ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ສຳ​ຫຼວດ ແລະຂຶ້ນທະບຽນແຮງງານລາວ ແລະ ຕ່າງປະ​ເທດ ໃນເຂດເສດຖະກິດ ພິເສດສາມຫລ່ຽມຄຳ ໄດ້ 46 ພັນ​ກວ່າຄົນ ໃນນັ້ນມີຄົນຈີນຫຼາຍກວ່າ 62 ເປີເຊັນ


​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ທີ່​ລົງ​ທຶນ​ໂດຍ​ຈີນ ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ ທີ່​ກຳ​ລັງ​ມີ​ການ​ສຳ​ຫລ​ວດ ແລະ​ຂຶ້ນ​ທະ​ບຽນ​ແຮງ​ງານ​ລາວ ແລະ​ຕ່າງ​ປະ​ເທດ​ເຮັດ​ວຽກ​ຢູ່
​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ທີ່​ລົງ​ທຶນ​ໂດຍ​ຈີນ ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ ທີ່​ກຳ​ລັງ​ມີ​ການ​ສຳ​ຫລ​ວດ ແລະ​ຂຶ້ນ​ທະ​ບຽນ​ແຮງ​ງານ​ລາວ ແລະ​ຕ່າງ​ປະ​ເທດ​ເຮັດ​ວຽກ​ຢູ່

ທາງການລາວທຳ​ການ​ສຳ​ຫລວດ ແລະຂຶ້ນທະບຽນແຮງງານລາວ ແລະຊາວຕ່າງປະ​ເທດ ທີ່ເຮັດ ວຽກຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນ​ເຜິ້ງໄດ້​ທັງ​ໝົດ 46,476 ຄົນ, ໃນນັ້ນ ເປັນຊາວຈີນຫຼາຍກວ່າ 62 ເປີ​ເຊັນ, ຊົງ​ຣິດ ໂພນ​ເງິນ​ ມີ​ລາຍ​ງານ​ເລື້ອງນີ້​ມາ​ຈາກ​ບາງກອກ.

ຄະນະ​ກຳມະ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ກັບ​ກຳ​ລັງ​ປ້ອງ​ກັນຊາດ ​ແລະປ້ອງ​ກັນ​ຄວາມ​ສະຫງົບໃນ​ແຂວງ​ບໍ່​ແກ້ວ ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ການ​ສຳຫຼວດ ​ແລະຂຶ້ນ​ທະບຽນແຮງ​ງານ​ລາວ ​ແລະຕ່າງປະ​ເທດທີ່​ທຳ​ງານ ຫລື​ວ່າ ດຳ​ເນີນ​ທຸລະ​ກິດ​ຢູ່ໃນ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫລ່ຽມຄຳໄດ້​ທັງ​ໝົດ 46,476 ຄົນ ໃນ​ນີ້​ເປັນ​ແຮງ​ງານລາວ 17,630 ຄົນ ​ແລະ ຊາວ​ຈີນ 28,846 ຄົນ ຄິດ​ເປັນ​ເກີນກວ່າ 62 ເປີ​ເຊັນ ຂອງ ຈໍານວນແຮງງານທັງໝົດ ທີ່ທຳ​ງານຢູ່ໃນເຂດເສດ ຖະກິດພິເສດສາມຫຼ່ຽມຄຳໃນປັດຈຸບັນ. ທັງ​ນີ້ ເປົ້າໝາຍສຳ​ຄັນ​ຂອງ ການຈັດ​ຕັ້ງ​ປະ​ຕິ​ບັດຄັ້ງນີ້ ກໍ​ຄືການຮັກສາຄວາມສະ​ຫງົບຮຽບຮ້ອຍ ແລະປ້ອງ​ກັນການອາດຊະຍາກຳທຸກຮູບແບບທີ່ຈະສົ່ງຜົນກະທົບ ຕໍ່ບັນຍາກາດການລົງທຶນໃນເຂດດັ່ງກ່າວ ດັ່ງເຈົ້າໜ້າທີ່ລາວໃຫ້​ການຢືນຢັນວ່າ:
“ຄະນະຄຸ້ມ​ຄອງ​ເຂດ​ນີ້ ກະ​ມີ​ໜ່ວຍ​ງານ​ປະ​ສານ​ງານ​ຂອງກອງ​ບັນ​ຊາ​ການ​ທະຫານ​ແຂວງ ​ເຊິ່ງ​ໄດ້ເຮັດ​ໜ້າ​ທີ່​ລາດຕະ​ເວນ, ຕິດຕາມ​, ກວດກາ, ​ເຈົ້າ​ໜ້າ​ທີ່ ປກ​ສ ກໍ​ໄດ້ເຮັດ​ໜ້າ​ທີ່​ຕິດຕາມ​ການ​ເຂົ້າ-ອອກ ​ແລະ ເລື້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ ແລ້ວ​ກໍ​ມີ​ທາງ​ຝ່າຍສະ​ພາ​ບໍລິຫານ​ ກັບ ​ທາງ​ຂະ​ແໜງ​ແຮງ​ງານຂອງ​ຄະນະຄຸ້ມ​ຄອງເຂດ ເປັນ​ຜູ້​ເຮັດ​ໜ້າ​ທີ່​ກວດກາ ຕິດ​ຕາມ​ຈຳ​ນວນ​ແຮງ​ງານ-ກຳ​ມະ​ກອນ​ທີ່​ສັງ​ກັດ​ຢູ່​ໃນ​ແຕ່​ລະ​ບໍ​ລິ​ສັດ ໂດຍການອອກບັດແຮງງານຕ່າງປະເທດ, ແຮງງານພາຍໃນເພື່ອໃຫ້ຫັນເຂົ້າສູ່ລະບົບ.”

​ບັນ​ຫາອ​າດ​ຊະ​ຍາ​ກຳ​ທັງ​ບັນ​ຫາ​ຢາ​ເສບ​ຕິດ, ການ​ຄ້າ​ເຖື່ອນ, ໜີ​ພາ​ສີ, ການ​ຄ້າ​ປະ​ເວ​ນີ ແລະ​ການ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍໃນ​ເຂດ​ພາກ​ເໜືອ​ຂອງ​ລາວ​ໄດ້​ເພີ້ມ​ຂຶນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ແມ່ນ​ຢູ່​ທີ່​ເຂດ 39 ບ້ານ ​ທີ່​ຕັ້ງ​ຢູ່​ຕໍ່​ເນື່ອງ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດສາມ​ຫລ່ຽມ​ຄຳ ທີ່ເມືອງ​ຕົ້ນ​ເຜີ້ງແຂວງ​ບໍ່​ແກ້ວນັ້ນ ​ໄດ້ເພີ້ມ​ຂຶ້ນຫລາຍ​ທີ່​ສຸດ ໂດຍ​ໃນ​ຊ່ວງ​ຂອງ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລາວ​-ຈີນ​ນັ້ນ ​ທາງກ​າ​ນ​ລາວ​ໄດ້​ຈັບ​ອາດ​ຊະ​ຍາ​ກອນ​ຊາ​ວ​ຈີນ ທີ່​ກະ​ທຳ​ຄວາມ​ຜິດ​ໃນ​ລ​າວ ແລະ​ໄດ້​ສົ່ງ​ໂຕ​ໄປ​ໃຫ້​ກັບ​ທາງ​ການ​ຈີນ​ຫລາຍກວ່າ 1,500 ຄົນ ທີ່​ສໍ້​ໂກງ​ຊາວ​ຈີນ​ດ້ວຍ​ກັນຜ່ານ​ລະ​ບົບ Internet ຈຳ​ນວນ 2,500 ກວ່າ​ກໍ​ລະ​ນີ​ ຄິດ​ເປັນ​ມູນ​ຄ່າ​ການ​ສໍ້​ໂກງເກີນກວ່າ 2,000 ​ລ້ານ​ຢວນ ແລະຫລ້າ​ສຸດ ທາງການ ປກ​ສ ແຂວງ​ບໍ່​ແກ້ວ​ກໍ​ໄດ້ສົ່ງ​ຕົວຜູ້ຕ້ອງຫາ​ຊາວຈີນໃຫ້​ທາ​ງ​ການ​ຈີນອີກ 127 ຄົນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ລາວ​ໄດ້​ຢືນ​ຢັນ​ວ່າ:
“ໄລ​ຍະມໍ່ໆນີ້, ປກ​ສ ແຂວງບໍ່ແກ້ວກໍໄດ້ສົ່ງຊາວຈີນໃຫ້​ດ່ານບໍ່ເຕັນພວກ​ເຮົາ 127 ຄົນ ແລະຈຳ​ນວນນີ້ມັນຈະລັກມາ​ທາງ​ນ້ອຍ- ທາງ​ປ່າ ໃນນັ້ນ ກະ​ຊິ​ມີ​ນາຍ​ໜ້າ​ເບື້ອງ​ລາວ- ເບື້ອງ​ຈີນ ໃນ​ການ​ມາ​ຮັບ-ສົ່ງລັກ​ລອບ​ເຈົ້າ​ໜ້າ​ທີ່​ຢູ່ບັນ​ດາ​ຈຸດ​ຕ່າງໆ ແລະ ຈຸດປະສົງຂອງ​ເຂົາ​ເຈົ້າໄປນັ້ນ ແມ່ນຖືວ່າໄປກາຊີໂນ (Casino), ແຂວງບໍ່ແກ້ວ, ເມື່ອໄປຮອດກາຊີໂນແລ້ວຖືກເຈົ້າໜ້າທີ່ກວດ​ກາພົບເຫັນ ລະກໍຖືວ່າໄດ້ຈັດສົ່ງໃຫ້ພວກ​ເຮົາຕາມລະບຽບ ​ແລະພວກ​ເຮົາ​ກໍ​ໄດ້​ສົ່ງ​ຜູ້​ກ່ຽວນີ້ໃຫ້​ດ່ານບໍ່​ຫານ​ຕາມ​ກົນ​ໄກ​ຂອງເພິ່ນ​ຫັ້ນ.”

ລັດຖະບານລາວອະ​ນຸ​ຍາດໃຫ້​ຈັດ​ຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະໃນ 7 ແຂວງ ຈຳນວນ 19 ສັນຍາ ໃນ​ຊ່ວງ 5 ປີຜ່ານ​ມາ ໂດຍ​ມີ​ທຶນ​ຈົດ​ທະ​ບຽນ​ລວ​ມ​ກັນເຖິງ 12,000 ລ້ານໂດລາ ແຕ່ຖ້າ​ຫາກລວມກັນກັບ​ກາ​ນ​ລົງ​ທຶນ​ຂອງ 743 ບໍລິສັດທີ່ລົງທຶນໃນ 12 ເຂດເສດຖະກິດໃນລາວ ໃນ​ໄລ​ຍະ​ກ່ອນ​ໜ້ານີ້ແລ້ວ ກໍ​ຈະ​ເຮັດ​ໃຫ້ມີ​ການລົງທຶນຄິດເປັນມູນ​ຄ່າລວມທັງໝົດຫຼາຍກວ່າ 36,000 ລ້ານໂດ​ລາ ໃນນີ້ໄດ້​ມີການ​ນຳ​ເງິນ​ລົງທຶນຕົວຈິງເຂົ້າ​ມາໃນລາວແລ້ວ 3,600 ກວ່າລ້ານໂດ​ລາ ຫຼືເທົ່າກັບ 10 ເປີ​ເຊັນ ເທົ່ານັ້ນ ຂອງມູນຄ່າການ​ລົງ​ທຶນທັງໝົດ ໂດຍ​ມີສາເຫດມາຈາກການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ເປັນຕົ້ນມາ ທັງຍັງຖືກຜົນກະທົບຈາກສົງຄາມ ລະຫວ່າງຣັດເຊຍກັບຢູເຄຣນອີກດ້ວຍ. ສ່ວນການ​ພັດ​ທະ​ນານິຕິກຳຕ່າງໆ ທີ່​ກ່ຽວ​ຂ້ອງກັບເຂດເສດຖະກິດພິເສດໃນລາວກໍ​ຍັງບ່ໍໄດ້ມາດ ຕະຖານສາກົນອີກ​ດ້ວຍ.

ສ່ວນຄະນະ​ກຳມະ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສ​ດ​ຖະ​ກິດ​ສະ​ເພາະ​ແຫ່ງ​ຊາດ​ລາວ ​ໄດ້​ລາຍ​ງານ​ວ່າ ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສດ​ຖະ​ກິດ​ສະ​ເພາະທັງ 12 ​ແຫ່ງ​ໃນ​ລາວ ໃນ​ປັດ​ຈຸ​ບັນ​ນີ້ ​ມີ​ບໍລິສັດ​ເອກະ​ຊົນເຂົ້າ​ມາ​ລົງ​ທຶນ 806 ລາຍ. ​ໃນ​ນັ້ນ​ມີ​ບໍລິສັດ​ຕ່າງປະ​ເທດ 688 ​ລາຍ, ແລະ ​ບໍ​ລິ​ສັດ​ຮ່ວມ​ທຶນລະ​ຫວ່າງເອກະ​ຊົນ​ລາວກັບ​ຕ່າງ​ປະ​ເທດ 118 ລາຍ, ​ມີມູນ​ຄ່າລົງທຶນລວມຫຼາຍກວ່າ 4.5 ຕື້ໂດລາ ແລະຜະ​ລິດສິນຄ້າສົ່ງອອກໄປ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າລວມ 394.4 ລ້ານໂດລາ ໂດຍມອບ​ພັນ​ທະ​ໃຫ້ລັດຖະບານລາວໃນມູນຄ່າລວມທັງໝົດ 122 ຕື້ກີບ ໃນປີກາຍນີ້. ໂດຍ​ທີ່ເຂດເສດຖະກິດພິເສດ 9 ໃນ 12 ເຂດ ເປັນການລົງທຶນຂອງຈີນ ເຊິ່ງທາງການລາວຄາດຫວັງວ່າ ຈະມີ​ສ່ວນ ໃນການພັດທະນາເພື່ອຍົກລະ​ດັບ​ຄຸນ​ນະ​ພາບ​ມືແຮງງານລາວໃຫ້ສູງ​ຂຶ້ນ.

XS
SM
MD
LG