ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເຈລະຈາ ກັບໄທ ເພື່ອຢາກໄດ້ ຊ້າງຜູ້ ກັບຄືນລາວ


ຊ້າງລາວທີ່ຫລົບໜີ ໄປຢູ່ພາກອີສານຂອງໄທ
ຊ້າງລາວທີ່ຫລົບໜີ ໄປຢູ່ພາກອີສານຂອງໄທ
ທາງການລາວຈະຕ້ອນຊ້າງປ່າທີ່ອົບພະຍົບຂ້າມນໍ້າຂອງໄປ
ໄທກັບຄືນມາລາວ ແຕ່ກໍບໍ່ແມ່ນເລຶ່ອງງ່າຍໆ ເພາະເຈົ້າໜ້າທີ່
ໄທຢືນຢັນວ່າຊ້າງປ່າຕົວຜູ້ເປັນຊ້າງໄທທີ່ກັບຄືນຈາກລາວ.

ສືບເນື່ອງຈາກກໍລະນີຊ້າງປ່າຈໍານວນ 5 ໂຕໄດ້ພາກັນອົບພະ
ຍົບຂ້າມແມ່ນໍ້າຂອງ ຈາກເຂດແຂວງບໍລິຄໍາໄຊຂອງລາວ ເຂົ້າ
ໄປໃນເຂດອໍາເພີບ້ານແພງ ຈັງຫວັດນະຄອນພະນົມໃນພາກ
ອີສານຂອງໄທ ນັບແຕ່ວັນທີ່ 11 ມີນາທີ່ຜ່ານມາ ແລະຈົນເຖິງ
ຂະນະນີ້ ກໍປາກົດວ່າຊ້າງຈໍານວນ 4 ຕົວໄດ້ພາກັນຂ້າມແມ່ນໍ້າ
ຂອງແລະກັບ ຄືນໄປຢູ່ໃນເຂດປ່າສະຫງວນພູງູ ໃນເຂດແຂວງ ບໍລິຄໍາໄຊຂອງລາວດັ່ງເດີມແລ້ວນັ້ນ ຫາກແຕ່ບັນຫາ ໃນເວລາ
ນີ້ ກໍຄືຊ້າງປ່າໂຕຜູ້ໃຫຍ່ທີ່ສຸດໃນຝຸງດັ່ງກ່າວນີ້ກໍຍັງບໍ່ກັບຄືນໄປ
ເຂດລາວແຕ່ຢ່າງໃດ ໂດຍໄດ້ເຂົ້າໄປອາໃສຢູ່ໃນເຂດປ່າສະຫງວນແຫ່ງຊາດພູງົວ ຊຶ່ງຕັ້ງ
ຢູ່ລະຫວ່າງຈັດຫວັດນະຄອນພະນົມກັບຈັງຫວັດບຶງການຂອງໄທເລື້ອຍມາຈົນເຖິງປັດຈຸບັນ.

ຍ້ອນບັນຫາດັ່ງກ່າວນີ້ ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງລັດຖະບານລາວ ພາຍໃຕ້ການນໍາ
ຂອງທ່ານຄໍາພັນ ນັນທະວົງ ຫົວໜ້າກົມຄຸ້ມຄອງຊັບພະຍາກອນທໍາມະຊາດ ພ້ອມກັບ
ທ່ານສີສົມພອນ ສຸດທິຈັກ ຫົວໜ້າຜະແນກຄຸ້ມຄອງຊັບພະຍາກອນທໍາມະຊາດຂອງ
ແຂວງບໍລິຄໍາໄຊ ໄດ້ເດີນທາງໄປພົບປະເຈລະຈາຮ່ວມກັບຄະນະເຈົ້າໜ້າທີ່ຂອງສໍານັກ
ງານອະນຸລັກຊັບພະຍາກອນທໍາມະຊາດແລະສັດປ່າເຂດ 10 ທີ່ຮັບຜິດຊອບພື້ນທີ່ ໃນ
ເຂດພາກອີສານຂອງໄທ ໃນທ້າຍອາທິດທີ່ຜ່ານມາ ຫາກແຕ່ກໍບໍ່ສາມາດຕົກລົງກັນໄດ້
ເນື່ອງຈາກຄະນະເຈົ້າໜ້າທີ່ຂອງໄທໄດ້ຢືນຢັນວ່າ ຊ້າງປ່າໂຕຜູ້ດັ່ງກ່າວນີ້ ເປັນຊ້າງໄທ
ທີ່ຂ້າມໄປຫາກິນ ແລະຜະສົມພັນຢູ່ໃນເຂດລາວ ດັ່ງທີ່ເຈົ້າໜ້າທີ່ໄທທ່ານນຶ່ງໄດ້ ໃຫ້ການ
ຊີ້ແຈງວ່າ:

ເຈົ້າໜ້າທີ່ລາວຕິດຕາມເບິ່ງຊ້າງທີ່ຂ້າມໄປຝັ່ງໄທ
ເຈົ້າໜ້າທີ່ລາວຕິດຕາມເບິ່ງຊ້າງທີ່ຂ້າມໄປຝັ່ງໄທ

"ຊ້າງຕົວນີ້ ຈິງໆເຄີຍຖ່າຍຮູບໄວ້ແລ້ວ ກໍເຄີຍຢູ່ທີ່
ພູງົວມາກ່ອນ ແລະເຂົາກໍຄົງຂ້າມໄປລາວ ພໍຕອນ
ນີ້ເຂົາກັບມາແລ້ວ ພໍກັບມາຕອນນີ້ກໍເລີຍເບິ່ງຮູບ
ພັນສັນຖານກໍທີ່ເຄີຍຖ່າຍວິດີໂອຖ່າຍຫຍັງໄວ້ທີ່
ຂອງເຮົາ ພູງົວຂອງເຮົານີ້ ເປັນລັກສະນະຕົວດຽວ
ກັນ ຮູບຮ່າງລັກສະນະສັນຖານກໍໜ້າຈະເປັນຊ້າງ
ຂອງເຮົາ ທີ່ຂ້າມໄປຢູ່ພຸ້ນ ແລ້ວກັບມາ.”


ຊ້າງປ່າເພດຜູ້ຕົວດັ່ງກ່າວມີຄວາມສູງເຖິງ 3 ແມັດແລະ
ໜັກເກີນກວ່າ 3 ໂຕນ ຫາກແຕ່ກໍເປັນທີ່ໜ້າສັງເກດວ່າງວງຂອງຊ້າງມີບາດແຜ ຄ້າຍຄື
ກັບຮອຍລູກປືນດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງໄທເຊື່ອວ່າສາເຫດທີ່ເຮັດໃຫ້ຊ້າງ
ປ່າຕ້ອງອົບພະຍົບຂ້າມແມ່ນໍ້າຂອງຈາກຝັ່ງລາວໄປໄທ ກໍຍ້ອນວ່າຖືກຕາມລ່າ ໂດຍກຸ່ມ
ນັກຄ້າສັດປ່າໃນລາວນັ້ນເອງ ຫາກແຕ່ວ່າຄະນະເຈົ້າໜ້າທີ່ຂອງທາງ ການລາວກໍໄດ້ໃຫ້
ການຢືນຢັນວ່າບໍ່ມີບັນຫາການລ່າຊ້າງປ່າຢູ່ໃນເຂດແຂວງບໍລິຄໍາໄຊ ແລະບາດແຜທີ່
ງວງຊ້າງຜູ້ນັ້ນ ກໍເປັນບາດແຜເກົ່າທີ່ເກີດຈາກການຫາກິນຕາມທໍາມະຊາດ ເທົ່ານັ້ນ.

ກ່ອນໜ້ານີ້ ອົງການອະນະລັກຊ້າງໃນເອເຊຍ (ElefantAsia) ລາຍງານວ່າຈໍານວນ
ປະຊາກອນຊ້າງຢູ່ໃນລາວ ຍັງຄົງລົດລົງຢ່າງຕໍ່ເນື່ອງໂດຍຈາກການເກັບກໍາຂໍ້ມູນຫລ້າ
ສຸດ ເຮັດໃຫ້ສາມາດປະເມີນໄດ້ວ່າ ໃນປັດຈຸບັນຍັງມີປະຊາກອນຊ້າງບ້ານເຫຼືອຢູ່ໃນ
ລາວ ພຽງແຕ່ບໍ່ເກີນ 470 ຕົວເທົ່ານັ້ນ ສ່ວນປະຊາກອນຊ້າງປ່ານັ້ນກໍເຊື່ອວ່າ ມີຈໍານວນ
ໜ້ອຍກວ່າຊ້າງບ້ານຢ່າງແນ່ນອນ ເນື່ອງຈາກວ່າຊ້າງປ່າຍັງຕ້ອງປະເຊີນກັບການຖືກລ່າ
ໂດຍກຸ່ມລັກລອບຄ້າສັດປ່າຢູ່ຕະຫຼອດເວລາ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບບັນຫາການຕັດໄມ້ທໍາລາຍປ່າຢ່າງໜັກໜ່ວງຢູ່ ໃນທົ່ວ
ປະເທດລາວດ້ວຍແລ້ວ ກໍຍັງໄດ້ທໍາລາຍຖິ່ນທີ່ຢູ່ແລະແຫຼ່ງອາຫານຂອງຊ້າງແລະສັດປ່າ
ນາໆຊະນິດ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຜະສົມພັນ ຂອງສັດປ່າອີກດ້ວຍ ໂດຍຜົນທີ່ຕິດຕາມມາ ກໍຄືປະຊາກອນຊ້າງປ່າໄດ້ລົດຈໍານວນລົງຢ່າງຕໍ່ເນື່ອງ ແລະຖ້າ
ຫາກວ່າບັນຫາດັ່ງກ່າວນີ້ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍເຊື່ອວ່າຊ້າງປ່າໃນລາວ
ຈະສູນພັນໄປພາຍໃນ 50​ ປີຢ່າງແນ່ນອນ.

ທາງດ້ານອົງການຄຸ້ມຄອງສັດປ່າ (WCS) ທີ່ໃຫ້ການຊ່ວຍເຫຼືອລັດຖະບານລາວໃນ
ການອະນຸລັກເສືອໂຄ່ງໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໃນພາກ ເໜືອ
ຂອງລາວນັ້ນກໍລາຍງານວ່າໃນປັດຈຸບັນນີ້ຍັງຄົງເຫຼືອປະຊາກອນເສືອໂຄ່ງໃນເຂດປ່າ
ສະຫງວນດັ່ງກ່າວພຽງບໍ່ເກີນ 30 ຕົວ ແລະຍັງມີທ່າອຽງທີ່ຈະຫຼຸດຈໍານວນລົງໄປເລື້ອຍໆ
ເນື່ອງຈາກການລັກລອບລ່າເສືອໂຄ່ງໃນລາວ ເພື່ອສົ່ງອອກໄປຕ່າງປະເທດ ຍັງຄົງເກີດ
ຂຶ້ນ ຢູ່ເລື້ອຍມາ.
XS
SM
MD
LG