ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ ລາວ ເພີ່ມ​ຄວາມ​ເຂັ້ມ​ງວດ ​ເຂົ້າ​ໃນ​ການ​ປາ​ບ​ປາມ ​ການ​ລັກ​ລອບ ​ຄ້າ​ຂາຍ​ສິ່ງ​ທີ່​ຜິດ​ກົດ​ໝາຍ 4 ປະ​ເພດ


ເຈົ້າ​ໜ້າ​ທີ່​ລາວ ຈັດ​ພິ​ທີ​ທຳ​ລາຍ​ເຄື່ອງ​ຮັບ​ສັນ​ຍານ​ທີ່​ຖືກ​ຈຳ​ໜ່າຍ​ຢ່າງ​ຜິດ​ກົດ​ໝາຍໃນ ລາວ.
ເຈົ້າ​ໜ້າ​ທີ່​ລາວ ຈັດ​ພິ​ທີ​ທຳ​ລາຍ​ເຄື່ອງ​ຮັບ​ສັນ​ຍານ​ທີ່​ຖືກ​ຈຳ​ໜ່າຍ​ຢ່າງ​ຜິດ​ກົດ​ໝາຍໃນ ລາວ.

ທາງ​ການ ລາວ ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການ​ປາ​ປ​ປາມ​ການ​ລັກ​ລອບ​ຄ້າ​ຂາຍ​ສິ່ງ
ທີ່ຜິດກົດໝາຍ 4 ປະເພດກໍຄື ອາວຸດເຖື່ອນ, ລົດເຖື່ອນ, ສິນຄ້າເຖື່ອນ ແລະ ຄົນເຖື່ອນ
ໃນຂອບເຂດທົ່ວປະເທດ ລາວ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ເປີດ​ເຜີຍ​ວ່າ ບັນ​ຫາ​ອາ
ຊະຍາກຳທີ່ມີທ່າອຽງເພີ່ມຂຶ້ນຢ່າງໄວວາຢູ່ເຂດຊາຍແດນ ລາວ ກັບປະເທດເພື່ອນ
ບ້ານໃນປັດຈຸບັນ ກໍຄືບັນຫາການລັກລອບຄ້າຂາຍເຖື່ອນໂດຍສະເພາະແມ່ນການ
ລັກລອບຄ້າອາວຸດ, ລົດຍົນ, ສິນຄ້າອຸປະໂພກບໍລິໂພກ ແລະ ການລັກລອບເຂົ້າມາ
ລາວ ໂດຍຊາວຕ່າງຊາດນັ້ນ ຖືເປັນການຄ້າເຖື່ອນ 4 ປະເພດທີ່ເກີດຂຶ້ນຢ່າງກວ້າງ
ຂວາງ ຈຶ່ງເຮັດໃຫ້ການນຳຂອງປະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳສັ່ງໄປເຖິງ
ທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໃຫ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການ
ປາບປາມການຄ້າເຖື່ອນໃນທັງ 4 ປະເພດດັ່ງກ່າວເປັນກໍລະນີພິເສດແລ້ວໃນເວລານີ້.

ພ້ອມ​ກັນ​ນີ້​ດຳ​ສັ່ງ​ດັ່ງ​ກ່າວ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທຸກ​ແຂວງ​ໃນ​ທົ່ວ​ປະ​
ເທດຈະຕ້ອງສຸມໃສ່ການຈັດຕັ້ງປະຕິບັດໃນ 9 ໜ້າວຽກທີ່ກ່ຽວຂ້ອງໂດຍກົງກັບການ
ປ້ອງກັນຄວາມສະຫງົບຮຽບຮ້ອຍອີກດ້ວຍ ດັ່ງທີ່ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ
ບໍລິຄຳໄຊ ໄດ້ໃຫ້ການຢືນຢັນວ່າ

"ພວກ​ເຮົາ​ຈະ​ໄດ້​ສຸມ​ໃສ່​ວຽກ​ຍຸດ​ທະ​ສາດ​ແກ້ 4 ເຖື່ອນ ແລະ ຈະ​ໄດ້​ສຸມ​ໃສ່ 9 ວຽກ​ຈຸດ​
ສຸມໃຫ້ທົ່ວແຂວງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ປັບປຸງອຳນາດ
ການປົກຄອງຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ ແກ້ບັນຫາການຍົກຍ້າຍພົນລະເມືອງ
ແບບບໍ່ຖືກຕ້ອງ ບັນຫາຄ້າຂາຍສິ່ງເສບຕິດ ບັນຫາການສວຍໃຊ້ສາສະໜາທີ່ຕ້ານຕໍ່
ແນວທາງ-ນະໂຍບາຍຂອງພັກ-ລັດ. ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ການກີດ
ຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ການແກ້ໄຂຄວາມທຸກຍາກ ແລະ ບັນຫາທີ່
ດິນ."

ແຕ່​ຢ່າງ​ໃດ​ກໍ​ຕາມ ບັນ​ຫາ​ອາ​ຊະ​ຍາ​ກຳ​ທີ່​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ໃນ ລາວ ຍັງ​ຄົງ​ເປັນ​ອາ​ຊະ
ຍາກຳທີ່ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ ຊຶ່ງຄິດເປັນສັດສ່ວນເຖິງ 92 ເປີເຊັນ
ຂອງຄະດີອາຍາທັງໝົດ ດັ່ງທີ່ທ່ານ ແສງແກ້ວ ແສງສຸລີ ຫົວໜ້າໄອຍະການປະຊາຊົນ
ໃນເຂດພາກໃຕ້ຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

"ສຳ​ລັບ​ຄະ​ດີ​ອາ​ຍາ​ທີ່​ສານ​ຂັ້ນ​ຕົ້ນ​ຕັດ​ສິນ​ແຕ່​ຖືກ​ເຂົາ​ອຸ​ທອນ​ມາ​ໃຫ້​ໄອ​ຍະ​ການ​ປະ​ຊາ
ຊົນສ່ວນຫຼາຍກໍແມ່ນຄະດີຢາເສບຕິດກວມເອົາ 92 ເປີເຊັນ ເນື່ອງຈາກວ່າຄະດີດັ່ງກ່າວ
ມັນເປັນຄະດີທີ່ໂທດໜັກ ຕ່ຳສຸດກໍແມ່ນຫ້າປີ, ສູງສຸດກໍແມ່ນເຖິງຂັ້ນຕະຫຼອດຊີວິດ ຫຼື
ປະຫານຊີວິດ."

ທັງ​ນີ້ ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ
ໃນຢືນຢັນວ່າ ການປາບປາມການຄ້າຢາເສບຕິດໃນຊ່ວງປີ 2016-2018 ສາມາດຈັບ
ກຸມບັນດານັກຄ້າຢາເສບຕິດໄດ້ຫຼາຍກວ່າ 13,900 ຄົນໃນຈຳນວນ 9,430 ກວ່າຄະດີ
ແລະ ໃນນີ້ເປັນນັກຄ້າຢາເສບຕິດຊາວຕ່າງຊາດ 219 ຄົນທີ່ເປັນນັກຄ້າຢາເສບຕິດ
ຊາວ ຫວຽດນາມ, ຈີນ, ໄນຈີເຣຍ, ພະມ້າ ແລະ ໄທ ຕາມລຳດັບ ສ່ວນຂອງກາງທີ່ຍຶດ
ໄດ້ກໍເປັນຢາບ້າຫຼາຍກວ່າ 37 ລ້ານເມັດ, ເຮໂຣອິນກວ່າ 735 ກິໂລກຣາມ, ຢາໄອສ໌
ກວ່າ 2,000 ກິໂລກຣາມ, ກັນຊາແຫ້ງ 6,220 ກິໂລກຣາມ, ຝິ່ນກວ່າ 500 ກິໂລກຣາມ,
ໂຄເຄນກວ່າ 8 ກິໂລກຣາມ, ສານເຄມີກວ່າ 10ໂຕນ, ລົດໃຫຍ່ 344 ຄັນ, ລົດຈັກ
1,335 ຄັນ, ເຮືອ 3 ລຳ, ອາວຸດປືນ, ອຸປະກອນສື່ສານທັນສະໄໝ, ເງິນບາດ, ເງິນຢວນ
ແລະ ເງິນໂດລາສະຫະລັດ ຄິດເປັນມູນຄ່າລວມກັນຫຼາຍຮ້ອຍຕື້ກີບ.

ສ່ວນ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ ໄທ ລາຍ​ງານ​ວ່າ
ຄວາມຮ່ວມມືປາບປາມຢາເສບຕິດລະຫວ່າງ ຈີນ, ພະມ້າ, ລາວ, ໄທ, ກຳປູເຈຍ ແລະ
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນ້ຳຂອງ ປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະ 5 ປີຜ່ານມາ ສາມາດປາບປາມການຄ້າຢາເສບຕິດ
ໄດ້ 125,274 ກໍລະນີ, ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ, ຍຶດຢາບ້າກວ່າ 363
ລ້ານເມັດ, ຢາໄອສ໌ກວ່າ 13 ໂຕນ, ເຮໂຣອິນ 7,553 ກິໂລກຣາມ, ຝິ່ນກວ່າ 14 ໂຕນ,
ກັນຊາແຫ້ງ 20 ກວ່າໂຕນ, ອາວຸດປືນ ແລະ ອຸປະກອນສື່ສານທັນສະໄໝໝື່ນກວ່າ
ລາຍການ, ສານເຄມີກວ່າ 270 ໂຕນ ທັງນີ້ໂດຍບໍ່ລວມຢາບ້າອີກຫຼາຍກວ່າ 745 ລ້ານ
ເມັດທີ່ທາງການ ໄທ ຍຶດໄດ້ໃນ ໄທ ໃນປີ 2018 ທີ່ຜ່ານມາ.

XS
SM
MD
LG