ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ຂອງ ສປປ ລາວ ກວດພົບສະຖານບັນເທີງ ທີ່ຝ່າຝືນມາດຕະການໂຄວິດ-19


ຮູບພາບປະກອບ-ເຈົ້າໜ້າທີ່ຂອງ ສປປ ລາວ ຢືນຖ່າຍຮູບຢູ່ປ້າຍປະກາດ ການປິດເມືອງຊົ່ວຄາວ ເນື່ອງຈາກໂຄວິດ-19.
ຮູບພາບປະກອບ-ເຈົ້າໜ້າທີ່ຂອງ ສປປ ລາວ ຢືນຖ່າຍຮູບຢູ່ປ້າຍປະກາດ ການປິດເມືອງຊົ່ວຄາວ ເນື່ອງຈາກໂຄວິດ-19.

ທາງການລາວດໍາເນີນການກວດກາ ແລະປັບໃໝຂັ້ນສູງສຸດ ຕໍ່ຜູ້ປະກອບກິດຈະ ການສະຖານບັນເທີງ ທີ່ລັກລອບເປີດໃຫ້ບໍລິການ ອັນເປັນການລະເມີດມາດຕະ ການສະກັດກັ້ນການລະບາດໄວຣັສໂຄວິດ-19 ນັ້ນ. ຊົງຣິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.

ພັນໂທແສງທອງ ເກື້ອບຸນລໍ້າຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນຖະແຫຼງຢືນຢັນວ່າ ການດໍາເນີນມາດຕະການຕໍ່ບັນດາຜູ້ທີ່ຝ່າຝືນ ຫຼືລະເມີດຕໍ່ມາດຕະການສະກັດກັ້ນ ການລະບາດຂອງໄວຣັສໂຄວິດ-19 ໃນໄລຍະນີ້ຈະບໍ່ແມ່ນການສຶກສາອົບຮົມເທົ່ານັ້ນ ຫາກແຕ່ວ່າຈະເປັນການປັບໃໝໃນຂັ້ນສູງສຸດ ແລະຈະເພີ້ມເປັນທະວີຄູນຖ້າຫາກວ່າຍັງໄດ້ມີການກະທໍາຜິດຊໍ້າ ທັງຍັງຈະປັບໃໝຜູ້ທີ່ໃຊ້ບໍລິການສະຖານບັນເທີງດັ່ງກ່າວດ້ວຍ ດັ່ງທີ່ທ່ານພັນໂທແສງທອງ ຢືນຢັນວ່າ:

“ສໍາລັບມາດຕະການຫ້າມຊຸມແຊວ ດື່ມເຫຼົ້າ ດື່ມເບຍຢູ່ໃນຊຸມຊົນ ຫຼືບັນດາຮ້ານອາຫານຕ່າງໆ ເຊິ່ງວ່າພວກເຮົາກໍໄດ້ນໍາໃຊ້ມາດຕະການສຶກສາອົບຮົມ ເຊິ່ງວ່າມາປັດຈຸບັນນີ້ຕໍ່ມາດຕະການດັ່ງກ່າວນີ້ ຈະບໍ່ແມ່ນການສຶກສາອົບຮົມແລ້ວ ເພາະວ່າພວກເຮົາໄດ້ເວົ້າກັນມາດົນເຊິ່ງຜ່ານມາຢູ່ບັນດາຈຸດຕ່າງໆ ພາກສ່ວນຕໍາຫຼວດກໍໄດ້ລົງກວດກາໂຕຈິງ ແລະກໍ່ໄດ້ສຶກສາອົບຮົມແລ້ວ ກໍປັບໃໝແລ້ວກໍດໍາເນີນຄະດີຜູ້ທີ່ຝ່າຝືນນັ້ນ ນັບທັງບຸກຄົນທີ່ມາໃຊ້ບໍລິການ ນັບທັງເຈົ້າຂອງຮ້ານ.”

ທັງນີ້ ໂດຍການປັບໃໝຜູ້ທີ່ຝ່າຝືນມາດຕະການສະກັດກັ້ນ ການລະບາດໄວຣັສໂຄວິດ-19 ດັ່ງກ່າວຢູ່ທີ່ອັດຕາ 5 ແສນ ຫາ 3 ລ້ານກີບຕໍ່ຄັ້ງສໍາລັບບຸກຄົນ ແລະ 5 ຫາ 10 ລ້ານກີບຕໍ່ຄັ້ງສໍາລັບນິຕິບຸກຄົນ, ພ້ອມກັນນີ້ກໍຍັງໄດ້ກໍາໜົດການປັບໃໝຕໍ່ຜູ້ທີ່ເດີນທາງອອກຈາກເຮືອນໄປນອກ ໂດຍບໍ່ໃສ່ຜ້າອັດປາກ-ດັງ ແລະຜູ້ທີ່ລະເມີດຕໍ່ໂມງຍາມສັນຈອນໃນອັດຕາ 5 ໝື່ນ ແລະ 1 ແສນກີບຕາມລໍາດັບ.

ສ່ວນທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກໍຖະແຫຼງຢືນຢັນວ່າ ການລະບາດຂອງໄວຣັສໂຄວິດ-19 ທີ່ປະຊາຊົນລາວບັນດາ ເຜົ່າປະເຊີນຢູ່ໃນປັດຈຸບັນນີ້ ເປັນການລະບາດຮອບທີສາມທີ່ ມີລະດັບຄວາມຮຸນແຮງຫຼາຍກວ່າສອງຮອບກ່ອນໜ້ານີ້ ເພາະວ່າເປັນໄວຣັສຊະນິດກາຍພັນທີ່ເອີ້ນວ່າ ເດລຕ້າ ທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວ ແລະແຜ່ລະບາດໄດ້ຢ່າງກວ້າງຂວາງກວ່າໄວຣັສໂຄວິດ-19 ຊິນິດອື່ນໆ, ສະນັ້ນ ເພື່ອເປັນການປ້ອງກັນ ແລະຮັກສາຊີວິດຂອງປະຊາຊົນລາວຈາກການລະບາດຂອງໄວຣັສດັ່ງກ່າວ ຈຶ່ງຈະຕ້ອງເລັ່ງການສັກຢາວັກຊີນໃຫ້ປະຊາຊົນລາວໃຫ້ໄດ້ຕາມເປົ້າໝາຍ 50 ເປີເຊັນຂອງປະຊາກອນລາວໃນສິ້ນປີ 2021 ນີ້ ແລະເພີ້ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນລາວໃນປີ 2022, ທັງຍັງຈະຕ້ອງເພີ້ມເປົ້າໝາຍການສັກຢາວັກຊີນ ໃຫ້ກັບເຍົາວະຊົນທີ່ມີອາຍຸລະຫວ່າງ 12-17 ປີອີກດ້ວຍ ເພາະຖືເປັນກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ນບັນດານັກຮຽນ-ນັກສຶກສານັ້ນ.

ນອກຈາກນີ້ ເນື່ອງຈາກນະຄອນວຽງຈັນ ເປັນເຂດທີ່ມີປະຊາຊົນລາວຕິດໄວຣັສໂຄວິດ-19 ຫຼາຍທີ່ສຸດໃນລາວ ປະກອບກັບໃນປັດຈຸບັນນີ້ໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ກໍຍັງເຮັດໃຫ້ຈໍາເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ປະຊາຊົນລາວໃນນະຄອນຫຼວງວຽງຈັນພາຍໃນທ້າຍປີ 2021 ນີ້ອີກດ້ວຍ ເພາະວ່າເປັນເຂດທີ່ມີຄວາມສ່ຽງສູງກວ່າເຂດແຂວງອື່ນໆໃນລາວນັ້ນເອງ.

ທັງນີ້ໂດຍນານາຊາດ ແລະອົງການອະນາໄມໂລກ ຫລື WHO ຕົກລົງໃຫ້ການຊ່ວຍເຫຼືອລັດຖະບານລາວດ້ານຢາວັກຊີນກັນໄວກັນຣັສໂຄວິດ-19 ສະເພາະໃນປີ 2021 ຄິດເປັນຈໍານວນລວມເກີນກວ່າ 7.5 ລ້ານໂດສທີ່ພຽງພໍສໍາລັບສັກໃຫ້ແກ່ປະຊາຊົນລາວ 3.7 ລ້ານຄົນ ຫຼື 50 ເປີເຊັນຂອງປະຊາກອນລາວທັງໝົດ ແລະລັດຖະບານລາວໄດ້ວາງເປົ້າໝາຍຈະສັກຢາວັກຊີນເພີ້ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນໃນປີ 2022.

ທັງນີ້ ລັດຖະບານລາວຄາດຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກນານາຊາດເພີ້ມຂຶ້ນອີກ ໂດຍທີ່ຜ່ານມາລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອດ້ານຢາວັກຊີນກັນໄວ ຣັສໂຄວິດ-19 ແກ່ລັດຖະບານລາວເຖິງ 6 ຄັ້ງ ທີ່ມີຈໍານວນວັກຊີນລວມ 2,902,000 ໂດສ, ສ່ວນ WHO ກໍໃຫ້ການຊ່ວຍເຫຼືອ 232,620 ໂດສ, ກັບລັດຖະບານສະຫະລັດໃຫ້ການຊ່ວຍເຫຼືອຢາວັກຊີນ ຈອນສັນ ແອນຈອນສັນ ຜ່ານໂຄງການ ໂຄແວັກສ໌ ຂອງ WHO ກວ່າ 1 ລ້ານໂດສ ແລະອີກກວ່າ 1.46 ລ້ານໂດສເປັນການຊ່ວຍເຫຼືອຈາກອອສເຕຣເລຍ, ອັງກິດ, ຍີ່ປຸ່ນ, ຣັດເຊຍ ແລະປະຊາຊົນທີ່ໄດ້ຮັບການສັກຢາວັກຊີນເຂັມທີ 1 ກັບເຂັມທີ 2 ມີຈໍານວນເກືອບ 3 ລ້ານຄົນ ກັບ 2 ລ້ານກວ່າຄົນ ໂດຍມີຜູ້ຕິດໂຄວິດ-19 ສະສົມເກີນກວ່າ 24,000 ຄົນເຖິງທ້າຍເດືອນກັນຍາປີ 2021.

XS
SM
MD
LG