂອງທະນາ ຄານຈຳນວນ 4,918 ລາຍທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໄດ້ຂໍຜ່ອນ ຜັນ ແລະ ເລື່ອນການຊຳລະໜີ້ເງິນກູ້ ແລະ ດອກເບ້ຍຄືນໃຫ້ທະນາຄານເຈົ້າໜີ້ຕາມນະໂຍບາຍຂອງລັດຖະບານ ລາວ ໂດຍຄິດເປັນມູນໜີ້ລວມກັນເກີນກວ່າ 13,000 ຕື້ກີບ ຫຼືຫຼາຍກວ່າ 1,444 ລ້ານໂດລາຕາມອັດຕາແລກປ່ຽນໃນປັດຈຸບັນ.

ພ້ອມກັນນີ້ ບັນດາທະນາຄານທຸລະກິດຍັງຈະຕ້ອງໃຫ້ການຊ່ວຍເຫຼືອລູກໜີ້ດ້ວຍການປັບຫຼຸດອັດ ຕາດອກເບ້ຍ, ການຕອບສະໜອງເງິນກູ້ບ່ວງໃໝ່ ແລະ ການຍົກເວັ້ນຄ່າທຳນຽມຕ່າງໆ ເພື່ອເຣັດໃຫ້ລູກໜີ້ສາມາດຳເນີນທຸລະກິດ ຫຼື ຜະລິດສິນຄ້າ ແລະ ບໍລິການຕໍ່ໄປໄດ້ ສ່ວນທະນາຄານແຫ່ງ ສປປ ລາວ ກໍໄດ້ໃຫ້ການສະໜັບສະໜູນດ້ວຍການປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງ 1 ເປີ ເຊັນ ທັງຍັງໄດ້ປັບຫຼຸດອັດຕາສ່ວນເງິນແຮລົງ 1 ແລະ 2 ເປີເຊັນ ສຳລັບເງິນຝາກທີ່ເປັນເງິນກີບ ແລະ ເງິນຕາຕ່າງປະເທດຕາມລຳດັບ ຊຶ່ງເຮັດໃຫ້ທະນາຄານທຸລະກິດສາມາດເຂົ້າເຖິງແຫຼ່ງທຶນທີ່ມີຕົ້ນທຶນຕໍ່າ ແລະ ມີສະພາບຄ່ອງຈາກແຫຼ່ງເງິນຝາກເພີ່ມຂຶ້ນດ້ວຍນັ້ນເອງ.

XS
SM
MD
LG