ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ຈະ​ສ້າງຕັ້ງ ​ເຂດ​ເສດຖະກິດ​ ພິ​ເສດ ​ແລະ ​ສະ​ເພາະ ​ໃຫ້​ໄດ້​ເຖິງ 58 ​ແຫ່ງ ພາຍ​ໃນ​ປີ 2020


ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ
ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ
ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ

ທາງ​ການ​ລາວ ຈະ​ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ
​ເສດຖະກິດ​ສະ​ເພາະ ​ໃຫ້​ໄດ້​ເຖິງ 58 ​ແຫ່ງ ພາຍ​ໃນ​ປີ 2020 ​
ເພື່ອ​ຮອງ​ຮັບ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​
ແມ່ນ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຈີນ.

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ
ການ​ຜະລິດ ​ແລະ​ຈະລາຈອນ ຖະ​ແຫລ​ງຢືນຢັນ ​ໃນ​ພິທີ​ເປີດ​ງານ​ສະ​ແດງ​ສິນຄ້າ ຈີນ-
ອາ​ຊຽນຄັ້ງທີ 12 ຢູ່​ເມືອງ​ໜານ​ໜິງ ​ແຂວງ​ກວາງ​ສີ ປະ​ເທດ​ຈີນ ​ເມື່ອ​ບໍ່​ນານ​ນີ້ ວ່າ
ລັດຖະບານ​ລາວ​ໄດ້​ປັບປຸງ​ນະ​ໂຍບາຍ ​ແລະ​ບັນດາ​ນິຕິ​ກຳ​ຕ່າງໆ ​ເພື່ອ​ອຳນວຍ​ຄວາມ​
ສະດວກ ​ແລະ​ສົ່ງ​ເສີມ​ ບັນດາ​ບໍລິສັດ ​ເອກະ​ຊົນຈາກ​ຈີນ ​ແລະຕ່າງປະ​ເທດ​ໃຫ້​ເຂົ້າມາ​
ລົງທຶນໃນ​ລາວ​ ໃຫ້ຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ.

ໂດຍ​ສະ​ເພາະ​ແມ່ນ​ການ​ກຳນົດ​ ລະບຽບ​ຢ່າງ​ລະອຽດ ທີ່ກ່ຽວກັບການສ້າງຕັ້ງເຂດ ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທີ່ລັດຖະບານລາວໄດ້ວາງເປົ້າໝາຍ
ທີ່ຈະສ້າງຕັ້ງໃຫ້ໄດ້ 58 ແຫ່ງ ທົ່ວປະເທດ ພາຍໃນປີ 2020 ຊຶ່ງໃນປັດຈຸບັນ ລັດຖະບານ
ລາວ ກໍໄດ້ສ້າງຕັ້ງເຂດເສດຖະກິດສະເພາະໄດ້ແລ້ວ 9 ແຫ່ງ ແລະສ້າງຕັ້ງເຂດເສດຖະກິດ
ພິເສດໄດ້ 2 ແຫ່ງ ຈຶ່ງຍັງເຫຼືອອີກເຖິງ 47 ແຫ່ງ ທີ່ຈະຕ້ອງສ້າງຕັ້ງຂຶ້ນຕໍ່ໄປ ໃນລະຍະ 5 ປີ
ຕໍ່ໜ້ານັ້ນເອງ.

ແຜນທີ່ ເຂດເສດຖະກິດສະເພາະ ແລະ ເຂດເສດຖະກິດພິເສດ 10 ແຫ່ງ ທີ່ລັດຖະບານລາວ ສ້າງຕັ້ງຂຶ້ນແລ້ວ ໃນທົ່ວປະເທດ.
ແຜນທີ່ ເຂດເສດຖະກິດສະເພາະ ແລະ ເຂດເສດຖະກິດພິເສດ 10 ແຫ່ງ ທີ່ລັດຖະບານລາວ ສ້າງຕັ້ງຂຶ້ນແລ້ວ ໃນທົ່ວປະເທດ.

ທາງດ້ານກະຊວງແຜນການ ແລະການລົງທຶນ ກໍລາຍງານວ່າ
ມີບໍລິສັດຕ່າງຊາດ 220 ລາຍ ທີ່ໄດ້ລົງທຶນຢູ່ໃນເຂດເສດຖະກິດ
ພິເສດ ແລະເຂດເສດຖະກິດສະເພາະ ທີ່ມີຢູ່ທັງ 11 ແຫ່ງໃນ
ລາວ ແລະມີມູນຄ່າການລົງທຶນລວມກັນ ຫຼາຍກວ່າ 6,000
ລ້ານໂດລາ ໂດຍເຂດທີ່ມີມູນຄ່າລົງທຶນຫຼາຍທີ່ສຸດ ກໍຄືເຂດ
ເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງ
ບໍ່ແກ້ວ ຊຶ່ງໃນປັດຈຸບັນໄດ້ລົງທຶນໄປແລ້ວ 500 ກວ່າລ້ານ
ໂດລາ ຈາກແຜນການລົງທຶນລວມ 2,250 ລ້ານໂດລາ ທີ່
ເປັນການລົງທຶນທັງ 100 ເປີເຊັນ ຂອງບໍລິສັດເອກະຊົນຈີນ.

ສ່ວນເຂດເສດຖະກິດສະເພາະ ບໍ່ເຕັນແດນງາມ ຊຶ່ງຕັ້ງຢູ່ຊາຍແດນ ລະຫວ່າງລາວກັບ
ຈີນ ໃນເຂດແຂວງຫລວງນ້ຳທານັ້ນ ກໍເປັນອີກເຂດໜຶ່ງທີ່ເປັນການລົງທຶນ ຂອງກຸ່ມບໍລິສັດ
ຈາກຈີນ ທີ່ເນັ້ນໜັກການລົງທຶນ ພັດທະນາການຄ້າ ສູນການເງິນ-ການທະນາຄານ
ສູນຂໍ້ມູນ ຂ່າວສານດ້ານການທ່ອງທ່ຽວ ແລະບໍລິການ ບ້ານວັດທະນະທຳ ສາງສິນຄ້າ
ອ່າງເກັບນ້ຳທຳມະຊາດ ສວນປ່າທຳມະຊາດ ແລະສະໜາມກລັອຟ.

ແຕ່ຢ່າງໃດກໍຕາມ ທາງການລາວ ກໍໄດ້ວາງແຜນການ ທີ່ຈະສ້າງຕັ້ງເຂດເສດຖະກິດ ໃຫ້
ໄດ້ບໍ່ນ້ອຍກວ່າ 20 ແຫ່ງພາຍໃນປີ 2015 ໂດຍເຂດທຳອິດ ກໍແມ່ນເຂດເສດຖະກິດພິເສດ
ສະຫວັນ-ເຊໂນ ໃນແຂວງສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນໃນປີ 2003 ຕິດຕາມດ້ວຍ ເຂດ
ເສດຖະກິດສະເພາະ ບໍ່ເຕັນແດນງາມດັ່ງກ່າວ.

ໂດຍການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຈຶ້ນໃນລາວນັ້ນ
ກໍມີເປົ້າໝາຍເພື່ອໃຫ້ເປັນພາກສ່ວນສຳຄັນ ໃນການພັດທະນາເສດຖະກິດ ຂອງລາວ
ໃຫ້ຈະເລີນກ້າວໜ້າ ທັງສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວອີກດ້ວຍ ດັ່ງທີ່ທ່ານນາງ
ບົວທາ ຂັດຕິຍະ ຮອງປະທານຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ
ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໄດ້ຖະແຫລງຢືນຢັນວ່າ:

“ວຽກງານການພັດທະນາເຂດເສດຖະກິດພິເສດ ເປັນວຽກງານໃໝ່ ທີ່ຕັ້ງຂຶ້ນ
ແຕ່ປີ 2000 ທີ່ລັດຖະບານ ສປປ ລາວ ມີຈຸດເປົ້າໝາຍເຮັດໃຫ້ວຽກງານດັ່ງກ່າວ
ເປັນຫົວຈັກໃຫ້ແກ່ກາພັດທະນາ ແລະກໍ່ສ້າງ ປະກອບສ່ວນວຽກເຮັດງານທຳ
ໃຫ້ແກ່ປະເທດຊາດ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ
ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ການພັດທະນານີ້ ຈະແຈ້ງຂຶ້ນ ກໍຍ້ອນການ
ຈັດຕັ້ງພາກລັດຖະບານໄດ້ເອົາໃຈໃສ່ຄົ້ນຄວ້າ ຫາວິທີແກ້ໄຂບັນຫາ.”

ໂດຍຫຼ້າສຸດ ຄະນະກຳມະການຄຸ້ມຄອງ ເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະ ໄດ້ອະນຸມັດໃຫ້ສ້າງຕັ້ງເຂດເສດຖະກິດສະເພາະ ທີ່ໃຊ້ຊື່ວ່າ ເຂດເສດຖະກິດ
ອຸດສາຫະກຳປາກເຊ-ຍີ່ປຸ່ນ SME ໂດຍມີເນື້ອທີ່ສຳປະທານ 195 ເຮັກຕາ ຢູ່ໃນເຂດ
ເມືອງ ອຸທຸມພອນ ແລະເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຊຶ່ງລົງທຶນໂດຍ
ບໍລິສັດເອກະຊົນ ຍີ່ປຸ່ນໃນມູນຄ່າ 62 ລ້ານໂດລາ ແລະເມື່ອອາຍຸສຳປະທານ 50 ປີ
ດ້ວຍເປົ້າໝາຍທີ່ຈະໃຫ້ສົ່ງເສີມອຸດສາຫະກຳການຜະລິດສິນຄ້າ ແລະບໍລິການຕ່າງໆ
ທີ່ແນໃສ່ການສົ່ງອອກເປັນຫລັກ.

ສ່ວນນະຄອນຫຼວງວຽງຈັນ ກໍມີຢູ່ເຖິງ 5 ເຂດຄື ນິຄົມອຸດສາຫະກຳ ແລະການຄ້າວຽງຈັນ-
ໂນນທອງ ເຂດເສດຖະກິດສະເພາະ ດົງໂພສີ ເຂດເສດຖະກິດສະເພາະ ລ່ອງແຖ້ງ-
ວຽງຈັນ ເຂດພັດທະນາກວມລວມຢູ່ທີ່ເມືອງໄຊເສດຖາ ເຂດເສດຖະກິດສະເພາະ ບຶງ
ທາດຫລວງ ທີ່ລົງທຶນໂດຍບໍລິສັດຈາກຈີນ ເຊັ່ນກັນ ນອກຈາກນີ້ ກໍຍັງມີເຂດເສດຖະກິດ
ພິເສດ ສະຫວັນ-ເຊໂນ ເຂດເສດຖະກິດສະເພາະ ທ່າແຂກ ແລະເຂດເສດຖະກິດສະເພາະ
ພູຂຽວຢູ່ໃນແຂວງຄຳມ່ວນ.

XS
SM
MD
LG