ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຈະຂຶ້ນທະບຽນ ບໍລິສັດມະຫາຊົນ ໃນຕະຫຼາດ ຫລັກຊັບ ໃຫ້ໄດ້ 35 ບໍລິສັດ ພາຍໃນປີ 2020


ບໍລິສັດສຸວັນນີ ໂຮມເຊັນເຕີຣ໌ ມະຫາຊົນ ຫຼັງຈາກທີ່ໄດ້ຂຶ້ນທະບຽນ ໃນຕະຫຼາດຫລັກຊັບແຫ່ງຊາດລາວ ແລ້ວ ໄດ້ເລີ້ມການ
ຊື້-ຂາຍຫຸ້ນຄັ້ງທຳອິດ ເມື່ອວັນທີ 11 ທັນວາ 2015 ທີ່ລາຄາສະເລ່ຍ 3,250 ກີບຕໍ່ຮຸ້ນ.
ບໍລິສັດສຸວັນນີ ໂຮມເຊັນເຕີຣ໌ ມະຫາຊົນ ຫຼັງຈາກທີ່ໄດ້ຂຶ້ນທະບຽນ ໃນຕະຫຼາດຫລັກຊັບແຫ່ງຊາດລາວ ແລ້ວ ໄດ້ເລີ້ມການ ຊື້-ຂາຍຫຸ້ນຄັ້ງທຳອິດ ເມື່ອວັນທີ 11 ທັນວາ 2015 ທີ່ລາຄາສະເລ່ຍ 3,250 ກີບຕໍ່ຮຸ້ນ.

ທາງການລາວວາງເປົ້າໝາຍ ຈະຂຶ້ນທະບຽນບໍລິສັດມະຫາຊົນ
ໃນຕະຫຼາດຫລັກຊັບເພີ້ມຂຶ້ນອີກ ໃຫ້ໄດ້ 35 ບໍລິສັດ ພາຍໃນປີ
2020 ດ້ວຍຫວັງວ່າ ຈະສາມາດດຶງດູດເງິນທຶນ ຈາກຕ່າງປະເທດ
ໄດ້ຫລາຍຂຶ້ນ.

ທ່ານວັນຄຳ ວໍລະວົງ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບ
ແຫ່ງຊາດລາວ ໃຫ້ການຢືນຢັນວ່າ ຄະນະກຳມະການຄຸ້ມຄອງຕະຫຼາດຫລັກຊັບ ແຫ່ງ
ຊາດລາວ ໄດ້ວາງເປົ້າໝາຍທີ່ຈະຂຶ້ນທະບຽນ ບໍລິສັດມະຫາຊົນ ໃນຕະຫຼາດຫລັກຊັບ
ເພີ້ມຂຶ້ນໃຫ້ເປັນ 35 ບໍລິສັດພາຍໃນປີ 2020 ໂດຍມີເປົ້າໝາຍ ທີ່ຈະດຶງດູດເອົາເງິນທຶນ
ຈາກຕ່າງປະເທດເຂົ້າມາໃນລາວ ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ດັດຊະນີຮຸ້ນຂອງບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-GEN) ທີ່ມີລາຄາຊື້-ຂາຍສະເລ່ຍ 4,700 ກີບຕໍ່ຮຸ້ນ ໃນຕະຫຼາດຫລັກຊັບ ແຫ່ງຊາດລາວ
ດັດຊະນີຮຸ້ນຂອງບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-GEN) ທີ່ມີລາຄາຊື້-ຂາຍສະເລ່ຍ 4,700 ກີບຕໍ່ຮຸ້ນ ໃນຕະຫຼາດຫລັກຊັບ ແຫ່ງຊາດລາວ

ໂດຍການຢືນຢັນດັ່ງກ່າວນີ້ ຂອງທ່ານວັນຄຳ ໄດ້ມີຂຶ້ນພາຍຫຼັງ
ຈາກ ບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-GEN) ໄດ້
ປະສົບຜົນສຳເລັດໃນການອອກຮຸ້ນກູ້ເພື່ອລະດົມເງິນທຶນຈາກ
ຕະຫຼາດທຶນຂອງປະເທດໄທ ທີ່ປາກົດວ່າ ມີນັກລົງທຶນໃນໄທ ໄດ້ພາກັນຈອງຊື້ຮຸ້ນກູ້ຂອງບໍລິສັດ EDL-GEN ຄິດເປັນມູນ
ຄ່າລວມກວ່າ 12,490 ລ້ານບາດ ໂດຍເກີນເປົ້າໝາຍ ທີ່
EDL-GEN ໄດ້ວາງເອົາໄວ້ ກວ່າ 2 ເທົ່າ ແລະຜ່ານມາ EDL-
GEN ກໍໄດ້ສຳເລັດການອອກຮຸ້ນກູ້ດັ່ງກ່າວ ແລະໄດ້ສົ່ງມອບ
ໃຫ້ກັບບັນດານັກລົງທຶນ ໃນໄທໄປຢ່າງຄົບຖ້ວນໃນມູນຄ່າ
ລວມ 6,500 ລ້ານບາດແລ້ວ.

ກະຊວງການເງິນລາວ ໄດ້ອະນຸມັດແຜນການລະດົມເງິນທຶນ ຂອງບໍລິສັດ EDL-GEN
ຢ່າງເປັນທາງການເມື່ອຕົ້ນປີ 2014 ຊຶ່ງເຮັດໃຫ້ບໍລິສັດ EDL-GEN ໄດ້ຮັບການອະນຸມັດ
ແລະສະໜັບສະໜູນຈາກສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບແຫ່ງຊາດລາວ
ແລະສຳນັກງານບໍລິຫານໜີ້ສາທາລະນະແຫ່ງປະເທດໄທ ອັນເປັນຜົນເຮັດໃຫ້ບໍລິສັດ
EDL-GEN ສາມາດອອກຮຸ້ນກູ້ ເພື່ອລະດົມເງິນທຶນໃນຕະຫຼາດທຶນໄທໄດ້ ຢ່າງຖືກຕ້ອງ
ຕາມກົດໝາຍດັ່ງກ່າວ.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍທີ່ຈະລະດົມເງິນທຶນ
ໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000 ລ້ານໂດລາ ເພື່ອຈະໄດ້ນຳມາໃຊ້ ໃນໂຄງ
ການພັດທະນາ ແຫລ່ງພະລັງງານໄຟຟ້າ ໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ EDL-
GEN ໃຫ້ເພີ້ມຂຶ້ນຈາກ 881 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 2,272 ເມກາວັດ
ພາຍໃນປີ 2020.

ນອກຈາກການລະດົມເງິນທຶນໃນມູນຄ່າ 6,500 ລ້ານບາດ ຫຼືປະມານ 200 ລ້ານໂດລາ
ຈາກຕະຫຼາດຫລັກຊັບຂອງໄທດັ່ງກ່າວແລ້ວ ບໍລິສັດ EDL-GEN ຍັງໄດ້ວາງເປົ້າໝາຍ
ທີ່ຈະລະດົມເງິນທຶນ ຈາກຕະຫຼາດເງິນທຶນ ໃນມາເລເຊຍ ແລະສິງກະໂປ ອີກດ້ວຍ ໂດຍ
ໃນປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນການພິຈາລະນາ ຂອງຄະນະກຳມະການບໍລິຫານໜີ້
ສິນສາທາລະນະແຫ່ງຊາດຂອງທັງ 2 ປະເທດດັ່ງກ່າວ ແລະກໍຄາດໝາຍວ່າ ຈະໄດ້ຮັບ
ການອະນຸມັດໃນມໍ່ໆນີ້ ໂດຍຫລັງຈາກນັ້ນ EDL-GEN ກໍຈະສາມາດສະເໜີຂາຍພັນ
ທະບັດ ໃນຮຕະຫຼາດຫລັກຊັບ ຂອງມາເລເຊຍ ແລະສິງກະໂປ ເພື່ອໃຫ້ໄດ້ເງິນທຶນຄົບ
1,000 ລ້ານໂດລາ ຕໍ່ໄປ.

ປັດຈຸບັນມີ 5 ບໍລິສັດທີ່ຈົດທະບຽນ ໃນຕະຫຼາດຫລັກຊັບແຫ່ງຊາດລາວ ໂດຍນອກຈາກ
EDL-GEN ແລ້ວ ກໍມີທະນາຄານການຄ້າຕ່າງປະເທດ ມະຫາຊົນ (BCEL), ບໍລິສັດ
Lao World ມະຫາຊົນ ແລະ ບໍລິສັດ Petroleum Trading Lao ມະຫາຊົນ ໂດຍຮຸ້ນ
ມີລາຄາຊື້-ຂາຍ ສະເລ່ຍ 5,900 ກີບ, 5,100 ກີບ, 7,300 ກີບ ແລະ 2,950 ກີບ ຕໍ່ຮຸ້ນ
ຕາມລຳດັບ ສ່ວນບໍລິສັດທີ 5 ຄືບໍລິສັດສຸວັນນີ ໂຮມເຊັນເຕີຣ໌ ມະຫາຊົນ ຊຶ່ງໄດ້ເລີ້ມການ
ຊື້-ຂາຍຫຸ້ນຄັ້ງທຳອິດ ເມື່ອວັນທີ 11 ທັນວາ 2015 ທີ່ລາຄາສະເລ່ຍ 3,250 ກີບຕໍ່ຮຸ້ນ.

ໂດຍຕະຫຼາດຫລັກຊັບແຫ່ງຊາດລາວ ຈະອະນຸມັດໃຫ້ບໍລິສັດມະຫາຊົນ ໃດໜຶ່ງ ສາມາດ
ຈະຂຶ້ນທະບຽນໄດ້ຫຼືບໍ່ນັ້ນ ກໍມີເງື່ອນໄຂວ່າ ບໍລິສັດມະຫາຊົນທີ່ຈະຂຶ້ນທະບຽນນັ້ນ ຈະຕ້ອງ
ມີການພັດທະນາລະບົບບັນຊີ ແລະມີລະບົບການບໍລິຫານງານ ທີ່ໄດ້ມາດຕະຖານສາກົນ
ດັ່ງທີ່ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ
ການຜະລິດ ແລະຈະລາຈອນ ໄດ້ໃຫ້ການຊີ້ແຈງວ່າ:

“ແຕ່ວ່າ ຄັນຖ້າພວກເຂົາ ບໍ່ກຽມພ້ອມ ໄດ້ຕາມອັນນີ້ນິ ຂ້ອຍກະບໍ່ຮັບ ຍົກຕົວຢ່າງ
ບໍລິສັດອັນນີ້ ທີ່ເຈົ້າມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ
ແມ່ນໃຜ ຈະມາຊື້ກັບເຈົ້າ ຫຼືວ່າ ຢູ່ໃນບໍລິສັດ ໂຄງສ້າງການຈັດຕັ້ງຂອງເຈົ້າ ກໍບໍ່ດີ
ຜູ້ອຳນວຍການນີ້ເດ້ ເຂົາສົງໄສວ່າ ໝໍນີ້ມີປາກົດການສໍ້ໂກງ ແລ້ວຄົນທັງຫຼາຍ ກໍ
ຮູ້ກັນເດ້ເນາະ ອັນນີ້ໄດ້ເວົ້າກັນລະອຽດສົມຄວນ.”

ໂດຍຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບແຫ່ງຊາດລາວ ໄດ້ດຳເນີນການສຳ
ຫລວດ ບໍລິສັດຢູ່ໃນລາວ ຈຳນວນ 1,087 ລາຍ ຊຶ່ງພົບວ່າ ມີຢູ່ 38 ບໍລິສັດທີ່ມີເງື່ອນໄຂ
ຫາກແຕ່ກໍປາກົດວ່າ ມີຢູ່ 20 ບໍລິສັດທີ່ໄດ້ສະແດງຄວາມຈຳນົງ ທີ່ຈະຂໍຂຶ້ນທະບຽນ ໃນ
ຕະຫຼາດຫລັກຊັບແຫ່ງຊາດລາວ ໃນລະຍະຕໍ່ໄປ.

XS
SM
MD
LG