ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຈະສົ່ງເສີມການຜະລິດ ໃນ ດ້ານກະສິກຳ ທີ່ທັນສະໄໝ ໃນນະຄອນ ຫຼວງວຽງຈັນ


ຊາວນາ ລາວ ປູກເຂົ້າດ້ວຍເຄື່ອງຈັກ.
ຊາວນາ ລາວ ປູກເຂົ້າດ້ວຍເຄື່ອງຈັກ.

ທາງການ ລາວ ຈະໃຫ້ການສົ່ງເສີມການຜະລິດໃນດ້ານກະສິກຳທີ່ທັນສະໄໝໃນເຂດນະ ຄອນຫຼວງ ວຽງຈັນ ດ້ວຍການສົ່ງເສີມໃຫ້ນຳໃຊ້ເຄື່ອງກົນຈັກທີ່ທັນສະໄໝເຂົ້າໃນການ
ຜະລິດກະສິກຳຢ່າງກວ້າງຂວາງ.

ທ່ານ ລິນຄຳ ດວງສະຫວັນ ຮອງຫົວໜ້າແຜນການກະສິກຳ ແລະ ປ່າໄມ້ ນະຄອນຫຼວງ
ວຽງຈັນ ຢືນຢັນວ່າ ເປົ້າໝາຍທີ່ສຳຄັນຂອງການພັດທະນາການຜະລິດດ້ານກະສິກຳໃນ
ນະຄອນຫຼວງວຽງຈັນ ນັບຈາກປະຈຸບັນໄປເຖິງປີ 2020 ກໍຄືການກ້າວໄປສູ່ການຜະລິດ
ທີ່ທັນສະໄໝດ້ວຍການນຳໃຊ້ເຄື່ອງກົນຈັກທີ່ທັນສະໄໝເຂົ້າໃນ ການຜະລິດກະສິກຳ
ຢ່າງກວ້າງຂວາງ ໂດຍນອກຈາກຈະຖືເປັນການເພີ່ມປະສິດທິພາບການຜະລິດໃຫ້ສູງຂຶ້ນ
ແລ້ວ ກໍຍັງຖືເປັນແກ້ໄຂບັນຫາຂາດແຄນແຮງງານໃນພາກກະສິກຳອີກດ້ວຍ.

ໂດຍເປົ້າໝາຍຂອງການຈັດຕັ້ງປະຕິບັດນັບຈາກປະຈຸບັນໄປຈົນເຖິງປີ 2020 ກໍຄືການ
ນຳໃຊ້ເຄື່ອງກົນຈັກເພີ່ມຂຶ້ນ ເພື່ອຫຼຸດຈຳນວນກຳລັງແຮງງານໃນພາກກະສິກຳໃຫ້ໄດ້ປີ
ລະ 10 ເປີເຊັນຊຶ່ງກໍຈະເປັນຜົນເຮັດໃຫ້ກຳລັງແຮງງານໃນພາກກະສິກຳໃນນະຄອນ
ຫຼວງວຽງຈັນ ຫຼຸດລົງລະຫວ່າງ 40 - 50 ເປີເຊັນຂອງກຳລັງແຮງງານທັງໝົດໃນປະຈຸບັນ
ພາຍໃນປີ 2020 ດັ່ງທີ່ທ່ານ ລິນຄຳ ໄດ້ໃຫ້ການຢືນຢັນວ່າ.

"ພວກເຮົາເນັ້ນໃສ່ເລື່ອງການຫັນເປັນອຸດສາຫະກຳທັນສະໄໝທາງດ້ານຜະລິດກະສິ
ກຳນີ້ ໂດຍສະເພາະແມ່ນພວກເຮົາໄດ້ມີການຂະຫຍາຍນຳໃຊ້ກົນຈັກເຂົ້າຊ່ວຍເປົ້າ
ໝາຍຂອງໄທເຮົາ ແຕ່ນີ້ຮອດປີ 2020 ນີ້ລະແມ່ນ ພວກເຮົາໃນແຕ່ລະປີລະແມ່ນໃຫ້ ຫຼຸດຜ່ອນແຮງງານໄດ້ 10 ເປີເຊັນຂອງແຮງງານກະສິກຳທັງໝົດ ຊຶ່ງວ່າໃນປະຈຸບັນ
ນີ້ລະແມ່ນ ແຕ່ນີ້ຮອດປີ 2020 ລະແມ່ນພວກເຮົາຈະຕ້ອງໃຫ້ຫຼຸດໄດ້ປະມານ 40 - 50 ເປີເຊັນຂອງແຮງງານກະສິກຳທັງໝົດທີ່ວ່າມີຢູ່ໃນປະຈຸບັນ ໝາຍຄວາມວ່າພວກເຮົາ ສຸມໃສ່ໃນການໃຊ້ກົນຈັກ."

ໂດຍໃນປີ 2016 ກະເສດຕະກອນ ລາວ ສາມາດຜະລິດສະບຽງອາຫານ ແລະ ສິນຄ້າ ໄດ້ເພີ່ມຂຶ້ນຈາກປີ 2015 ເຊັ່ນຜະລິດພືດຜັກຕ່າງໆໄດ້ 1.7 ລ້ານໂຕນ, ສາລີຫວານ
27,950 ໂຕນ, ເຜືອກມັນ 330,900 ໂຕນ, ໝາກໄມ້ 1.33 ລ້ານໂຕນ ສາລີລ້ຽງສັດ 1.2 ລ້ານໂຕນ, ອ້ອຍ 2.1 ລ້ານໂຕນ, ຖົ່ວເຫຼືອງ-ຖົ່ວດິນເກີນກວ່າ 85,310 ໂຕນ, ໝາກ
ເດືອຍ 271,000 ໂຕນ, ມັນຕົ້ນ 2.4 ລ້ານໂຕນ, ຢາສູບ 66,800 ໂຕນ ແລະ ຕອບສະ ໜອງຊີ້ນສັດໃຫ້ປະຊາຊົນ ລາວ ໄດ້ທີ່ລະດັບ 65 ກິໂລກຣາມ ຕໍ່ຄົນຕໍ່ປີ ແລະ ລັດຖະ
ບານ ລາວ ຍັງໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ເຖິງ 5 ລ້ານໂຕນໃນ
ປີ 2020 ອີກດ້ວຍ.

ທັງນີ້ທາງການ ລາວ ໄດ້ກຳນົດໃຫ້ 10 ແຂວງເປັນເຂດຈຸດສຸມໃນການປູກເຂົ້າ ຊຶ່ງປະ ກອບດ້ວຍນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາ
ສັກ, ບໍລິຄຳໄຊ, ວຽງຈັນ, ໄຊຍະບູລີ, ຫຼວງນໍ້າທາ ແລະ ບໍ່ແກ້ວ ຊຶ່ງຄາດວ່າຈະມີຜົນຜະ ລິດເຂົ້າລວມກັນຄິດເປັນ 85 ເປີເຊັນຂອງຜົນຜະລິດເຂົ້າທັງໝົດ ໂດຍໃນປີ 2016 ກະ ເສດຕະກອນ ລາວ ໃນເຂດ 10 ແຂວງດັ່ງກ່າວນີ້ ກໍສາມາດຜະລິດເຂົ້າໄດ້ 3.4 ລ້ານ
ໂຕນ ແລະ ຄາດວ່າເພີ່ມຂຶ້ນອີກໃນປີ 2017 ນີ້.

ໂດຍທັງ 10 ແຂວງດັ່ງກ່າວນີ້ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ ຫາກແຕ່ວ່າ ໃນນີ້ກໍມີພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນເທົ່ານັ້ນຂອງເນື້ອທີ່ ນາທັງໝົດທີ່ໄດ້ຮັບການສະໜອງນໍ້າຈາກຄອງຊົນລະປະທານ ສ່ວນນອກນັ້ນເປັນ ການປູກເຂົ້າຢູ່ນອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງສະ ພາບດິນຟ້າອາກາດ ທັງໄພແລ້ງ ແລະ ນ້ຳຖ້ວມ ຈຶ່ງຖືເປັນປັດໄຈທີ່ຈະສົ່ງຜົນກະທົບ ຕໍ່ເປົ້າໝາຍດັ່ງກ່າວຂອງລັດຖະບານ ລາວ ໄດ້ຕະຫຼອດເວລາ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນການທີ່ຈະຂະຫຍາຍ ລະບົບຊົນລະປະທານໃຫ້ໄດ້ 18 ໂຄງການພາຍໃນປີ 2020 ແລະ ກໍ່ສ້າງລະບົບຄອງ ຊົນລະປະທານໃຫ້ໄດ້ເພີ່ມຂຶ້ນອີກ 17 ໂຄງການພາຍໃນປີ 2025 ເພື່ອເຮັດໃຫ້ສາມາດ ຕອບສະໜອງນໍ້າໃຫ້ກັບທີ່ນາໄດ້ 5 ແສນກວ່າເຮັກຕາໃນປີ 2020 ແລະ ເພີ່ມຂຶ້ນເປັນ
6 ແສນກວ່າເຮັກຕາໃນປີ 2025 ຕາມລຳດັບ.

ໂດຍໃນປີ 2015 - 2016 ກະເສດຕະກອນ ລາວ ຜະລິດເຂົ້າໄດ້ປະລິມານລວມ 4
ລ້ານກວ່າໂຕນ ມີເນື້ອທີ່ນາລວມທັງໝົດ 975,215 ເຮັກຕາ ແຕ່ກໍສາມາດສົ່ງເຂົ້າໄປ
ຂາຍຕ່າງປະເທດພຽງ 21,000 ໂຕນ ແລະ ໃນປີ 2017 ນີ້ຄາດວ່າຈະສົ່ງເຂົ້າໄປຂາຍ
ຕ່າງປະເທດໄດ້ພຽງ 20,000 ໂຕນເທົ່ານັ້ນ ອັນເປັນຜົນກະທົບຈາກສະພາວະໂລກຮ້ອນ
ທີ່ເຮັດໃຫ້ສະພາບດິນຟ້າອາກາດບໍ່ມີຄວາມແນ່ນອນ ເຊັ່ນ ຝົນຕົກລ່າຊ້າ, ສະພາວະ
ແຫ້ງແລ້ງທີ່ແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າບໍ່ໄດ້ຕາມເປົ້າໝາຍແຜນການທີ່ວາງ
ໄວ້ນັ້ນເອງ.

XS
SM
MD
LG