ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕຽມຈັດ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 8 ໃນຕົ້ນປີ 2016


ບັນດາປະທານ ແລະ ຮອງປະທານ ສະພາແຫ່ງຊາດ ເປີດກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8
ບັນດາປະທານ ແລະ ຮອງປະທານ ສະພາແຫ່ງຊາດ ເປີດກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8

ທາງການລາວຕຽມຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ
ຊຸດທີ 8 ໃນຕົ້ນປີ 2016 ທັງຍັງຈະຈັດໃຫ້ມີການເລືອກຕັ້ງ ສະມາ
ຊິກສະພາ ປະຊາຊົນຂັ້ນແຂວງ ເປັນຄັ້ງທຳອິດອີ່ກດ້ວຍ.

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ກອງປະຊຸມ
ສະໄໝສາມັນຄັ້ງທີ 10 ອັນຖືເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດລາວ
ຊຸດທີ 7 ທີ່ມີກຳນົດການປະຊຸມນັບຈາກວັນທີ 7-25 ທັນວາ 2015 ນີ້ ມີວາລະທີ່ສຳຄັນ
ໃນຫຼາຍດ້ານ ໂດຍສະເພາະແມ່ນ ດ້ານນິຕິບັນຍັດນັ້ນ ຈະມີການພິຈາລະນາເພື່ອຮັບ
ຮອງເອົາລັດຖະທຳມະນູນ ສະບັບປັບປຸງ ພ້ອມກັບຮ່າງກົດໝາຍໃໝ່ 3 ສະບັບ ຄື
ກົດໝາຍວ່າດ້ວຍ ສະພາແຫ່ງຊາດ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ
ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ
ປະຊາຊົນຂັ້ນແຂວງ.

ຄະນະກຳມະການ ປະຈຳສະພາແຫ່ງຊາດ ຊຸດປັດຈຸບັນ
ຄະນະກຳມະການ ປະຈຳສະພາແຫ່ງຊາດ ຊຸດປັດຈຸບັນ

ທ່ານສົມພັນ ໃຫ້ການຢືນຢັນດ້ວຍວ່າ ນອກຈາກການພິຈາລະ
ນາເພື່ອຮັບຮອງເອົາກົດໝາຍທັງ 4 ສະບັບດັ່ງກ່າວ ກອງປະຊຸມ
ກໍຍັງຈະຮັບຟັງການລາຍງານ ກ່ຽວກັບການກະກຽມການເລືອກ
ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ຊຶ່ງຈະມີການເລືອກຕັ້ງ
ຢ່າງເປັນທາງການໃນປີ 2016 ເພື່ອແທນສະມາຊິກສະພາແຫ່ງ
ຊາດລາວ ຊຸດທີ 7 ທີ່ຈະຄົບວາລະ 5 ປີ ໃນທ້າຍປີ 2015 ນີ້
ແລະ ນອກຈາກນັ້ນ ກໍຍັງຈະມີການເລືອກຕັ້ງ ສະມາຊິກສະພາ
ປະຊາຊົນຂັ້ນແຂວງອີກດ້ວຍ.

ໂດຍລັດຖະທຳມະນູນ ສະບັບປັບປຸງ ແລະ ຮ່າງກົດໝາຍທັງ 3 ສະບັບດັ່ງກ່າວນີ້ ຖືເປັນ
ສ່ວນປະກອບສຳຄັນໃນການປະຕິຮູບ ທາງດ້ານການຄຸ້ມຄອງລັດ ເພື່ອການກະຈາຍອຳ
ນາດການບໍລິຫານ ໄປສູ່ລະດັບທ້ອງຖິ່ນໃຫ້ຫຼາຍຂຶ້ນ ທັງຍັງເປັນຫຼັກການສຳຄັນ ທີ່ທາງ
ການລາວໄດ້ສັນຍາໄວ້ກັບ ນານາຊາດ ເພື່ອເປັນການແລກກັບ ການຊ່ວຍເຫຼືອທີ່ຈະໄດ້
ຮັບຈາກຕ່າງປະເທດຢ່າງຕໍ່ເນື່ອງ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ຖະແຫລງຍອມຮັບວ່າ ແຜນການພັດທະນາເສດຖະກິດ ແລະ ສັງຄົມໃນຊ່ວງປີ 2016-
2020 ລັດບານລາວໄດ້ວາງຄາດໝາຍ ຈະສູ້ຊົນເພື່ອຍາດແຍ່ງເອົາ ຄວາມຊ່ວຍເຫຼືອ
ຈາກຕ່າງປະເທດໃຫ້ໄດ້ ໃນມູນຄ່າລວມ 3,500 ລ້ານໂດລາ ຫຼືບໍ່ໃຫ້ຫລຸດ 700 ລ້ານ
ໂດລາ ໃນແຕ່ລະປີ ແລະ ຄິດເປັນ 12.5 ເປີເຊັນ ຂອງການລົງທຶນ ໃນພາກລັດຖະບານ
ທັງໝົດ.

ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາລັດຖະບານລາວ ກໍໄດ້ຮັບ
ຄວາມຊ່ວຍເຫຼືອ ຈາກຕ່າງປະເທດຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼື ປະມານ
673 ລ້ານໂດລາ ຕໍ່ປີ ຊຶ່ງໃນນີ້ ແບ່ງເປັນການຊ່ວຍເຫຼືອລ້າ ໃນມູນຄ່າ 2,270 ລ້ານໂດລາ
ແລະ ເງິນທຶນກູ້ຢືມໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍ ໃນແຜນການປີ
2016-2020 ກໍຄິດເປັນລະດັບທີ່ເພີ່ມຂຶ້ນ ຈາກແຜນການປີ 2011-2015 ພຽງ 4 ເປີເຊັນ
ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃຈວ່າ ຈະໄດ້ຮັບການຕອບສະໜອງ ຈາກນານາ
ຊາດ ຕາມຄາດໝາຍດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການຊ່ວຍເຫຼືອຈາກຕ່າງປະເທດ ຍັງເຮັດໃຫ້ອັດຕາຄວາມຍາກຈົນ ຂອງ
ປະຊາຊົນລາວລົດລົງຈາກ 48 ເປີເຊັນ ຂອງຈຳນວນປະຊາກອນທັງໝົດໃນປີ 1992
ເປັນ 27.6 ເປີເຊັນ ໃນປີ 2008 ແລະ 17 ເປີເຊັນ ໃນປີ 2015 ໂດຍບັນດາປະເທດ
ຄູ່ຮ່ວມພັດທະນາຂອງລາວ ໄດ້ໃຫ້ການຊ່ວຍເຫຼືອເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນດຽວກັນ ກໍຄື
ເພີ້ມຂຶ້ນຈາກ 178 ລ້ານໂດລາ ໃນປີ 1991 ເປັນ 795 ລ້ານໂດລາ ໃນປີ 2013-2014
ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ທີ່ຂະຫຍາຍຕົວເພີ້ມຂຶ້ນ ໃນລະຍະທີ່ຜ່ານ
ມາ ກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະສະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ ທີ່
ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ ທັງຍັງໄດ້
ສົ່ງຜົນກະທົບຕໍ່ເປົ້າໝາຍການຫລຸດຜ່ອນ ບັນຫາທຸກຍາກຂອງປະຊາຊົນລາວ ອີກດ້ວຍ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ບ້ານທຸກຍາກ ບໍ່ມີທາງເຂົ້າເຖິງ ທຽວໄດ້ຕະຫລອດປີ ປະຊາຊົນມີລາຍຮັບຕ່ຳ ແລະ
ບໍ່ມີນ້ຳສະອາດຊົມໃຊ້ ບ້ານທຸກຍາກຍັງເຫຼືອ 27 ເປີເຊັນ ຂອງບ້ານທັງໝົດ ຄາດໝາຍ
ສູ້ຊົນສົກປີ 2014-15 ຄອບຄົວທຸກຍາກ ໃຫ້ຫລຸດລົງຍັງເຫລືອ 9.4 ເປີເຊັນ ແລະບ້ານ
ທຸກຍາກໃຫ້ຫລຸດລົງຍັງເຫຼືອ 11 ເປີເຊັນ ແມ່ນມີຄວາມເປັນໄປໄດ້ພຽງໃດ.”

ໂດຍຈະເຫັນໄດ້ຈາກການພັດທະນາທາງເສດຖະກິດຢູ່ໃນເຂດນະຄອນຫຼວງວຽງຈັນ
ທີ່ມີຍອດຜະລິດຕະພັນລວມ (GDP) ເຖິງ 124,900 ຕື້ກີບໃນຊ່ວງປີ 2011-2015
ໂດຍຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ
35 ລ້ານກີບ ຫຼື 4,390 ໂດລາຕໍ່ຄົນຕໍ່ປີ ແຕ່ສຳລັບປະຊາຊົນລາວ ໃນແຂວງຜົ້ງສາລີ
ກັບຍັງມີລາຍໄດ້ສະເລ່ຍພຽງ 7 ລ້ານ 8 ແສນກີບ ຫຼື 980 ໂດລາຕໍ່ຄົນຕໍ່ປີເທົ່ານັ້ນ.

XS
SM
MD
LG