ທາງການລາວໄດ້ອອກຄໍາສັ່ງປິດຮ້ານແລກປ່ຽນເງິນຕາ 113 ຮ້ານທີ່ເປັນຕົວແທນຂອງທະນາຄານເສດຖະກິດ 6 ແຫ່ງ ແຕ່ຫລາຍຄົນກໍຄິດວ່າ ມັນຈະບໍ່ຊ່ວຍແກ້ໄຂບັນຫາສະຖຽນລະພາບດ້ານເງິນຕາໄດ້ຫຼາຍປານໃດ ເພາະສະ ພາວະການຂາດແຄນເງິນຕາຕ່າງປະເທດ ໃນທະນາຄານຢູ່ລາວ ຄືສາເຫດເຮັດໃຫ້ການແລກປ່ຽນເງິນຕານອກລະບົບຍັງສືບຕໍ່ມີຢູ່. ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນວັນທີ 13 ມັງກອນຜ່ານມານີ້ ທາງທະນາຄານແຫ່ງ ສປປ ລາວ ອອກຄໍາສັ່ງ ເລກທີ 1/ທຫລ ໃຫ້ປິດຮ້ານແລກປ່ຽນເງິນຕາ 113 ຮ້ານທີ່ເປັນຕົວແທນໃຫ້ແກ່ທະນະຄານທຸລະກິດ 6 ແຫ່ງ ໂດຍໃຫ້ເຫດຜົນວ່າ ເພື່ອເປັນການຜັນຂະ ຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງເມື່ອ ມໍ່ໆມານີ້. ແຕ່ຢ່າງໃດກໍຕາມ ສະພາບການນີ້ ກໍບໍ່ໄດ້ເຮັດໃຫ້ສະຖຽນລະພາບທາງດ້ານເສດຖະກິດແລະເງິນຕາມີຄວາມໝັ້ນທ່ຽງຂຶ້ນພໍປານໃດ ທັງນີ້ ກໍເພາະການຂາດແຄນເງິນຕາຕ່າງປະເທດຢູ່ໃນຄັງລວມ ເປັນບັນຫາຕົ້ນຕໍທີ່ພາໃຫ້ທະນາຄານ ບໍ່ສາມາດສະໜອງເງິນຕາຕ່າງປະເທດ ຊຶ່ງນໍາໄປສູ່ບັນຫາປັ່ນປ່ວນທາງດ້ານການເງິນ ອີງຕາມຄໍາເຫັນ ຂອງນັກທຸລະກິດທ່ານນຶ່ງ ໃນນະຄອນຫລວງວຽງຈັນ ທີ່ເວົ້າວ່າ:
“ເພາະຜ່ານການປະເມີນ ຈັກແມ່ນໃຜປະເມີນ ສະຫລູບວ່າ ເງິນເຟີ້ເປັນຍ້ອນຮ້ານແລກປ່ຽນ ລະຮ້ານແລກປ່ຽນເຂົາບໍ່ໄດ້ເປີດຄືຊາວບ້ານ ກະເຂົາໄດ້ຮັບອະ ນຸຍາດຈາກການຈັດຕັ້ງຢ່າງຈົບເຈືອເນາະ ບໍ່ຮູ້ວ່າເຂົາຜິດບ່ອນໃດ ຖືກບ່ອນໃດ ແລະຝ່າຍຄຸ້ມຄອງກະມີເນາະລະບໍ່ໄປບໍ່ມາເນາະແລະຢຸດກັນໄປຊື່ໆ ຮ້ານແລກ ປ່ຽນມັນຂຶ້ນນໍາທະນະຄານກາງໂດຍກົງ ຕໍ່ມາລະຄ້າຍໆຂຶ້ນກັບທະນະຄານໃດນຶ່ງຕົວແທນນັ້ນໆຂັ້ນນຶ່ງ ເຂົາກະເຮັດໄປຕາມແລ້ວ”.
ສ່ວນທາງລັດຖະບານນັ້ນ ກັບໃຫ້ເຫດຜົນວ່າ ການປິດຮ້ານແລກປ່ຽນເງິນຕາ ຕ່າງໆນີ້ ກໍເພື່ອເຮັດໃຫ້ອັດຕາແລກປ່ຽນເງິນກີບ ກັບເງິນຕາຕ່າງປະເທດມີສະຖຽນລະະພາບ ດັ່ງທີ່ເຈົ້າໜ້າທີ່ທ່ານນຶ່ງ ໃນທະນາຄານແຫ່ງຊາດລາວອະທິ ບາຍວ່າ:
“ລະບົບທະນະຄານແມ່ນ ປິດປິດ ມັນກະຍັງມີສາຂາທະນະຄານຢູ່ຄືເກົ່າຫັ້ນລະ ຕ່າງແຕ່ວ່າຄຸ້ມຄອງບໍ່ໃຫ້ເຂົາແລກນອກລະບົບ ບໍ່ໃຫ້ເຣດສູງຊື່ໆ ແລກຢູ່ແຕ່ວ່າໃຫ້ມີອັດຕາມັນສໍ່າກັນນະ”.
ແຕ່ບາງຄົນກໍບອກວ່າ ການທີ່ຄ່າເງິນກີບຂອງລາວອ່ອນຄ່າລົງ ແລະ ອັດຕາແລກປ່ຽນຂຶ້ນໆລົງໆ ນອກຈາກການຂາດແຄນເງິນຕາຕ່າງປະເທດແລ້ວ ມັນກໍຍັງມີສາເຫດມາຈາກການກວດກາທີ່ຂາດຄວາມຮັດກຸມຂອງລັດຖະບານ ຕໍ່ພະ ນັກງານພາຍໃນລັດ ແລະທຸລະກິດ ຫລືນັກລົງທຶນທີ່ສົ່ງອອກສິນຄ້າ ເຊັ່ນແຮ່ທາດ, ໄຟຟ້າ ແລະອື່ນໆ ທີ່ບໍ່ນໍາເອົາເງິນທີ່ໄດ້ຈາກການສົ່ງອອກສິນຄ້າ ເຂົ້າມາຜ່ານທະນາຄານໃນລາວ ຊຶ່ງພາໃຫ້ມີການແລກປ່ຽນເງິນຕາ ຢູ່ນອກລະບົບຂອງທະນາຄານຢ່າງແຜ່ຫລາຍ ດັ່ງທີ່ນັກທຸລະກິດ ທ່ານນຶ່ງໃຫ້ຄໍາເຫັນອີກວ່າ:
“ໂອ້ຍສ່ວນຕົວກະມັນເງິນອັດຕາເຂົ້າອັດຕາອອກ ເງິນແລກປ່ຽນມັນກະຂຶ້ນນໍາລັດໝົດຫັ້ນແຫລະ ພວກເອກະຊົນເຂົາກະມີກົງສ່ວນຕົວເຂົາ ພວກເຮັດຂາເຂົ້າ ຂາອອກ ຊື້ຂາຍກັນມັນກະໂອນເງິນເຂົ້າມາບໍ່ ຂາຍໄຟ ຂາຍນໍ້າກະຈັກ. ເງິນເຂົ້າລັດ ກະຂຶ້ນນໍາລັດຫັ້ນແຫລະ ພວກຊື້ຂາຍນໍ້າມັນເຂົາກະຂາຍເປັນເງິນກີບ ແຕ່ວ່າຫລັງຂາຍແລ້ວເຂົາໄປແລກນໍາທະນະຄານແລ້ວ ກະບອກໂອນອອກໃຫ້ແນ່ ບໍ່ມີເງິນຊື້ນໍ້າມັນ ມັນກະຍາກແນ່ເນາະ ເອີເລື້ອງ Income ແນ່ມັນກະມີສ່ວນ”.
ໄດ້ຫລາຍທົດສະວັດມາແລ້ວ ທີ່ລາວໄດ້ເລີ້ມໃຊ້ຍຸດທະສາດທີ່ຫັັນຈາກເສດຖະກິດ ທີ່ລັດຄຸ້ມຄອງຢ່າງເຕັມສ່ວນ ໄປເປັນເສດຖະກິດທີ່ອີງໃສ່ຕະຫລາດທີ່ຄຽງຄູ່ກັນໄປກັບລັດນໍາພາເສດຖະກິດ. ໂດຍສືບຕໍ່ອີງໃສ່ຍຸດທະສາດນີ້ ເມື່ອວັນທີ 19-20 ມັງກອນຜ່ານມານີ້ ທາງລັດຖະບານລາວ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປີ 2022 ເພື່ອປຶກສາຫາລື, ຄົ້ນຄວ້າ 5 ຫົວຂໍ້ທີ່ສຳຄັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາ ກໍຄືສືບຕໍ່ສຸມໃສ່ສູ້ຊົນ ຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດບໍ່ໃຫ້ຕົກເຂົ້າໃນວິກິດ ໄປຄຽງຄູ່ກັບການປະຕິບັດບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາ.
ສ່ວນທາງທະນາຄານໂລກນັ້ນ ໄດ້ຫລຸດອັດຕາຄາດຄະເນໃນການຂະຫຍາຍໂຕ ທາງເສດຖະກິດຂອງລາວລົງຈາກ 3.8 ເປີເຊັນ ໃນເມື່ອກ່ອນ ມາເປັນ 2.5 ເປີເຊັນ ສໍາລັບປີ 2022.
ສະຫລຸບແລ້ວ ເຖິງແມ່ນວ່າທາງການລາວ ຈະພະຍາຍາມປິດຮ້ານແລກປ່ຽນເງິນຕາຕ່າງປະເທດ 100 ກວ່າຮ້ານກໍຕາມ ແຕ່ນັກທຸລະກິດບາງຄົນເຫັນວ່າ ມັນອາດຈະບໍ່ສາມາດແກ້ໄຂຄວາມຂາດສະຖຽນລະພາບໃນອັດຕາແລກປ່ຽນເງິນກີບຂອງລາວໄດ້ພໍເທົ່າໃດ ຍ້ອນວ່າ ການຂາດແຄນເງິນຕາຕ່າງປະເທດຍັງສືບຕໍ່ເປັນບັນ ຫາຕົ້ນຕໍ ທີ່ເຮັດໃຫ້ອັດຕາແລກປ່ຽນເງິນຕາຕ່າງປະເທດ ປັ່ນປ່ວນໃນທຸກວັນນີ້.