ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຈະພັດທະນາ ແຂວງຈຳປາສັກ ໃຫ້ເປັນ ສູນກາງການທ່ອງທ່ຽວ ແບບອະນຸລັກ


ນ້ຳຕົກຕາດຄອນພະເພັງ ທີ່ເມືອງໂຂງ ແຂວງຈຳປາສັກ ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ
ນ້ຳຕົກຕາດຄອນພະເພັງ ທີ່ເມືອງໂຂງ ແຂວງຈຳປາສັກ ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ

ທາງການລາວວາງເປົ້າໝາຍທີ່ຈະພັດທະນາແຂວງຈຳປາສັກ ໃຫ້ເປັນສູນກາງຂອງ ການທ່ອງທ່ຽວ ແບບອະນຸລັກ ໃນອາຊຽນໃຫ້ໄດ້ ດ້ວຍການພັດທະນາ ທັງໃນດ້ານ ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ.

ທ່ານນາງມາລາ ຈັນທະລາມ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ມອບໝາຍ ໃຫ້ທາງການແຂວງຈຳປາສັກ ດຳເນີນການຈັດຕັ້ງປະຕິບັດແຜນການພັດທະນາ ດ້ານການທ່ອງທ່ຽວຢ່າງຍືນຍົງ ພາຍໃຕ້ເປົ້າໝາຍ ເພື່ອການພັດທະນາແຂວງຈຳປາສັກ ໃຫ້ເປັນສູນກາງການທ່ອງທ່ຽວແບບອະນຸລັກ ຂອງອາຊຽນໃຫ້ໄດ້ຢ່າງເປັນຮູບປະທຳ ທັງນີ້ ດ້ວຍການພັດທະນາບຸກຄະລາກອນ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ໃນແຂວງໃຫ້ໄດ້ມາດຕະຖານອາຊຽນ ແລະ ສາກົນ ດັ່ງທີ່ທ່ານນາງ ໄດ້ໃຫ້ການຢືນຢັນວ່າ:

“ທາງດ້ານບຸກຄະລາກອນນີ້ ກະຈຳເປັນທີ່ສຸດ ສຳລັບແຂວງຈຳປາສັກພວກເຮົາ ບຸກຄະລາກອນໃນຂະແໜງການທ່ອງທ່ຽວ ບໍ່ວ່າພາກລັດ ແລະ ທຸລະກິດ ກະແມ່ນ ບຸກຄະລາກອນໃນຂອດບໍລິການ ພວກເຮົາກໍຈະຍົກລະດັບໃຫ້ມັນໄດ້ມາດຕະຖານ ຮວມທັງການພັດທະນາສະຖານທີ່ແຫລ່ງທ່ອງທ່ຽວ ແລະ ການຊຸກຍູ້ຫົວໜ່ວຍ
ທຸລະກິດ ທີ່ໄດ້ມີການລົງທຶນໃສ່ຂະແໜງການດັ່ງກ່າວນີ້ ກະໃຫ້ໄດ້ຍັບມໍ່ເຂົ້າສູ່ ມາດຕະຖານ ຊຶ່ງເປັນການແຂ່ງຂັນຢູ່ໃນລະບົບ ຂອງປະຊາຄົມເສດຖະກິດ ອາຊຽນ ພວກເຮົາເນາະ ຖ້າບໍ່ດັ່ງນັ້ນ ພວກເຮົາກໍຈະມີຫຼາຍອັນທີ່ຈະບໍ່ມີຄວາມສາມາດບືນຕົວ ແລະ ກະເຂົ້າຢູ່ໃນລະດັບມາດຕະຖານອາຊຽນໄດ້.”

ນ້ຳຕົກ ຕາດຟານ ຢູ່ແຂວງຈຳປາສັກ
ນ້ຳຕົກ ຕາດຟານ ຢູ່ແຂວງຈຳປາສັກ

ກ່ອນໜ້ານີ້ ກອງປະຊຸມໂຕະມົນ ລະດັບລັດຖະມົນຕີດ້ານການທ່ອງທ່ຽວ ຂອງອາຊຽນ ຊຶ່ງເປັນສ່ວນໜຶ່ງຂອງງານມະຫະກຳການທ່ອງທ່ຽວແບບອະນຸລັກຂອງອາຊຽນ ທີ່ຈັດຂຶ້ນ ຢູ່ເມືອງປາກເຊ ແຂວງຈຳປາສັກ ເມື່ອເດືອນມິຖຸນາ 2016 ທີ່ຜ່ານມາ ກອງປະຊຸມໄດ້ມີ ມະຕິຮັບຮອງເອົາຖະແຫລງການຮ່ວມປາກເຊ ທີ່ໄດ້ວາງເປົ້າໝາຍ ທີ່ຈະເຊື່ອມໂຍງ ການທ່ອງທ່ຽວແບບອະນຸລັກ ໃນອາຊຽນໃຫ້ເປັນຮູບປະທຳໄວທີ່ສຸດ.

ໂດຍທາງການລາວໄດ້ສະເໜີ ໃຫ້ກອງປະຊຸມຮັບຮອງເອົາ ນ້ຳຕົກຕາດຄອນພະເພັງ ທີ່ເມືອງໂຂງ ໃຫ້ເປັນເຂດທ່ອງທ່ຽວແບບອະນຸລັກ ຂອງອາຊຽນ ເນື່ອງຈາກວ່າ ນ້ຳຕົກ ຕາດຄອນພະເພັງ ຖືເປັນນ້ຳຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນໂລກ ຊຶ່ງມີຄວາມກວ້າງເຖິງ 10.7 ກິໂລແມັດ ແລະ ຖືເປັນຈຸດທີ່ໂດດເດັ່ນ ທີ່ຈະພັດທະນາໃຫ້ເປັນເຂດທ່ອງທ່ຽວ ແບບອະນຸລັກຂອງອາຊຽນ ເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາໃນອາຊຽນ ແລະ
ລາວ ໃຫ້ຫຼາຍຂຶ້ນນັບມື້.

ທັງນີ້ ກະຊວງຖະແຫລງຂ່າງ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ວາງເປົ້າໝາຍຈະດຶງດູດ ເອົາຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍ ສະເພາະແມ່ນປີ 2020 ທີ່ເປັນປີສິ້ນສຸດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ນັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍ ທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານຄົນ ແລະ ຈະເຮັດໃຫ້ ພາກທຸລະກິດການທ່ອງທ່ຽວ ແລະພາກບໍລິການໃນລາວ ມີລາຍຮັບຫຼາຍກວ່າ 953 ລ້ານໂດລາ ໃນປີ 2020 ດັ່ງກ່າວ.

ທັງນີ້ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ ທາງການລາວ ກໍໄດ້ວາງແຜນການພັດທະນາ ໃນ 3 ດ້ານດ້ວຍກັນ ຄືການຄຸ້ມຄອງການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະສະຖານບໍລິການ ຕ່າງໆ ທີ່ສະດວກສະບາຍ ແລະ ການຮັບປະກັນຄວາມປອດໄພ ໃຫ້ກັບນັກທ່ອງທ່ຽວ ໃຫ້ໄດ້ຢ່າງຄັກແນ່ ຮວມເຖິງການມີບ່ອນພັກເຊົາ ສຳລັບຮອງຮັບນັກທ່ອງທ່ຽວຊາວ ຕ່າງຊາດໄດ້ຢ່າງພຽງພໍ ກັບຄວາມຕ້ອງການ ທີ່ເພີ່ມຂຶ້ນດ້ວຍ ໂດຍໃນລາວມີໂຮງແຮມ ແລະ ບ້ານພັກ ຈຳນວນ 2,426 ແຫ່ງ ແລະມີຫ້ອງພັກ ລວມເຖິງ 44,600 ກວ່າຫ້ອງ
ໃນປີ 2015 ທີ່ຜ່ານມາ.

ໂດຍການມີຈຳນວນຫ້ອງພັກດັ່ງກ່າວ ເຮັດໃຫ້ພາກບໍລິການ ແລະທ່ອງທ່ຽວຂອງລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ ເພີ່ມຂຶ້ນຈາກ 2 ລ້ານ 7 ແສນກວ່າຄົນ ໃນປີ 2011 ເປັນ 4 ລ້ານ 1 ແສນກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4 ລ້ານ 3 ແສນ ຄົນໃນປີ 2015 ທັງຍັງເຮັດໃຫ້ພາກບໍລິການ ແລະທ່ອງທ່ຽວມີລາຍຮັບເພີ່ມຂຶ້ນຈາກ
560 ລ້ານໂດລາ ໃນປີ 2014 ເປັນຫຼາຍກວ່າ 670 ລ້ານໂດລາ ໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະລາຍຮັບດັ່ງກ່າວຍັງຖືເປັນ ສະພາວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບ ຊຶ່ງເປັນຜົນຈາກການພັດທະນາໃນຫຼາຍດ້ານ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຊັ່ນ ຮ້ານອາຮານ ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ຈາກການທີ່ລາວມີບໍລິສັດທ່ອງທ່ຽວ ຫຼາຍກວ່າ 340 ລາຍ ໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະທ່ອງທ່ຽວໃນລາວ ກໍຍັງຈຳເປັນຈະຕ້ອງດຳເນີນ ການພັດທະນາດ້ານຊັບພະຍາກອນມະນຸດໃຫ້ພຽງພໍ ແລະເທົ່າທັນກັບການເພີ່ມຂຶ້ນ ຂອງຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວຫຼາຍຂຶ້ນຢ່າງ
ຕໍ່ເນື່ອງ ໂດຍສະເພາະແມ່ນໃນຖານະທີ່ລາວ ກໍເປັນສະມາຊິກໜຶ່ງໃນປະຊາຄົມອາຊຽນ ດ້ວຍນັ້ນ ຫາກແຕ່ວ່າ ບັນຫາທີ່ຍັງເປັນອຸປະສັກ ຕໍ່ການພັດທະນາການທ່ອງທ່ຽວ
ໃນອາຊຽນ ກໍຄືການທີ່ຍັງບໍ່ສາມາດນຳໃຊ້ລະບົບ Single VISA ຮ່ວມກັນໄດ້ ໃນການ ປະຕິບັດຕົວຈິງ.

XS
SM
MD
LG