ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ເຈົ້າ​ໜ້າ​ທີ່​ລາວ ຄາດ​ວ່າ​ຈະ​ລົບ​ລ້າງ ການ​ຕິ​ດ​ພະ​ຍາດໄຂ້​ມາ​ເລ​ເຣຍ ໃນ​ປີ 2030


ສະ​ຫະ​ລັດ ມອບ​ມຸ້ງ​ໃຫ້​ລັດ​ຖະ​ບານ​ລາວ 120,000 ຜືນ ໃນ​ປີ 2017.
ສະ​ຫະ​ລັດ ມອບ​ມຸ້ງ​ໃຫ້​ລັດ​ຖະ​ບານ​ລາວ 120,000 ຜືນ ໃນ​ປີ 2017.

ທາງ​ການ​ລາວ​ຄາດ​ວ່າ ຈະ​ສາ​ມ​າດ​ລົບ​ລ້າງ​ການ​ຕິດ​ເຊື້ອ​ໄຂ້​ມາ​ເລເຣຍ ໄດ້​ຢ່າງ​ສິ້ນ​ເຊິງ
​ໃນ​ປີ 2030 ຫາກ​ແຕ່​ການ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ກໍ​ບໍ່ແມ່ນ​ເລື້ອງ​ງ່າຍ ເພາະ​ວ່າ​ອັດ​ຕາ​
ສະ​ເລ່ຍ​ການ​ຕິດ​ເຊື້ອ​ໃນ​ລາວຍັງ​ສູງ. ຊຶ່ງ​ຊົງ​ລິດ ໂພນ​ເງິນ ມ​ີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ປະຈຳ​ລ​າວ​ເປີດ​ເຜີຍ​ວ່າ ການ​
ດຳ​ເນີນ​ວຽກ​ງ​ານ​ຄວບ​ຄຸມ​ພະ​ຍາດ​ມາ​ເລ​ເຣຍ​ໃນ​ລາວ ໃນ​ຊ່ວງ​ປີ 2010-2018 ທີ່​ຜ່ານ
​ມາ​ໄດ້​ເຮັດ​ໃຫ້​ອັດ​ຕາ​ສະ​ເລ່ຍ​ການ​ຕິດ​ເຊື້ອ​ໄຂ້​ມາ​ເລ​ເຣຍ​ຂອງ​ປະ​ຊາ​ຊົນ​ລາວ​ລົດ​ລົງ
ຈາກ 6.7 ເປີ​ເຊັນ​ ໃນປີ 2010 ມ​າ​ຢູ່​ທີ່​ອັດ​ຕາ​ສະ​ເລ່ຍ 3.1 ເປີ​ເຊັນ ໃນ​ປີ 2018 ສ່ວນ​
ອັດ​ຕາ​ການ​ເສຍ​ຊີ​ວິດ​ຍ້ອນ​ໄຂ້​ມາ​ເລ​ເຣຍ ກໍ​ໄດ້​ລົດ​ລົງ​ຈ​າກ 3.5 ຄົນ​ຕໍ່ 100,000 ຄົນ
​ໃນ​ປີ​ 2010 ເປັນ 0.9 ຄົນ​ຕໍ່ 100,000 ຄົນ ​ໃນ​ປີ 2018.

ຊຶ່ງ​ດ້ວຍ​ຜົນ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ ກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໂດຍ​ກະ​ຊວງ​ສາ​ທາ
​ລະ​ນະ​ສຸກ​ໄດ້​ວາງ​ເປົ້າ​ໝາຍ ທີ່​ຈະ​ລົບ​ລ້າງ​ການ​ຕິດ​ເຊື້ອ​ໄຂ້​ມາ​ເລ​ເຣຍ​ຂອງ​ປະ​ຊາ​ຊົນ​
ລາວ ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2030 ຫາກ​ແຕ່​ການ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ກໍ​ບໍ່​ແມ່ນ
​ເລື້ອງ​ງ່າຍ ເພາະ​ວ່າ​ອັດ​ຕາ​ສະ​ເລ່ຍ​ການ​ຕິດ​ເຊື້ອ​ໄຂ້​ມາ​ເລ​ເຣຍ​ໃນ​ລາວ ຍັງ​ສູງ​ໃນ​ຫຼາຍ​
ພື້ນ​ທີ່​ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ຈຳ​ປາ​ສັກ ສາ​ລະ​ວັນ ອັດ​ຕະ​ປື
ແລະ​ເຊກອງ ທີ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ​ບໍ່​ໜ້ອຍ ຍັງ​ດຳ​ລົງ​ຊີ​ວິບ​ດ້ວຍ​ການ​ເຂົ້າ​ໄປ​ເກັບ
​ຜົນຜະ​ລິດໃນ​ປ່າ​ນັ້ນ ແຕ່​ຢ່າງ​ໃດ​ກໍ​ຕາມ ເພື່ອ​ໃຫ້​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວຢ່າງ​
ເປັນ​ຮູບ​ປະ​ທຳ ທາງ​ການ​ລາວ​ກໍ​ໄດ້​ວາງ​ແຜນ​ການ​ດຳ​ເນີນ​ງານ​ເປັນ 3 ໄລ​ຍະ​ດ້ວຍ​ກັນ
ດັ່ງ​ທີ​ທ່ານ​ສີ​ບຸນ​ໂຮງ ອັກ​ຄະ​ວົງ ຮອງ​ຫົວ​ໜ້າ​ກົບ​ຄວບ​ຄຸມພະ​ຍາດ​ຕິດ​ຕໍ່ ໄດ້​ໃຫ້​ການ​ຢືນ
​ຢັນ​ວ່າ :

“ໄ​ລ​ຍະ​ທີ 1 ໃນ​ການ​ເອົາ​ໃຈ​ໃສ່​ຄວບ​ຄຸ​ມ​ໄຂ້​ມາ​ເລ​ເຣຍ ຢູ່​ພາກ​ເໜືອ​ໃນ​ປີ 2020
ໃຫ້​ໜ້ອຍກວ່າ 1 ຄົນ​ຕໍ່​ພັນ​ຄົນ ສຳ​ຫລັບ​ເຂດ​ພາກ​ໃຕ້ ລະ​ແມ່ນ​ເປົ້າ​ໝາຍ​ຂອງ​ເຮົາ​
ກະ​ແມ່ນຕ້ອງ​ໃຫ້​ໜ້ອຍກວ່າ 5 ຄົນ ໃນ​ໄລ​ຍະ​ທີ 2 ລະ​ແມ່ນ 2021-2025 ໃນ​ໄລ
ຍະ ນີ້​ແມ່ນ​ວ່າຈັດ​ວົງ​ຈອນ​ການ​ສົ່ງ​ເຊື້ອ​ຂອງ​ພະ​ຍາດ ແລະ​ໄລ​ຍະ​ທີ 3 ລະ​ແມ່ນ
2026-2030 ກະແມ່ນ​ແນ​ໃສ່​ວ່າ ລົບ​ລ້າງ​ພະ​ຍາດ​ໄຂ້​ມາ​ເລ​ເ​ລຍໃນ​ຂອບ​
ເຂດ​
ທົ່ວ​ປະ​ເທດ.”

ນອກ​ຈາກ​ໄຊ້​ມະ​ເລ​ເຣຍ​ແລ້ວ ປະ​ຊາ​ຊົນ​ລາວ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​
ຂອງ​ໄຂ້​ເລືອດ​ອອກ​ອີກ​ດ້ວຍ. ທັງ​ນີ້ ດ​ຣ. ພອນ​ປະ​ສິດ ອຸ​ນາ​ພົມ ຫົວ​ໜ້າ​ພະ​ແນກ​ສາ​
ທາ​ລະ​ນະ​ສຸກ ນະ​ຄອນຫຼວງວຽງ​ຈັນຖະແຫຼງຢືນຢັນວ່າ ການແຜ່ລະບາດຂອງເຊື້ອ
ໂຣກໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກໃນ ເຂດນະຄອນຫຼວງວຽງຈັນ ໃນປັດຈຸບັນຖືວ່າ
ມີລະດັບທີ່ຮຸນແຮງທີ່ສຸດໃນຮອບ 30 ປີຊຶ່ງຈະເຫັນໄດ້ຈາກການທີ່ມີຜູ້ເສຍຊີວິດແລ້ວ
4 ຄົນໃນຊ່ວງສັບປະດາທຳອິດຂອງເດືອນມັງກອນ 2019 ນີ້ ໃນຂະນະທີ່ຕະຫຼອດປີ
2018 ທີ່ຜ່ານມາບໍ່ມີການເສຍຊີວິດຂຶ້ນແຕ່ຢ່າງໃດ. ສະ​ນັ້ນ ຈຶ່ງ​ຕ້ອງ​ດຳ​ເນີນ 4 ມາດ​
ຕະ​ການ​ປ້ອງ​ກັນ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ກໍ​ຄື​ການ​ປະ​ສານ​ງານຢ່າງໃກ້ຊິດລະຫວ່າງພາກ
ສ່ວນທີ່ກ່ຽວຂ້ອງ ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ເພື່ອປ້ອງກັນການແຜ່ລະ
ບາດຂອງເຊື້ອໂຣກດ້ວຍການຮ່ວມມືຈາກປະຊາຊົນການດຳເນີນມາດຕະການຄວບ
ຄຸມ ແລະກຳຈັດເຊື້ອໂຣກໃນເຂດທີ່ເກີດການແຜ່ລະບາດ ແລະ ການຮັກສາປິ່ນປົວ
ຜູ້ປ່ວຍໃຫ້ໄດ້ຢ່າງມີປະສິດທິພາບ

ທາງ​ດ້ານ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ລາຍ​ງານ​ວ່າ ໃນ​ປີ 2018 ທີ່​ຜ່ານ​ມາ​ມີ​ປະ​ຊາ​ຊົນ
ລາວ ເປັນໄຂ້ເລືອດອອກຈຳນວນ 6,000 ກວ່າຄົນ ແລະ ເສຍຊີວິດ 19 ຄົນໃນທົ່ວ
ປະເທດໂດຍແຂວງອັດຕະປື ມີຜູ້ປ່ວຍເປັນໄຂ້ເລືອດອອກຫຼາຍທີ່ສຸດ ຕິດຕາມດ້ວຍ
ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ສະຫວັນນະເຂດ ຕາມລຳດັບ.

ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ດັ່ງ​ກ່າວ
ກໍຄືສະພາບຄວາມແອອັດໃນຕົວເມືອງ ແລະເຂດຊານເມືອງ ການມີຂີ້ເຫຍື້ອທີ່ຕົກ
ຄ້າງເພີ່ມຂຶ້ນ ແລະ ການອະນາໄມອາຄານ-ສະຖານທີ່ຕ່າງໆ ທັງຂອງລັດ ແລະ
ເອກະຊົນຍັງເຮັດໄດ້ບໍ່ທັນດີເປັນຕົ້ນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ ຫລື UNDP ລາຍ​ງານ​ວ່າການ​ຈັດ
​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບຊີວິດການເປັນຢູ່ຂອງແມ່
ແລະ ເດັກໃນລາວ ກໍຍັງບໍ່ສາມາດບັນລຸຜົນຕາມເປົ້າໝາຍທີ່ວາງໄວ້ໃນຫຼາຍໆດ້ານທີ່
ລວມເຖິງການປ້ອງກັນພະຍາດໄຂ້ເລືອດອອກໃນແມ່ ແລະເດັກດ້ວຍນັ້ນ ຈຶ່ງເຮັດລະ
ດັບຄຸນນະພາບຊີວິດຄວາມເປັນຢູ່ຂອງແມ່ ແລະເດັກໃນ ລາວ ຍັງຖືກຈັດໃຫ້ຢູ່ໃນອັນ
ດັບຕ່ຳທີ່ສຸດໃນ ອາຊຽນ ອີກດ້ວຍ.

ສ່ວນ​ອົງ​ການ UNICEF ລາຍ​ງານວ່າ ເດັກນ້ອຍລາວທີ່ອາຍຸຕ່ຳກວ່າ 5 ປີ ຄິດເປັນອັດ
ຕາສະເລ່ຍເຖິງ 44ເປີເຊັນ ຍັງປະເຊີນກັບບັນຫາຂາດແຄນດ້ານໂພສະນາການຢ່າງ
ໜັກ ເຮັດໃຫ້ເດັກເຫຼົ່ານີ້ມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນ ທງັຍັງມີການຈະເລີນ
ເຕີບໂຕທາງສະໝອງ ແລະ ການຮຽນຮູ້ໃນລະດັບທີ່ຕ່ຳກວ່າ ເກນມາດຕະຖານສາກົນ
ອີກດ້ວຍ.

XS
SM
MD
LG