ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຕ້ອງເລັ່ງພັດທະນາ ຊັບພະຍາກອນ ມະນຸດ ເພື່ອຮອງຮັບ ການຂະຫຍາຍຕົວ ດ້ານການທ່ອງທ່ຽວ ແລະ ບໍລິການ


ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະພາສົ່ງເສີມຕະຫຼາດ ທ່ອງທ່ຽວລາວ
ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະພາສົ່ງເສີມຕະຫຼາດ ທ່ອງທ່ຽວລາວ

ທາງການລາວ ຈະຕ້ອງເລັ່ງພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບ ການຂະ ຫຍາຍຕົວ ໃນພາກການທ່ອງທ່ຽວ ແລະ ບໍລິການ ທີ່ວາງເປົ້າໝາຍ ຈະດຶງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ໃນປີ 2020.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍວ່າ ເປົ້າໝາຍສຳຄັນຂອງການພັດທະນາ ໃນພາກບໍລິການ ແລະ ການທ່ອງທ່ຽວ ລາວ ໃນ ລະຍະ 5 ປີ ຕໍ່ໜ້ານີ້ ກໍຄືການດຶງດູດເອົາຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາທ່ອງທ່ຽວ ໃນລາວ ໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ໃນປີ 2020 ຊຶ່ງເປັນປີສິ້ນສຸດ ຂອງການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ນັ້ນ ຈະຕ້ອງດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ຊຶ່ງ ຈະເຮັດໃຫ້ພາກການທ່ອງທ່ຽວ ແລະ ບໍລິການມີລາຍຮັບປະມານ 953 ລ້ານ ໃນປີ 2020 ດັ່ງກ່າວ.

ຜູ້ນຳທ່ຽວຂອງລາວ ກຳລັງ ແນະນຳ ສະຖານທີ່ທ່ອງທ່ຽວຂອງລາວ ໃຫ້ແກ່ບັນດານັກທ່ອງທ່ຽວ ຊາວຕ່າງຊາດ
ຜູ້ນຳທ່ຽວຂອງລາວ ກຳລັງ ແນະນຳ ສະຖານທີ່ທ່ອງທ່ຽວຂອງລາວ ໃຫ້ແກ່ບັນດານັກທ່ອງທ່ຽວ ຊາວຕ່າງຊາດ

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ທາງ ການລາວກໍໄດ້ວາງແຜນການພັດທະນາໃນ 3 ໜ້າວຽກດ້ວຍກັນ ກໍຄື ການຄຸ້ມຄອງການ ທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະ ສະຖານ ບໍລິການຕ່າງໆ ທີ່ມີຄວາມສະດວກສະບາຍຢ່າງຄົບຊຸດ ແລະ ຮັບປະກັນຄວາມປອດໄພ ໃຫ້ກັບນັກທ່ອງທ່ຽວໃຫ້ໄດ້ ຢ່າງຄັກແນ່ ຊຶ່ງກໍລວມເຖິງການມີບ່ອນພັກເຊົາ ສຳລັບ ນັກ ທ່ອງທ່ຽວຊາວຕ່າງຊາດ ຢ່າງພຽງພໍ ກັບຄວາມຕ້ອງການ ທີ່ເພີ້ມຂຶ້ນດ້ວຍ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະ ທ່ອງທ່ຽວໃນລາວ ກໍຍັງຈຳເປັນຈະຕ້ອງດຳເນີນ ການພັດທະນາດ້ານ ຊັບພະຍາກອນມະນຸດໃຫ້ພຽງພໍ ແລະ ເທົ່າທັນກັບການເພີ້ມຂຶ້ນ ຂອງຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທ່າງເຂົ້າມາໃນລາວຫຼາຍຂຶ້ນ ຢ່າງຕໍ່ ເນື່ອງ ໂດຍສະເພາະແມ່ນນໃນຖານະທີ່ລາວກໍເປັນສະມາຊິກໜຶ່ງ ໃນປະຊາຄົມອາຊຽນ ດ້ວຍນັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ສິ່ງທີ່ພວກເຮົາຈະຕ້ອງປັບປຸງ ອັນສຳຄັນ ກະແມ່ນການພັດທະນາ ຊັບພະຍາກອນ ມະນຸດ ໃນຂະແໜງການທ່ອງທ່ຽວ ເພື່ອໃຫ້ມັນທັນກັບເວລາ ທີ່ພວກເຮົາຈະໄປສູ່ ປະຊາຄົມເສດຖະກິດອາຊຽນ ໂດຍສະເພາະແລ້ວ ແມ່ນພະນັກງານທີ່ເຮັດວຽກ ໃນ ຂະແໜງການທ່ອງທ່ຽວ ຕ້ອງເປັນພະນັກງານມີຄຸນນະພາບ ມີຄວາມຮູ້ ຄວາມສາມາດ ໃນການບໍລິການນັກທ່ອງທ່ຽວ.”

ນອກຈາກນັ້ນ ລັດຖະບານລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການເສີມສ້າງ ຄວາມຮ່ວມມືດ້ານການທ່ອງທ່ຽວ ກັບປະເທດເພື່ອນບ້ານ ໂດຍຫລ້າສຸດ ລັດຖະມົນຕີ ດ້ານການທ່ອງທ່ຽວຂອງມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງກັນ ຢູ່ທີ່ນະຄອນເນປີຕໍ ຂອງມຽນມາ ເພື່ອເສີມຂະຫຍາຍການຮ່ວມມື ໃນດ້ານການທ່ອງທ່ຽວ ຢ່າງຮອບດ້ານ ດ້ວຍການພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງຮັບ ນັກທ່ອງທ່ຽວທັງໃນອາຊຽນ ແລະ ຈາກພູມິພາກອື່ນໆ ໃນທົ່ວໂລກ ໃຫ້ໄດ້ໄວທີ່ສຸດ.

ທາງດ້ານ ທ່ານນາງກອບການ ວັດທະນະວະຣາງກູນ ລັດຖະມົນຕີວ່າການກະຊວງ ທ່ອງທ່ຽວ ແລະ ກີລາ ຂອງໄທ ຍອມຮັບວ່າ ແຜນການຮ່ວມມືດ້ານການທ່ອງທ່ຽວໃນ 5 ປະເທດ ດັ່ງກ່າວນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ ໂດຍສະເພາະ ການກວດ ລົງຕາ Visa ຄັ້ງດຽວ (Single Visa) ນັ້ນ ກໍຍັງຖືເປັນບັນຫາ ທີ່ຍັງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ເລີຍ ໂດຍທີ່ມີສາເຫດຈາກຄວາມບໍ່ພ້ອມ ໃນດ້ານບຸຄະລາກອນ ແລະ ເທັກນິກ ລວມເຖິງ ການທີ່ລັດຖະບານຂອງບາງປະເທດ ໄດ້ໃຫ້ຄວາມສຳຄັນ ກັບຄວາມ ໝັ້ນຄົງຫຼາຍກວ່າ ການສົ່ງເສີມດ້ານການທ່ອງທ່ຽວອີກດ້ວຍ.

ໂຮງແຮມແຫ່ງໜຶ່ງ ຢູ່ແຄມຝັ່ງແມ່ນ້ຳຂອງ
ໂຮງແຮມແຫ່ງໜຶ່ງ ຢູ່ແຄມຝັ່ງແມ່ນ້ຳຂອງ

ທັງນີ້ ໂດຍພາກທຸລະກິດ ບໍລິການ ແລະ ທ່ອງທ່ຽວ ໃນລາວ ມີໂຮງແຮມ ແລະ ບ້ານພັກ ທັງໝົດ 1,926 ແຫ່ງ ທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງໃນປີ 2011 ແລະ ເພີ້ມຂຶ້ນເປັນ 2,426 ແຫ່ງ ມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງ ໃນປີ 2015 ແລະ ຄາດວ່າ ຈຳນວນຫ້ອງພັກ ຈະເພີ້ມຂຶ້ນເປັນ 50,000 ຫ້ອງພາຍໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ້ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດບໍລິການ ແລະ ການທ່ອງທ່ຽວໃນລາວ ສາມາດຮອງຮັບນັກທ່ອງທ່ຽວ ຊາວຕ່າງຊາດ ໄດ້ເພີ້ມຂຶ້ນທຸກປີ ອີກດ້ວຍ ກໍຄືຈາກ 2 ລ້ານ 7 ແສນ ກວ່າຄົນ ໃນປີ 2011 ເປັນ 4 ລ້ານ 1 ແສນ ກວ່າຄົນ ໃນປີ 2014 ແລະ ຫຼາຍກວ່າ 4 ລ້ານ 3 ແສນຄົນ ໃນປີ 2015 ທັງຍັງເຮັດໃຫ້ພາກ ທຸລະກິດບໍລິການຂອງລາວ ມີລາຍຮັບເພີ້ມຂຶ້ນ ຈາກ 400 ລ້ານໂດລາ ໃນປີ 2011 ແລະ 560 ລ້ານໂດລາ ໃນປີ 2014 ເປັນຫຼາຍກວ່າ 670 ລ້ານໂດລາ ໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະ ລາຍຮັບດັ່ງກ່າວ ຍັງຖືເປັນ ພາວະທີ່ເພີ້ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບ ຊຶ່ງເປັນຜົນຈາກການພັດທະນາ ໃນຫຼາຍດ້ານ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຊັ່ນ ຮ້ານອາຫານ ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ຈາກການທີ່ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍ ໃນປັດຈຸບັນ.

XS
SM
MD
LG