ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ສ້າງຕັ້ງຄອບຄົວ ແລະ ບ້ານ ວັດທະນະທຳ ຫຼາຍຂຶ້ນ ຢ່າງຕໍ່ເນື່ອງ


ທາງການລາວ ສ້າງຕັ້ງຄອບຄົວ ແລະ ບ້ານວັດທະນະທຳ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພື່ອດຶງດູດນັກທ່ອງທ່ຽວ ຊາວຕ່າງຊາດ
ທາງການລາວ ສ້າງຕັ້ງຄອບຄົວ ແລະ ບ້ານວັດທະນະທຳ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພື່ອດຶງດູດນັກທ່ອງທ່ຽວ ຊາວຕ່າງຊາດ

ທາງການລາວ ສ້າງຕັ້ງຄອບຄົວ ແລະ ບ້ານວັດທະນະທຳ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍ
ແນໃສ່ ການສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທຳແຫ່ງຊາດ ເພື່ອດຶງດູດນັກທ່ອງ
ທ່ຽວ ຊາວຕ່າງຊາດໃຫ້ໄດ້ຫຼາຍຂຶ້ນ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ
ແລະ ທ່ອງທ່ຽວ ຖະແຫລງວ່າ ການຈັດຕັ້ງປະຕິບັດ ແຜນການອະນຸລັກທາງດ້ານ
ວັດທະນະທຳ ອັນດີງາມຂອງລາວ ເພື່ອສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທຳ
ໃນໂອກາດທີ່ລັດຖະບານລາວ ໄດ້ປະກາດໃຫ້ປີ 2018 ເປັນປີການທ່ອງທ່ຽວລາວນັ້ນ
ໄດ້ຄືບໜ້າໄປຢ່າງວ່ອງໄວ ທັງຍັງໄດ້ຮັບການປະສານສົມທົບ ຈາກທຸກພາກສ່ວນ ແລະ
ປະຊາຊົນລາວບັນດາເຜົ່າ ຢ່າງກວ້າງຂວາງ ໃນທົ່ວປະເທດດ້ວຍ ດັ່ງທີ່ ທ່ານບໍ່ແສງຄຳ
ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາໄດ້ເອົາໃຈໃສ່ ສົ່ງເສີມວັດທະນະທຳແຫ່ງຊາດ ຂອງພວກເຮົາ ວັດທະ
ນະທຳ ຂອງບັນດາເຜົ່າຕ່າງໆ ໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກ-ຮັກສາພື້ນ
ຖານ ວັດທະນະທຳ ອັນດີງາມຂອງບັນດາເຜົ່າຂອງຊາດ ແລ້ວກະເສີມຂະຫຍາຍ
ອັນດີ ພະຍາຍາມແກ້ໄຂ ອັນທີ່ບໍ່ເໝາະສົມ ດ້ານເຄື່ອນໄຫວ ວັດທະນະທຳ ການ
ເຄື່ອນໄຫວ ສິລະປະ ວັນນະຄະດີ ຢູ່ໃນທົ່ວປະເທດ ກະມີບັນຍາກາດຟົດຟື້ນ
ດີຫຼາຍສົມຄວນ ທັງມີກົມກອງທີ່ເປັນຂອງລັດ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນ
ສ້າງບັນຍາກາດອັນຟົດຟື້ນ ດີງາມຢູ່ໃນບັນດາແຂວງ ບັນດາທ້ອງຖິ່ນຢູ່ໃນ
ທົ່ວປະເທດ.”

ທັງນີ້ ໂດຍທາງການລາວ ໄດ້ສ້າງຕັ້ງຄອບຄົວວັດທະນະທຳ ໄດ້ຫຼາຍກວ່າ 817,000
ຄອບຄົວ ຄິດເປັນ 70 ເປີເຊັນ ຂອງຄອບຄົວທັງໝົດ ແລະ ສ້າງຕັ້ງບ້ານວັດທະນະທຳ
ໄດ້ 5,300 ກວ່າບ້ານ ຄິດເປັນ 60 ເປີເຊັນ ຂອງບ້ານທັງໝົດ ໂດຍລັດຖະບານລາວ
ວາງເປົ້າໝາຍໄວ້ວ່າ ຈະສ້າງຕັ້ງຄອບຄົວ ແລະ ບ້ານວັດທະນະທຳ ໃຫ້ໄດ້ຢ່າງຄົບ
ຖ້ວນ ໃນທົ່ວປະເທດ ພາຍໃນປີ 2025 ຕໍ່ໄປ.

ແຕ່ຢ່າງໃດກໍຕາມ ລາຍຮັບໃນພາກບໍລິການ ແລະທ່ອງທ່ຽວຂອງລາວ ໃນປັດຈຸບັນ
ຖືວ່າຍັງມີສັດສ່ວນໃນລະດັບທີ່ຕ່ຳກວ່າ ອັນຕາສະເລ່ຍໃນກຸ່ມອາຊ່ຽນດ້ວຍກັນ ກໍຄື
ໃນຂະນະທີ່ລາຍຮັບ ໃນພາກການທ່ອງທ່ຽວຂອງອາຊ່ຽນ ຢູ່ທີ່ອັດຕາສະເລ່ຍ 12
ເປີເຊັນ ຂອງຍອດຜະລິດຕະພັນລວມ (GPD) ຂອງອາຊ່ຽນ ຫາກແຕ່ລາຍຮັບ
ໃນພາກການທ່ອງທ່ຽວຂອງລາວ ກັບຄິດເປັນ 7 ເປີເຊັນ GPD ພາຍໃນລາວ
ເທົ່ານັ້ນ ເຊິ່ງຖືເປັນລາຍຮັບ ຈາກການທ່ອງທ່ຽວ ທີ່ຕ່ຳທີ່ສຸດໃນອາຊ່ຽນ ນັ້ນເອງ.

ໂຮງແຮມຢູ່ແຄມຝັ່ງແມ່ນ້ຳຂອງ ໂດຍມີທິວທັດ ຂອງຕາເວັນຕົກ ທີ່ສວຍສົດງົດງາມ ເຊິ່ງໄດ້ດຶງດູດເອົາ ນັກທ່ອງທ່ຽວ ໃຫ້ມາພັກເຊົາ
ໂຮງແຮມຢູ່ແຄມຝັ່ງແມ່ນ້ຳຂອງ ໂດຍມີທິວທັດ ຂອງຕາເວັນຕົກ ທີ່ສວຍສົດງົດງາມ ເຊິ່ງໄດ້ດຶງດູດເອົາ ນັກທ່ອງທ່ຽວ ໃຫ້ມາພັກເຊົາ

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊ່ຽນ (ATRA) ລາຍງານວ່າ ນັກທ່ອງທ່ຽວ
ຈາກພູມິພາກອື່ນ ເດີນທາງມາທ່ອງທ່ຽວໃນ 10 ປະເທດ ສະມາຊິກຂອງອາຊ່ຽນ
ຫຼາຍກວ່າ 113 ລ້ານຄົນ ໃນປີ 2016 ເຊິ່ງໃນນີ້ ກໍມີເຖິງ 30 ລ້ານກວ່າຄົນ ທີ່ເດີນທາງ
ມາທ່ອງທ່ຽວໃນໄທ ຕິດຕາມດ້ວຍມາເລເຊຍ 26 ລ້ານກວ່າຄົນ ແລະ 15 ລ້ານກວ່າຄົນ
ທີ່ເດີນທາງໄປສິງກະໂປ ສ່ວນ ບຣູໄນ ນັ້ນ ກໍເປັນປະເທດທີ່ຊາວຕ່າງຊາດ ເດີນທາງໄປ
ທ່ອງທ່ຽວໜ້ອຍທີ່ສຸດ ຕິດຕາມດ້ວຍ ສປປ ລາວ ກຳປູເຈຍ ແລະ ສະຫະພາບມຽນມາ
ຕາມລຳດັບ.

ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ໄດ້ກຳນົດແນວທາງແກ້
ໄຂບັນຫາ ດ້ວຍການນຳເອົາແຜນຍຸດທະສາດການພັດທະນາດ້ານການທ່ອງທ່ຽວຂອງ
ອາຊ່ຽນ ແຕ່ປີ 2016-2025 ມາປັບໃຊ້ໃນລາວ ທັງໃນພາກສ່ວນກ່ຽວກັບການຈັດ
ກິດຈະກຳ ການທ່ອງທ່ຽວ ແລະ ການສົ່ງເສີມ ການລົງທຶນ ໃນພາກບໍລິການ ແລະ
ທ່ອງທ່ຽວຢ່າງຄົບວົງຈອນ ເຊິ່ງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງຖະແຫລງ
ຂ່າວ ຮັບຜິດຊອບ ທັງການກະກຽມຄວາມພ້ອມ ໃນທຸກດ້ານ ແລະ ປະສານງານກັບ
ທຸກພາກສ່ວນທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ
ເພື່ອຮ່ວມກັນກຳນົດບັນດາກິດຈະກຳຕ່າງໆ ໃນຕະຫຼອດປີທ່ອງທ່ຽວລາວ 2018 ເພື່ອ
ດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ 5 ລ້ານກວ່າຄົນ ແລະເພີ່ມຂຶ້ນໃຫ້ໄດ້ເຖິງ
6 ລ້ານຄົນໃນປີ 2020 ເຊິ່ງຈະເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວຂອງລາວ ມີລາຍ
ຮັບລວມ ລະຫວ່າງ 953 ລ້ານໂດລາ ເຖິງ 1,000 ລ້ານໂດລາ ໃນປີ 2018 ແລະ ປີ
2020 ຕາມລຳດັບ.

ໂດຍທາງການລາວໄດ້ວາງແຜນການພັດທະນາໄວ້ໃນ 3 ໜ້າວຽກດ້ວຍກັນ ກໍຄືການ
ຄຸ້ມຄອງການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ
ແລະ ສະຖານບໍລິການຕ່າງໆ ທີ່ສະດວກສະບາຍ ແລະ ຮັບປະກັນຄວາມປອດໄພ ໃຫ້
ກັບນັກທ່ອງທ່ຽວ ໄດ້ຢ່າງຄັກແນ່ ຮວມທັງມີບ່ອນພັກເຊົາ ສຳລັບນັກທ່ອງທ່ຽວຊາວ
ຕ່າງຊາດ ຢ່າງພຽງພໍ ກັບຄວາມຕ້ອງການ ທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ ໂດຍພາກທຸລະບໍລິການ ແລະ ທ່ອງທ່ຽວໃນລາວ ມີໂຮງແຮມ ແລະ ບ້ານພັກ
ທັງໝົດ 1,926 ແຫ່ງ ທີ່ມີຈຳນວນຫ້ອງພັກກວມກັນ 32,960 ຫ້ອງ ໃນປີ 2011 ແລະ
ເພີ່ມຂຶ້ນເປັນ 2,540 ກວ່າແຫ່ງ ໂດຍມີຈຳນວນຫ້ອງພັກ 50,000 ກວ່າຫ້ອງ ໃນປີ
2016 ອີກ ທັງຍັງຄາດວ່າ ຈຳນວນຫ້ອງພັກຈະເພີ່ມຂຶ້ນເປັນ 60,000 ກວ່າຫ້ອງໃນປີ
2020 ອີກດ້ວຍ.

XS
SM
MD
LG