ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຈົ້າໜ້າທີ່ລາວ ໄດ້ຮັບເງິນບໍລິຈາກ 38 ຕື້ກີບ ເພື່ອຢັບຢັ້ງ ພະຍາດໂຄວິດ-19


ເງິນກີບລາວ.
ເງິນກີບລາວ.

ທາງການລາວໄດ້ຮັບການຊ່ວຍເຫຼືອຈາກພາກເອກກະຊົນ ແລະຕ່າງຊາດກວ່າ 38 ຕື້ກີບ
ເພື່ອນໍາມາໃຊ້ໃນການສະກັດກັ້ນພະຍາດໂຄວິດ-19 ແຕ່ວ່າກໍມີຫາງ ສຽງຈາກສັງຄົມ
ກ່ຽວກັບ ຄວາມບໍ່ໂປ່ງໃສໃນການນຳໃຊ້ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນຖະແຫຼງວ່າ ໃນ ຊ່ວງທີ່
ຜ່ານມາ ພາກສ່ວນຕ່າງໆທີ່ມີທັງເອກກະຊົນລາວ ຊາວຕ່າງຊາດແລະບັນ ດາອົງການ
ສາກົນຈຳນວນເຖິງ 99 ພາກສ່ວນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ທາງ ການລາວຄິດເປັນ
ມູນຄ່າລວມຫຼາຍກວ່າ 38 ຕື້ກີບ ສຳລັບນຳໃຊ້ເຂົ້າໃນການ ສະກັດກັ້ນການລະບາດ
ຂອງພະຍາດໄວຣັສ COVID-19 ໃນລາວ ແລະໃນໄລ ຍະດຽວກັນກໍປາກົດວ່າ ລັດ
ຖະບານລາວໄດ້ອະນຸມັດງົບປະມານສຸກເສີນ ສອງ ຄັ້ງຄິດເປັນມູນຄ່າລວມ 30 ຕື້ກີບ
ເພື່ອນຳໃຊ້ໃນການສະກັດກັ້ນການລະບາດ ຂອງໄວຣັສ COVID-19 ເຊັ່ນດຽວກັນ
ດ້ວຍເຫດນີ້ຈຶ່ງເຮັດໃຫ້ມີຫາງສຽງຈາກ ສັງຄົມເກີດຂຶ້ນ ແລະຕັ້ງຂໍ້ສົງໃສກ່ຽວກັບຄວາມ
ໂປ່ງໃສ ໃນການນຳໃຊ້ງົບປະມານ ແລະເງິນຊ່ວຍເຫຼືອດັ່ງກ່າວນີ້ ຊຶ່ງທ່ານບຸນໂຈມ ກໍ
ໄດ້ຢືນຢັນໃນຄວາມໂປ່ງ ໃສຂອງການໃຊ້ງົບປະມານ ແລະເງິນຊ່ວຍເຫຼືອດັ່ງກ່າວ ທັງ
ຍັງໃດ້ຝາກໄວ້ໃນ ລະບົບທະນາຄານ ທີ່ກວດສອບໄດ້ອີກດ້ວຍ ດັ່ງທີ່ທ່ານ ບຸນໂຈມ
ຢືນຢັນວ່າ:

“ສັງລວມແລ້ວນັບແຕ່ວັນທີ 19 ກຸມພາ ຮອດ ວັນທີ 31 ພຶດສະພາ 2020 ພວກເຮົາໄ
ດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງໝົດເປັນເງິນກີບນີ້ 11 ຕື້ 791 ລ້ານ
340,998
ກີບ ເປັນສະກຸນເງິນໂດລາສະຫະລັດ 497,892 ໂດລາ ເປັນສະກຸນເງິນ
ບາດໄທ
4,581.500ບາດ ສຳລັບເງິນດັ່ງກ່າວນີ້ ພວກ ເຮົາໄດ້ຮັກສາໄວ້ຢູ່ບັນຊີເງິນ
ຝາກຂອງ
ລັດຖະບານ ທີ່ທະນາຄານການຄ້າຕ່າງ ປະເທດມະຫາຊົນ ພວກກຳລັງດຳ
ເນີນການ
ກະກຽມການນຳໃຊ້ເງິນດັ່ງກ່າວ.”

ສຳລັບງົບປະມານສຸກເສີນ 30 ຕື້ກີບນັ້ນ ໄດ້ນໍາໃຊ້ໃນການຊື້ເຄື່ອງມື ແລະອຸບປະ
ກອນທາງການແພດໃນມູນຄ່າລວມ 10 ຕື້ກີບ ແລະຈັດສັນໃຫ້ພາກສ່ວນທີ່ ຮັບຜິດ
ຊອບຢູ່ຂັ້ນແຂວງໃນທົ່ວປະເທດ ສ່ວນການຊ່ວຍເຫຼືອ ຈາກພາກສ່ວນ ຕ່າງໆນັ້ນກໍ
ຈະນຳໃຊ່້ເພື່ອການຊື້ເຄື່ອງມື ແລະອຸບປະກອນທາງການແພດເຊັ່ນ ດຽວກັນ ນອກ
ຈາກນີ້ກໍມີການຊ່ວຍເຫຼືອ ທີ່ເປັນເຄື່ອງມື ແລະອຸບປະກອນທາງ ການແພດ ຄິດເປັນ
ມູນຄ່າ 24 ຕຶ້ກີບ ຊື່ງຄະນະສະເພາະກິດ ເພື່ອການປ້ອງ ກັນຄວບຄຸມ ແລະແກ້ໄຂ
ການລະບາດຂອງພະຍາດ COVID-19 ໃນລາວກໍໄດ້ຮັບປະກັນກັບທຸກພາກ
ສ່ວນວ່າໄດ້ນຳໃຊ້ເງິນ ແລະອຸບປະກອນຕ່າງໆຢ່າງ ໂປ່ງໃສ ແລະກວດສອບໄດ້
ເຊັ່ນດຽວກັນ.

ສ່ວນທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍຢືນຢັນວ່າ ລັດຖະບານລາວ ຈະ
ດຳເນີນມາດຕະການໃນທຸກວິທີທາງເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ
COVID-19 ໃນລາວໃຫ້ໄດ້ໄວທີ່ສຸດ ຊຶ່ງເຮັດໃຫ້ຈະຕ້ອງໄດ້ຮັບການຮ່ວມ ມືຈາກ
ທຸກພາກສ່ວນ ໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຢ່າງເຄັ່ງຄັດທັງຍັງ
ຈະຕ້ອງນໍາໃຊ້ງົບປະມານ ແລະຊັບພະຍາກອນຕ່າງໆທີ່ີມີຢູ່ໃຫ້ມີປະ ສິດທີິພາບຢ່າງ
ແທ້ຈິງອີກດ້ວຍ ຊຶ່ງລວມເຖິງເງິນ ແລະສິ່ງຂອງຕ່າງໆ ທີ່ໄດ້ຮັບ ການຊ່ວຍເຫຼືອຈາກ
ທຸກພາກສ່ວນ ທັງພາຍໃນ ແລະຕ່າງປະເທດຈະຕ້ອງນໍາໃຊ້ ຢ່າງໂປ່ງໃສ ແລະປອດ
ການທຸດຈະລິດ ຫຼືຍັກຍອກເອົາ ໄປເປັນຜົນປະໂຫຍດ ສ່ວນໂຕ ຂອງບັນດາພະນັກ
ງານລັດທີ່ກ່ຽວຂ້ອງໃນທົ່ວປະເທດ ດັ່ງທີ່ທ່ານທອງ ລຸນ ໄດ້ຖະແຫຼງຮຽກຮ້ອງວ່າ:

“ອັນທີ່ເຂົາມາຊ່ວຍເຫຼືອມາບໍລິຈາກ ຕ້ອງໄປຈ່າຍໃຫ້ປະຊາຊົນ ບໍ່ເອົາເຂົ້າຄລິນິກ
ໄປຂາຍ ໄປຢາຍໂລດ ອຸບປະກອນທີ່ໃຫ້ປ້ອງກັນການແພດ ເອົາທີ່ໄປປົວ ພະຍາດ
ໂຄວິດ ຕ້ອງໃຫ້ຄົບຊຸດ ແລະຍັງບໍ່ພໍເທົ່າໃດໃຫ້ສັ່ງຊື້ ກະຍັງບໍ່ແມ່ນເຫຼືອ ບ່າກວ່າແຮງ

ປານໃດໄດ້ໃນການຊື້ຫັ້ນ ແຕ່ຂໍຢ່າໃຫ້ສວຍໂອກາດນີ້ ກໍຕ້ອງໃຫ້ຮູ້ລາຄາ ສົມມຸດຕິວ່າ
ເຄື່ອງນຶ່ງສິບພັນໂດລາ ມາເອົາຊາວພັນບໍ່ໄດ້ແທ້ໆ ອັນນີ້ຄັນ ເຫັນຕ້ອງດຳເນີນການ.”

ທັງດ້ານກະຊວງການເງິນກໍໄດ້ກູ້ເງິນສຸກເສີນໃນມູນຄ່າ 18 ລ້ານໂດລາສະຫະລັດ
ຈາກທະນາຄານໂລກ ເມື່ອວັນທີ 7 ເມສາ 2020 ທີ່ຜ່ານມາ ເພື່ອນຳໃຊ້ ໃນການດຳ
ເນີນມາດຕະການລະບາດໄວຣັສ COVID-19 ທີ່ແນໃສ່ການຍົກລະດັບປະສິດທິພາບ
ໃນການປະຕິບັດງານໃຫ້ສູງຂຶ້ນ ໂດຍສະເພາະແມ່ນການເຝົ້າ ລະວັງ ແລະການເພີ້ມ
ຄວາມອາດສາມາດໃນການຮັກສາຜູ້ປ່ວຍ COVID-19 ໂດຍທີມແພດຂອງລາວນັ້ນ
ເປັນວຽກທີ່ຮີບຮ້ອນເພາະຖ້າຫາກວ່າທາງການ ລາວສາມາດຄວບຄຸມການລະບາດ
ຂອງ COVID-19ໄດ້ໄວເທົ່າໃດຍ່ອມເປັນການຢຸດຜົນກະທົບຕໍ່ເສດຖະກິດ ແລະຊີ
ວິດການເປັນຢູ່ຂອງປະຊາຊົນລາວ ດ້ວຍນັ້ນເອງ.

ສ່ວນລັດຖະບານຈີນ ກໍໄດ້ສົ່ງຄະນະຊ່ຽວຊານທາງການແພດ 12 ຄົນ ທີ່ເດີນທາງມາ
ເຖິງນະຄອນວຽງຈັນ ເມື່ອວັນທີ 29 ມີນາ 2020 ພ້ອມດ້ວຍອຸບປະ ກອນຕ່າງໆທີ່ນຳ
ໃຊ້ເພື່ອສະກັດກັ້ນການລະບາດຂອງໂຄວິດ COVID-19 ໃນລາວ ໂດຍຄະນະຊ່ຽວ
ຊານຂອງຈີນ ໄດ້ຝຶກອົບຮົມບຸກຄະລາກອນແພດຂອງ ລາວ ໃນດ້ານການປ້ອງກັນ
ການຄວບຄຸມການຄັດກອງ ຕໍ່ການກວດວິເຄາະ ການຮັກສາ ການບໍລິຫານໂຮງໝໍ
ສະຖານທີ່ກັກກັນ ການສ້າງການມີສ່ວນຮ່ວມ ຂອງປະຊາຊົນ ແລະການຍົກຄຸນນະ
ພາບຂອງໂຮງໝໍຕ່າງໆນັ້ນ.

XS
SM
MD
LG