ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງການ ການຊ່ວຍເຫຼືອ ຈາກນາໆຊາດ ໃນດ້ານຢາວັກຊີນ ສຳລັບ ຜູ້ປະສົບໄພນ້ຳຖ້ວມ


ບັນດາຜູ້ປະສົບໄພນ້ຳຖ້ວມ ຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງສະໜາມໄຊ ໄດ້ຮັບການກວດພະຍາດ ແລະ
ສຸຂະພາບ.
ບັນດາຜູ້ປະສົບໄພນ້ຳຖ້ວມ ຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງສະໜາມໄຊ ໄດ້ຮັບການກວດພະຍາດ ແລະ ສຸຂະພາບ.

ທາງການລາວຕ້ອງການຄວາມຊ່ວຍເຫຼືອ ຈາກນານາຊາດ ໃນດ້ານຢາວັກຊີນ ເພື່ອ
ປ້ອງກັນໂຣກ ສຳລັບເດັກນ້ອຍ ແລະຜູ້ໃຫຍ່ ທີ່ປະສົບໄພນ້ຳຖ້ວມຄັ້ງໃຫຍ່ ຈາກເຫດ
ເຂື່ອນໄຟຟ້າແຕກ ທີ່ເມືອງສະໜາມໄຊ.

ເຈົ້າໜ້າທີ່ຂອງ ອົງການ UNICEF ປະຈຳ ສປປ ລາວ ໃຫ້ການຢືນຢັນວ່າ ບັນຫາ
ກ່ຽວກັບ ສຸຂະພາບຂອງບັນດາຜູ້ປະສົບໄພນ້ຳຖ້ວມ ຈາກເຫດເຂື່ອນໄຟຟ້າເຊປຽນ-
ເຊນ້ຳນ້ອຍ ແຕກທີີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ກວດພົບຫຼາຍທີ່ສຸດໃນ
ປັດຈຸບັນ ຄື ພະຍາດກ່ຽວກັບ ລະບົບການຫາຍໃຈ ແລະພະຍາດຖອກທ້ອງ ຊຶ່ງເກີດ
ຈາກຫຼາຍສາເຫດ ທັງຈາກສະພາບການເປັນຢູ່ ທີ່ບໍ່ປົກກະຕິ ສະພາບອາກາດທີ່ຜັນ
ຜວນ ແລະສະພາບການກິນດື່ມ ທີ່ບໍ່ຖືກຫລັກອະນາໄມ ແລະອື່ນໆ ດັ່ງທີ່ເຈົ້າໜ້າທີ່
UNICEF ຊຶ່ງປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເຂດເມືອງ
ສະໜາມໄຊ ໄດ້ໃຫ້ການຢືນຢັນວ່າ:

“ສະພາບການເຈັບເປັນຂອງພໍ່ແມ່ພີ່ນ້ອງປະຊາຊົນ ທີ່ຖືກໄພພິບັດໃນທົ່ວ
ໄປນີ້ ສ່ວນໃຫຍ່ຈະພົບເຫັນມີບັນຫາກ່ຽວກັບລະບົບຫາຍໃຈ ຕໍ່ມາລະແມ່ນ
ພະຍາດຖອກທ້ອງ ຊຶ່ງວ່າອາດຈະເກີດມາຈາກ ຫຼາຍສາເຫດ ຫຼາຍສິ່ງ
ຫຼາຍຢ່າງ.”

ເດັກອາຍຸຕັ້ງແຕ່ 6 ເດືອນ ຫາ 1 ປີ ຊຶ່ງຈາກການກວດສຸຂະພາບເດັກນ້ອຍ 500 ກວ່າຄົນ ທີ່ສູນພັກອາໄສ ຊົ່ວຄາວພົບວ່າ ມີເດັກນ້ອຍຈຳນວນເຖິງ 275 ຄົນ ທີ່ຂາດສານອາຫານຢ່າງຮຸນແຮງ.
ເດັກອາຍຸຕັ້ງແຕ່ 6 ເດືອນ ຫາ 1 ປີ ຊຶ່ງຈາກການກວດສຸຂະພາບເດັກນ້ອຍ 500 ກວ່າຄົນ ທີ່ສູນພັກອາໄສ ຊົ່ວຄາວພົບວ່າ ມີເດັກນ້ອຍຈຳນວນເຖິງ 275 ຄົນ ທີ່ຂາດສານອາຫານຢ່າງຮຸນແຮງ.

ທາງດ້ານທ່ານນາງເພັດ ສີດອນ ຄະນະອຳນວຍການໂຮງໝໍ ເມືອງສະໜາມໄຊ ຢືນ
ຢັນວ່າ ໃນແຕ່ລະວັນ ຈະມີຜູ້ປະສົບໄພເຂົ້າຮັບການກວດສຸຂະພາບ ແລະຮັກສາປິ່ນ
ປົວອາການເຈັບປ່ວຍຫຼາຍກວ່າ 100 ລາຍ ຊຶ່ງສ່ວນໃຫຍ່ ກໍມີບັນຫາພະຍາດ ກ່ຽວກັບ
ລະບົບການຫາຍໃຈ ແລະພະຍາດຖອກທ້ອງ ທັງໃນເດັກນ້ອຍ ແລະຜູ້ໃຫຍ່ ແລະ
ພ້ອມກັນນີ້ ຈາກການກວດສຸຂະພາບຜູ້ປະສົບໄພ 700 ກວ່າຄົນ ກໍຍັງພົບດ້ວຍວ່າ ມີ
ເຖິງ 79 ຄົນ ທີ່ເປັນພະຍາດວັນນະໂຣກ ໂດຍທັງໝົດນີ້ ເປັນພະຍາດດັ່ງກ່າວ ກ່ອນທີ່
ຈະເກີດໄພນ້ຳຖ້ວມຄັ້ງໃຫຍ່ອີກດ້ວຍ.

ສ່ວນ ທ່ານນາງຄູນເພັດ ມົງຄົນຄຳ ນັກໂພຊະນາການ ສຳລັບເດັກນ້ອຍຂອງ ອົງການ
ສະຫະປະຊາຊາດ ປະຈຳ ສປປ ລາວ ໃຫ້ການຢືນຢັນວ່າ ບັນຫາສຸຂະພາບອະນາໄມ
ຂອງເດັກທີ່ກວດພົບຫຼາຍທີ່ສຸດຢູ່ສູນພັກອາໄສຊົ່ວຄາວ ເທດສະບານເມືອງສະໜາມໄຊ ຄືບັນຫາການຂາດສານອາຫານຢ່າງຮຸນແຮງ ຂອງເດັກອາຍຸຕັ້ງແຕ່ 6 ເດືອນ ຫາ 1 ປີ ຊຶ່ງຈາກການກວດສຸຂະພາບເດັກນ້ອຍ 500 ກວ່າຄົນ ທີ່ສູນພັກອາໄສຊົ່ວຄາວດັ່ງກ່າວ
ນີ້ ພົບວ່າ ມີເດັກນ້ອຍຈຳນວນເຖິງ 275 ຄົນ ທີ່ຂາດສານອາຫານຢ່າງຮຸນແຮງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ຕ້ອງດຳເນີນມາດຕະການ ປ້ອງກັນການ
ຕິດເຊື້ອໂຣກຕ່າງໆ ໃນບັນດາຜູ້ປະສົບໄພໃຫ້ໄດ້ ໃນໄລຍະຍາວອີກດ້ວຍ ຫາກແຕ່
ວ່າ ດ້ວຍບັນຫາຂາດແຄນງົບປະມານຂອງລັດຖະບານລາວ ຈຶ່ງເຮັດໃຫ້ຕ້ອງຂໍການ
ຊ່ວຍເຫຼືອຈາກຕ່າງປະເທດເປັນຫລັກ ຊຶ່ງລວມເຖິງວັກຊີນປ້ອງກັນ ພະຍາດຕິດຕໍ່
ດ້ວຍນັ້ນ ດັ່ງທີ່ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ
ຢືນຢັນວ່າ:

“ອັນທີ່ເປັນຫ່ວງຕໍ່ໄປນີ້ ເລື້ອງຄວບຄຸມພະຍາດຕິດຕໍ່ ແລະພວກເຮົາໄດ້ຂໍ
ການຊ່ວຍເຫຼືອ ຈາກທາງເກົາຫຼີ ຈາກອົງການອະນາໄມໂລກ ຈາກ UNDP
ແລະຈາກ UNICEF ເພື່ອໃຫ້ໄດ້ມີວັກຊີນກັນພະຍາດຖອກທ້ອງຮຸນແຮງ
ແລະກັນພະຍາດທີ່ສາມາດເກີດຂຶ້ນ ໂດຍສະເພາະຢູ່ແຂວງອັດຕະປືນີ້
ແມ່ນໄທຟອຍດ໌ ໄຂ້ທໍລະພິດ ນອກຈາກນັ້ນ ພວກເຮົາກະຕຽມຢາປິ່ນປົວ
Leptospirosis ອີກອັນນຶ່ງ ລະແມ່ນເລື້ອງໄຂ້ຍຸງ ທັງມາລາເຣຍ ທັງໄຂ້
ເລືອດອອກ ອັນນີ້ພວກເຮົາຕ້ອງໄດ້ເອົາໃຈໃສ່.”

ທັງນີ້ ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກເຂື່ອນ
ເຊປຽນ- ເຊນ້ຳນ້ອຍ ແຕກ ຖືເປັນເມືອງທຸກຍາກທີ່ສຸດ ຂອງແຂວງອັດຕະປື ໂດຍມີ
40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກ
ກະທົບຈາກໄພນ້ຳຖ້ວມ 13 ບ້ານ 2,717 ຄອບຄົວ ຫຼື 13,067 ຄົນ ໂດຍທີ່ໄດ້ຮັບຜົນ
ກະທົບ ທັງ 100 ເປີເຊັນນັ້ນ ມີ 6 ບ້ານ ກໍຄື ບ້ານຫີນລາດ ບ້ານສະໝອງໃຕ້ ບ້ານ
ທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ
1,611 ຄອບຄົວ 7,095 ຄົນ ຊຶ່ງໄດ້ຖືກຍົກຍ້າຍມາຢູ່ເຂດປອດໄພ 6 ຈຸດ ຄື ເທດ
ສະບານ ເມືອງສະໜາມໄຊ ບ້ານຕໍມໍຍອດ ບ້ານດອນບົກ ບ້ານປີນດົງ ບ້ານຄອນທົດ
ແລະໂຮງຮຽນມັດທະຍົມສົມບູນຈັນທາ.

ສ່ວນກ່ຽວກັບການກໍ່ສ້າງທີ່ພັກອາໄສຊົ່ວຄາວ ແລະການຈັດສັນທີ່ຢູ່ອາໄສຖາວອນ
ໃຫ້ຜູ້ປະສົບໄພນັ້ນ ທ່າງການແຂວງອັດຕະປື ໄດ້ເລືອກເອົາບ້ານໜອງບົກ ບ້ານ
ຕໍມໍຍອດ ແລະບ້ານດົງບາກ ເປັນເຂດປຸກສ້າງທີ່ພັກອາໄສຊົ່ວຄາວໃນເນື້ອທີ່ 20.6
ເຮັກຕາ ຊຶ່ງການດຳເນີນງານໄດ້ຄືນໜ້າແລ້ວເກີນກວ່າ 80 ເປີເຊັນ ສ່ວນການປຸກ
ສ້າງທີ່ຢູ່ອາໄສຖາວອນເທິງເນື້ອທີ່ 135 ເຮັກຕານັ້ນ ກໍຈະຈັດສັນ ແລະສ້າງເຮືອນ
ທີ່ມີຂະໜາດກວ້າງ 20 ແມັດ ຍາວ 40 ແມັດ ໃຫ້ແຕ່ລະຄອບຄົວ ຊຶ່ງໃນທ້າຍເດືອນ
ກັນຍາ ທີ່ຜ່ານມາ ກໍໄດ້ຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສແລ້ວ 140 ຄອບຄົວ ທີ່
ໂຮງຮຽນ ບ້ານຫາດຍາວ ສ່ວນທີ່ເຫຼືອນັ້ນ ຈະກໍ່ສ້າງແລ້ວເສັດ ແລະຍ້າຍຜູ້ປະສົບໄພ
ເຂົ້າໄປຢູ່ອາໄສ ໄດ້ທັງໝົດພາຍໃນເດືອນຕຸລາ 2018 ນີ້.

XS
SM
MD
LG