ສືບເນື່ອງຈາກອົງການອະນຸລັກແມ່ນໍ້າສາກົນ (International
Rivers) ໄດ້ສະເໜີລາຍງານວ່າລັດຖະບານລາວກັບຜູ້ລົງທຶນ
ໄດ້ລົງມືດໍາເນີນການກໍ່ສ້າງເຂື່ອນດອນສະຫົງ ຢູ່ທີ່ເຂດສີ່ພັນ
ດອນເທິງແມ່ນໍ້າຂອງ ໃນເຂດແຂວງຈໍາປາສັກຂອງລາວແລ້ວ
ແລະການດໍາເນີນງານດັ່ງກ່າວນີ້ ຍັງບໍ່ໄດ້ສະເໜີຂໍຄວາມເຫັນ
ຊອບຈາກຄະນະກໍາມາທິການແມ່ນໍ້າຂອງ (MRC) ທີ່ລາວໄດ້
ເປັນປະເທດພາຄີຮ່ວມກັບໄທ ກໍາປູເຈຍ ແລະຫວຽດນາມ ນັບ
ແຕ່ປີ 1995 ເປັນຕົ້ນມາ ກັບທັງຍັງຈະສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມ ແລະສັດນໍ້າໃນເຂດຕອນລຸ່ມຂອງແມ່ນໍ້າຂອງຢ່າງຮຸນ
ແຮງອີກດ້ວຍນັ້ນ.
ທາງການລາວໂດຍກົມນະໂຍບາຍ ແລະແຜນການພະລັງງານໃນ
ສັງກັດກະຊວງພະ ລັງງານແລະບໍ່ແຮ່ ກໍໄດ້ອອກຖະແຫຼງການຕອບໂຕ້ຢ່າງເປັນທາງການໃນອາທິດນີ້ ວ່າລາຍງານຂອງອົງການອະນຸລັກແມ່ນໍ້າສາກົນດັ່ງກ່າວເປັນການບິດເບືອນແລະໃສ່ຮ້າຍປ້າຍສີທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ເພາະວ່າລັດຖະບານລາວຍັງບໍ່ທັນ ໄດ້ມີການອະນຸຍາດໃຫ້ກໍ່ສ້າງໂຄງການດັ່ງກ່າວແຕ່ຢ່າງໃດ ໂດຍນັບຈາກປີ 2006 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍມີພຽງການສຶກສາສໍາຫຼວດຄວາມເປັນໄປໄດ້ຂອງ ໂຄງການແລະການສຶກສາເພື່ອປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ໂດຍສະ ເພາະແມ່ນການປ້ອງກັນຜົນກະທົບຕໍ່ປາ ແລະສັດນໍ້ານັ້ນເປັນດ້ານຫຼັກ.
ພ້ອມກັນນີ້ ກົມນະໂຍບາຍແລະແຜນການພະລັງງານຂອງລາວ
ຍັງໄດ້ເນັ້ນຢໍ້າອີກດ້ວຍວ່າ ທາງການລາວແລະກຸ່ມຜູ້ລົງທຶນໃນ
ໂຄງການໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ ຕໍ່ການຮ່ວມມືກັບອໍານາດ
ການປົກຄອງ ແລະປະຊາຊົນໃນເຂດກໍ່ສ້າງເຂື່ອນດອນສະຫົງ
ດ້ວຍການສະໜັບສະໜຸນການປະມົງແບບຍືນຍົງ ໂດຍໄດ້ມີການ
ປັບປຸງທາງຜ່ານຂອງປາ ຢູ່ຮູຊ້າງເຝືອກເພື່ອເຮັດໃຫ້ປາຂຶ້ນ-ລົງ
ໄດ້ຢ່າງສະດວກນັ້ນເອງ ແລະນອກຈາກນີ້ ທາງການ ລາວຍັງ
ໄດ້ລະບຸດ້ວຍວ່າໂຄງການເຂື່ອນດອນສະຫົງຈະມີກໍາລັງຕິດຕັ້ງ
ພະລັງງານໄຟຟ້າພຽງ 256 ເມກາວັດເທົ່ານັ້ນ ຈຶ່ງບໍ່ແມ່ນ 260-
380 ເມກະວັດ ຕາມການລາຍງານຂອງອົງການອະນຸລັກແມ່ນໍ້າສາກົນແຕ່ຢ່າງໃດ.
ແຕ່ຢ່າງໃດກໍຕາມ ຄະນະເຈົ້າໜ້າທີ່ຂອງອົງການອະນຸລັກແມ່ນໍ້າສາກົນທີ່ໄດ້ເດີນທາງເຂົ້າ
ໄປສັງເກດການຢູ່ທີ່ເຂດກໍ່ສ້າງເຂື່ອນດອນສະຫົງໃນຊ່ວງເດືອນສິງຫາຜ່ານມາ ກໍໄດ້ລະບຸວ່າ ກຸ່ມລົງທຶນໃນໂຄງການໄດ້ເລີ່ມທໍາການລະເບີດແກ່ງ ຫິນຂອງນໍ້າຕົກ ທີ່ຢູ່ເຂດດອນເທິງໂຄງການເຂື່ອນແລ້ວ ສ່ວນທາງການລາວກໍໄດ້ອອກປະກາດຫ້າມປະຊາຊົນເຂົ້າໄປຈັບປາດ້ວຍຫຼີ່ ຢູ່ໃນເຂດດັ່ງກ່າວຢ່າງເດັດຂາດ ນັບຈາກປີ 2014 ເປັນຕົ້ນໄປ.
ຍິ່ງໄປກວ່ານັ້ນ ອົງການອະນຸລັກແມ່ນໍ້າສາກົນຍັງໄດ້ອ້າງເຖິງການສຶກສາວິໄຈຂອງ MRC
ເມື່ອປີ 2010 ເປັນຕົ້ນມາ ທີ່ພົບວ່າການກໍ່ສ້າງເຂື່ອນດອນສະຫົງຈະເປັນການທໍາລາຍເສັ້ນທາງການສັນຈອນໄປ-ມາຂອງສັດນໍ້າທີ່ມີຮູນໍ້າເຊື່ອມຕໍ່ ກັນໃນຊ່ວງລະດູແລ້ງລະ ຫວ່າງເຂດສີ່ພັນດອນໃນລາວກັບທະເລສາບໃຫຍ່ຂອງ ກໍາປູເຈຍ ຊຶ່ງກໍຖືເປັນການທໍາລາຍແຫຼ່ງ
ອາຫານແລະອາຊີບປະມົງຂອງປະຊາຊົນ ຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂອງອົງການອະນຸລັກສະພາບແວດລ້ອມທໍາມະຊາດທ່ານນຶ່ງ ໄດ້ຊີ້ແຈງວ່າ:
"ຈຸດທີ່ຈະສ້າງເຂື່ອນ ເປັນຈຸດທີ່ປາຜ່ານໄດ້ຕະຫຼອດປີ ພຽງຈຸດດຽວໃນພື້ນທີ່ນັ້ນ ເພາະສະນັ້ນນອກຈາກຊາວບ້ານຕ້ອງຍ້າຍທັນທີແລ້ວ ປາກໍຄົງຈະຫາຍໄປທັນທີ ເຊັ່ນກັນ ແລ້ວກໍຈະກະທົບຢ່າງກວ້າງຂວາງ ໄລ່ມາເລີຍຕັ້ງແຕ່ໄທ ລາວ ກໍາປູເຈຍ."
ແຕ່ຢ່າງໃດກໍຕາມ ບໍລິສັດ Mega First Corporation Berhad ແຫ່ງປະເທດມາເລເຊຍ ໃນຖານະຜູ້ລົງທຶນລາຍໃຫຍ່ຂອງໂຄງການເຂື່ອນດອນສະຫົງ ກໍໄດ້ອອກຖະແຫຼງ ການຢືນຢັນກ່ອນໜ້ານີ້ວ່າໄດ້ທໍາການສຶກສາເພື່ອປ້ອງກັນບັນຫາຜົນ ກະທົບຕໍ່ສະພາບແວດລ້ອມແລະສັດນໍ້າຢ່າງຮອບດ້ານແລ້ວ ໂດຍໄດ້ໃຊ້ເວລາດໍາ ເນີນການເຖິງ 4 ປີເຕັມ ແລະລັດຖະບານລາວກໍໄດ້ອະນຸມັດແຜນການປ້ອງກັນ ບັນຫາຜົນກະທົບດັ່ງກ່າວຢ່າງເປັນທາງການແລ້ວອີກດ້ວຍ.