ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຂຶ້ນທະບຽນແຮງງານ ຊາວ ຕ່າງຊາດ ແລະ ອະນຸຍາດໃຫ້ທຳງານໄດ້


ຖະແຫລງການ ກ່ຽວກັບ ການຈັດຕັ້ງປະຕິບັດຕາມຄຳສັ່ງ ຂອງນາຍົກ ລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານໃຫ້ຄົນຕ່າງປະເທດ ທີ່ມາອາໄສຢູ່ໃນລາວ.
ຖະແຫລງການ ກ່ຽວກັບ ການຈັດຕັ້ງປະຕິບັດຕາມຄຳສັ່ງ ຂອງນາຍົກ ລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານໃຫ້ຄົນຕ່າງປະເທດ ທີ່ມາອາໄສຢູ່ໃນລາວ.

ທາງການລາວຂຶ້ນທະບຽນແຮງງານ ຊາວຕ່າງຊາດ ແລະອະນຸຍາດໃຫ້ທຳງານຢູ່ໃນ
ລາວ ໄດ້ຢ່າງຖືກຕ້ອງຕາມກົດໝາຍ ຈຳນວນ 22,700 ກວ່າຄົນ ໂດຍໃນນີ້ ເປັນແຮງ
ງານຊາວຫວຽດນາມຫຼາຍທີ່ສຸດ.

ທ່ານພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫລງວ່າ ການຈັດຕັ້ງປະຕິບັດຕາມຄຳສັ່ງ ຂອງນາຍົກ ລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານໃຫ້ຄົນຕ່າງປະເທດ ທີ່ມາອາໄສຢູ່ໃນລາວ ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບກະຊວງປ້ອງກັນ ຄວາມສະຫງົບ ນັບຈາກວັນທີ 16 ທັນວາ 2015 ເຖິງທ້າຍເດືອນກັນຍາ 2016 ສາມາດຂຶ້ນທະບຽນແຮງງານຕ່າງຊາດ ໄດ້
ທັງໝົດ 22,766 ຄົນ ໃນນີ້ແບ່ງເປັນແຮງງານຫວຽດນາມ 17,537 ຄົນ ຈີນ 4,323
ຄົນ ໄທ 612 ຄົນ ແລະ ອື່ນໆ 132 ຄົນ.

ທາງການລາວ ສາມາດຂຶ້ນທະບຽນແຮງງານຕ່າງຊາດ ໄດ້ ທັງໝົດ 22,766 ຄົນ ໃນນີ້ແບ່ງເປັນ ແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ໄທ 612 ຄົນ ແລະ ອື່ນໆ 132 ຄົນ.
ທາງການລາວ ສາມາດຂຶ້ນທະບຽນແຮງງານຕ່າງຊາດ ໄດ້ ທັງໝົດ 22,766 ຄົນ ໃນນີ້ແບ່ງເປັນ ແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ໄທ 612 ຄົນ ແລະ ອື່ນໆ 132 ຄົນ.

ແຕ່ຢ່າງໃດກໍຕາມ ທ່ານພົງໄຊສັກ ກໍຍອມຮັບວ່າການຂຶ້ນທະບຽນດັ່ງກ່າວນີ້ ຍັງບໍ່ໄດ້
ບັນລຸຕາມເປົ້າໝາຍ ເນື່ອງຈາກວ່າ ຍັງມີແຮງງານຊາວຕ່າງຊາດ ໃນລາວອີກຈຳນວນ ບໍ່ນ້ອຍທີ່ບໍ່ຍອມຂຶ້ນທະບຽນ ຕາມລະບຽບກົດໝາຍໃນລາວ ຊຶ່ງວ່າມີຈຳນວນຫຼາຍກວ່າ 30,000 ຄົນ ທີ່ຍັງຄົງເດີນທາງໄປມາ ລະຫວ່າງລາວກັບປະເທດ ທີ່ເປັນພູມລຳເນົາ
ຂອງແຮງງານເຫຼົ່ານີ້ ຊຶ່ງກໍໝາຍຄວາມວ່າ ແຮງງານຊາວຕ່າງຊາດດັ່ງກ່າວນີ້ ຍັງຄົງ ລັກລອບທຳງານ ໂດຍຜິດກົດໝາຍຢູ່ໃນລາວ ຕໍ່ໄປນັ້ນເອງ.

ນອກຈາກນີ້ ການທີ່ລາວຍັງຕ້ອງປະເຊີນກັບບັນຫາ ຂາດແຄນແຮງງານມີຝີມື ແລະ ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບ ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນ
ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດ ຕ່າງຊາດຈ້າງແຮງງານມີຝີມື ຈາກຕ່າງປະເທດໄດ້ ຈຳນວນຫຼາຍໝື່ນຄົນ ແລະການ
ທີ່ແຮງງານລາວ ສ່ວນຫຼາຍກໍໄດ້ພາກັນເດີນທາງໄປທຳງານ ຢູ່ໃນປະເທດໄທ ເນື່ອງ
ຈາກວ່າ ມີຄ່າຈ້າງຂັ້ນຕ່ຳໃນອັດຕາ ທີ່ສູງກວ່າຢູ່ໃນລາວດ້ວຍແລ້ວ ກໍຍັງເຮັດໃຫ້ເກີດ ບັນຫາຂາດແຄນແຮງງານຫຼາຍຂຶ້ນ ນັບມື້ອີກດ້ວຍ.

ທາງດ້ານທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຖະແຫລງຢືນຢັນວ່າ
ສະຫະພັນກຳມະບານ ລາວຈະຕ້ອງເລັ່ງຈັດຕັ້ງປະຕິບັດແຜນການພັດທະນາ ແລະ ປັບປຸງລະ ບົບບໍລິຫານງານ ທັງຂັ້ນສູນກາງ ແລະທ້ອງຖິ່ນ ເພື່ອແນໃສ່ການຍົກລະດັບ
ຝີມືແຮງງານ ລາວໃຫ້ໄດ້ມາດຕະຖານ ທີ່ສາມາດເຂົ້າສູ່ລະບົບ ການຈ້າງງານ ລະຫວ່າງ ປະເທດສະມາ ຊິກ ໃນອາຊຽນດ້ວຍກັນ ໃຫ້ໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດ ໂຄງການຝຶກອົບຮົມ ເພື່ອການພັດທະນາຝີມືແຮງງານລາວນັ້ນ ຖືເປັນ ສ່ວນສຳຄັນທີ່ຈະເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ ຢ່າງເປັນຮູບ ປະທຳ ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ເພື່ອສູ້ຊົນ ປະຕິບັດບັນດາຄາດໝາຍຍຸດທະສາດ ໃນການສູ້ຊົນລົບລ້າງ ຄວາມ
ທຸກຍາກຂອງປະຊາຊົນ ໃຫ້ສຳເລັດໃນປີ 2020 ສູ້ຊົນພາປະເທດຊາດ ໃຫ້ຫລຸດ ພົ້ນອອກຈາກຄວາມດ້ອຍພັດທະນາ ມັນກໍແມ່ນຄວາມຮັບຜິດຊອບ ຂອງບັນດາ ສະຫາຍຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະມາຊິກ ກຳມະບານ ກຳມະກອນ ແລະຜູ້ອອກແຮງງານລາວ ໃນທົ່ວປະເທດ ເພາະວ່າ ສະມາຊິກກຳມະບານ ພະນັກງານລັດຖະກອນ ກຳມະກອນ ຊາວຜູ້ອອກແຮງງານ ມີຈຳນວນຄົນຫຼວງຫຼາຍ ເປັນຜູ້ປະກອບສ່ວນໂດຍກົງ ເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມ ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ສ້າງຄວາມຮັ່ງມີ
ເຂັ້ມແຂງ ໃຫ້ແກ່ປະເທດຊາດ ເປັນຜູ້ສ້າງລາຍຮັບຕົວຈິງ ໃຫ້ແກ່ຕົນເອງ ແລະ ປະເທດຊາດ.”

ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ ລັດຖະບານລາວ ໃຫ້ຄວາມສຳຄັນ ເປັນພິເສດໃນການພັດທະນາຫລັກສູດ ເພື່ອສ້າງ ແຮງງານ ທີ່ມີຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາ ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະສ້າງມາດຕະຖານຝີມືແຮງ ງານໃໝ່ໃຫ້ໄດ້ ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບຢັ້ງຢືນ ມາດຕະຖານຝີມືແຮງງານ 27 ສາຂາອາຊີບ ໃຫ້ກັບແຮງງານລາວ 12,500 ຄົນ ເພື່ອ ໃຫ້ສາມາດໄປທຳງານໄດ້ໃນທຸກປະເທດໃນອາຊຽນດ້ວຍກັນ.

ທາງດ້ານທ່ານສົມພຽນ ໄຊຍະເດດ ຮອງປະທານສະມາຄົມ ອຸດສາຫະກຳຕັດຫຍິບລາວ ຍອມຮັບວ່າ ການຂາດແຄນແຮງງານມີຝີມື ໄດ້ເປັນອຸປະສັກສຳຄັນ ຕໍ່ການພັດທະນາ ອຸດສາຫະກຳ ການຜະລິດເສື້ອຜ້າສຳເລັດຮູບໃນລາວ ຊຶ່ງຈະເຫັນໄດ້ຈາກຈຳນວນ ໂຮງງານຕັດຫຍິບໄດ້ລົດຈາກ 110 ໂຮງງານ ໃນເດືອນກຸມພາ 2015 ລົງມາເປັນ 90 ໂຮງງານ ໃນປະຈຸບັນ ແລະຄາດໝາຍວ່າ ໂຮງງານເຫຼົ່ານີ້ ຈະຕ້ອງການແຮງງານຝີມື 60,000 ກວ່າຄົນ ໃນປີ 2017 ແຕ່ກໍສາມາດຕອບສະໜອງໄດ້ພຽງ 31,000 ກວ່າຄົນນັ້ນ ຈຶ່ງເຮັດໃຫ້ການສົ່ງອອກເສື້ອຜ້າສຳເລັດຮູບຂອງລາວ ລົດລົງນັບແຕ່ປີ 2013 ເປັນຕົ້ນມາ.

XS
SM
MD
LG