ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ຕຸລາ ໒໐໒໔

ທາງການ ລາວ ຈະເປີດໂຮງຮຽນ ສະເພາະຊັ້ນປະຖົມປີທີ 5 ກັບຊັ້ນມັດທະຍົມ 4 ແລະ ມັດທະຍົມ 7 ໃນວັນທີ 18 ພຶດສະພາ


ນາຍຄູກວດກາອຸນຫະພູມຂອງນັກຮຽນ.
ນາຍຄູກວດກາອຸນຫະພູມຂອງນັກຮຽນ.

ທາງການ ລາວ ຈະເປີດໂຮງຮຽນສະເພາະຊັ້ນປະຖົມປີທີ 5 ກັບຊັ້ນມັດທະຍົມ 4 ແລະ ມັດທະຍົມ 7 ໃນເວັນທີ 18 ພຶດສະພາ ສ່ວນລະດັບອື່ນໆຈະເປີດຮຽນເມື່ອຄວບຄຸມການລະບາດຂອງ Covid-19 ໄດ້ຢ່າງຄັກແນ່ແລ້ວ.


ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຖະແຫຼງວ່າການເປີດໂຮງຮຽນຄືນໃໝ່ຈະມີຂຶ້ນໃນວັນທີ 18 ພຶດສະພາ 2020 ນີ້ ແຕ່ວ່າຈະເປັນການເປີດຮຽນສະເພາະຊັ້ນປະຖົມປີທີ 5 ຊັ້ນມັດທະຍົມປີທີ 4 ແລະ ຊັ້ນມັດທະຍົມປີທີ 7 ເທົ່ານັ້ນ ເພາະເປັນລະດັບການສຶກສາທີ່ຈະຕ້ອງໄດ້ມີການສອບເສັງເພື່ອຂຶ້ນໄປໃນລະດັບການສຶກສາທີ່ສູງຂຶ້ນ ສ່ວນໃນລະດັບອື່ນໆນັ້ນກໍຍັງຕ້ອງໃຊ້ວິທີການຮຽນ-ການສອນລະບົບອິນເຕີເນັດ ອອນໄລນ໌ ຫຼື ທາງໂທລະພາບຕໍ່ໄປ ຫຼື ຈົນກວ່າຈະສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວ ໂດຍເຖິງແມ່ນວ່າຈະສົ່ງຜົນກະທົບຕໍ່ເວລາໃນການຮຽນຂອງນັກຮຽນ ແລະ ນັກສຶກສາໃນທຸກລະ ດັບກໍຕາມ ຫາກແຕ່ວ່າເພື່ອເປັນການປ້ອງກັນສຸຂະພາບ ແລະ ອະນາໄມທີ່ດີຂອງນັກຮຽນ-ນັກສຶກ ສານັ້ນຈຶ່ງຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໄວຣັສ Covid-19 ໃນ ລາວ ຢ່າງເຄັ່ງຄັດດັ່ງທີ່ທ່ານ ກອງສີ ຢືນຢັນວ່າ

“ໄລຍະທີ່ເພິ່ນເປີດໃຫ້ລະແມ່ນວັນທີ 18 ເດືອນພຶດສະພາ ຫຼັງຈາກນັ້ນໄປຖ້າສະພາບມີການປ່ຽນແປງທາງລັດຖະບານກໍຄືຄະນະສະເພາະກິດອະນຸມັດ ພວກເຮົາກໍສືບຕໍ່ດຳເນີນການອັນນີ້ມີແຜນໄວ້ໝົດແລ້ວ ຖືວ່າມັນກະທົບເຖິງປະຕິທິນການຮຽນການສອນ ມັນບໍ່ໄດ້ກະທົບເຖິງເນື້ອໃນ ວິທີຮຽນອາຈະເພີ່ມຂຶ້ນ ວິທີການສອນຫັ້ນນະ ແຕ່ກີ້ເຮົາບໍ່ເຄີຍຮຽນ ອອນໄລນ໌ ສອນ ອອນໄລນ໌ ກໍຕ້ອງໄດ້ສອນ ແຕ່ກີ້ເຮົາບໍ່ເຄີຍຮຽນຜ່ານໂທລະພາບ ດຽວນີ້ກະໄດ້ຮຽນ ຖືວ່າເປັນໂອກາດທີ່ເຮົາຮຽນຮູ້ຕື່ມ.”

ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະ ກິລາໃຫ້ການຢືນຢັນວ່າບັນຫາຍາກຈົນຂອງປະຊາຊົນ ລາວ ໂດຍສະເພາະແມ່ນໃນເຂດຊົນນະບົດນັ້ນໄດ້ກາຍເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ເຍົາວະຊົນ ລາວ ໄດ້ພາກັນປະການຮຽນເພີ່ມຂຶ້ນນັບມື້ ທັງນີ້ຈາກການສຳຫຼວດໃນສົກຮຽນປະຈຳປີ 2018-2019 ທີ່ຜ່ານມາພົບວ່າ ເຍົາວະຊົນ ລາວ ທີ່ປະການຮຽນໃນລະດັບປະ ຖົມ-ມັດທະຍົມຕົ້ນ ແລະ ມັດທະຍົມປາຍນັ້ນ ຄິດເປັນອັດຕາສະເລ່ຍ 2​ ເປີເຊັນ ກັບ 7 ເປີເຊັນ ແລະ 8 ເປີເຊັນຕາມລຳດັບ ຊຶ່ງກໍເຮັດໃຫ້ມີເຍົາວະຊົນ ລາວ ຈຳນວນຫຼາຍກວ່າ 380,000 ຄົນທີ່ບໍ່ມີໂອກາດໄດ້ຮຽນຈົບຊັ້ນປະຖົມປີທີ 5 ໃນປັດຈຸບັນນີ້.

ນອກຈາກນັ້ນການສຳຫຼວດຍັງພົບດ້ວຍວ່າ ການພັດທະນາຊັບພະຍາກອນມະນຸດໃນ ລາວ ຍັງບໍ່ສອດຄ່ອງ ແລະ ບໍ່ຕອບສະໜອງກັບຄວາມຕ້ອງການຕົວຈິງດ້ານແຮງງານທັງໃນພາກລັດ ແລະ ເອກະຊົນ ຊຶ່ງມີສາເຫດມາຈາກການທີ່ສະຖາບັນການສຶກສາຊັ້ນສູງຂອງລັດ ແລະ ເອກະຊົນໃນ ລາວ ຍັງບໍ່ສາມາດພັດທະນາຫຼັກສູດການຮຽນການສອນໄດ້ທັນກັບສະພາບການພາຍໃນ ແລະ ນອກປະເທດທີ່ປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງໃຫ້ກັບການບໍລິຫານງານທີ່ທັນສະໄໝໃນພາກລັດ ແລະ ການຜະລິດສິນຄ້າຕ່າງໆຈະຕ້ອງໄດ້ຮັບການພັດທະນາຢ່າງຮີບດ່ວນ ດ້ວຍການສົ່ງເສີມໃຫ້ເຍົາວະຊົນ ລາວ ໄດ້ຮຽນໃນສາຍວິຊາຊີບໃຫ້ຫຼາຍກວ່າການຮຽນໃນສາຍສາມັນ.

ທາງດ້ານທ່ານນາງ ຂັນທະລີ ສິລິພົງພັນ ປະທານຄະນະກວດກາໃນກະຊວງສຶກສາທິການ ແລະ ກິລາ ຖະແຫຼງຢືນຢັນວ່າ ການທຸຈະລິດໃນດ້ານການສຶກສາທີ່ເກີດຂຶ້ນຢ່າງກວ້າງຂວາງເປັນສາເຫດສຳຄັນທີ່ເຮັດໃຫ້ການສຶກສາໃນ ລາວ ມີຄຸນນະພາບຕໍ່າ ແລະ ໄດ້ສົ່ງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດໃນ ລາວ ທີ່ຖືວ່າມີຄຸນນະພາບຕໍ່າສຸດໃນກຸ່ມອາຊຽນດ້ວຍກັນ ໂດຍການທຸຈະລິດດ້ານການສຶກສາໃນ ລາວ ມີທັງການປອມໃບປະກາດສະນີຍາບັດການສຳເລັດການສຶກສາທັງໃນລະດັບມັດທະຍົມ, ປະລິນຍາຕີ, ປະລິນຍາໂທ ແລະ ວີຊາຊີບຊັ້ນສູງ ໂດຍເມື່ອສົມທົບດ້ວຍການຫຼິ້ນພັກ ຫຼິ້ນພວກ ແລະ ການຊື້ຕຳແໜ່ງໃນວົງການພະນັກງານລັດຖະບານ ລາວ ໄດ້ເກີດຂຶ້ນໃນທຸກພາກສ່ວນທົ່ວປະເທດ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກພະນັກງານຂອງລັດ ບໍ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດງານຕົວຈິງນັ້ນເອງ.

ສ່ວນທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ຍອມຮັບວ່າມາດຕະຖານການສຶກສາໃນເຂດຕົວເມືອງກັບເຂດຊົນນະບົດໃນ ລາວ ຍັງແຕກໂຕນກັນຫຼາຍ ຊຶ່ງເຫັນໄດ້ຈາກບັນຫາຂາດແຄນຄູຂອງບັນດາໂຮງຮຽນໃນເຂດຊົນນະບົດ ໃນຂະນະທີ່ບັນດາໂຮງຮຽນຢູ່ໃນຕົວເມືອງກັບມີຈຳນວນຄູເກີນຄວາມຕ້ອງການຕົວຈິງ.

XS
SM
MD
LG