ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະປັບລົດ ພາສີ ສິນຄ້ານຳເຂົ້າ ຈາກປະເທດ ສະມາຊິກ ອາຊຽນ ໃຫ້ເປັນ 0 ເປີເຊັນ


ພວກລົດຍົນ ພາຫະນະ ຂອງຕ່າງປະເທດ ທີ່ນຳເຂົ້າມາຈຳນ່າຍຢູ່ ໃນ ສປປ ລາວ.
ພວກລົດຍົນ ພາຫະນະ ຂອງຕ່າງປະເທດ ທີ່ນຳເຂົ້າມາຈຳນ່າຍຢູ່ ໃນ ສປປ ລາວ.

ທາງການລາວຈະປັບລົດພາສີສິນຄ້າ ທີ່ນຳເຂົ້າຈາກປະເທດ
ສະມາຊິກອາຊຽນດ້ວຍກັນ ໃຫ້ເປັນ 0 ເປີເຊັນ ສຳລັບ 96
ເປີເຊັນ ຂອງລາຍການສິນຄ້າ 9,558 ຊະນິດ ຕາມຂໍ້ຕົກລົງ
ການຄ້າເສລີອາຊຽນ ພາຍໃນປີ 2018.

ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ
ນັບຈາກປີ 2008 ເປັນຕົ້ນມາ ທາງການລາວ ໄດ້ປັບລົດພາສີສິນຄ້າ ທີ່ນຳເຂົ້າຈາກ
ປະເທດສະມາຊິກ ກຸ່ມອາຊຽນດ້ວຍກັນ ໃຫ້ເປັນ 0 ເປີເຊັນ ແລ້ວຄິດເປັນ 89 ເປີເຊັນ
ຂອງລາຍການສິນຄ້າ ທີ່ມີຈຳນວນທັງໝົດ 9,558 ຊະນິດ ແລະຍັງຈະປັບລົດລົງ ໃຫ້ໄດ້
ເຖິງ 96 ເປີເຊັນ ຂອງລາຍການສິນຄ້າທັງໝົດດັ່ງກ່າວ ພາຍໃນປີ 2018 ອີກດ້ວຍ.

ໂດຍການປັບລົດພາສີສິນຄ້າດັ່ງກ່າວນີ້ ຍັງລວມເຖິງສິນຄ້າປະເພດລົດຍົນ ຫຼືຍານພາ
ຫະນະ ທີ່ເຄີຍເກັບພາສີ ໃນອັດຕາສະເລ່ຍ 40 ເປີເຊັນ ຈຶ່ງສົ່ງຜົນກະທົບຕໍ່ລາຍຮັບ ຂອງ
ລັດຖະບານລາວດ້ວຍ ແລະເພື່ອເປັນການຄຸ້ມຄອງຜົນຜະລິດໃນປະເທດ ໂດຍສະເພາະ
ແມ່ນຜົນຜະລິດໃນພາກກະສິກຳ ດ້ວຍເຫດນີ້ ລັດຖະບານລາວຈຶ່ງໄດ້ຂໍສະຫງວນສິນຄ້າ
352 ລາຍການທີ່ຈະປັບລົດພາສີລົງສູ່ລະດັບຕ່ຳສຸດ ທີ່ 5 ເປີເຊັນ ເທົ່ານັ້ນ.

ພະນັກງານປະຈຳປ້ຳນ້ຳມັນ ກຳລັງໃສ່ນ້ຳມັນ ໃຫ້ແກ່ລູກຄ້າ ຊຶ່ງນ້ຳມັນ ກໍເປັນສິນຄ້າ ຊະນິດໜຶ່ງ ທີ່ນຳເຂົ້າຈາກຕ່າງປະເທດເຊັ່ນກັນ.
ພະນັກງານປະຈຳປ້ຳນ້ຳມັນ ກຳລັງໃສ່ນ້ຳມັນ ໃຫ້ແກ່ລູກຄ້າ ຊຶ່ງນ້ຳມັນ ກໍເປັນສິນຄ້າ ຊະນິດໜຶ່ງ ທີ່ນຳເຂົ້າຈາກຕ່າງປະເທດເຊັ່ນກັນ.

ພ້ອມກັນນີ້ ກະຊວງອຸດສາຫະກຳ ແລະການຄ້າ ກໍຍັງໄດ້ຕຽມ
ແຜນປະຕິບັດການພັດທະນາ ໃນ 4 ດ້ານ ເພື່ອດຶງເອົາຜົນປະ
ໂຫຍດຈາກການຈັດຕັ້ງປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການ
ເປີດເສລີທາງການຄ້າ ການລົງທຶນ ແລະບໍລິການໃນອາຊຽນ
ທີ່ຈະເລີ້ມປະຕິບັດ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ.

ກໍຄືການເປັນສູນການເຊື່ອມໂຍງທາງດ້ານຄົມມະນາຄົມ-ຂົນ
ສົ່ງພາຍໃນອາຊຽນ ການອຳນວຍຄວາມສະດວກທາງດ້ານການ
ຄ້າ ການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະຂະໜາດ
ກາງ ການພັດທະນາເພື່ອເຊື່ອມໂຍງການທ່ອງທ່ຽວ ແລະບໍລິການ ທີ່ລາວເປັນສູນກາງໃນລຸ່ມແມ່ນ້ຳຂອງ ແລະອາຊຽນດ້ວຍນັ້ນເອງ.

ທັງນີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ກໍໄດ້ມອບໝາຍ
ໃຫ້ ກະຊວງການຕ່າງປະເທດ ເປັນພາກສ່ວນທີ່ຮັບຜິດຊອບ ໃນ
ການກະກຽມຄວາມພ້ອມທຸກໆດ້ານ ເພື່ອຮອງຮັບການເປັນປະ
ທານອາຊຽນ ໃຫ້ໄດ້ຢ່າງຄັກແນ່ ເພາະຈະຕ້ອງຮັບຜິດຊອບຈັດ
ກອງປະຊຸມສຸດຍອດ ຜູ້ນຳອາຊຽນເຖິງ 2 ຄັ້ງ ລວມເຖິງການຈັດ
ກອງປະຊຸມລະດັບ ເຈົ້າໜ້າທີ່ອາວຸໂສ ລະດັບລັດຖະມົນຕີ ແລະ
ກອງປະຊຸມຮ່ວມກັບ ບັນດາປະເທດຄູ່ເຈລະຈາ ຂອງອາຊຽນ ອີກຫຼາຍສິບຄັ້ງ ໃນປີດຽວກັນ ອີກດ້ວຍ.

ໂດຍປະເທດຄູ່ເຈລະຈາຂອງອາຊຽນ ກໍປະກອບດ້ວຍຈີນ ຍີ່ປຸ່ນ ເກົາຫຼີໃຕ້ ອິນເດຍ
ອອສເຕຣເລຍ ນິວຊີແລນດ໌ ການາດາ ຣັດເຊຍ ສະຫະລັດອາເມຣິກາ ແລະ ສະຫະພາບ
ຢູໂຣບ ຊຶ່ງໝາຍຄວາມວ່າ ບັນດາຜູ້ນຳຂອງປະເທດເຫຼົ່ານີ້ ກໍຈະຕ້ອງເດີນທາງເຂົ້າມາ
ຮ່ວມກອງປະຊຸມສຸດຍອດ ທີ່ລາວຈະເປັນເຈົ້າພາບຈັດຂຶ້ນໃນທ້າຍປີ 2016 ດ້ວຍນັ້ນເອງ.

ດັ່ງນັ້ນ ລັດຖະບານລາວ ຈຶ່ງຕ້ອງຮັບປະກັນຄວາມປອດໄພ ໃຫ້ໄດ້ທັງ 100 ເປີເຊັນ ລວມ
ເຖິງຄວາມພ້ອມໃນດ້ານບຸກຄະລາກອນດ້ວຍ ດັ່ງທີ່ ທ່ານທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງປະເທດ ໄດ້ໃຫ້ການຢືນຢັນວ່າ:

“ອາຊຽນກໍໄດ້ສືບຕໍ່ປະຕິບັດ ນະໂຍບາຍເປີດກວ້າງ ສູ່ພາຍນອກຂອງຕົນ ຢ່າງສະເໝີ
ຕົ້ນສະເໝີປາຍ ດ້ວຍການເພີ້ມທະວີການຮ່ວມມືກັບຄູ່ຮ່ວມມືພາຍນອກ ເປັນຕົ້ນແມ່ນ
ກັບຄູ່ເຈລະຈາ ຕະຫຼອດລະຍະ 17 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ
ພວກເຮົາໄດ້ເຂົ້າຮ່ວມ ຢ່າງຕັ້ງໜ້າ ໃນຂະບວນການສ້າງປະຊາຄົມອາຊຽນ ແລະ ໃນ
ປີ 2016 ນີ້ ສປປ ລາວ ກໍຖືກມອບໝາຍໃຫ້ເປັນປະທານອາຊຽນອີກ ຄັ້ງໜຶ່ງ ດັ່ງນັ້ນ
ພວກເຮົາຈະຕ້ອງໄດ້ພ້ອມກັນ ສ້າງຄວາມກຽມພ້ອມ ໃນທຸກດ້ານ ເພື່ອຮັບປະກັນ
ຜົນສຳເລັດ ຂອງການເປັນເຈົ້າພາບ ແລະການເປັນປະທານໃນຄັ້ງນີ້.”

ສປປ ລາວ ໄດ້ເຂົ້າຮ່ວມເປັນປະເທດສະມາຊິກຂອງກຸ່ມອາຊຽນນັບຕັ້ງແຕ່ວັນທີ 23
ກໍລະກົດ 1997 ເປັນຕົ້ນມາ ໂດຍລາວໄດ້ເປັນປະທານວຽນຂອງອາຊຽນຄັ້ງທຳອິດ ເມື່ອ
ປີ 2004 ທີ່ຜ່ານມາ.

ພະນັກງານປະຈຳປ້ຳນ້ຳມັນ ກຳລັງໃສ່ນ້ຳມັນ ໃຫ້ແກ່ລູກຄ້າ ຊຶ່ງນ້ຳມັນເປັນສິນຄ້າ ຊະນິດໜຶ່ງທີ່ນຳເຂົ້າຈາກຕ່າງປະເທດ.

XS
SM
MD
LG